ບາງແຂວງ ປະເຊີນກັບພາຍຸຮຸນແຮງ ເຮັດໃຫ້ໄດ້ຮັບຜົນກະທົບໜັກ
2024.04.01
ໃນຊ່ວງທ້າຍເດືອນມີນາ ທີ່ຜ່ານມາ ເກີດເຫດພາຍຸລະດູຮ້ອນ ພັດເຂົ້າປະເທດລາວ ເຮັດໃຫ້ມີລົມແຮງ, ຝົນຕົກໜັກ ຢູ່ຫຼາຍພື້ນທີ່ ຕັ້ງແຕ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລະເມືອງວາປີ ແຂວງສາລະວັນ ເຮັດໃຫ້ໂຮງຮຽນ, ບ້ານເຮືອນ ແລະຮ້ານຄ້າຂອງປະຊາຊົນ ໄດ້ຮັບຜົນກະທົບ.
ສະເພາະ ຢູ່ເຂດຫຼັກ 20 ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເກີດເຫດພາຍຸເຂົ້າໃນຊ່ວງຕອນເຊົ້າ ຂອງວັນທີ 29 ເດືອນມີນາ ເຮັດໃຫ້ບ້ານເຮືອນປະຊາຊົນ, ອາຄານຮ້ານຄາ ແລະປໍ້ານໍ້າມັນ ທີ່ຢູ່ໃນເຂດບ້ານໜອງປອງ ແລະບ້ານໂພນແພງ ໄດ້ຮັບຄວາມເສຍຫາຍ ເຫດການໃນຄັ້ງນີ້ ຊາວບ້ານບໍ່ໄດ້ຮັບການແຈ້ງເຕືອນ ກ່ຽວກັບພະຍຸດັ່ງກ່າວ, ດັ່ງຊາວບ້ານ ຢູ່ເຂດຫຼັກ 20 ເມືອງຄໍາເກີດ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ເມສາ 2024 ນີ້ວ່າ:
“ຫັ້ນແຫຼະ ຫຼາຍຢູ່ເກາະ ຢູ່ຫຼັກ 20 ນີ່ນ່າ ເປັນອາຄານ ເປັນປໍ້າ ເປັນເຮືອນເຂົາເຈົ້າ ບ່ອນຮ້ານຂ້ອຍ ຢູ່ໃກ້ໆ ບໍ່ໄດ້ຮັບເສຍຫາຍປານໃດ ແມ່ນລະ ຢູ່ບ້ານໜອງປ່ອງ ກັບບ້ານໂພນແພງຫັ້ນ ເຂດນັ້ນແຫຼະ ເຂດນັ້ນລະແມ່ນ ໄດ້ຮັບຄວາມເສຍຫາຍຫຼາຍ.”
ຂະນະທີ່ ຊາວບ້ານຢູ່ບ້ານໂພນໂຮງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ກ່າວວ່າ ໃນເຂດບ້ານໂພນໂຮງ ມີບ້ານເຮືອນປະຊາຊົນ ໄດ້ຮັບຄວາມເສຍຫາຍຫຼາຍຫຼັງ ເຮືອນຂອງລາວ ກໍໄດ້ຮັບຜົນກະທົບ ຈາກພາຍຸໃນຄັ້ງນີ້ ມີກະເບື້ອງມຸງຫຼັງຄາ ແຕກໄປ 8 ແຜ່ນ, ສັງກະສີເສຍຫາຍ 8 ແຜ່ນ ທັງໝົດນີ້ ລາວໄດ້ສ້ອມແປງດ້ວຍງົບປະມານ ຂອງໂຕເອງທັງໝົດ ນອກຈາກນີ້ ໃນເຂດບ້ານໃກ້ຄຽງ ເຊັ່ນບ້ານໂພນແພງ ກໍໄດ້ຮັບຜົນກະທົບໜັກຄືກັນ, ດັ່ງນາງກ່າວວ່າ:
“ຫຼາຍໃດ໋ ເຮືອນພີ່ນ້ອງກະຫຼາຍ ຫຼາຍຫຼັງເຕີບ ຊື້ມາປ່ຽນເອງເບິດ ສ້ອມແຊມເອງເຈົ້າ ກະເບື້ອງຫັ້ນນ່າ ໄປ 8 ແຜ່ນເນາະ ກໍຊື້ມາໃສ່ໃໝ່ແລ້ວ ຮ້ານນີ່ ເປັນສັງກະສີ ກໍປະມານ 8 ແຜ່ນນີ້ແຫຼະ ກໍບໍ່ຫຼາຍປານໃດ ນ້າສາວຜູ້ນຶ່ງ ຢູ່ໂພນແພງກໍຄກັນ ລາວກໍໄປເບິດເລີຍເຄິ່ງເຮືອນ ກໍເລີຍມ້າງ ມ້າງເຮັດໃໝ່ເລີຍ ຕ້ອງໄດ້ສ້າງໃໝ່ ເພາະມັນລ້າວໝົດເດ້.”
