ຮ້ານບັນເທີງແຫ່ງນຶ່ງ ຢູ່ເມືອງຕົ້ນເຜິ້ງ ເປີດເກີນເວລາ, ມົ້ວສຸມຢາເສບຕິດ

ຮ້ານບັນເທີງ 198KTV ທີ່ເຈົ້າໜ້າທີ່ກວດພົບວ່າ ເປີດເກີນເວລາ ແລະພົບມີຜູ້ໃຊ້ບໍການເສບສິ່ງເສບຕິດ ໂດຍສະເພາະຊາວຈີນ 29 ຄົນ.
ຮ້ານບັນເທີງ 198KTV ທີ່ເຈົ້າໜ້າທີ່ກວດພົບວ່າ ເປີດເກີນເວລາ ແລະພົບມີຜູ້ໃຊ້ບໍການເສບສິ່ງເສບຕິດ ໂດຍສະເພາະຊາວຈີນ 29 ຄົນ. (ຮູບພາບຈາກ: ນັກຂ່າວພົລເມືອງ/ຊາວບ້ານ)

0:00 / 0:00

ໃນວັນທີ 11 ມີນາ ເວລາ 2 ໂມງ 10 ນາທີ ກາງຄືນ ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ສົມທົບກັບ ປກສ ກຸ່ມບ້ານສີບຸນເຮືອງ ແລະ ປກສ ບໍຣິການປະຊາຊົນ, ໜ່ວຍແກ້ໄຂປະກາດການຫຍໍ້ທໍ້ ກຸ່ມຕົ້ນເຜິ້ງ ໄດ້ລົງ ກວດກາພັບ ຫລື ສະຖານທີ່ບັນເທີງ 198KTV ຢູ່ເຂດບ້ານພຽງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພົບເຫັນຜູ້ນໍາໃຊ້ບໍຣິການຫລິ້ນເກີນໂມງ ແລະ ມົ່ວສຸມ ສິ່ງເສບຕິດຈໍານວນ 198 ຄົນ ເປັນຄົນຕ່າປະເທດ 30 ຄົນ ໃນນີ້ເປັນຄົນຈີນ 29 ຄົນ ແລະ ຄົນໄທຍ 1 ຄົນ ຂະນະດຽວກັນ ກໍໄດ້ກວດກາ ຫາ ສານເສບຕິດ ພົບຜູ້ມີສານເສບຕິດ ຢູ່ໃນຮ່າງກາຍ 92 ຄົນ ເປັນເພດຍິງ 41 ຄົນ ໃນນີ້ຄົນຕ່າງປະເທດ 14 ຄົນ ເປັນຄົນຈີນ 13 ຄົນ ແລະ ຄົນໄທຍ 1 ຄົນ. ສໍາລັບ ສະຖານທີ່ບັນເທີງ 198KTV ຢູ່ເຂດບ້ານພຽງງາມ ເມືອງຕົ້ນເຜິ້ງ ເປັນສະຖານບັນເທີງ ຂນາດນ້ອຍ ເຊັ່ນດຽວກັບສະຖານບັນເທີງອ້ອມຂ້າງອີກ 2-3 ແຫ່ງ. ສະຖານບັນເທີງຂນາດໃຫຍ່ ສ່ວນຫລາຍເປັນຂອງນັກລົງທຶນ ຊາວຈີນ ແລະ ຕັ້ງຢູ່ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທັງນີ້ ບໍ່ວ່າຈະເປັນສະຖານບັນເທີງໃດ ຜູ້ໃຊ້ບໍຣິການສ່ວນຫລາຍ ເປັນຊາວຈີນ ຫລາຍກ່ວາຊາວລາວ ແລະ ຊາວໄທຍ ເນຶ່ອງຈາກການທ່ອງທ່ຽວໃນລັກສະນະດັ່ງກ່າວນີ້ ມີຄ່າໃຊ້ຈ່າຍຂ້ອນຂ້າງສູງ, ດັ່ງ ຊາວບ້ານຢູ່ ບ້ານພຽງງາມ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ມີນາ 2023 ນີ້ວ່າ:

