ວັນແຫ່ງຄວາມສຸຂ ສາກົລ ແຕ່ຂາດຄວາມສຸຂ ເພາະເສຖກິຈຝຶດເຄືອງ
2023.03.20
ໃນວັນທີ 20 ມີນາ 2023 ນີ້ ເປັນວັນແຫ່ງຄວາມສຸຂສາກົລ ຂອງທຸກປີ ພາຍຫຼັງທີ່ ອົງການສະຫະປະຊາຊາຕ ໄດ້ມີມະຕິ ໃນວັນທີ 12 ກໍຣະກະດາ 2012 ກໍານົດໃຫ້ວັນທີ 20 ມີນາ ຂອງທຸກປີ ເປັນວັນແຫ່ງຄວາມສຸຂສາກົລ ທີ່ທຸກຄົນທົ່ວໂລກ ສາມາດສເລີມສລອງ ແລະຄໍານຶງເຫັນເຖິງຄວາມສຸຂ ຂອງການໃຊ້ຊີວິດໄດ້.
ໃນປີນີ້ ປະເທດລາວ ກໍບໍ່ໄດ້ມີການສເລີມສລອງ ວັນແຫ່ງຄວາມສຸຂສາກົລ ແຕ່ຢ່າງໃດ ແຕ່ຊາວລາວຫຼາຍຄົນ ກໍໄດ້ລະນຶກເຖິງວັນດັ່ງກ່າວ ແລະຫາວິທີຊອກຫາຄວາມສຸຂໃຫ້ໂຕເອງ ເຖິງແມ່ນວ່າ ຈະເຈິະເຣື່ອງບໍ່ດີ ຫຼືເຣື່ອງອຸກໃຈ ໃນໄລຍະສະພາບເສຖກິຈທີ່ຄ່າຄອງຊີບສູງ ແລະການເງິນຝືດເຄືອງ ຈົນກະທົບຕໍ່ການໃຊ້ຊີວິດກໍຕາມ, ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມີນາ ນີ້ວ່າ ທ່ານເອງ ກໍມີເຣື່ອງກັງວົນໃຈ ເຣື່ອງການຫາເງິນລ້ຽງຄອບຄົວ ໃນສະພາບເສຖກິຈທີ່ຄ່າຄອງຊີບສູງນີ້ ແຕ່ທ່ານກໍບໍ່ລືມຫາຄວາມສຸຂໃຫ້ຕົນເອງ ໂດຍທ່ານເອງມັກຂີ່ຣົຖຖີບ ໃນມື້ພັກວຽກກໍຊວນໝູ່ ອອກໄປຂີ່ຣົຖຖີບໃນຍາມເຊົ້າ ພາຍຫຼັງທີ່ເມື່ອຍຈາກການເຮັດວຽກ ມາທັງອາທິດ ທີ່ຕ້ອງຮັບຈ້າງສົ່ງສິນຄ້າໄປຕ່າງແຂວງ ທີ່ບາງມື້ ກໍໄປສົ່ງຢູ່ແຂວງພາກເໜືອ ແລະບາງມື້ ກໍໄປສົ່ງຢູ່ທາງແຂວງພາກໃຕ້.
ດັ່ງທ່ານກ່າວວ່າ:
“ຊ່ວງນີ້ເສຖກິຈເຮົາບໍ່ດີປານໃດເດ້ ເຣື່ອງເງິນເຮົາກໍກັງວົນໜ້ອຍນຶ່ງ ເພາະວ່າລູກເຮົາກໍຍັງນ້ອຍຢູ່ເນາະ ໂຕນີ້ ຄວາມສຸຂປົກກະຕິ ກະປັ່ນຣົຖຖີບກັນ 4-5 ຄົນ ເຮົາໄປຫຼີ້ນຕອນເຊົ້າ ກະໄປຕາມປະສາ ເຮົາມັກຫຼີ້ນນີ້ແຫຼະ ເພາະວ່າມື້ເວລາພັກຜ່ອນເດ້ ພໍຕອນສວຍກໍກັບມັນຮ້ອນເດ້.”
ພ້ອມດຽວກັນີ້ ຄົນງານລາວ ທີ່ໄປເຮັດວຽກໃນໄທຍ ທ່ານນຶ່ງ ກໍກ່າວວ່າ ທີ່ຜ່ານມາ ກໍມີເຣື່ອງອຸກໃຈໃນເຣື່ອງວຽກງານ ໃນເວລາທີ່ຖືກນາຍຈ້າງຕໍາໜິ ເຣື່ອງການເຮັດວຽກ ແລະອຸກໃຈ ໃນການອາສັຍຢູ່ກັບຄົນຫຼາຍໆ ເຊິ່ງກໍຖືວ່າ ມີຄວາມວຸ້ນວາຍໃນຊີວິດ ບາງເທື່ອກໍຮູ້ສຶກທໍ້ໃຈ ແຕ່ລາວເອງກໍໍບໍ່ລືມທີ່ຈະຄິດເຖິງມຸມຂອງຄວາມສຸຂວ່າ ລາວມາເຮັດວຽກຫາເງິນ ສົ່ງໃຫ້ພໍ່ແມ່ຢູ່ຝັ່ງລາວໃຫ້ມີກິນມີໃຊ້ ເມື່ອພົບພໍ້ເຣື່ອງບໍ່ດີ ກໍຕ້ອງພຍາຍາມບໍ່ຄິດຫຼາຍ ກໍຈະຢູ່ຢ່າງມີຄວາມສຸຂໄດ້:
“ບາງເທື່ອເຮົາເຮັດງານຊິເນາະ ເຮົາເມື່ອຍ ເຮົາທໍ້າ ເຮົາຮູ້ສຶກວ່າ ເຮົາເຈິະອຸປະສັກຫຼາຍຢ່າງເນາະ ບາງທີການເຮັດວຽການ ມັນກະໂດນແນວນັ້ນແນວນີ້ເນາະ ຄັນເຮາຄິດ ເຮົາກໍເສົ້າ ເຮັດໃຫ້ເຮົາບໍ່ມີຄວາມສຸຂ ໃນການເຮັດວຽກ ໃນການໃຊ້ຊີວິດ ເຮົາແຄ່ປ່ອຍວາງ ແລ້ວກໍແລ້ວໄປຊິນ່າ ເຮົາກໍຕ້ອງອົດທົນໄປຊັ້ນລະ ອີກສ່ວນນຶ່ງ ກໍໃຫ້ທາງບ້ານ ການໃຫ້ທາງບ້ານ ເຮົາກໍມີຄວາມສຸຂເດ້ ເພິ່ນກໍມີຄວາມສຸຂໄດ້ຮັບຈາກເຮົາ ເຮົາກໍຈະມີຄວາມສຸຂຂຶ້ນສອງເທົ່າຫັ້ນນ່າ.”
ຂະນະດຽວກັນ ອະດີດຄຣູອາສາ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ທ່ານເອງ ກໍມີຄວາມສຸຂຫຼາຍຂຶ້ນ ພາຍຫຼັງລາອອກຈາກການເປັນຄຣູອາສາ ກໍມາເຮັດໄຮ່ເຮັດສວນ ຮັບຈ້າງທົ່ວໄປ ເຮັດໃຫ້ມີເງິນເກັບ ເງິນໃຊ້ ກວ່າການເປັນຄຣູອາສາ ເພາະຕອນເປັນຄຣູອາສາ ໃນໄລຍະ 8 ປີ ກໍຮູ້ສຶກອຸກໃຈຕລອດ ຍ້ອນວ່າ ບໍ່ໄດ້ໂກ່ຕ້າຣັຖກອນເທື່ອ ຈົນຕ້ອງຄິດເຖິງອານາຄົດໂຕເອງ ຕ້ອງເຮັດວຽກຫຍັງສັກຢ່າງ ໃຫ້ມີລາຍຮັບລ້ຽງຄອບຄົວ ເພາະການໃຊ້ຊີວິດເປັນຄຣູອາສາ ໂດຍບໍ່ມີເງິນເດືອນ ມັນພົບກັບຄວາມຫຍຸ້ງຍາກລໍາບາກ ເນື່ອງຈາກທຸກຢ່າງໃນຊີວິດຕ້ອງໃຊ້ຈ່າຍເງິນ ເຊັ່ນ ຄ່ານໍ້າມັນຣົຖ, ຄ່າອາຫານ ແລະຄ່າອື່ນໆ.