ຊາວບ້ານຜູ້ດຽວກັນນີ້ ກ່າວຕື່ມວ່າ ພັດຕະຄານ ເຊິ່ງມັກໃຊ້ເປັນບ່ອນຈັດງານດອງ ຢູ່ໃນບ້ານໂພນໂຮງນັ້ນ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ຈາກພາຍຸຄັ້ງນີ້ ຍ້ອນໃນມື້ທີ່ເກີດພາຍຸພັດເຂົ້າ ໄດ້ມີການຈັດງານດອງ ເຮັດໃຫ້ໂຕະຈັດງານ ແລະເຄື່ອງໃຊ້ຕ່າງໆ ໄດ້ຮັບຄວາມເສຍຫາຍທັງໝົດ ຫຼ້າສຸດ ເຈົ້າເມືອງຄໍາເກີດ ໄດ້ລົງມາເບິ່ງຄວາມເສຍຫາຍ ແລະມີທະຫານ ເຂົ້າມາຊ່ອຍເຫຼືອແລ້ວ.
ຕາມຂໍ້ມູນເບື້ອງຕົ້ນ ບ້ານໂພນແພງ ແລະບ້ານໂພນໂຮງ ຄື 2 ບ້ານ ທີ່ໄດ້ຮັບຄວາມເສຍຫາຍຫຼາຍກວ່າບ້ານອື່ນໆ ສ່ວນເລື່ອງການຊົດເຊີຍ ແລະຊ່ອຍເຫຼືອຢຽວຢາ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບນັ້ນ ຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນ ວ່າມີປະຊາຊົນ ໄດ້ຮັບຜົນກະທົບ ຈັກຄອບຄົວ ແລະມີຜູ້ບາດເຈັບຈັກຄົນ ຢ່າງໃດກໍຕາມ ຍັງບໍ່ມີລາຍງານຜູ້ເສຍຊີວິດ ຈາກເຫດການດັ່ງກ່າວ.
ດັ່ງເຈົ້າໜ້າທີ່ ຫ້ອງວ່າການປົກຄອງເມືອງຄໍາເກີດ ນາງນຶ່ງ ກ່າວວ່າ:
“ຕອນນີ້ ກໍຢູ່ໃນຂັ້ນຕອນ ເກັບກໍາຂໍ້ມູນຢູ່ ມີແຕ່ວ່າ ບັນເທົາຂັ້ນຕົ້ນ ຄືເປັນເຂົ້າສານ ອາຫານແຫ້ງຊື່ໆ ແມ່ນ ໃນຮອບ 10 ປີນີ້ມີ ແຕ່ເທື່ອນີ້ ແຫຼະແຮງກວ່າໝູ່ ບ້ານໂພນແພງ ເສຍຫາຍຫຼາຍກວ່າໝູ່ ລວມກັນຫັ້ນແຫຼະ ໂພນໂຮງ ໂພນແພງ.”
ກ່ອນໜ້ານີ້ ໃນມື້ວັນທີ 28 ມີນາ ປີ 2024 ຢູ່ເມືອງວາປີ ແຂວງສາລະວັນ ກໍມີພາຍຸ ພັດເຂົ້າຄືກັນ ເຮັດໃຫ້ບ້ານເຮືອນປະຊາຊົນ, ໂຮງສີເຂົ້າ ແລະເລົ້າເຂົ້າ ໃນ 3 ບ້ານ ຢູ່ເມືອງວາປີ ຄືບ້ານ ບັງຄາໂຄກ, ບ້ານດອນເຂົ້າໝິ້ນ ແລະບ້ານຄອນສາຍ ໂດຍ 2 ບ້ານທໍາອິດ ໄດ້ຮັບຜົນກະທົບຫຼາຍກວ່າ ບ້ານສຸດທ້າຍ.
