ເກີດການປຸ້ນຈີ້, ຕິດຢາ ໃນສັງຄົມລາວ ຫຼາຍຂຶ້ນທຸກມື້

ມີບັນຫາຂີ້ລັກ, ປຸ້ນຈີ້ ແລະ ຢາເສບຕິດ ຫຼາຍຂຶ້ນ ຍ້ອນເສຖກິຈຝືດເຄືອງ ຂະນະທີ່ ຊາວລາວຫຼາຍຄົນ ຢາກໃຫ້ເຈົ້າໜ້າທີ່ ລົງໂທດຢ່າງຈິງຈັງ ຕໍ່ຜູ້ກະທໍາຜິດ ເນື່ອງຈາກ ຫຼາຍຄົນກະທຳຜິດຊ້ຳໆ ແລະການລົງໂທດ ກໍມີພຽງແຕ່ສຶກສາອົບຮົມ ຈຶ່ງເຮັດໃຫ້ບໍ່ຫຼາບຈຳ ກັບໄປສ້າງບັນຫາ ໃຫ້ສັງຄົມອີກ. ສຸພັດຕາ
2023.05.08
ເກີດການປຸ້ນຈີ້, ຕິດຢາ ໃນສັງຄົມລາວ ຫຼາຍຂຶ້ນທຸກມື້ ບັນຫາສັງຄົມ: ກຸ່ມຄົນຄ້າ-ຂາຍ, ມົ້ວສຸມ ເສບຢາເສບຕິດ ຢູ່ເຂດບ້ານ ຈຽງອິນ ແລະ ບ້ານຫົວຂົວ ເມືອງສິງ ແຂວງຫຼວງນ້ຳທາ ຖືກເຈົ້າໜ້າທີ່ຕຳຣວດຈັບ. ເດືອນມີນາ 2023.
ຂອບໃຈ ຮູບພາບຈາກ: ປກສ

ປັດຈຸບັນ ບັນຫາສັງຄົມ ແລະປະກົດການຫຍໍ້ທໍ້ ເກີດຂຶ້ນຫຼາຍ ແລະໜັກຂຶ້ນ ໂດຍສະເພາະ ມີຂີ້ລັກງັດແງະ ຮວມໄປເຖິງ ເຍົາວະຊົນຕິດຢາເສບຕິດ ກໍຫຼາຍຂຶ້ນ, ການປຸ້ນຈີ້ ລັກຣົຖຈັກ, ຊີງຊັບສິນ ເຄື່ອງມີຄ່າຕ່າງໆ ແລະກໍ່ອາສຍາກັມຕ່າງໆ.

ສາເຫດສ່ວນນຶ່ງ ເກີດຈາກເສຖກິຈລາວບໍ່ດີ, ຄ່າຄອງຊີບໃນລາວ ກໍສູງຂຶ້ນຕໍ່ເນື່ອງ ຫຼາຍຄົນ ຫາເງິນບໍ່ທັນໃຊ້ຈ່າຍ ຕ້ອງດິ້ນຮົນຫາເງິນແບບບໍ່ຖືກຕ້ອງ ບາງເທື່ອເຈົ້າໜ້າທີ່ ຈັບໄດ້ກໍມີພຽງແຕ່ ເຮັດບົດບັນທຶກສຶກສາອົບຮົມເທົ່ານັ້ນ ບໍ່ໄດ້ລົງໂທດຈິງຈັງ ຕໍ່ຜູ້ກະທໍາຜິດ.

ດັ່ງຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນ 8 ພຶສພາ ນີ້ວ່າ:

“ມີລັກຣົຖ ລັກຫຍັງບໍ ເອົາຣົຖຈອດໄວ້ນໍາຖນົນຫົນທາງ ນໍາຂົວ ນໍາຫຍັງກໍມີເອົາຢູ່ ເສຖກິຈບໍ່ດີທໍ່ໃດແຮງ ໂອ້ຫຼາຍເດ້ ກະຕິດຢາສ່ວນຫຼາຍ ພວກນີ້ມັນບໍ່ເຮັດບໍ່ສ້າງ ຄັນຊິເວົ້າແລ້ວ ມັນບຸກຄົນນ້ອຍໆ ອາຍຸ 14-15 ປີນີ້ເດ້ ໂຮງຮໍ່າໂຮງຮຽນມັນກໍບໍ່ເຂົ້າ ພວກຂ້າງເທິງ ຂະເຈົ້າ ກໍແກ້ໄຂບາງເທື່ອກະສຶກສາອົບຮົມ.”

