ລາວປະເຊີນກັບບັນຫາ ຄວາມບໍ່ໝັ້ນຄົງ ທາງດ້ານສະບຽງ ອາຫານ
2023.03.21

ອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາຕ ຫລື FAO ເວົ້າວ່າ ປີ 2022 ຢູ່ ສປປ ລາວ ປະຊາກອນ ຫລືພົລເມືອງລາວຫລາຍກວ່າ 1 ລ້ານຄົນ ປະເຊີນກັບຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານຄື 1,04 ລ້ານຄົນ ປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານ ສະບຽງອາຫານໃນລະດັບປານກາງ ແລະປະມານ 71,000 ຄົນູ່ໃນລະດັບຮຸນແຮງ. ໃນນັ້ນບໍ່ມີຄວາມໝັ້ນຄົງ ຢູ່ໃນລະດັບສູງກວ່າໝູ່ແມ່ນ ຢູ່ແຂວງອັດຕະປື 30% ແລະ ແຂວງຫລວງນໍ້າທາ 27% ຂອງຈໍານວນປະຊາກອນ ທັງໝົດພາຍໃນແຂວງ ອີງຕາມການຣາຍງານ ຂອງໜັງສືພິມ Vientiane Times ໃນມື້ວັນທີ 21 ມີນາ 2023 ນີ້
ສາເຫດທີ່ເຮັດໃຫ້ ພົລເມືອງລາວມີຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານຮ້າຍແຮງ ຄືແນວນັ້ນແມ່ນຍ້ອນຫລາຍປັດໃຈ ເປັນຕົ້ນ ລາຄາອາຫານ, ນໍ້າມັນເຊື້ອເພີງ ແລະປັດໃຈໃນການຜລິດກະສິກັມ ເພິ່ມສູງຂຶ້ນ, ເງິນກີບເຟີ້, ຄ່າຈ້າງ, ກໍາລັງຊື້, ລາຍໄດ້ຂອງຄອບຄົວຫລຸດລົງ ແລະໂຄງຮ່າງພື້ນຖານເສັຍຫາຍຈາກພັຍທໍາມະຊາຕ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບເຣື່ອງທີ່ວ່ານີ້ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ມີນານີ້ວ່າ:
“ມັນກໍມີຫລາຍສາເຫດ ອີກຢ່າງນຶ່ງກະຍ້ອນເສຖກິຈຄອບຄົວນີ້ແຫລະ ບໍ່ມີເງິນມີຄໍານີ້ແຫລະ ມັນກະທຸກຍາກ ເຂົາເຈົ້າສ່ວນຫລາຍກໍຈະມີແຕ່ເຮັດໄຮ່ເຮັດນາ ຄັນວ່າຖືກພັຍທັມຊາຕແຫ້ງແລ້ງ ຫລືວ່າ ຝົນຕົກນໍ້າຖ້ວມ ກໍເຮັດໃຫ້ເຂົາເຈົ້າເສັຽຜົລໄມ້ຜົລປູກຂອງເຂົາ ບໍ່ມີເຂົ້າກິນບໍ່ເນາະ ຫລືວ່າບໍ່ມີພືດຜັກຕ່າງໆຫັ້ນນ່າ.”ທ່ານກ່າວຕື່ມວ່າ ເມື່ອປະຊາຊົນ ປະສົບກັບບັນຫາພັຍອຶດຫິວ ແນ່ນອນວ່າຕ້ອງສົ່ງຜົລກະທົບ ໃສ່
ການພັທນາ ທາງດ້ານຮ່າງກາຍ ຊຶ່ງສ່ວນຫລາຍກໍແມ່ນຕໍ່ເດັກນ້ອຍ.
“ກະແນ່ນອນແລ້ວໂຕນີ້ມັນກະສົ່ງຜົນ ການພັທນາການເດັກ ບໍ່ມີສຸຂພາບແຂງແຮງ ກະເຮັດໃຫ້ຂະເຈົ້າເປັນເດັກທີ່ຈ່ອຍ ແລະເດັກເຕັ້ຽ ເກີດເປັນພະຍາດທີ່ຊໍາເຮື້ອຫັ້ນ ກະເປັນຜົນສະທ້ອນຫັ້ນແຫລະ ເຂົາບໍ່ມີອັນກິນຄົບ ຢູ່ໃນ 3 ໝວດບໍ່ ຫລື 6 ໝວດຫັ້ນນ່າ ປະເພດເຂົ້າໝາກໄມ້ອິຫຍັງ ສ່ວນຫລາຍມັນຈະຢູ່ໃນກຸ່ມອາຍຸເດັກລຸ່ມ 5 ປີລົງມານີ້.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ຍັງມີຊາວລາວຫລາຍຄອບຄົວ ທີ່ມີຊີວິດການເປັນຢູ່ທຸກຍາກຫລາຍ ໂດຍສະເພາະໃນເຂດຫ່າງໄກສອກຫລີກ ທີ່ມັກປະສົບກັບຄວາມອຶດຫິວ, ບໍ່ມີອາຫານ ແລະເຂົ້າກິນພຽງພໍ ຍ້ອນຫລາຍປັດໃຈ ເປັນຕົ້ນກໍແມ່ນຄວາມທຸກຍາກ ບໍ່ມີເງິນ ຮວມໄປເຖິງບັນຫາເງິນເຟີ້. ແລະວ່າ ທີ່ຜ່ານມາ ທາງການກໍໄດ້ສົ່ງເສີມ ໃຫ້ພວກເຈົາເຈົ້າປູກຝັງ ລ້ຽງສັດ ເພື່ອຫາລ້ຽງກຸ້ມຕົນເອງ ແຕ່ກໍມີບັນຫາຫລາຍຢ່າງ ຮວມທັງພະຍາດ ແລະພັຍທັມມະຊາຕ, ຣັຖບານບໍ່ມີງົບປະມານ ຊ່ອຍເຫລືອພຽງພໍ, ຍັງອາສັຍການຊ່ອຍເຫລືອ ຈາກຕ່າງປະເທດຢູ່ໃນເຣື່ອງສະບຽງອາ ຫານນີ້.
