ໂຄວິດ-19 ຣະບາດ, ເຮັດໃຫ້ຄົນລາວ ມີຄວາມສຸກ ຫລຸດລົງ

ຈຳປາທອງ
2022.03.17
ໂຄວິດ-19 ຣະບາດ, ເຮັດໃຫ້ຄົນລາວ ມີຄວາມສຸກ ຫລຸດລົງ ບັນດາຊາວພຸທລາວ ພວມຕັກບາດບຸນທາດຫຼວງ ໃນຍາມເຊົ້າ ຂອງມື້ຂຶ້ນ 15 ຄ່ຳເດືອນ 12 ພ.ສ 2564 (ເດືອນພຶສຈິກາ ປີ 2021).
RFA

ໃນໂອກາດ ວັນແຫ່ງຄວາມສຸກສາກົລ ວັນທີ 20 ມິນານີ້ ເຊື້ອໂຄວິດ-19 ຍັງຣະບາດ ທີ່ເຮັດໃຫ້ເສຖກິຈຕົກຕໍ່າ, ການໄປມາຫຍຸ້ງຍາກ, ການທໍາມາຫາກິນລໍາບາກ.

ສໍາລັບແພດ ແລະໝໍ ໃນໄລຍະໂຄວິດ-19 ຣະບາດຢູ່ນີ້ ກໍຫາຄວາມສຸກທາງກາຍໄດ້ຍາກ, ແຕ່ກໍມີຄວາມພາກພູມໃຈ ທີ່ໄດ້ຊ່ອຍປິ່ນປົວ ຜູ້ຄົນໃຫ້ຫລຸດພົ້ນຈາກເຊື້ອນີ້ ແລະໄດ້ຊ່ອຍປິ່ນປົວຄົນເຈັບປ່ວຍ ຍ້ອນພະຍາດຕ່າງໆ ຮວມທັງຊ່ອຍແມ່ຍິງຖືພາ ແລະເກີດລູກ ຊຶ່ງກໍມີຄວາມສຸກ ເວລາທີ່ເຫັນພວກຄົນທີ່ຕົນໄດ້ຊ່ອຍມີຄວາມປອດພັຍ ເຖິງແມ່ນວ່າວຽກນັ້ນ ຈະເປັນວຽກທີ່ອັນຕະລາຍ ແລະເຮັດໃຫ້ອິດເມື່ອຍກໍຕາມ.

ເວົ້າສະເພາະຢູ່ໂຮງໝໍແມ່ ແລະເດັກໜອງພະຍາ ໃນນະຄອນຫລວງວຽງຈັນ ໃນສອງປີຜ່ານມານີ້ ແພດ ແລະໝໍ ທີ່ໄດ້ປິ່ນປົວຄົນເຈັບປ່ວຍ ແລະເອົາແມ່ຍິງອອກລູກໄດ້ປະມານ 300 ຄົນ. ໃນນັ້ນຜູ້ເປັນແມ່ບາງຄົນກໍຕິດເຊື້ອໂຄວິດ-19, ຈໍາເປັນຕ້ອງໃດ້ເບິ່ງແຍງລູກແທນໃຫ້ເຖິງ 14 ມື້. ແຕ່ເມື່ອເຫັນພວກເຂົາເຈົ້າແຂງແຮງ ກໍມີຄວາມສຸກ, ອີງຕາມຄໍາເວົ້າຂອງທ່ານໝໍ ຜແນກປະສູດຢູ່ໂຮງໝໍນີ້ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 17 ມິນານີ້.

ຕອນເກີດຫັ້ນ ໃນພວກທີ່ແມ່ຕິດເຊື້ອໂຄວິດ-19 ຫັ້ນ ນາຍໝໍກໍໄດ້ເອົາເດັກນ້ອຍມາລ້ຽງ ກໍຜູກພັນ ບໍ່ເຄີຍເຮັດກໍໄດ້ເຮັດ ເວົ້າເຣື່ອງຈຈັນຍາບັນ ເຣື່ອງມະນຸສທໍາ ເຮັດໄປກໍມີຄວາມຮັກແພງ ຄອບຄົວເຂົາເຈົ້າກໍດີໃຈ ຈັ່ງເພາະວ່າ ຄິດວ່າຢ້ານໝໍລັງກຽດມິຫຍັງຫັ້ນນະ ແຕ່ສຸດທ້າຍທິມງານກໍວ່າບໍ່ໄດ້ຖືກຫຍັງ ເພາະວ່າເປັນແມ່ຍິງຖືພາ ເຖິງຈະຕິດໂຣກໂຄວິດ ຍັງມີອາການ ເຮົາກໍຊ່ວຍເກີດໄດ້.”