“ສີບຸນເຮືອງ ມັນເປັນຂ່າວທີ່ວ່າຫລິ້ນມົ່ວສຸມ ຢາເສບຕິດ ກໍມີຢູ່ ມີບາງສ່ວນ ກໍບໍ່ຫລາຍນ່າ ສະຖານທີ່ບັນເທີງ ກໍບໍ່ໄດ້ຫລາຍດອກ ມີຢູ່ 2-3 ບ່ອນ ສ່ວນຫລາຍກໍເປັນຂອງຄົນຈີນຫັ້ນແຫລະ ມັນມີຫລາຍຢູ່ນ່າ ກໍມີຢູ່ໃນກາສິໂນ ຂ້າງນອກກໍມີ ແຕ່ມັນບໍ່ໄດ້ໃຫຍ່ ເຫມືອນຢູ່ກາສິໂນພຸ້ນນ່າ ກໍສ່ວນຫລາຍກໍເປັນຈີນຫັ້ນແຫລະ ແລ້ວກໍມີລາວ ລາວກໍມີ ສ່ວນຫລາຍລາວກໍບໍ່ເງິນໄປຫລີ້ນ ມີແຕ່ຄົນຈີນພຸ້ນນ່າ.”

ກ່ຽວກັບເຣຶ່ອງນີ້, ໃນຕອນເຊົ້າຂອງວັນທີ 13 ມີນາ 2023 ທາງດ້ານເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ກໍໄດ້ສົບທົບກໍາລັງ ກັບ ຫ້ອງການຖແຫລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມ ເມືອງຕົ້ນເຜິ້ງ ເພື່ອດໍາເນີນການສຶກສາ ອົບຣົມຜູ້ທີ່ມົ່ວສຸມຢາເສບຕິດ ໃຫ້ຮັບຮູ້ ກ່ຽວກັບຜົລຮ້າຍຂອງສິ່ງເສບຕິດ ແລະ ບໍ່ໃຫ້ຫຍຸ້ງກ່ຽວ ພົວພັນກັບບັນຫາ ສິ່ງເສບຕິດທຸກປະເພດ ບໍ່ວ່າຈະເປັນການຊື້-ການຂາຍ ,ການເສບ,ການນໍາເຂົ້າ-ສົ່ງອອກ ຫລື ອໍານວຍຄວາມສະດວກ ໃຫ້ບຸກຄົນອື່ນຢ່າງເດັດຂາດ.ແຕ່ຢ່າງໃດກໍຕາມ ຄົນລາວຈໍານວນຫລາຍ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການ ຕໍ່ຜູ້ກະທໍາຄວາມຜິດ ທີ່ຫລາຍກ່ອນ ການສຶກສາອົບຣົມ ເປັນຕົ້ນ ປັບໄຫມ, ຕັດສິນຈໍາຄຸກ, ແລະ ດໍາເນີນການສົ່ງຜູ້ກ່ຽວກັບຄືນປະເທດ ຢ່າງຈິງຈັງຕໍ່ທຸກກໍຣະນີ.

ດັ່ງ ຊາວບ້ານ ຢູ່ບ້ນພຽງງາມ ເມືອງຕົ້ນເຜິ້ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ບາງທີເຂົາກໍຢາກກັກຂັງໄວ້ ອາທິດນຶ່ງ ຫລືວ່າເດືອນນຶ່ງ ບາງທີກໍບໍ່ຂັງ ບາງທີກໍສົ່ງໄປ ເພິ່ນກໍອົບຣົມ ອົບຣົມແລ້ວກໍສົ່ງກັບ ແຕ່ວ່າຄົນຈີນນີ້ ຂ້ອຍກໍບໍ່ຮູ້ຄືກັນ ແຕ່ວ່າ ບາງທີ່ເຂົາກໍເຮັດຕາມກົດໝາຍ ບາງທີ່ຄົນໄທຍເຂົາກໍເຮັດຄືກັນຫັ້ນນ່າ ແບບເຮັດຜິດຕາມກົດໝາຍ ແລ້ວກໍປັບໄຫມ ແລ້ວກໍສຶກສາອົບຮົມ ເພິ່ນກໍເບິ່ງຕາມເຫດການ.”