“ພັຍອຶດຫິວກໍຍ້ອນບໍ່ມີເງິນ ບໍ່ມີຄໍານີ້ແຫລະເນາະ ພາກຣັຖເຂົາເຈົ້າມີເປັນໂຄງການ ໃຫ້ຄອບຄົວທີ່ວ່າທຸກຍາກ ເຂົາເຈົ້າໄປປູກໄປລ້ຽງຫັ້ນນ່າ ກໍຣະນີມັນເກີດພະຍາດເຂົ້າມາ ເຮັດໃຫ້ສັດຕາຍໝົດ ມັນກໍຄືເກົ່າ ພັຍພິບັດກໍມີ ຖືກຣະດູແລ້ງເນາະ ບໍ່ມີຝົນຕົກກໍເຮັດໃຫ້ຜົນຜະລິດໄດ້ໜ້ອຍ ພົບຄວາມຫຍູ້ງຍາກຫລາຍ ເງິນພາກຣັຖເຂົາເຈົ້າກໍມີ ແຕ່ມັນກໍບໍ່ຫລາຍຫັ້ນນ່າເນາະ ສ່ວນຫລາຍກໍ.”
ເວົ້າເຖິງພັຍອຶດຫິວ, ສະບຽງອາຫານບໍ່ພຽງພໍ ປະຊາຊົນລາວຢູ່ແຂວງອຸດົມໄຊຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 21 ມີນານີ້ວ່າ ເຣື່ອງອາຫານ ແລະເຂົ້າກິນນີ້ ຫລາຍຄົນກໍຍັງຂາດເຂີນຢູ່ ໂດຍສະເພາະຜູ້ທີ່ຢູ່ໃນເຂດຫ່າງໄກສອກຫລີກ, ບາງເທື່ອກໍປະສົບກັບພັຍທໍາມະຊາຕ ນໍ້າຖ້ວມ ແຫ້ງແລ້ງ, ໄດ້ໄປຫາເຄື່ອງປ່າຂອງດົງມາກິນ ແລະຂາຍພໍໄດ້ເງິນມາບັນເທົາຊີວິດ.
“ພວກຫ່າງໄກສອກຫລີກຫັ້ນນ່າ ສ່ວນຫລາຍນີ້ຄວາມທຸກຍາກແດ່ ບາງເທື່ອພັຍພິບັດເນາະ ອາຫານບໍ່ພຽງພໍແດ່ຫັ້ນນ່າ ບາງຄອບຄົວນີ້ເດືອນນຶ່ງ ກະບໍ່ໄດ້ກິນເບາະນີ້ ຊີ້ນນີ້ ຍາມຣະດູແລ້ງນີ້ງ່າຍ ໄປຊອກຂອງປ່າຫັ້ນແຫລະ ໜໍ່ອິຫຍັງຫັ້ນແຫລະ ໄປຂາຍກະໄປຊື້ກິນແຫລະ ເຂົ້າສານອີ່ຫຍັງຫັ້ນນ່າ.”
ຢູ່ແຂວງສວັນນະເຂດ ປະຊາຊົນຜູ້ນຶ່ງເວົ້າວ່າ ຕົນອາສັຍຢູ່ເຂດຫ່າງໄກ, ເຮັດການກະເສດ, ປະສົບກັບພັຍແຫ້ງແລ້ງ, ສ່ວນຫລາຍໄປຫາກິນຕາມປ່າ, ໄປຮັບຈ້າງຫາເງິນໄດ້ເລັກນ້ອຍ ພໍມາລ້ຽງຄອບຄົວ.
“ເຣື່ອງອາຫານ ການກິນຢາກຂາດເຂີນ ຫັ້ນແຫລະ ກະຍາກຫັ້ນແຫລະ ການກະເສດ ປູກຝັງກະນໍ້າແຫ້ງແລ້ງ ກະຫາເຊົ້າກິນຄໍ່າຫັ້ນແລ້ວ ສ່ວນຫລາຍ ກໍຫາຢູ່ຫາກິນຕາມຂອງປ່າ ຂອງດົງຫັ້ນແລ້ວ ຊິໄປເມືອງໄປນາກໍຍາກ ເງິນຄໍາບໍ່ມີ ໂອ້ ສ່ວນຫລາຍກໍໂຮມໃສ່ ຊື້ເຂົ້າຊື້ນໍ້າກິນຫັ້ນແລ້ວ.”
ຢູ່ແຂວງເຊກອງ ປະຊາຊົນຜູ້ນຶ່ງເວົ້າວ່າ ຄວາມອຶດຫິວໃນແຂວງນີ້ ກໍມີຫລາຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ແມ່ນຫລາຍທີ່ສຸດ, ບໍ່ມີດິນທໍາກິນ ແລະພາກຣັຖກໍບໍ່ສົນໃຈນໍາ, ເອົາດິນໃຫ້ຄົນວຽດນາມປູກໝາກມີ້, ກາເຟ, ຢາງພາ ລາ ໝົດ ເຮັດໃຫ້ຊາວບ້ານຕ້ອງໄດ້ລີ້ນຮົນ ຫາເຊົ້າກິນຄໍ່າ, ໄປຫາເຄື່ອງປ່າຂອງດົງລ້ຽງຊີວິດ.
“ເຂດນອກໆຫລາຍແຮງ ຄັນເວົ້າເຣື່ອງເຂດທຸກຍາກ ຊອກຂອງປ່າຂອງດົງນີ້ແລ້ວ ແລ້ວປະຊາຊົນຢູ່ນີ້ເຂົາບໍ່ມີດິນປູກ ເປັນຂອງວຽດ ເປັນບໍຮິສັດເຂົາມາປູກຜັກມີ່ບໍ່ ປູກກາເຟບໍ່ປູກຢາງພາລາບໍ່ ປະຊາຊົນຢູ່ນີ້ຕ້ອງໄດ້ໄປຮັບຈ້າງກິນ.”
ໃນກອງປະຊຸມ ລະຫວ່າງຣັຖບານ ສປປລາວ ແລະອົງການອາຫານໂລກ ໃນມື້ວັນທີ 27 ມົກກະຣາ 2022 ນອກຈາກບັນຫາພັຍອຶດຫິວແລ້ວ ຍັງມີການຣາຍງານວ່າ ຢູ່ ສປປລາວ ອັດຕຣາຕົວເລກຂອງພະຍາດເລືອດຈາງ ກໍຍັງເປັນຕົວເລກທີ່ສູງ, ພະຍາດຈ່ອຍຜອມເພິ່ມຂຶ້ນ ໃນລະຫວ່າງປີ 2011-2017 ແລະພະຍາດອ້ວນ ມີນໍ້າໜັກເກີນ ຍັງມີທ່າອ່ຽງເພິ່ມຂຶ້ນ.
ນອກຈາກນັ້ນ, ສປປ ລາວ ຍັງມີຄວາມສ່ຽງຈາກຜົລກະທົບ ທາງດ້ານການປ່ຽນ ແປງຂອງສະພາບດິນຟ້າອາກາດ, ພັຍພິບັດທາງທັມມະຊາຕ ທີ່ມີຄວາມຖີ່ ແລະຮຸນແຮງເພີ່ມຂຶ້ນ. ການແພ່ຣະບາດຂອງໂຄວິດ-19 ຍິ່ງເຮັດໃຫ້ ຄວາມສາມາດໃນການຮັບມື ກັບບັນຫາຕ່າງໆ ແລະການຟື້ນຟູນັ້ນ ອ່ອນແອລົງ.
ດ້ານສະບຽງອາຫານ ທີ່ ສປປ ລາວ ຂາດແຄນ ສະຫະຣັຖອາເມຣິກາ ກໍໄດ້ໃຫ້ການຊ່ອຍເຫລືອ ເຊັ່ນເມື່ອວັນທີ 30 ພຶສຈິກາ 2021 ກໍໄດ້ຊ່ອຍເຫລືອຣັຖບານ ສປປ ລາວ ໃນໂຄງການອາຫານທ່ຽງ ຢູ່ໂຮງຮຽນຊັ້ນປະຖົມ 718 ແຫ່ງ ໃນ 18 ເມືອງບູຣິມະສິດໃນທົ່ວປະເທດ ໂດຍຊ່ອຍເຂົ້າທີ່ເສີມໄວຕາມິນ ແລະທາດບໍາລຸງ 1,300 ຕັນ, ຖົ່ວເລນເທວ 230 ຕັນ, ປາກະປ໊ອງ 130 ຕັນ ແລະນໍ້ານົມ ທີ່ມີທາດບໍາລຸງສໍາລັບປຸງແຕ່ງອາຫານ 110 ຕັນ. ສະບຽງອາຫານທັງໝົດທີ່ວ່ານີ້ ຖືກນໍາໃຊ້ເຂົ້າໃນອາຫານທ່ຽງ ທີ່ມີໂພຊະນາການ ໃຫ້ເດັກນ້ອຍນັກຮຽນ 63,000 ຄົນໃນທົ່ວປະເທດ.