ເຈົ້າໜ້າທີ່ຂແນງສຶກສາທິການ ແລະກິລາ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ ຂແນງການນີ້ ກໍເປັນອີກຂແນງການນຶ່ງ ທີ່ມີຄວາມຫຍຸ້ງຍາກ ສັບສົນ ເງິນເດືອນໜ້ອຍ ແລະການເລື່ອນຊັ້ນ ເລື່ອນຕໍາແໜ່ງກໍຍາກ ເຮັດໃຫ້ໃຫ້ຫລາຍຄົນອອກການ ໄປເຮັດວຽກອື່ນ. ຄຣູຜູ້ນຶ່ງ ອາຍຸ 58 ປີ ເຮັດວຽກມາໄດ້ 20 ປີປາຍແລ້ວ ກໍຍັງບໍ່ໄດ້ເລື່ອນຊັ້ນ, ທູກມື້ນີ້ໄດ້ແຕ່ລໍຖ້າຮອດອາຍຸກະສຽນ ທີ່ຈະໄດ້ພັກຜ່ອນຫາຄວາມສຸກໃນຄອບຄົວ.

ດັ່ງທີ່ທ່ານກ່າວວ່າ:

ກໍພັກ ຜ່ອນຢູ່ບ້ານໄປຮົ້ວໄປາສນຫັ້ນແຫລະ ອັນນ່າ... ເພິ່ນປະກາດ ຜັດປ່ຽນປະຈໍາການນີ້ ກໍໄດ້ປ່ຽນກັນໄປແຫລະ ໄດ້ພັກຜ່ອນຢູ່ນໍາສວນນໍາໄຮ່ ໄປສວນຫັ້ນແຫລະ ມີດິນດອນມີໄຮ່ມີນາຢູ່ສວນຕື່ມກຫັ້ນແຫລະ ຖ້າທຽບໃສ່ແຕ່ເງິນເດືອນ ຄືເຮົາຮູ້ຫັ້ນແຫລະ ສະພາບເສຖກິຈບ້ານເຮົານ່າ ຕ້ອງເຮັດຈັ່ງຊັ້ນເພີ່ມຄວາມສຸກຄອບຄົວຫັ້ນແຫລະ.

ນັກສຶກສາປີທີ 4 ຄະນະວິທຍາສາດສິ່ງແວດລ້ອມ ທີ່ມະຫາວິທຍາລັຍແຫ່ງຊາດລາວເວົ້າວ່າ ໃນປີນີ້ ພາຍຫລັງຝຶກງານແລ້ວ ກໍມີຄວາມກັງວົນໃຈ ທີ່ຈະຕ້ອງໄດ້ໄປເລາະສມັກເຮັດວຽກ ຕາມສໍານັກງານອົງການຂອງຣັຖ ຂອງເອກຊົນ ແລະອົງການຈັດຕັ້ງສາກົລ. ແຕ່ໃນໄລຍະທີ່ໂຄວິດ-19 ຍັງຣະບາດຢູ່ນີ້ ກໍບໍ່ມີຄວາມຫວັງທີ່ຈະໄດ້ເຮັດວຽກ ຍ້ອນບໍ່ມີສໍານັກງານອົງການ ຫລືບໍຣິສັດໃດເປີດຮັບພະນັກງານເພີ່ມ ຂະນະທີ່ມີຄົນຫວ່າງງານຫລາຍຂຶ້ນ. ແຕ່ຄວາມສຸກຂອງຕົນ ກໍຫາໄດ້ຈາກການຄົ້ນຄວ້າ ອ່ານໜັງສຶຫາຄວາມຮູ້ເພີ່ມຕື່ມ. ແລະຄວາມສຸກເລັກໆນ້ອຍໆ ອີກແນວນຶ່ງ ກໍແມ່ນໄດ້ອອກໄປທ່ຽວ ແບບທໍາມະຊາດ.

ດັ່ງທີ່ລາວເວົ້າວ່າ:

ຄືຫາຄວາມສຸກງ່າຍໆ ຄືອອກໄປທ່ຽວທາງນອກແບບທັມຊາດຈັ່ງຊັ້ນຫັ້ນນ່າ ແຕ່ດຽວນີ້ ມັນໄປບໍ່ໄດ້ແລ້ວຕັດອອກເລີຍ ຄວາມສຸກທາງນັ້ນນ່າ. ມີແຕ່ຄວາມສຸກ ກໍລົມໝູ່ແຊັດຫາໝູ່ ໂທຫລີ້ນນໍາໝູ່ ຟັງເພັງ ຂຽນບົດ ອ່ານໜັງສື ເພາະວ່າດຽວນີ້ອອກໄປນອກ ກໍບໍ່ໄດ້ແລ້ວຫັ້ນນ່າ. ຄວາມສຸກນ້ອຍໆຫັ້ນ ລົມໝູ່ລົມນໍາພໍ່ແມ່ຈັ່ງຊັ້ນຕອນແລງມາ ໂທຫາເພິ່ນ.

ແມ່ຍິງລາວຜູ້ນຶ່ງ ອາຍຸ 28 ປີຈາກແຂວງຈໍາປາສັກ ທີ່ໄປຢູ່ໄທຍນໍາຜົວເພື່ອຢາກເຮັດວຽກ ມາໄດ້ 10 ປີປາຍ ຍ້ອນຢູ່ລາວຫາວຽກເຮັດບໍ່ໄດ້. ປັດຈຸບັນ ນາງບໍ່ມີວຽກເຮັດ ຍ້ອນບໍ່ມີໜັງສື, ໄດ້ໃຊ້ແຕ່ເງິນນໍາຜົວ. ແຕ່ເຖິງຢ່າງໃດກໍຕາມ ນາງກໍເວົ້າວ່າ ການມີຄູ່ຊີວິດທີ່ຄອຍຢູ່ຄຽງຂ້າງໃນຍາມທຸກ ກໍຄືຄວາມສຸກ ທີ່ຫາໄດ້ບໍ່ຍາກໃນທຸກມື້.

ດັ່ງທີ່ນາງເວົ້າວ່າ:

ຄວາມສຸກນີ້ ຜົວ ລາວສົ່ງໃຫ້ແມ່ ຕະກີ້ນີ້ຢູ່ບ້ານ ກໍມີແຕ່ເງິນຜົວ ເພິ່ນດີເດ໋ ເພິ່ນສົ່ງເງິນໃຫ້ພໍ່ໃຫ້ແມ່ ໃຫ້ລູກໃຫ້ຫຍັງຫັ້ນນ່າ ຂ້ອຍມີລູກແລ້ວເດ໋ ຖ້າເງິນຜົວອອກ ຖ້າໄດ້ເຮັດງານໃໝ່ເດ໋.

ຄົນນໍາທ່ຽວຢູ່ແຂວງຫລວງພຣະບາງຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 17 ມິນານີ້ວ່າ ປັດຈຸບັນ ຕົນມີລາຍໄດ້ຫລຸດລົງ 5 ລ້ານກີບຕໍ່ອາທິດ ຍ້ອນວ່າ ໃນປັດຈຸບັນຈະມີແຕ່ລາຍໄດ້ ຈາກນັກທ່ອງທ່ຽວລາວ ໃນທຸກວັນເສົາແລະວັນອາ ທິດເທົ່ານັ້ນ. ນັກທ່ອງທ່ຽວຕ່າງປະເທດ ແທບວ່າຈະບໍ່ເຫັນເລີຍ. ເຖິງແມ່ນລາຍໄດ້ລຸດລົງ ຕິດຕໍ່ກັນມາເປັນເວລາ 2 ປີແລ້ວ ແຕ່ຕົນກໍຍັງມີກໍາລັງໃຈທີ່ຈະສູ້ຊີ ວິດຢູ່ຕໍ່ໄປ ມີຄວາມສຸກໃນແຕ່ລະມື້ ທີ່ເຫັນຄອບຄົວກິນເຂົ້າ ແລະຢູ່ພ້ອມໜ້າພ້ອມຕາກັນ.