“ຕອນເຮົາຍັງເປັນຄຣູຢູ່ ເຮົາສອນເຮົາກໍມີແຕ່ຄຶດວ່າ ໂອ້ຍາມໃດນໍ້ເຮົາຊິໄດ້ໂຕເລຂຣັຖກອນ ສອນທຸກມື້ເນາະແລ້ວເຮົາບໍ່ມີເງິນເດືອນ ໄປທຸກມື້ ເຕີ່ມນໍ້າມັນຣົຖໄປ ເສັຍເງິນຫຼາຍ ບາດນີ້ເຮົາອອກ ເຮົາກໍໍບໍ່ໄດ້ຄິດຫຍັງຫຼາຍ ດຽວນີ້ກໍມີຄວາມສຸຂ ເຮັດສວນມັນຕົ້ນ ກໍບໍ່ກັງວົນ ແບບເຮົາເຮັດຫຍັງກໍໄດ້ ຫັ້ນນ່າເນາະ ໄປຮັບຈ້າງເຮັດນັ້ນເຮັດນີ້ນໍາເຂົາເຈົ້າກະໄດ້ຢູ່ຊີ້ນ່າ.”
ເນື່ອງໃນໂອກາດ ວັນແຫ່ງຄວາມສຸຂສາກົລນີ້ ເຈົ້າໜ້າທີ່ ວິຊາການ ດ້ານການແພດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ທີ່ຜ່ານມາປະເທດລາວ ຍັງບໍ່ເຫັນວ່າ ມີການເກັບກໍາຂໍ້ມູນ ຫຼືສໍາຣວດ ວ່າຊາວລາວ ພາກັນມີຄວາມສຸຂ ຫຼືຄວາມອຸກໃຈຫຼາຍກວ່າກັນ, ແຕ່ຈາກການປະເມີນເບື້ອງຕົ້ນ ຕາມສະພາບບັນຫາສັງຄົມ ໃນປັດຈຸບັນນີ້ ຊາວລາວຫຼາຍຄົນ ອາຈຕ້ອງມີຜົລກະທົບດ້ານຈິດໃຈຫຼາຍແນ່ນອນ ເພາະສະພາບເສຖກິຈລາວບໍ່ດີ ມີສະພາບເງິນກີບອ່ອນຄ່າ ແລະຄ່າຄອງຊີບແພງຂຶ້ນຫຼາຍເທົ່າ.
ຫຼາຍຄົນຕ້ອງດິ້ນຮົນຫາກິນ ຫາເງິນຍາກລໍາບາກກວ່າແຕ່ກ່ອນ ໂດຍສະເພາະ ຄົນທີ່ຫາເຊົ້າກິນຄໍ່າໃນໂຕເມືອງ ຢູ່ຍາກລໍາບາກ ສ່ຽງມີສຸຂພາບຈິດບໍ່ດີ ຫຼືມີຄວາມຄິດສະສົມທີ່ບໍ່ດີຫຼາຍແນ່ນອນ ສ່ວນຄົນທີ່ອາສັຍເຂດນອກ ເຖິງແມ່ນຈະບໍ່ມີເງິນ ກໍຍັງບໍ່ຫາກິນຕາມທັມມະຊາຕໄດ້.
“ໂຕນີ້ກະແນ່ນອນ ຜົລກະທົບຕໍ່ ຜູ້ມີລາຍຮັບໜ້ອຍແຫຼະ ດຽວນີ້ລາຍຈ່າຍມັນຄູນສອງແລ້ວເນາະ ເຄື່ອງຂອງຂຶ້ນໝົດ ຢູ່ໂຕເມືອງແທ້ໆ ຢູ່ບໍ່ໄດ້ແທ້ ຄັນວ່າຢູ່ຊົນນະບົດນີ້ ເຂົາເຈົ້າບໍ່ກ່ຽວກັບ ເຣື່ອງລາຍຮັບຫຼາຍດອກ ເຂົາເຈົ້າຈະຫາກິນຕາມທັມມະຊາຕ ຈະຢູ່ລອດໄດ້ ຢູ່ປະເທດລາວ ເຣື່ອງການສໍາຣວດວ່າ ຜູ້ໃດມີຄວາມສຸຂທໍ່ໃດທໍ່ໃດ ອັນນີ້ ຖືວ່າບໍ່ທັນຮູ້ຂ່າວ ວ່າມີເດ້.”
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ບັນຫາສະພາບຈິດໃຈຂອງຊາວລາວ ໃນໄລຍະເສຖກິຈບໍ່ດີນີ້ ເຊື່ອວ່າຫຼາຍຄົນ ໄດ້ຮັບຜົລກທົບທາງດ້ານຈິດໃຈແນ່ນອນ ເນື່ອງຈາກວ່າ ຕ້ອງດິ້ນຮົນຫາກິນຍາກລໍາບາກໜັກກວ່າເກົ່າ ຈົນບາງຄົນ ກໍລືມຄິດເຖິງຄວາມສຸຂຂອງໂຕເອງ ເພາະມົວແຕ່ຄິດເຣື່ອງຫາເງິນ, ເຣື່ອງວຽກ ແຕ່ທີ່ຜ່ານມາ ພາກຣັຖຍັງບໍ່ເຄີຍສໍາຣວດເຣື່ອງຄວາມສຸຂ ແລະຄວາມທຸກຂອງຊາວລາວເທື່ອ.
“ຂັ້ນເທິງເພິ່ນກໍບໍ່ໄດ້ເຮັດໃນເຣື່ອງນີ້ ບໍ່ໄດ້ເອົາລົງປະເມີນວ່າ ມັນມີຄວາມສຸຂແນວໃດ ເປັນຫຍັງຈັ່ງມີຄວາມທຸກຫັ້ນນ່າ ເຂົາກໍບໍ່ໄດ້ເຮັດ ເຣື່ອງສັງຄົມ ມັນມີຫຼາຍປັດຈັຍ ຄືເວົ້າເຣື່ອງເສຖກິຈເນາະ ເຣື່ອງເງິນເຣື່ອງຄໍາ ເຣື່ອງການຢູ່ ການກິນ ມັນກໍຝືດເຄືອງໝົດເດ້ ສະພາບຈິດໃຈມັນກໍມີບັນຫາ ຄັນຊິເວົ້າ ມັນຈະບໍ່ສະຫງົບຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເວົ້າໃນຖານະເປັນພະນັກງານຣັຖກອນ ທ່ານນຶ່ງ ສ່ວນໂຕທ່ານເອງ ກໍຢາກຈະອອກຈາກວຽກສັງກັດຣັຖ ກ່ອນກໍານົດກະສຽນ ໃນອີກ 3-4 ປີຂ້າງໜ້າ ເພາະທ່ານເອງກໍຢາກມີເງິນຈັກກ້ອນນຶ່ງ ຈະອອກໄປຫາຄວາມສຸຂແບບສງົບ ປູກຜັກ-ລ້ຽງສັດ ຢູ່ເຂດນອກ ບໍ່ຢາກໃຊ້ຊີວິດໃນເມືອງ ແລະບໍ່ຢາກໃຊ້ຊີວິດໃນສັງຄົມວຸ້ນວາຍ ເພາະມັນສົ່ງຜົລຕໍ່ສຸຂພາບຈິດໃຈເຊັ່ນກັນ ເຊິ່ງກໍບໍ່ແຕກຕ່າງຈາກຫຼາຍຄົນ.
ຢ່າງໃດກໍຕາມ ຊາວລາວຫຼາຍຄົນ ທີີ່ພົບຄວາມຫຍຸ້ງຍາກໃນຊີວິດໃນແຕ່ລະມື້ ແລະອີກຫຼາຍຄົນ ທີ່ຍັງຕ້ອງດິ້ນຮົນຫາເງິນ ເພື່ອລ້ຽງຄວາມຄອບຄົວ ເມື່ອມີມື້ພັກວຽກ ເຂົາເຈົ້າກໍບໍ່ລືມທີ່ຈະຫາຄວາມສຸຂໃຫ້ກັບຊີວິດໂຕເອງ ໃນຫຼາກຫຼາຍວິທີ ເພື່ອຜ່ອນຄາຍຈາກບັນຫາທີ່ພົບພໍ້ມາ ໃຫ້ຕົນເອງໄດ້ກໍາລັງໃຈສູ້ຕໍ່ໄປໃນມື້ໜ້າ.