ເຖິງແມ່ນວ່າ ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແລະພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການກວດກາ ແລະ ສຶກສາອົບຣົມ ໃຫ້ແກ່ ຜູ້ໃຊ້ບໍຣິການສະຖານບັນເທີງ ແລະເຈົ້າຂອງສະຖານບັນເທີງ 198KTV ດັ່ງກ່າວນີ້ແລ້ວ ແຕ່ຢ່າງໃດກໍຕາມ ບັນຫາການລັກລອບໃຊ້ສານເສບຕິດ ແລະ ກະທໍາການຜິດໃນດ້ານອື່ນໆ ຍັງມີອີກເປັນຈໍານວນຫລາຍກໍຣະນີ ໃນສະຖານບັນເທີງອື່ນໆ ພາຍໃນພື້ນທີ່ນໍາ.

ດັ່ງ ແມ່ຄ້າຂາຍເຄື່ອງຍ່ອຍ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ:

“ເອ້ອ ໂຕຢາເສບຕິດ ເພິ່ນກໍຄືວ່າແນ່ເນາະ ສ່ວຫລາຍເພິ່ນໄປຫລີ້ນແທກຫລີ້ນບາຣ໌ ເພິ່ນໄປອັນໃດກໍ ພວກທີ່ວ່າໂດນ ເຄ ໂດນຫຍັງນີ້ ກໍວ່າຫາມີຢູ່ ຊາວໝຸ່ມ ໄວຮຸ້ນຂະເຈົ້ານີ້ແຫລະ ພວກທີ່ເປັນກັມມະກອນ ໃນກາສິໂນນີ້ກໍມີ ກໍເສບເນາະ ຢາເສບຕິດສ່ວນນຶ່ງ ມັນກໍເສບກັນຄືວ່າຫັ້ນແຫລະເນາະ ແຖວໆ ນັ້ນກໍຊິຄືໆກັນ ຫັ້ນແຫລະເນາະ.”

ນອກຈາກນີ້ ສະຖານບັນເທີງຫລາຍແຫ່ງ ຍັງມີຍິງບໍຣິການຊາວລາວ ມາຄອຍຮັບແຂກຊາວຈີນ ເຊິ່ງມີການໃຫ້ບໍຣິການ ຫລາກຫລາຍຮູບແບບ ບໍ່ວ່າຈະເປັນແບບຄ້າງຄືນ, ແບບຊົ່ວຄາວ ຫລື ແບບພາຍິງບໍຣິການເມື່ອເຮືອນ.

ດັ່ງ ແມ່ຄ້າຂາຍເຄື່ອງ ຜູ້ດຽວກັນກ່າວຕື່ມວ່າ:

“ຊົ່ວຄາວກໍມີຊີ້ນ່າ ຄ້າງຄືນກໍມີເນາະ ຄ້າງຄືຮ ຊົ່ວຄາວ ມີເບິດ ເປັນຜູ້ຍິງຄົນລາວ ແຕ່ວ່າເວົ້າລວມເບິດສາເນາະ ແບບເຂົາມາບໍຣິການ ແບບວ່າມາຂາຍໂຕແບບນີ້ນ່າເນາະ ຄົນຈີນມາຊື້ ຄົນຈີນ ຄົນຈີນໂອ້ ຄົນຈີນນີ້ມີເງິນຫລາຍ ຄືວ່າຫັ້ນນ່າເນາະ ເພິ່ນເອົາແພງເນາະ.”

ອີງຕາມຂໍ້ກົດລະບຽບຂອງປະເທດລາວ ລະບຸວ່າ ຮ້ານບັນເທີງ ສາມາດເປິດໃຫ້ບໍຣິການໄດ້ແຕ່ເວລາ 6ໂມງແລງ ແລະ ຈະຕ້ອງປິດໃຫ້ບໍຣິການພາຍໃນເວລາ 10 ໂມງກາງຄືນ ແຕ່ບາງໄລຍະ ຮ້ານບັນເທີງສາມາດເປິດກາຍໂມງໄດ້ໜ້ອຍນຶ່ງ ແຕ່ຈະຕ້ອງຢູ່ພາຍໃນການກວດກາ ຂອງເຈົ້າໜ້າທີ່ຕໍາຣວຈ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງກ່າວວ່າ:

