ການລ່າສັດປ່າ ຍັງຄົງເປັນຄວາມທ້າທາຍ ທີ່ສໍາຄັນຂອງປະເທດລາວ ເຖິງແມ່ນວ່າລັດຖະບານລາວ ແລະ ອົງການບໍ່ສະແຫວງຫາຜົນກຳໄລ ຈະພະຍາຍາມຕໍ່ເນື່ອງເພື່ອຢຸດຕິ ການລ່າສັດປ່າກໍ່ຕາມ. ອີງຕາມຂໍ້ມູນຫຼ້າສຸດ ເມື່ອເດືອນທັນວາ 2023 ຂອງອົງກອນ ບໍ່ສະແຫວງຫາຜົນກຳໄລ ຫຼື NGO ທີ່ເຮັດວຽກກ່ຽວກັບການອະນຸຮັກສັດປ່າ ແຫ່ງໜຶ່ງ ມີຂໍ້ມູນບໍ່ເປັນທາງການວ່າ ເສືອ, ລິງ, ທະນີ ແລະ ຄ່າງ ທີ່ຢູ່ໃນປ່າພາຍໃນປະເທດລາວ ໃກ້ສູນພັນແລ້ວ ເນື່ອງຈາກຍັງມີຊາວຫວຽດນາມຈຳນວນໜຶ່ງ ລັກເຂົ້າ-ອອກຕາມຊາຍແດນລາວ-ຫວຽດນາມ ແຕ່ເໜືອຮອດໃຕ້ເພື່ອຊື້ສັດປ່າ ນໍາຄົນລາວຈາກນັ້ນ ກໍເອົາໄປປຸງແຕ່ງອາຫານເຊັ່ນການຕົ້ມ ເພື່ອເປັນຢາເພີ່ມສະມັດຕະພາບທາງເພດ.
ດັ່ງເຈົ້າໜ້າທີ່ ອົງກອນບໍ່ສະແຫວງຫາຜົນກຳໄລ ທີ່ເຮັດວຽກກ່ຽວກັບການອະນຸຮັກສັດປ່າ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ເມສາ ນີ້ວ່າ:
"ແລ້ວຍັງມີການລ່າຢູ່ເວລາສໍາຫຼວດແລ້ວ ເຫັນຈໍານວນຂອງມັນຫຼຸດລົງອັນນີ້ ເປັນເຫດຜົນກໍຄືວ່າມັນມີຄວາມສ່ຽງທີ່ໃກ້ຈະສູນພັນ, ເຂົາຈະລ່າເຫັນທີ່ເຂົາລ່າໄດ້ເຂົາບໍ່ໄດ້ເລືອກວ່າ ຕ້ອງລ່າຫຍັງໄດ້ໂຕໃຫຍ່ເຂົາເຈົ້າກິນໂຕນ້ອຍເປັນແຮ່ໆ ຈະຂາຍຄົນຫວຽດສ່ວນຫຼາຍຈະມັກຊື້ ເຂົາເຈົ້າຈະຍິງແມ່ມັນເນາະ ແລ້ວກໍໄດ້ລູກນ້ອຍມາແລ້ວກໍລູກນ້ອຍຫັ້ນ ເປັນໂຕທີ່ເຂົາເຈົ້າຂາຍໄດ້ແທ້ຈິງແລ້ວນີ້ທຸກໆ ຊະນິດພັນສັດປ່ານີ້ພໍ່ຄ້າຫວຽດນີ້ຕ້ອງການໝົດ ແຕ່ເໜືອຮອດໃຕ້ມັນຕິດຊາຍແດນຫວຽດໝົດແລ້ວ ຄົນຫວຽດຈະເຂົ້າ-ອອກປົກກະຕິມາເຮັດຄ້າຂາຍ ມາຢູ່ແລ້ວເຂົາເຈົ້າຊິເອົາຂ້າມໄປຂ້າມມາຢູ່ເລື້ອຍໆ ລະຫວ່າງຊາຍແດນແຕ່ລະທ້ອງຖິ່ນແຕ່ລະແຂວງ ຄັນເຂົາພົບເຫັນເຂົາເຈົ້າກໍຈະຊື້ເນາະ ແຕ່ວ່າປັດຈຸບັນນີ້ເຂົາເຈົ້າຢາກຫຼີກໆ ເຊື່ອງໆ ແລ້ວເພາະວ່າເຈົ້າໜ້າທີ່ຢູ່ດ່ານເອີ່ຍ ຕາມທ້ອງຖິ່ນເຂົາເຈົ້າເລີ່ມກວດຂັນແລ້ວ ເສືອນີ້ຈະຕົ້ມກາວຄວາມເຊື່ອເຂົາເຈົ້າມັນເພີ່ມກຳລັງ ສະມັດຕະພາບທາງເພດ, ຕົ້ມກາວເສືອກັບຄ່າງ ລິງ ຫຼືທະນີຄ່າງ. "
ເຈົ້າໜ້າທີ່ ອົງກອນບໍ່ສະແຫວງຫາຜົນກໍາໄລ ທີ່ເຮັດວຽກກັບການອະນຸຮັກສັດປ່າ ອີກທ່ານ ກ່າວວ່າ ສັດປ່າທີ່ອາໃສໃນປ່າ ພາຍໃນປະເທດລາວທີ່ໃກ້ຈະສູນພັນ ປະກອບດ້ວຍທະນີ, ຄ່າງ, ລິ່ນ ແລະ ລີງຂາແດງ.
“ອໍຢູ່ລາວເຮົານີ້ຫວາ ຊ້າງພວກກວາງນີ້ຍັງມີຫຼາຍຢູ່. ເອີຢູ່ລາວນີ້ກໍຈະເປັນທະນີ ກັບພວກຄ່າງຈຳພວກນີ້ແລ້ວກໍມີໂຕລິ່ນໂຕມີເກັດຂາດແດງກໍແມ່ນແມ່ນສັດທີ່ໃກ້ສູນພັນ.”
ແຂວງບໍລິຄໍາໄຊ ກໍເປັນແຂວງໜຶ່ງ ທີ່ມີຊາຍແດນຕິດຈອດກັບປະເທດຫວຽດນາມ ກໍຍັງມີປະກົດການຊາວຫວຽດນາມທີ່ອາໄສຢູ່ພາຍໃນແຂວງ ແລ້ວປະກອບທຸລະກິດຂາຍເຄື່ອງ ແລະ ຮັບສົ່ງເຄື່ອງຢູ່ແຖວບ້ານນອກນັ້ນຈະໃຊ້ຊ່ອງຫວ່າງນີ້ ເກັບຊື້ສັດປ່າຢູ່ເຂດຫ່າງໄກສອກຫຼີກ ຂອງແຂວງໂດຍສະເພາະຈຳພວກລີງ ທີ່ພາຍໃນແຂວງ ຍັງມີຫຼາຍແລະລິ່ນທີ່ເລີ່ມຈະບໍ່ຄ່ອຍເຫັນ ມັນຢູ່ພາຍໃນປ່າ ຂອງແຂວງແລ້ວ.
ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍລິຄຳໄຊທ່ານກ່າວວ່າ:
"ຫວຽດກໍຍັງປະກົດມີພວກເຂົາຊື້ເຫຼັກຊື້ຂາຍ ເຄື່ອງເລາະຫັ້ນນ່າເຂົາເຈົ້າກໍເຂົ້າໄປແຖວບ້ານນອກ ໄປແນວນັ້ນແນວນີ້ກໍເກັບຊື້ສັດປ່າຄືກັນ, ມາຢູ່ລາວນີ້ນ່າເຂົາມາດຳເນີນເຮັດທຸລະກິດ ແມ່ນຫຍັງເຂົາເຈົ້າມາຂາຍເຄື່ອງຂາຍຫຍັງຢູ່ຕະຫຼາດ ແລ້ວກໍຮັບສົ່ງເຄື່ອງບ້ານນັ້ນບ້ານນີ້ ເຂົາເອົາໄປເປັນໂຕເດ້ເຂົາເອົາໄປຕົ້ມຢູ່ບ່ອນເຂົາພັກຫັ້ນແຫຼະ ມັນເປັນລີງເປັນອັນນັ້ນສ່ວນຫຼາຍ ເຂົາເອົາເປັາໂຕຫັ້ນນ່າແຕ່ວ່າ ປະເພດລີງຢູ່ປ່າສະຫງວນ ບໍລິຄຳໄຊຖືວ່າຍັງຫຼາຍຢູ່ປະເພດລິ່ນຫັ້ນແຫຼະ ມັນຂ້ອນຂ້າງບໍ່ຢາກພົບເຫັນ ເຂົາກໍບໍ່ຢາກຈະລ່າແຫຼະດຽວນີ້ນ່າລ່າລິ່ນ ຫັ້ນນ່າເພາະວ່າ ມັນກໍບໍ່ຢາກມີແລ້ວ . "
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍລິຄໍາໄຊກ່າວຕື່ມວ່າ. ພາຍໃນແຂວງບໍລິຄໍາໄຊມີເຖິງ 18 ບ້ານທີ່ອາໄສຢູ່ອ້ອມປ່າສະຫງວນ ເຊິ່ງຖືໄດ້ວ່າມີເນື້ອທີ່ປ່າສະຫງວນທີ່ໃຫຍ່. ສ່ວນສະພາບໂຕຈິງພະນັກງານທີ່ປົກປ້ອງສັດປ່າຍັງມີໜ້ອຍ ມີງົບປະມານຈ້າງຈຳກັດຈຶ່ງເຮັດໃຫ້ເປັນຊ່ອງຫວ່າງ ທີ່ຊາວບ້ານມີເຮືອນຕິດກັບປ່າສະຫງວນລ່າສັດປ່າ ເພື່ອໄປຂາຍໃຫ້ຊາວຫວຽດນາມ.
“ພະນັກງງານເຮົາໜ້ອຍ ພັດບ້ານ 18 ບ້ານມັນອ້ອມປ່າສະຫງວນຈັ່ງຊັ້ນ ແລ້ວພະນັກງານປົກປັກຮັກສາມັນມີໜ້ອຍ ກັບຈຳນວນງົບປະມານກໍບໍ່ພຽງພໍ. ງົບປະມານມັນໜ້ອຍເດ້ ເພາະວ່າມັນມີທີມໜຶ່ງ ມີແຕ່ສາມາດເຄື່ອນໄຫວໄດ້ແຕ່ 10 ວັນຕໍ່ເດືອນ ເປັນຊ່ອງຫວ່າງເນາະ ເຫຼືອ 20 ວັນນ່າ.”
ທ່ານກ່າວຕື່ມວ່າ ພາຍໃນແຂວງບໍລິຄໍາໄຊຈະບໍ່ຄ່ອຍມີຮ້ານອາຫານຫວຽດນາມ ແລະຈີນທີມີເມນູສັດປ່າຍ້ອນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງກວດກາຢ່າງຕໍ່ເນື່ອງແຕ່ຈະມີການລັກຊື້-ຂາຍສັດປ່າ ດັ່ງກ່າວທີ່ໄດ້ລາຍງານໄປນັ້ນ ແລະ ເມື່ອເວົ້າເຖິງຊາວບ້ານທີ່ທຸກຍາກ ມັກບໍລິໂພກສັດປ່າ ຫຼືບໍ່ນັ້ນກໍ່ຕອບແຕ່ວ່າ ຊາວບ້ານຈະບໍລິໂພກສັດປ່າປະເພດໝູ ເຊິ່ງໝູເປັນສັດທີ່ຢູ່ພາຍໃນກົດລະບຽບ ໃຫ້ຊາວບ້ານໃນຊົນນະບົດ ລ່າມັນມາເພື່ອອາຫານໄດ້.
ສ່ວນຊາວບ້ານກ່າວວ່າ ແຕ່ກ່ອນຄົນລ່າສັດປ່າ ເພື່ອບໍລິໂພກພາຍໃນຄອບຄົວ ແຕ່ມາທຸກມື້ນີ້ ຄົນຈະລ່າສັດເພື່ອຂາຍ ຍ້ອນຕ້ອງການມີລາຍໄດ້ ເຂົ້າຄອບຄົວ.
ດັ່ງຊາວບ້ານກ່າວວ່າ:
“ດຽວນີ້ນ່າຄົນມັນເຫັນແກ່ເງິນແກ່ຄໍາຫຼາຍ ແຕ່ກ່ອນເຂົາກໍໄປລ່າຢູ່ລ່າພໍໄດ້ກິນ ບາດນີ້ເຕັກນິກ ວິທະຍາສາດ ມັນສູງຜະລິດເຄື່ອງໃຊ້ຈົບໆ ງາມໆ ອອກມາ ກໍຫຼາຍຄົນກໍຢາກໄດ້ແຕ່ຜູ້ບໍ່ມີອາຊີບບໍ່ມີເງິນເດືອນ ໄປຫາລັກທຳມະຊາດຫັ້ນ ແລ້ວເອົາຄ້າໄປຂາຍມັນກໍໝົດ ໄປຄັນມັນໝົດໄປ ຈຳນວນໜຶ່ງ ມັນກໍກ້າວເຂົ້າໄປບ່ອນທີ່ສູນພັນ.”
ເຖິງວ່າລັດຖະບານລາວ ຈະມີຄວາມທ້າທາຍຕໍ່ເນື່ອງແຕ່ເຈົ້າໜ້າທີ່ ກໍມີສ່ວນຮ່ວມໃນຄວາມພະຍາຍາມ ຕໍ່ສູ້ກັບການຄຸກຄາມສັດປ່າ ດັ່ງທີ່ເຫັນໄດ້ຈາກການຊ່ວຍເຫຼືອ ລູກໝີ 16 ໂຕ ຢູ່ສະຖາບັນການເງິນຈຸນລະພາກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນເມື່ອວັນທີ 17 ມີນາ ທີ່ຜ່ານມາ ພາຍຫຼັງລູກໝີທັງໝົດ ບໍ່ມີເອກະສານແລະການ ຂໍອະນຸຍາດນໍາເຂົ້າຢ່າງຊັດເຈັນ ແລະຜູ້ຄຸ້ມຄອງລູກໝີ ກໍບໍ່ສາມາດລະບຸໄດ້.