ເຣື້ອງທີ່ເກັບບັນທຶກໄວ້
2024-04-30
ພົບການຕັດໄມ້ ທຳລາຍປ່າ ຢູ່ຫຼາຍຈຸດ ໃນເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ, ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພັດຢັ້ງຢືນ ກ່ຽວກັບເຫດການດັ່ງກ່າວ ວ່າເປັນຂໍ້ມູນເກົ່າ.
2024-04-29
ຄະນະກໍາມະການແມ່ນໍ້າຂອງສາກົນ ຕຽມຈັດກອງປະຊຸມຫາລື ໂຄງການເຂື່ອນປາກແບງ ແຂວງອຸດົມໄຊ ເພື່ອແຈ້ງ ແລະແບ່ງປັນຂໍ້ມູນຂອງໂຄງການ ໃຫ້ກັບຜູ້ມີສ່ວນໄດ້ສ່ວນເສຍໄດ້ຮັບຮູ້ ຄວາມຄືບໜ້າ ຄາດວ່າ ຈະມີກອງປະຊຸມ ໃນເດືອນມິຖຸນາ ປີ 2024 ນີ້.
2024-04-29
ຊ້າງປ່າ ທໍາຮ້າຍຊາວບ້ານ ທີ່ເປັນຜູ້ຊາຍ ອາຍຸ 60 ປີ, ເສຍຊີວິດ 1 ຄົນ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ເມື່ອວັນທີ 18 ເມສາ 2024
2024-04-26
ປະຊາຊົນ ຢູ່ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບ ຈາກສານພິດຂີ້ເຫຍື້ອ ຮ້ອງທຸກຕໍ່ ສະພາປະຊາຊົນແຂວງ
2024-04-25
ບັນຫາຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ປະຊາຊົນ ບ້ານໜອງຫີນ ແລະ ບໍລິສັດຈີນ ຍັງບໍ່ທັນແກ້ໄຂໄດ້ຢ່າງຂາດໂຕ ຍ້ອນ ຊາວບ້ານເຫັນວ່າ ຄ່າຊົດເຊີຍ ຍັງບໍ່ເໝາະສົມ.
2024-04-23
ຊາວບ້ານ ຢູ່ແຂວງສາລະວັນ ພົບເຫັນລົດແກ່ໄມ້ ຂົນໄມ້ໄປຫວຽດນາມ ຈຳນວນຫຼາຍ
2024-04-19
2 ເດືອນຜ່ານມານີ້ ຢູ່ຫລາຍແຂວງຂອງລາວ ປົກຄຸມໄປດ້ວຍຝຸ່ນລະອອງ ຂະໜາດນ້ອຍ PM 2.5 ຍ້ອນມີການຈູດໄຮ່, ຈູດປ່າເຮັດໄຮ່ ຮວມທັງໄຟໃໝ້ປ່າ ຊຶ່ງສ່ວນໃຫຍ່ ແມ່ນຢູ່ພາກເໜືອຂອງປະເທດ.
2024-04-18
ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ລາຍງານຕໍ່ກອງປະຊຸມ ຍທຂ ປະຈໍາປີ 2023 ທິີ່ຜ່ານມາ ວ່າ ການຈັດຕັ້ງປະຕິບັດ ຄຸ້ມຄອງນໍ້າໜັກລົດບັນທຸກ ຕັ້ງແຕ່ເດືອນມິຖຸນາ ປີ 2023 ທີ່ຜ່ານມາ ຍັງພົບຂໍ້ທ້າທາຍຫຍຸ້ງຍາກ ເຮັດໃຫ້ເສັ້ນທາງ ຍັງເກີດການເປ່ເພເສຍຫາຍ ສົ່ງຜົນກະທົບ ຕໍ່ງົບປະມານໃນການກໍ່ສ້າງ ແລະການສັນຈອນໄປ-ມາ ຂອງປະຊາຊົນ ຍັງຫຍຸ້ງຍາກ.
2024-04-16
ທາງການລາວ ກຽມຍົກຍ້າຍຊາວບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ຈຳນວນ 4 ບ້ານ ປະມານກ່ວາ 400 ຄອບຄົວ ຈາກທັງໝົດ 11 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້າຫຼວງພຣະບາງ ປະກອບມີ ບ້ານລາດຫານ, ບ້ານຍວຍໄຮ່ ແລະ ບ້ານຄົກຜຸ ສ່ວນຊາວບ້ານກັງວົນ ບໍ່ກັບການຊົດເຊີຍ.