ຢູ່ບ້ານບັງຄາໂຄກ ມີບ້ານເຮືອນປະຊາຊົນ ໄດ້ຮັບຄວາມເສຍຫາຍ ປະມານ 10 ປາຍ ຫາ 20 ຫຼັງ ຂະນະທີ່ ບ້ານດອນເຂົ້າໝິ້ນ ມີບ້ານເຮືອນເສຍຫາຍ ປະມານ 30 ຫຼັງ ແລະມີເລົ້າເຂົ້າ 10 ປາຍເລົ້າ ທີ່ໄດ້ຮັບຜົນກະທົບ. ປັດຈຸບັນ ຍັງບໍ່ມີລາຍງານ ຜູ້ໄດ້ຮັບບາດເຈັບ ແລະສັດລ້ຽງ ກໍບໍ່ໄດ້ຮັບຜົນກະທົບ.
ດັ່ງເຈົ້າໜ້າທີ່ເມືອງວາປີ ແຂວງສາລະວັນ ທ່ານນຶ່ງ ກ່າວວ່າ:
“ໂອ້...ເສຍຫາຍຫຼາຍເຕີບຢູ່ເຈົ້າ ມັນຈະຖືກ 3 ບ້ານ ບ້ານ ບ້ານບັງຄາໂຄກ, ບ້ານດອນເຂົ້າໝິ້ນ, ບ້ານຄອນສາຍ ແຕ່ວ່າຄອນສາຍ ບໍ່ໜັກເທົ່າ 2 ບ້ານເຈົ້າ ມີແຕ່ 2 ບ້ານ ທີ່ຈະໜັກກວ່າ ມັນຈະເປັນເຮືອນ ສ່ວນຫຼາຍເນາະ ເຮືອນກໍຈົນປີ້ນນະ ເຮືອນຫຼາຍຫຼັງແຫຼະ ດອນເຂົ້າໝິ້ນ ກັບບັງຄາໂຄກນີ່ ເຮືອນບັກໃຫຍ່ໆ ມັນກໍບ່ອນລົງ ມັນກໍເສຍຫາຍຫຼາຍຫັ້ນແຫຼະ ຈະມີເລົ້າເຂົ້າແນ່ ກັບເປັນໂຮງສີ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຄະນະນໍາຂອງແຂວງສາລະວັນ ແລະເມືອງວາປີ ໄດ້ແຕ່ງຕັ້ງຄະນະເຮັດວຽກ ຈາກພະແນກແຮງງານ ແລະສວັດດີການສັງຄົມ ລວມເຖິງ ພະແນກຕ້ານໄພພິບັດຂັ້ນເມືອງ ໃນການຊ່ອຍເຫຼືອປະຊາຊົນໃນຂັ້ນຕົ້ນແລ້ວ ໂດຍໄດ້ສົມທົບກໍາລັງ ກັບເຈົ້າໜ້າທີ່ທະຫານໃນພື້ນທີ່ ເພື່ອສ້ອມແປງບ້ານເຮືອນເບື້ອງຕົ້ນ ຮວມເຖິງຕິດຕາມ ແລະລົງເກັບກໍາຂໍ້ມູນຄວາມເສຍຫາຍ ເພື່ອຈະນໍາມາຊົດເຊີຍ ໃຫ້ປະຊາຊົນຕື່ມ.
ຊາວບ້ານ ຢູ່ບ້ານບັງຄາໂຄກ ເມືອງວາປີ ແຂວງສາລະວັນ ທ່ານນຶ່ງ ກ່າວວ່າ ໃນເຂດບ້ານບັງຄາໂຄກນັ້ນ ມີເຮືອນ 3 ຫຼັງ ທີ່ບໍ່ສາມາດສ້ອມແປງໄດ້ ຕ້ອງໄດ້ມ້າງ ແລະສ້າງຂຶ້ນໃໝ່ ສ່ວນເຮືອນອີກໜຶ່ງຫຼັງ ຫຼັງຄາເສຍຫຼາຍທັງໝົດ ແຕ່ກໍຕັດສິນໃຈ ມ້າງເຮືອນທັງໝົດ ເພື່ອສ້າງຂຶ້ນໃໝ່.
ຫາກປຽບທຽບມູນຄ່າ ຄວາມເສຍຫາຍແລ້ວ ບ້ານດອນເຂົ້າໝິ້ນ ອາດມີມູນຄ່າ ຄວາມເສຍຫາຍຫຼາຍກວ່າ ຍ້ອນໃນເຂດບ້ານນີ້ ມີໂຮງສີເຂົ້າ ຢູ່ພາຍໃນນັ້ນ ເກັບມ້ຽນເຂົ້າ ແລະມັນຕົ້ນແຫ້ງໄວ້ ເຮັດໃຫ້ເມື່ອຫຼັງຄາຂອງໂຮງສີເສຍຫາຍ ເຂົ້າແລະມັນຕົ້ນ ທີ່ເກັບໄວ້ ກໍຖືກຝົນທັງໝົດ.
ດັ່ງທ່ານກ່າວວ່າ:
“ແມ່ນຫຼາຍ ລະຢູ່ບັງຄາໂຄກ ເສຍຫາຍຫຼາຍ ມັນມຸ່ນໝົດຫຼັງຫັ້ນ 3 ຫຼັງຄາ ເອົາບໍ່ໄດ້ເລີຍ ມ້າງ ຖືວ່າມ້າງມ້ຽນຫັ້ນແຫຼະເນາະ ໄມ້ ເອົາໃຊ້ຄືນບໍ່ໄດ້ ມີແຕ່ຖືວ່າ ຖິ້ມໄປເລີຍ ແຕ່ລະບ້ານ ກໍຫຼາຍຢູ່ ແຕ່ວ່າ ມັນບໍ່ໜັກ ຄືຢູ່ບັງຄາໂຄກຫັ້ນນ່າ ຄືບ້ານດອນເຂົ້າໝິນຫັ້ນຫຼາຍ ມັນເປັນຫຼາຍເຮືອນ ແລ້ວກໍມັນເປັນໂຮງສີເຂົ້າອີ່ຫຍັງຫັ້ນນ່າ ມັນເສຍຫາຍ ສ້າງແປະ ໂຮງສີນີ່ ກະ 2-3 ໂຮງສີ ລະບາດນີ້ ເຂົາເອົາເຂົ້າເອົາຫຍັງໄປ ເຂົ້າໄວ້ຢູ່ໃນຫັ້ນ ລະ ບາງເທື່ອ ກໍຊື້ມັນຊື້ຫຍັງໄປໄວ້ຫັ້ນ ມັນໄດ້ຜົນກະທົບຫຼາຍລ້ານ ວ່າຈັ່ງຊັ້ນສາ ໄປເບິດຫຼັງຄາ ເຂົ້າກໍຖືກຝົນ ຖືກຝົນແລ້ວມັນໃຊ້ການບໍ່ໄດ້ເລີຍ ຄືມັນຖືກຝົນລະມັນກໍຂາຍບໍ່ໄດ້.”
ນອກຈາກ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລະ ເມືອງວາປີ ແຂວງສາລະວັນ ແລ້ວ ໃນຊ່ວງດຽວກັນນັ້ນ ກໍຍັງເກີດພາຍຸອີກຫຼາຍບ່ອນ ເປັນຕົ້ນ ຢູ່ແຂວງອຸດົມໄຊ ທີ່ມີພາຍຸ ພັດເຂົ້າໃນວັນທີ 22 ເດືອນມີນາ ເຮັດໃຫ້ມີລົມພັດແຮງ, ຝົນຕົກໜັກ ຈົນບ້ານເຮືອນປະຊາຊົນເສຍຫາຍ ຕົ້ນໄມ້ ຫັກລົ້ມທັບຖະໜົນຫົນທາງ ໃນມື້ດຽວກັນນັ້ນ ກໍເກີດພາຍຸເຂົ້າ ຢູ່ທີ່ເມືອງປາກທາ ແຂວງບໍ່ແກ້ວ ແລະເມືອງຫຼວງພະບາງ ແຂວງຫຼວງພະບາງນໍາ.
ປີ 2023 ຜ່ານມາ ມີເຫດໄພພິບັດ ເກີດຂຶ້ນທົ່ວປະເທດລາວ ທັງໝົດ 76 ຄັ້ງ, ມີຜົນກະທົບ ຢູ່ 16 ແຂວງ ແລະກະທົບໂດຍກົງ ຕໍ່ປະຊາຊົນ 125 ເມືອງ, 937 ບ້ານ, 33,585 ຄອບຄົວ, 107,334 ຄົນ ໃນນີ້ ເປັນເພດຍິງ 53,058 ຄົນ, ເສຍຊີວິດ 10 ຄົນ ແລະເຮືອນຖືກເສຍຫາຍ 14 ຫຼັງ.