ຂະນະທີ່ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ນອກຈາກບັນຫາດັ່ງກ່າວແລ້ວ ຍັງພົບວ່າ ມີພວກກຸ່ມຄົນລັກຣົຖຈັກ ຫຼາຍຂຶ້ນນໍາດ້ວຍ ເຊິ່ງຈະເຂົ້າມາປຸ້ນຈີ້ເອົາແບບງ່າຍໆ ໂດຍບໍ່ຢ້ານກົດໝາຍໃນລາວ ທ່ານເອງກໍເຄີຍເຈິະເທື່ອນຶ່ງ ຕອນໄລຍະເວລາ 5-6 ໂມງແລງ ເຂົ້າມາຮ້ອງບອກໃຫ້ຈອດຣົຖ ແຕ່ທ່ານກໍບໍ່ໄດ້ຈອດ ໂຊກດີ ທີ່ກຸ່ມຄົນບໍ່ດີພວກນັ້ນ ບໍ່ໄດ້ທໍາຮ້າຍຮ່າງກາຍຄືຄົນອື່ນ ທີ່ພົບພໍ້ ເພາະຕົນເອງ ຮີບຂັບຣົຖຢ່າງໄວ ເຂົ້າໄປໃນເຂດຊຸມຊົນ ຖ້າຢູ່ໃນທີ່ປ່ຽວ ທ່ານເອງກໍຄົງຈະຖືກປຸ້ນຈີ້ ແລະຖືກທໍາຮ້າຍຮ່າງກາຍໄດ້ງ່າຍ:

“ຫຼາຍແທ້ໆກໍບໍ່ແມ່ນ ອັນພວກແກ໊ງລັກຣົຖຫັ້ນແຫຼະ ດຽວນີ້ຄືວ່າພິລຶກທ້ ຄືວ່າລັກແບບງ່າຍໆຫັ້ນນ່າ ເຈິະເທື່ອນຶ່ງແລ້ວເດ້ ປະມານ 5-6 ໂມງແລງ ຈີ້ກັນຢູ່ຕາມທາງຫັ້ນເລີຍນ່າ ແບບເຂົາບໍ່ຢ້ານເລີຍນ່າເນາະ ເຈົ້າໜ້າທີ່ຫັ້ນນ່າ ບາງຄັ້ງເຂົາກໍບໍ່ຊ່ວຍໄດ້ ເສຖກິຈນີ້ແລ້ວ ຄ່າຄອງຊີບຫັ້ນຂຶ້ນ ແລ້ວຫາເງິນຫັ້ນຫາຍາກ ຢາກເຂົາຫັ້ນຈັບໄດ້ໄວໆແນ່ແຫຼະ ນັບມື້ນັບຫຼາຍເດ້.”

ຊາວລາວທ່ານດັ່ງກ່າວນີ້ ໄດ້ກ່າວຕື່ມອີກວ່າ ແລະຖ້າເຈົ້າໜ້າທີ່ ຈັບພວກຂີ້ລັກໄດ້ ກໍບໍ່ລົງໂທດຈິງຈັງ ຈັບເຂົ້າສູນດັດສ້າງ ເພາະພຽງແຕ່ ພໍ່ແມ່ຜູ້ກະທໍາຜິດຈ່າຍເງິນໃຫ້ ເຈົ້າໜ້າທີ່ກໍປ່ອຍໂຕອອກມາແລ້ວ ມັນເລີຍເປັນປະກົດການຫຍໍ້ທໍ້ໃນສັງຄົມຢູ່ນີ້.