2024-04-12
ເມື່ອວັນທີ 09 ເມສາ ມີການເຜີຍແຜ່ ຄລິບວິດີໂອໃນສື່ສັງຄົມອອນລາຍ ສະແດງໃຫ້ເຫັນປະກົດການນໍ້າຂຸ້ນ ຢູ່ແມ່ນໍ້າງາ ເຂດບ້ານນໍ້າງາ ເມືອງນໍ້າບາກ ແຂວງຫຼວງພຣະບາງ ນໍ້າມີ ລັກສະນະຂຸ້ນເປັນຂີ້ຕົມ ໂດຍບໍ່ຮູ້ສາເຫດ. ເຫດການນີ້ເກີດມາໄດ້ 3-4 ວັນແລ້ວ ທັງທີ່ວ່າໃນໄລຍະນີ້ບໍ່ມີຝົນຕົກ.
2024-04-10
ການລ່າສັດປ່າໃນລາວ ຖືກວ່າທີ່ສໍາຄັນຂອງປະເທດລາວ ທີ່ທ້າທາຍລັດຖະບານ ໃນການແກ້ໄຂບັນຫາ ເຖິງແມ່ນວ່າລັດຖະບານລາວ ແລະ ອົງການ ບໍ່ສະແຫວງຫາຜົນກຳໄລ ພະຍາຍາມຕໍ່ເນື່ອງ ເພື່ອຢຸດຕິ ການລ່າສັດປ່າກໍ່ຕາມ ສິ່ງທີ່ສຳຄັນຄືສັດປ່າຫຼາຍຊະນິດ ຢູ່ຄວາມສ່ຽງໃກ້ສູນພັນແລ້ວ.
2024-04-09
ປະຊາຊົນລາວ ຈຳນວນນຶ່ງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ມີຂໍ້ຂັດແຍ່ງເລື່ອງທີ່ດິນກັບເຈົ້າໜ້າທີ່ລັດ ເຊິ່ງທີ່ດິນເພື່ອການກະເສດຂອງຊາວບ້ານ ຖືກຍຶດເພື່ອໃຫ້ນາຍທຶນຈີນ ສຳປະທານ ແລະ ຈັດສັນແບ່ງເຊົ່າ ໃຫ້ຊາວບ້ານ ໃນພື້ນທີ່.
2024-04-05
ແມ່ນໍ້າຂອງ ກຳລັງປະເຊີນກັບໄພຄຸກຄາມຫຼາຍດ້ານ, ເຮັດໃຫ້ມີຜົນກະທົບ ຕໍ່ຄວາມຍືນຍົງ ຂອງແມ່ນໍ້າຂອງ ຊຶ່ງຫຼາຍພາກສ່ວນ ໃນສັງຄົມ ຢາກໃຫ້ມີມາດຕະການແກ້ໄຂຮ່ວມກັນ ຢ່າງເປັນຮູບປະທໍາ.
2024-04-05
ໃນປະເທດລາວ ມີໂຄງການຂຸດຄົ້ນບໍ່ແຮ່ ຫຼາຍແຫ່ງ ທີ່ຂຸດຄົ້ນບໍ່ໄດ້ມາດຕະຖານ ຍ້ອນຂາດເຂີນຜູ້ຊ່ຽວຊານດ້ານເຕັກນິກ, ອຸປະກອນ ແລະທຶນໃນການຂຸດຄົ້ນ ບາງກໍລະນີ ບໍລິສັດໜຶ່ງ ໄດ້ສໍາປະທານ ເຮັດໂຄງການຂຸດຄົ້ນ ຫຼາຍກວ່າ 1 ໂຄງການ.
2024-04-01
ໃນຊ່ວງທ້າຍເດືອນມີນາ ທີ່ຜ່ານມາ ເກີດເຫດພາຍຸລະດູຮ້ອນ ພັດເຂົ້າປະເທດລາວ ເຮັດໃຫ້ເຮືອນຊານຂອງປະຊາຊົນ ແລະຮ້ານຄ້າ ຢູ່ຫຼາຍພື້ນທີ່ ໃນເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລະເມືອງວາປີ ແຂວງສາລະວັນ ໄດ້ຮັບຄວາມເສຍຫາຍຢ່າງໜັກ.