ເຣີ່ມມີໄກ່ຕາຍຫ່າ ຈໍານວນຫຼາຍ ເນື່ອງຈາກອາກາດໜາວ

ສຸພັດຕາ
2023.03.02
ເຣີ່ມມີໄກ່ຕາຍຫ່າ ຈໍານວນຫຼາຍ ເນື່ອງຈາກອາກາດໜາວ ຕລາດຂາຍສັດປີກແຫ່ງນຶ່ງ ທີ່ແຂວງອຸດົມໄຊ ເດືອນທັນວາ ປີ 2021
Photo: RFA

ໃນໄລຍະ 1-2 ສັປດາທີ່ຜ່ານມານີ້ ໄກ່ລາດ ຈໍານວນຫຼາຍ ແລະໄກ່ທີ່ລ້ຽງໃນຟາມຈໍານວນນຶ່ງ ພາຍໃນເມືອງ ແລະແຂວງຕ່າງໆ ຂອງປະເທດລາວ ຄ່ອຍໆທະຍອຍປ່ວຍ ແລະຕາຍ ດ້ວຍພຍາດຕາຍຫ່າ ໂດຍສະເພາະ ທາງພາກເໜືອຂອງປະເທດລາວ ເນື່ອງຈາກ ມີສະພາບອາກາດຂ້ອນຂ້າງໜາວ ຂະນະທີ່ ທາງການລາວ ຍັງບໍ່ທັນມີແນວທາງ ໃນການແກ້ໄຂບັນຫາດັ່ງກ່າວນີ້ເທື່ອ.

ດັ່ງຜູ້ລ້ຽງໄກ່ລາດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ມິນາ 2023 ນີ້ວ່າ:

“ເຂົາລ້ຽງທັມມະຊາຕ ເປັນຫ່າບໍ ຕາຍນີ່ ມັນເຫງົາ ກໍທັມມະດາ ແຕ່ລະປີໄປ ໃນພາວະລ້ຽງບໍ່ປ້ອງກັນຫຍັງຫັ້ນນ່າ ຂະເຈົ້າລ້ຽງທັມມະຊາຕ ມັນໜາວ ມັນເປັນຕຸ່ມເປັນຫຍັງຫັ້ນນ່າ ມັນຍັງບໍ່ຫຼາຍດອກ ເພາະວ່າເຂົາກໍລ້ຽງແບບທັມມະດາ ມັນບໍ່ມີຟາມຫັ້ນນ່າ ມັນກໍເປັນຕາມລະດູ ຊ່ວງຮ້ອນມັນຊິໄດ້ຝົນແນວນີ້ຫັ້ນນ່າ ປາຍຝົນປາຍໜາວ ຈັ່ງຊີ້ຫັ້ນນ່າ ມັນກໍມັກເປັນ (ທາງການໄດ້ໂຄສະນາ ຫຼືຊ່ອຍເຫຼືອບໍ່) ບໍ່ມີດອກຢູ່ນີ້ ຕ້ອງໄດ້ກຸ້ມໂຕເອງ.”

ທີ່ຜ່ານມາ ໄກ່ລາດ ແລະໄກ່ພັນ ຈາກຟາມຂນາດນ້ອຍ ພາຍໃນປະເທດລາວ ມັກທະຍອຍລົ້ມຕາຍ ດ້ວຍພຍາດຕາຍຫ່າ ໃນໄລຍະຕົ້ນລະດູໜາວ ແລະຕົ້ນລະດູຝົນ ໃນໄລຍະຫຼາຍປີຫຼັງມານີ້ ແລະຖ້າຫາກ ທຽບໃສ່ຈໍານວນການຕາຍ ລະຫວ່າງໄກ່ລາດ ແລະໄກ່ປະເພດອື່ນໆ ຈະພົບວ່າ ໄກ່ລາດ ມີອັດຕຣາການຕາຍສູງກ່ອນ ເນື່ອງຈາກສ່ວນຫຼາຍ ແມ່ນເປັນການລ້ຽງຕາມທັມມະຊາຕ ບໍ່ມີການສັກຢາ ຫຼືໃຫ້ວັກຊີນ ຕາມໄລຍະເວລາທີ່ເໝາະສົມ.