“ຕ້ອງເອົາໄປອັນນັ້ນດັດສ້າງ ເອົາໄປດັດສັນດານເຂົາຫັ້ນແຫຼະເນາະ ເຂົາເຈົ້າຈະມີເຂັດຫຼາບ ອັນສ່ວນຫຼາຍ ທຸກມື້ທັນໜັກໜ່ວງຫັ້ນ ແບບວ່າ ແກ໊ງລັກຣົຖນີ້ເນາະ ເຈົ້າໜ້າທີ່ຈັບໄດ້ ບາດນີ້ລະເຂົາພົວພັນພໍ່ແມ່ ເອົາເງິນເອົາຄໍານີ້ໄປໃຫ້ເຈົ້າໜ້າທີ່ ເຈົ້າໜ້າທີ່ກໍປ່ອຍມາຈັ່ງຊີ້ນ່າ ເຄິີຍເຫັນແລ້ວໂຕນີ້ຫັ້ນນ່າ.”

ຂະນະດຽວກັນ ເຈົ້າໜ້າທີ່ຂັ້ນບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມນີ້ ເກີດຂຶ້ນຫຼາຍ ບໍ່ແມ່ນແຕ່ໃນເຂດໂຕເມືອງ ເຂດນອກຊົນນະບົດ ກໍມີເຊັ່ນກັນ.

ສ່ວນໃຫຍ່ຈະພົບບັນຫາພວກຂີ້ລັກງັດແງະ ເຈົ້າໜ້າທີ່ກໍມີພຽງແຕ່ ສຶກສາອົບຮົມເທົ່ານັ້ນ ແລ້ວເຂົາເຈົ້າ ກໍກັບໄປເປັນຂີ້ລັກອີກຄືເກົ່າ ບາງຄົນຕິດຢາ ທໍາຮ້າຍພໍ່ແມ່ກໍມີ.

ທາງທີ່ດີຈະແກ້ໄຂໄດ້ ຈະຕ້ອງຈັບພວກເຂົາເຈົ້າເຂົ້າສູນດັດສ້າງ ແຕ່ວ່າ ການຈະຈັບເຂົ້າສູນດັດສ້າງ ກໍຕ້ອງໄດ້ໃຊ້ເງິນອີກ ເຈົ້າໜ້າທີ່ກໍມີພຽງແຕ່ໄດ້ສຶກສາອົບຮົບເທົ່ານັ້ນ ຈຶ່ງເປັນບັນຫາ ທີ່ຣັຖບານຈະຕ້ອງແກ້ໄຂ.

“ມີໆ ລັກແງະ ລັກເລັກໜ້ອຍຫັ້ນນ່າ ລັກເປັນເປັດເປັນໄກ່ ໄປຊັ້ນນ່າ ພວກນີ້ ພໍ່ແມ່ບໍ່ຢາກເອົາຫົວໃສ່ ໃຈໃສ່ຊານ່າ ພວກນີ້ຕິດຢາເສບຕິດຫັ້ນແຫຼະ ສເນີທາງຂັ້ນເທິງ ເພິ່ນກະສຶກສາອົບຮົມຈັ່ງຊັ້ນນ່າ ກະຍັງເຮັດຄືເກົ່າຢູ່ ເອີ່ຕ້ອງເອົາໄປດັດສ້າງຫັ້ນແລ້ວ ມັນຈັ່ງໄດ້ ມັນຕອບສນອງບໍ່ໄດ້ ເພາະມັນຕ້ອງການເງິນພະວ່າຊີ້.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ຕໍາຣວດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມນີ້ ທາງກອງປະຊຸມຣັຖບານລາວ ປະຈໍາເດືອນເມສາ ຕົກລົງ ຈະຈັດຕັ້ງປະຕິບັນຄໍາສັ່ງ ເລຂທີ 27/ນຍ ວ່າດ້ວຍການເພີ່ມທະວີ ການສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທ້າໃນສັງຄົມລາວຢູ່.
ເພາະປັດຈຸບັນ ມີລັກສະນະເພີ່ມຂຶ້ນ ແລະຮ້າຍແຮງກວ່າເກົ່າ ແບບບໍ່ຢ້ານກົວຕໍ່ກົດໝາຍບ້ານເມືອງ ເບື້ອງຕົ້ນ ຣັຖບານ ກໍຈະສຸມໃສ່ໃຫ້ເຈົ້າໜ້າທີ່ຂັ້ນບ້ານ, ເຈົ້າໜ້າທີ່ກອງຫຼອນບ້ານ ໃຫ້ເຂັ້ມງວດກວດກາເອົາໃຈໃສ່ເພີ່ມຕື່ມ ຮວມເຖິງໃຫ້ທຸກຄົນມີສ່ວນຮ່ວມ ເປັນຫູເປັນຕາຊ່ວຍກັນ ນໍາດ້ວຍ ບໍ່ຫວັງແຕ່ຈະເພິ່ງພາເຈົ້າໜ້າທີ່ ແຕ່ຢ່າງດຽວ ເພາະການຕິດຕັ້ງກ້ອງວົງຈອນປິດໃນລາວ ກໍຍັງບໍ່ທົ່ວເຖິງ ຍ້ອນບໍ່ມີງົບປະມານ ເຊິ່ງກໍເຮັດໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເຮັດວຽກຍາກຢູ່ລະດັບນຶ່ງ ທີ່ຜ່ານມາ ຣັຖບານກໍຕິດຕັ້ງກ້ອງວົງຈອນປິດ ສະເພາະບ່ອນສະຖານທີ່ ທີ່ຈໍາເປັນ ເຊັ່ນ ສີ່ແຍກ, ສາມແຍກ ແລະສະຖານອາຄານ ບ່ອນທີ່ເປັນຈຸດສໍາຄັນເທົ່ານັ້ນ.

“ເຮົາໃສ່ແຕ່ບ່ອນຈໍາເປັນ ແລະບ່ອນທີ່ມີຄວາມຕ້ອງການສູງ ທາງແຍກ ທາງຮ່ອມມີຢູ່ ທາງໃຫຍ່ ທາງຂຶ້ນຂົວມີຢູ່ ອົງການສໍາຄັນ ງ່າຍໆສາ ງົບປະມານເຮົາບໍ່ຫຼາຍນ່າ ແຕ່ເຮົາກໍເພີ່ມທະວີ ເອົາໃນໃສ່ຊ່ວງນີ້ ມັນກໍມີໜ່ວຍງານ ປກຊ ເນາະ ແລະກະລູກບ້ານເຄື່ອນໄຫວ ສາລາເວ ປະຈໍາການປົກກະຕິຫັ້ນແຫຼະ ໃຫ້ມີສ່ວນຮ່ວມ ບໍ່ແມ່ນແຕ່ມອບໃຫ້ກອງກໍາລັງຂອງເຮົາ.”

ຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຣວດ ທ່ານດັ່ງກ່າວນີ້ ຍັງກ່າວມ້ວນທ້າຍວ່າ ຖ້າເຈົ້າໜ້າທີ່ຈັບພວກຂີ້ລັກງັດແງະໄດ້ ກໍຕ້ອງເບິ່ງເຖິງຄວາມຜິດ ວ່າລັກເຄື່ອງໜ້ອຍຫຼາຍປານໃດ ຖ້າລັກພຽງເລັກໜ້ອຍ ກໍມີພຽງແຕ່ສຶກສາອົບຮົມຜູ້ກະທໍາຜິດເທົ່ານັ້ນ ບໍ່ເຖິງຂັ້ນດໍາເນີນຄະດີ ແຕ່ຖ້າເຄື່ອງທີ່ລັກເປັນເຄື່ອງທີ່ມີມູນຄ່າສູງ ຄວາມຜິດໃຫຍ່ຕາມ ເຖິງຂັ້ນຕ້ອງຈັບໄປດັດສ້າງ ດັດສ້າງ ແລະດໍາເນີນຄະດີຕາມກົດໝາຍ.

ໃນປີ 2022 ທີ່ຜ່ານມາ ນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 1,692 ເຣື່ອງ ໂດຍສະເພາະ ເຣື່ອງການລັກຣົຖຈັກ ເກືອບ 1,200 ຄັນ, ຣົຖໃຫຍ່ 9 ແລະການລັກຊັບ ເຄື່ອງມີຄ່າ ທີ່ຮວມມູນຄ່າ ເສັຍຫາຍທັງໝົດ ຈໍານວນ 9.8 ຕື້ປາຍກີບ ເປັນເຣື່ອງທີ່ເກີດຂຶ້ນຫຼາຍໃນສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.