ຄອຍຄົວຫັ້ນແຫລະ ແບບເປັນແນວນີ້ ຈັ່ງວ່າຄອບ ຄົວ ເຮົາກໍບໍ່ໄດ້ໄປຫາເງິນຈາກຕ່າງຖິ່ນຕ່າງແດນ ຈັ່ງຊີ້ເຮົາໄດ້ຢູ່ຮ່ວມກັນ ເຫັນໜ້າກັນກິນເຂົ້າກິນຊ້າອີ່ຫຍັງຍໍາກັນ ຄືໄດ້ຢູ່ຮ່ວມກັນນັ້ນແຫລະ ໄດ້ເຫັນໜ້າກັນທຸກມື້ ຄືຕອນແລງຈັ່ງໄປແລ່ນຫລີ້ນ ໄປຫຍັງ.

ແລະເຈົ້າຂອງຮ້ານອາຫານຜູ້ນຶ່ງ ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ກໍເວົ້າໃນມື້ດຽວກັນນີ້ວ່າ ສົງຄາມລະຫວ່າງຣັດເຊັຽ ແລະ ຢູເຄຣນ ເຮັດໃຫ້ລາຄາຄານໍ້າມັນເຊື້ອເພີງທົ່ວໂລກ ຮວມທັງຢູ່ໃນປະເທດລາວແພງຂຶ້ນ, ຄ່າອາຫານກໍແພງຂຶ້ນ, ຈໍານວນລູກຄ້າຫລຸດລົງ. ຮ້ານອາຫານໄດ້ລູກຄ້າ ສ່ວນຫລາຍເປັນລູກຄ້າປະຈໍາ ແຕ່ກໍຍັງມີຄວາມສຸກຢູ່.

ດັ່ງທີ່ທ່ານກ່າວວ່າ:

ຄັນ ວ່າແບບວ່າ ຄວາມສຸກຄັນວ່າ ໄປປຽບທຽບໃສ່ກິຈການ ກໍຈະແມ່ນລູກຄ້າແຫລະ ຄັນວ່າເຮົາມີລູກຄ້າປະຈໍາຫັ້ນ ມາຫາເຮົາແບບວ່າ ຊ່ວງມີວິກິດຫຍັງ ກໍຍັງມາຫາເຮົາ ມັນກໍຄືຄວາມສຸກຂອງເຮົາອັນນຶ່ງ ຄັນເຮົາເຮັດວຽກໃນຈຸດນີ້ຫັ້ນນ່າ.

ສະຫະປະຊາຊາດ ໄດ້ມີມະຕິ ຖືເອົາວັນທີ 20 ມິນາຂອງແຕ່ລະປີ ເປັນວັນແຫ່ງຄວາມສຸກສາກົລ ເພື່ອເສີມສ້າງຄວາມສຸກຂອງທຸກຄົນແລະມອບຄວາມສຸກໃຫ້ຜູ້ອື່ນ. ສະຫະປະຊາຊາດ ກໍໄດ້ຮຽກຮ້ອງໃຫ້ແຕ່ລະປະເທດ ສົ່ງເສີມນະໂຍ ບາຍສາທາຣະນະ ໂດຍມຸ້ງເປົ້າໄປທີ່ການຈະເຣີນເຕີບໂຕທາງດ້ານເສຖກິຈ.

World Population Review ຣາຍງານປະຈໍາປີ 2021 ກ່ຽວກັບດັສນີຄວາມ ສຸກຂອງປະຊາຊົນຢູ່ປະເທດລາວວ່າ ປະເທດລາວ ເປັນປະເທດທີ່ມີຄວາມສຸກຢູ່ໃນອັນດັບທີ 98 ໃນຈໍານວນປະເທດທີ່ໄດ້ສໍາຣວດທັງໝົດ 146 ປະເທດໃນໂລກຄືມີຄ່າ ດັດສະນີຄວາມສຸກ ຢູ່ທີ່ 5.03 ໝາຍຄວາມວ່າ ເພີ່ມຂຶ້ນຈາກຄ່າດັດສະນີຄວາມສຸກໃນປີ 2020 ທີ່ໄດ້ 4.89.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.