ດັ່ງຜູ້ລ້ຽງໄກ່ລາດ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ພວກເປັນພຍາດ ມັນກໍເຂດນອກດອກ ເຂົາເອີ້ນພຍາດຕາຍຫ່າ ອີ່ຫຍັງຫັ້ນນ່າ ເຂົາເອີ້ນເພາະວ່າ ມັນເປັນຫ່າເປັນຫຍັງ ກໍມັນເຫງົາ ມັນຫຍັງເດ້ ມັນເຫງົາມັນຫຍັງແລ້ວມັນກໍຕາຍ ພວກນີ້ແບບພວກເຂົາລ້ຽງ ແບບພື້ນບ້ານຫັ້ນນ່າ ແຕ່ພວກເຂົາລ້ຽງຢູ່ຟາມອີ່ຫຍັງນີ້ ເຂົາກໍລົງຢາ ລົງສັກວັກຊີນ ເຂົາກໍໄປໃສ່ວັກຊີນ ຄັນມັນຕາຍ ມັນກໍຢາກວ່າ ມັນກໍຕິດກັນຕໍ່ໆ ໄປແລ້ວໃດ໋ ສັກຢາກໍບໍ່ຢູ່ແລ້ວໃດ໋ ພາກເໜືອ ສ່ວນຫຼາຍພາກເໜືອ.”

ສໍາລັບອາການຂອງໄກ່ ທີ່ປ່ວຍ ເປັນພຍາດຕາຍຫ່າ ນັ້ນ ຈະມີອາການ ຂີ້ມູກໄຫຼ, ເປັນໄຂ້, ໜາວສັ່ນ ແລະເຫງົາ ບໍ່ຢາກກິນອາຫານ ເຊິ່ງຖ້າຫາກວ່າໄກ່ທີ່ລ້ຽງໄວ້ ມີການໃນລັກສະນະດັ່ງກ່າວນີ້ແລ້ວ ອີກບໍ່ຫຼາຍຊົ່ວໂມງ ໄກ່ເຫຼົ່ານີ້ ກໍຈະທະຍອຍຕາຍໄປເລື້ອຍໆ.

ດັ່ງຜູ້ລ້ຽງໄກ່ລາດ ອີກທ່ານນຶ່ງກ່າວວ່າ:

“ມັນເຫງົາໄວ ຕາຍໄວນ່າ ບາງເທື່ອກໍແບບວ່າເຫງົາໆ ຊຶມໆເປັນນໍ້າຂີ້ມູກໄຫຼແຕ່ເຊົ້າ ແລ້ວກໍຕາຍສວຍ ຕາຍແລງຊິຫັ້ນນ່າ 2-3 ຊົ່ວໂມງກໍຕາຍ ລະດູໜາວ ລະດູຝົນ ຊ່ວງຕົ້ນລະດູ ຕາຍຫ່ານີ້ ມັນຈະເປັນແບບວ່າ ອາການແບບມັນຕິດເຊື້ອ ແທ້ຈິງແລ້ວຕາຍຫ່າ ມັນຈະເປັນແບບວ່າ ຕິດເຊື້ອໄວ ແລ້ວມັນຕາຍໄວຫັ້ນນ່າ.”

ທາງດ້ານຕາງໜ້າ ເຄືອຂ່າຍຊາວກະສິກອນລາວ ກໍໄດ້ໃຫ້ຄວາມເຫັນກ່ຽວກັບເຣື່ອງນີ້ວ່າ ໃນທ້າຍລະດູໜາວ ເປັນໄລຍະທີ່ພຍາດສັດປີກແຜ່ຣະບາດຫຼາຍ ຍ້ອນເປັນໄລຍະທີ່ຮ່າງກາຍ ຂອງສັດປີກເຫຼົ່ານີ້ອ່ອນເພັຍຫຼາຍທີ່ສຸດ ເຮັດໃຫ້ສ່ຽງຕໍ່ການເປັນພຍາດໄດ້ຫຼາຍ ເຊັ່ນ: ອະຫິວາສັດປີກ ແລະນິວຄາສເຊິລ ເພື່ອເປັນການປ້ອງກັນທີ່ດີ ຜູ້້ລ້ຽງໄກ່ ຈະຕ້ອງໝັ່ນກວດເບິ່ງສຸຂພາບຂອງໄກ່ຢ່າງສມໍ່າສເມີ ເປັນຕົ້ນ ລ້ຽງໄກ່ໃນບ່ອນອຸ່ນ ແລະຖ້າຫາກພົບວ່າ ໄກ່ບໍ່ສະບາຍ ກໍແຍກອອກຈາກໝູ່ ແລະປຶກສາກັບສັຕວະແພດ ວ່າຄວນແກ້ໄຂບັນຫາແນວໃດ.

ທ່ານກ່າວອີກວ່າ ສໍາລັບອາການຂອງໄກ່ ທີ່ຕາຍເປັນຈໍານວນຫຼາຍ ໃນໄລຍະຜ່ານມາ ບໍ່ທັນໄດ້ມີຜົລກະທົບຕໍ່ຄົນ ຍ້ອນບໍ່ແມ່ນໄຂ້ຫວັດສັດປີ, ອະຫິວາສັດປີກ ແລະນິກຄາສເຊິລ ທັງນີ້ ພຍາດອະຫິວາສັດປີກ ເປັນພຍາດທີ່ແຜ່ຣະບາດ ຜ່ານການສັມຜັດ ລະຫວ່າງສັດປີກ ທີ່ມີພຍາດ ຫາສັດປີກທີ່ມີສຸຂພາບດີ ໃນສະພາບແວດລ້ອມທີ່ມີເຊື້ອແບັດທີເຣັຍ ສ່ວນພຍາດ ນິວຄາສເຊິລ ເປັນໄວຣັສທີ່ສາມາດຕິດຕໍ່ໄດ້ງ່າຍ ແລະໄວ ມັກສົ່ງຜົລກະທົບຕໍ່ນົກ, ໄກ່ງວງ, ຫ່ານ, ເປັດ, ໄກ່ຟ້າ, ນົກປ່າ ແລະນົກປະເພດອື່ນໆ, ອີງຕາມການຣາຍງານ ຂອງສໍານັກຂ່າວ ລາວໂພສຕ໌.

ກ່ຽວກັບເຣື່ອງການເກີດພຍາດຕາຍຫ່າ ໃນສັດປີກ ໂດຍສະເພາະໄກ່ນັ້ນ ເກີດຂຶ້ນມາແລ້ວ ເປັນໄລຍະເວລາຫຼາຍປີ ເປັນພຍາດຕາມລະດູການ ແຕ່ເປັນພຍາດທີ່ປ້ອງກັນໄດ້ ຖ້າຫາກຜູ້ລ້ຽງ ດໍາເນີນການສັກຢາ ໃຫ້ສັດລ້ຽງຂອງໂຕເອງເປັນປະຈໍາ ຢ່າງໜ້ອຍ 5-6 ເດືອນ ພ້ອມຄວບຄຸມອຸນຫະພູມໃຫ້ແກ່ສັດ ບໍ່ໃຫ້ໜາວເກີນໄປ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການສົ່ງເສີມ ການປູກຝັງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ:

“ລະດູນີ້ ມັນກໍຈະກວ່າຄືກັນຫັ້ນແຫຼະ ສ່ວນຫຼາຍໄກ່ນ້ອຍ ອາກາດມັນເຢັນເນາະສ່ວນຫຼາຍ ຊ່ວງນີ້ຫັ້ນນ່າ ອີງຕາມແລ້ວກໍ ຄົນທີ່ເຂົາອະນຸບານ ບາງຄົນທີ່ເຂົາເຈົ້າເຂົ້າໃຈ ໃນການອະນຸບານນີ້ ເຂົາເຂົ້າໃຈນີ້ຄືຫຍັງ ຄືອຸນຫະພູມ ສອງຄືເຂົາມີຢາໃຫ້ມັນ ແຕ່ວ່າ ອຸນຫະພູມ ມັນຕ້ອງ 32 ອົງສາຫັ້ນນ່າ ຖ້າມັນຖືກລົມ ອາກາດມັນກໍເປັນ ກໍທຸກປະເພດ (ໄກ່ລາດ, ໄກ່ຟາມ ແລະໄກ່ໄຂ່) ມັນຈະເປັນຄືກັນ (ສ່ວນພຍາດໄຂ້ຫວັດນົກ) ແມ່ທາງລາວບໍ່ມີ ບໍ່ໆ ບໍ່ເປັນ ບໍ່ສູ້ເປັນ ທາງການກໍຍັງບໍ່ແຈ້ງເທື່ອ ເພາະມັນຍັງທັນແຈ້ງເທື່ອ ເພາະວ່າ ມັນຍັງບໍ່ມີພຍາດເຂົ້າມາເທື່ອຫັ້ນນ່າ.”

ມາຮອດປັດຈຸບັນ ການລ້ຽງສັດປີກ ໂດຍສະເພາະໄກ່ ແລະເປັດ ຢູ່ຫຼາຍເມືອງ ແລະແຂວງຕ່າງໆ ພາຍໃນປະເທດລາວ ກໍາລັງປະສົບແຕ່ບັນຫາ ປ່ວຍ ແລະເປັນພຍາດຕາຍຫ່າ ສ່ວນພຍາດປະເພດອື່ນໆ ເປັນຕົ້ນ ໄຂ້ຫວັດສັດປີກ, ອະຫິວາສັດປີກ ແລະນິວຄາສເຊິລ ຍັງບໍ່ທັນພົບເທື່ອ ເຮັດໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ພັດຍັງບໍ່ທັນມີມາຕການແນວໃດຮອງຮັບ ເຖິງແມ່ນວ່າ ຈະເປັນພື້ນທີ່ຕິດຈອດກັບຊາຍແດນ ກັມພູຊາ ເຊິ່ງເປັນປະເທດ ທີ່ກວດພົບວ່າ ມີຜູ້ຕິດເຊື້ອ ແລະເສັຽຊີວິດ ຈາກໄຂ້ຫວັດນົກ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກຢູ່ບໍຣິເວນດ່ານສາກົລໜອງນົກຂຽນ-ຕຣາປຽນກຽນ (ລາວແລະກັມພູຊາ) ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:

“ປົກກະຕິໆ ກໍເປີດມາດົນແລ້ວ ບໍ່ ບໍ່ມີກວດຫຍັງເລີຍເພິ່ນ ຊ່ວງນີ້ເພິ່ນບໍ່ຄ່ອຍໄດ້ສົນໃຈ ເຣື່ອງແບບນີ້ແລ້ວໃດ໋ ເຂົາກໍບໍ່ໄດ້ຕິດຕາມຫຍັງແລ້ວ ເຣື່ອງແນວນີ້ (ສ່ວນເຣື່ອງການແຜ່ຣະບາດ ຂອງໄຂ້ຫວັດນົກ) ບໍ່ໆ ບໍ່ມີໆ.”

ໃນໄລຍະບໍ່ດົນມານີ້ ຍານາງ ວິໄລພອນ ໂວລາພິມ ຫົວໜ້າກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ໃຫ້ສັມພາດຕໍ່ໜັງສືພິມ Laotian Times ວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ອອກຄໍາເຕືອນກ່ຽວກັບແນວທາງ ແລະການປ້ອງກັນພຍາດສັດປີກ ໂດຍສະເພາະ ໄຂ້ຫວັດນົກ ໃຫ້ແກ່ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເປັນປະຈໍາທຸກປີ ພ້ອມລະບຸວ່າ ໄຂ້ຫວັດນົກ ບໍ່ແມ່ນພຍາດໂຕໃໝ່ໃນປະເທດລາວ ຍ້ອນເຄີຍແຜ່ຣະບາດມາແລ້ວຄັ້ງນຶ່ງ ໃນປີ 2004.

ທີ່ຜ່ານມາ ທາງການລາວ ມີມາຕການໃນການຄວບຄຸມ ການນໍາເຂົ້າສັດປີກຈາກຕ່າງປະເທດ ໂດຍສະເພາະໄກ່ ເພື່ອນໍາໃຊ້ໃນການບໍຣິໂພຄ ພາຍໃນປະເທດ ແຕ່ຢ່າງໃດກໍຕາມ ການນໍາເຂົ້າສັດປີກເພື່ອປັບປຸງພັນ ແລະຜລິດໄຂ່ ສາມາດນໍາເຂົ້າໄດ້ ແຕ່ຕ້ອງຜ່ານຂັ້ນຕອນ ການອະນຸມັດຢ່າງເປັນທາງການເທົ່ານັ້ນ ທັງນີ້ ກໍເພື່ອຫຼຸດຜ່ອນຄວາມສ່ຽງ ກ່ຽວກັບການແຜ່ຣະບາດຂອງພຍາດດັ່ງກ່າວນີ້ ທັງໃນຄົນ ແລະສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.