“ອໍອ ສຸດໆກໍ 10 ໂມງນີ້ແຫລະ ແມ່ນແຫລະ 6ໂມງ ຮອດ 10 ໂມງ ກາງຄືນແມ່ນແຫລະ ກາຍໂມງກໍປັບໄຫມຕາມກົດລະບຽບ ຖ້າວ່າຮອດໂຕນັ້ນມັນກໍມີແບບພວກ ເຂົາມີຄະນະສະເພາະກິຈລົງຕິດຕາມຕລອດເນາະ ຖ້າໃຜກາຍກໍຕ້ອງປັບໄຫມ ຖ້າບໍ່ກາຍຫລາຍກໍບໍ່ເປັນຫຍັງດອກ ແບບຄືຢ່າງເຮົາເອົາໃຈລູກຄ້າກໍມີເນາະ ກາຍບໍ່ຫລາຍ ກໍບໍ່ເປັນຫຍັງ ແຕ່ວ່າຄືອັນຖ້ວ່າກາຍຫລາຍ ແລ້ວກໍຫລາຍເທື່ອຫັ້ນນ່າ ເພິ່ນຈະລົງປັບໄຫມຕາມລະບຽບຫັ້ນນ່າ.”

ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ກໍານົດໄລຍະເວລາໃນການເປິດ-ປິດຮ້ານບັນເທີງຢ່າງເປັນທາງການແລ້ວ ເຖິງຢ່າງໃດກໍຕາມ ເຈົ້າຂອງຮ້ານບັນເທີງເກືອບທັງໝົດ ພັດເປິດບໍຣິການກາຍໂມງຈົນຮອດ 2-3 ໂມງກາງຄືນ ດ້ວຍການຫລຸດສຽງດົນຕຣີລົງ.

ດັ່ງ ຜູ້ໃຊ້ບໍຣິການສະຖານບັນເທີງ ຢູ່ເມືອງຕົ້ນເຜິ້ງ ນາງນຶ່ງ ກ່າວວ່າ:

“ແຕ່ວ່າອັນກໍານົດເນາະ ພວກທ່ອງທ່ຽວວາງອອກຫັ້ນນ່າ ໃຫ້ເປິດຮອດ 10 ໂມງ ແຕ່ເຂົາປິດ 12 ໂມງ 1 ໂມງ ອັນນ່າ 10 ໂມງ ຂະເຈົ້າຈະເປິດຮອດ 10 ໂມງກາງຄືນ ແຕ່ວ່າກໍບໍ່ມີຜູ້ໃດປິດດອກ 10 ໂມງກາງຄືນຫັ້ນນ່າ ແຕ່ 10 ໂມງ ແຕ່ຜູ້ໃດກະປິດ 12 ໂມງຫັ້ນແຫລະ ພຸ້ນແຫລະ ກໍມີ ແຕ່ວ່າເຮົາກໍເອົາສຽງເພງລົງ.”

ກ່ອນໜ້ານີ້ ເມື່ອວັນທີ 2 ມີນາ ທີ່ຜ່ານມາ ພແນກຕໍາຣວຈກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໄດ້ຈັດກອງປະຊຸມຜ່ານບົດບັນທຶກ ລະຫວ່າງຫ້ອງການທີ່ກ່ຽວຂ້ອງ ຜູ້ປະກອບການສະຖານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ ແລະຮ້ານອາຫານພາຍໃນເມືອງຕົ້ນເຜິ້ງ ໂດຍມີຈຸດປະສົງ ເພື່ອແກ້ໄຂປະກາດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາການມົ່ວສຸມຢາເສບຕິດປະເພດຕ່າໆ ເຊິ່ງມີຜົລຮ້າຍແຮງຕໍ່ຮ່າງກາຍ ເຖິງຂັ້ນຊ໋ອກແລະ ຖືກນໍາສົ່ງໂຮງໝໍ 4-5 ຣາຍ ໃນນີ້ ບາງຣາຍເຖິງຂັ້ນເສັຍຊີວິຕ, ບັນຫາອາລະວາດ ຕີກັນ,ບັນຫາການເປີດບໍຣິການ ເກີນເວລາ ແລະ ເປິດເພງສຽງດັງເກີນກໍານົດ ສົ່ງສຽງຣົບກວນຊາວບ້ານ ໃນພື້ນທີ່ໃກ້ຄຽງ ,ບັນຫາການຈອດຣົຖ ບໍ່ເປັນລະບຽບ ຕາມສອງຂ້າງທາງ ໜ້າຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານ, ຄາຣາໂອເກະ, ຮ້ານອາຫານ, ເຊິ່ງກີດຂວາງການຈະຣາຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ.