ຂໍ້ຂັດແຍ່ງທີ່ດິນບ້ານໜອງຫີນ ຍັງແກ້ບໍ່ຕົກ ຍ້ອນ ຄ່າຊົດເຊີຍບໍ່ເໝາະສົມ
2024.04.25

ຂໍ້ຂັດແຍ່ງທີ່ດິນ ຢູ່ ບ້ານໜອງຫີນ ເມືອງ ສະໜາມໄຊ ແຂວງອັດຕະປື ລະ ຫວ່າງ ຊາວບ້ານ ກັບ ບໍລິສັດຈີນ ຍັງຄົງບໍ່ໄດ້ຮັບການແກ້ໄຂຢ່າງຂາດໂຕໄດ້.
ໃນວັນທີ 19 ເມສາ 2024, ຊາວບ້ານ ຜູ້ທີ່ເປັນເຈົ້າຂອງທີ່ດິນ ໄດ້ຜິດຖຽງກັນ ກັບ ບໍລິສັດ ສີຊິນ ຂອງຈີນ ທີ່ເອົາລົດມາດຸດ ແລະ ບຸກເບີກດິນຊາວບ້ານ ຍ້ອນວ່າ ຊາວບ້ານບໍ່ຍອມ ໃຫ້ດຸດດິນເຂົາເຈົ້າ.
ຊາວບ້ານ ບໍ່ອະນຸຍາດໃຫ້ ບໍລິສັດ ເຂົ້າມາດຸດ ຍ້ອນວ່າ ບໍລິສັດ ບໍ່ໄດ້ແຈ້ງເຕືອນຊາວບ້ານ ແລະ ບໍລິສັດ ຍັງບໍ່ທັນໄດ້ຈ່າຍຄ່າຊົດເຊີຍທີ່ຍັງຄ້າງຢູ່ ແລະ ຄ່າຊົດເຊີຍຍັງບໍ່ເໝາະສົມ.
ຊາວບ້ານ ຄົນໜຶ່ງຜູ້ທີ່ເສັຍທີ່ດິນໃຫ້ ບໍລິສັດ ໄດ້ກ່າວວ່າ:
“ເພິ່ນມາ ມາແບບບໍ່ຄອບ ແບບບໍ່ບອກເຈົ້າຂອງຈີນ ມາແບບແບບດຸດເອົາໂລດ.”
ໃນວັນດັ່ງກ່າວ ບໍລິສັດຈີນ ໄດ້ເອົາລົດມາດຸດຕັດທາງຜ່ານດິນຂອງຊາວບ້ານ ແລະ ມີການຂຸດຮ່ອງ ເຮັດໃຫ້ສວນມັນຕົ້ນຈໍານວນໜຶ່ງຂອງເຂົາເຈົ້າ ໄດ້ຮັບຄວາມເສັຍຫາຍ ອີງຕາມຂໍ້ມູນຈາກຊາວບ້ານ.
ຊາວບ້ານ ທ່ານນີ້ ກ່າວຕື່ມອີກວ່າ:
“ລາວຢາກຂຶ້ນທະບຽນທີ່ດິນຢູ່ເຂດດັ່ງກ່າວ ແຕ່ ທາງ ການແຂວງບໍ່ອະນຸຍາດໃຫ້ຂຶ້ນທະບຽນ ຖ້າບໍ່ມີດິນບໍ່ຈັກຊິເຮັດແນວໃດ ເພາະມີມັນເປັນອາຊີບດຽວ ມາແຕ່ພໍ່ແຕ່ແມ່ ຊຶ່ງໝາຍເຖິງການເຮັດກະສິກໍານັ້ນເອງ.”
ກ່ອນທີ່ຈະມີການເຮັດສວນມັນຕົ້ນ, ຊາວບ້ານຢູ່ບ້ານໜອງຫີນ ໄດ້ປູກໝາກ ແໜ່ງ, ປູກກາເຟ, ແລະ ເຮັດໄຮ່ ເພື່ອລ້ຽງຊີບ.
ສິ່ງທີ່ປະຊາຊົນກັງວົນ ກໍຄື ຖ້າວ່າ ເຂົາເຈົ້າໄດ້ຮັບຄ່າຊົດເຊີຍໃນລາຄາ 30 ລ້ານ ກີບ ຕໍ່ເຮັກຕ້າ, ແຕ່ ເຂົາເຈົ້າຈະບໍ່ສາມາດຊື້ດິນບ່ອນໃໝ່ໄດ້ ຍ້ອນວ່າ ລາຄາທີ່ຕາມທ້ອງຕະຫຼາດຢູ່ເຂດດັ່ງກ່າວ ມີມູນຄ່າຢ່າງໜ້ອຍ 50 ລ້ານກີບຂຶ້ນໄປ ຕໍ່ເຮັກຕ້າ.
ຊາວບ້ານທ່ານນີ້ ກ່າວວ່າ:
“ຂີ້ລ້າຍກະຄ່າຊົດເຊີຍ 50 ລ້ານ ກີບຕໍ່ເຮັກຕ້າ ກໍພໍຈະໄດ້ຊື້ທີ່ດິນຕອນໃໝ່. ປັດຈຸບັນ ຍັງເຫຼືອ 8 ຄອບຄົວ ທີ່ຍັງບໍ່ທັນຍອມເຊັນທີ່ດິນຂອງຕົນໃຫ້ ບໍຣິສັດ ຈີນ ສໍາປະທານປູກກ້ວຍ.”
ບໍລິສັດ ຈີນ ເລີ່ມເຂົ້າມາບຸກເບີກທີ່ດິນເຂດບ້ານດັ່ງກ່າວ ແຕ່ ປີ 2022 ເປັນຕົ້ນມາ.
ການໃຫ້ສໍາປະທານທີ່ດິນຢູ່ບ້ານໜອງຫີນ ໄປກວມເອົາທີ່ດິນທໍາກິນຂອງຊາວບ້ານ ທີ່ເຂົາເຈົ້າໄດ້ເຂົ້າມາຈັບຈອງໄດ້ປະມານ 10 ປາຍ ປີແລ້ວ.
ຊາວບ້ານອີກ ຄົນໜຶ່ງ ກ່າວວ່າ:
“ການຜິດຖຽງກັນເກີດຂຶ້ນ ຍ້ອນວ່າ ສ່ວນມັນເຂົາຫຼົກອອກ ບໍ່ທັນໝົດ ພວກຈີນກະມາດຸດ ສວນເຜືອກສວນມັນເຂົາປີນີ້ ກະຫາຍາກ ເຂົາຂົນບໍ່ທັນແລ້ວ ເພິ່ນ [ໝາຍເຖິງ ບໍລິສັດຈີນ] ກະໄປດຸດໄປຖິ້ມໝົດ ຢຽມຖິ້ມ ກະພາກັນເອົາລົດມາດຸດ.”
ໃນເບື້ອງຕົ້ນ ທາງການແຂວງອັດຕະປື ອະນຸມັດທີ່ດິນໃຫ້ບໍລິສັດ ຈີນ ເຮັດສວນກ້ວຍ ແລະ ປູກພືດອື່ນໆ ປະມານ 300 ເຮັກຕ້າ, ແຕ່ ປັດຈຸບັນ ບຸກ ເບີກໄດ້ພຽງແຕ່ປະມານ 200 ປາຍເຕັກຕ້າ ເທົ່ານັ້ນ ອີງຕາມຂໍ້ມູນຈາກ ທາງການແຂວງອັດຕະປື.
ທ່ານ ຄໍາໝັ້ນ ພົມມະແສງ ຄະນະປະຈໍາພັກ ເມືອງສະໜາມໄຊ ໄດ້ໃຫ້ສໍພາດຕໍ່ເອເຊັຍເສຣີ ວ່າ:
“ແກ້ໄຂແລ້ວ ເພາະວ່າ ເລື່ອງຂໍ້ຂັດແຍ່ງທີ່ດິນ ມັນກະ ບໍ່ມີບັນຫາຫຍັງຫລວງຫຼາຍດອກ ດິນຕອນນີ້ລະແມ່ນລັດເຮົາໄດ້ອະນຸຍາດໃຫ້ບໍລິສັດ ສີຊິນ ແຕ່ວ່າ ບໍລິສັດ ສີຊິນ ພວມມີການຊົດເຊີຍ ເວລານີ້ນິ ພວກເຮົາກະສັ່ງໃຫ້ບໍລິສັດ ສີຊິນ ຍຸດຕິກ່ອນ.”
ສ່ວນວ່າ ຈຸດມີບໍລິສັດ ເອົາລົດໄປດຸດນັ້ນ ທ່ານ ຄໍາໝັ້ນ ພົມມະແສງ ກ່າວວ່າ:
“ອັນດຸດຫັ້ນ ມັນໜ້ອຍດຽວດອກ ປະຊາຊົນເກັບກູ້ບໍ່ທັນແລ້ວ ມັນເປັນມັນເຮື້ອ ມັນຮ້າງເຂົາ ບໍດີຕອນເຂົາດຸດຫັ້ນ ພວກເຮົາກະແຕ່ງພະນັກງານວິຊາການໄປ ສັ່ງໃຫ້ເຂົາໂຈະ ບໍລິສັດ ເຂົາກະເຊົາ.”
ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການປົກຄອງແຂວງ ອັດຕະປື ໄດ້ກ່າວຕໍ່ສື່ມວນຊົນ ໃນປີ 2023 ວ່າ: ບໍຣິສັດ ສີຊິນ ພັດທະນາກະສິກໍາ ຈໍາກັດ ແລະ ບໍຣິສັດ ກອງແກ້ວ ພັດທະນາກະສິກໍາ ຈໍາກັດ ໄດ້ຮັບສັມປະທານພື້ນທີ່ 300 ເຮັກຕ້າ ຢູ່ໃນເຂດບ້າໜອງຫີນ ເພື່ອປູກກ້ວຍຫອມ ແລະໝາກຖົ່ວລຽນ ເປັນເວລາ 25 ປີ ຫລັງຈາກໝົດອາຍຸ ສັມປະທານແລ້ວ ກໍຈະສົ່ງມອບດິນນັ້ນ ຄືນໃຫ້ແຂວງອັດຕະປື.
ແຕ່ ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ເຈົ້າໜ້າທີ່ບ້ານ ແລະ ເມືອງບາງທ່ານ ໄດ້ເຊັນຂາຍດິນເຂດບ້ານໜອງຫີນ ໃຫ້ແກ່ບໍລິສັດຈີນແລ້ວ ນັບແຕ່ປີ 2022 ໃນເນື້ອທີ່ດິນຫຼາຍ 100 ເຮັກຕ້າ ມູນຄ່າທັງໝົດປະມານ 6 ຕື້ ກິີບ.
ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ທ່ານດຽວກັນນີ້, ເຈົ້າໜ້າທີ່ ມີສ່ວນໃນການຂາຍດິນ ບາງຄົນກໍໄດ້ເງິນ 80 ລ້ານ, ບາງຄົນກໍໄດ້ເງິນ 100 ລ້ານກີບ ໃນປີທີ່ຜ່ານມາ.
ຂໍ້ຂັດແຍ່ງທີ່ດິນຢູ່ບ້ານດັ່ງກ່າວ ເຄີຍເກີດຂຶ້ນມາແລ້ວ ໃນວັນທີ 14 ພຶດສະພາ 2023.
ຕໍ່ມາ ໃນວັ້ນທີ 17 ພຶດສະພາ 2023, ຫ້ອງວ່າການປົກຄອງ ແຂວງ ອັດຕະປື ໄດ້ອອກແຈ້ງການໄປຍັງ ບໍລິສັດ ສີຊິນ ພັດທະນາກະສິກໍາ ຈໍາກັດ ຂອງນັກລົງທຶນຈີນ ແລະ ບໍລິສັດ ກອງແກ້ວ ພັດທະນາກະສິກໍາ ຈໍາກັດ ໃຫ້ໂຈະຊົ່ວຄາວ ການບຸກເບີກທີ່ດິນ ຂອງຊາວ ບ້ານ ຢູ່ບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສະໜາມໄຊ.