ຄຳມ່ວນ, ສະຫວັນນະເຂດ ລວມບໍລິຄຳໄຊ ຍັງຕ້ອງກຽມຮັບມື້ນ້ຳຖ້ວມ
2024.09.18

ເມືອງໜອງບົກ ແຂວງຄໍາມ່ວນ, ເມືອງຈໍາພອນ ແຂວງສຫວັນນະເຂດ, ເມືອງທ່າພະບາດ ແຂວງບໍລິຄໍາໄຊ ສືບຕໍ່ກຽມຮັບມືຝົນຕົກໜັກ ແລະ ນ້ໍາຖ້ວມ ລະຫວ່າງ ວັນທີ 18-22 ກັນຍານີ້ ພາຍຫລັງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພວ່າ ພາຍຸດີເປຣສຊັນ ຫລື ສະພາບກົດອາກາດຕໍ່າ ຈະເຄື່ອນທີ່ຜ່ານ ລະຫວ່າງ ແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ເຮັດໃຫ້ພາກເໜືອຕາເວັນອອກ, ນະຄອນຫລວງວຽງຈັນ, ພາກກາງ ແລະ ພາກໃຕ້ ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ໜັກຫລາຍ, ຂະນະທີ່ ລະດັບນ້ໍາຂອງ ແລະ ນ້ໍາເຊຈໍາພອນ ຢູ່ລະດັບໃກ້ເຂດເຕືອນໄພ ເຖິງເຕືອນໄພ ແລະ ໄຫລຖ້ວມທົ່ງເຂົ້ານາປີ, ໝາກສາລີ, ສວນມັນຕົ້ນ, ສວນຜັກ ແລະ ສວນຍາງພາລາ ທີ່ປູກຕິດແຄມນ້ໍາຂອງຊາວບ້ານ ຈໍານວນຫລາຍແລ້ວ.
ສະເພາະ ກອງເລຂາ ຄະນະກໍາມະການຄຸ້ມຄອງ ໄພພິບັດ ຂັ້ນເມືອງ ເມືອງໜອງບົກ ໄດ້ແຈ້ງເຕືອນ ກຽມຮັບມື ພາຍຸ ດີເປ່ຣຊັນ ທີ່ຈະພັດຜ່ານແຂວງແລ້ວ. ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ແຂວງຄໍາມ່ວນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ກັນຍານີ້ວ່າ:
“ທາງນີ້ ໄດ້ເຕືອນ ແລ້ວກໍກຽມພ້ອມຢູ່ແລ້ວ ແລ້ວພາກສ່ວນຢູ່ດອນປາແດກ ກໍໄດ້ເຄື່ອນຍ້າຍສັດມາແລ້ວ ກ່ອນລ່ວງໜ້ານີ້ 3 ວັນແລ້ວ ດຽວນີ້ ກໍມີແຕ່ເຝົ້າລະວັງ ຢ່າໃຫ້ມັນຂຶ້ນມາຕື່ມອີກຫັ້ນແຫລະ ເອົາກະສອບຊາຍຕັນໄວ້ແລ້ວ ບ່ອນຮ່ອງຫ້ວຍ ທີ່ຕິດກັບສາຂານ້ໍາຂອງນີ້ນ່າ, ພາກສ່ວນທີ່ມີສາຍຫ້ວຍ ໂຕໃດທີ່ມີປະຕູນ້ໍາ ກໍໄດ້ເອົາຝາປິດລົງ ໂຕໃດທີ່ບໍ່ມີກໍໄດ້ເອົາຊາຍ ໃສ່ກະສອບລົງຕັນໄວ້ແລ້ວ ນ້ໍາມັນຊິໄຫລເຂົ້າມາ ຕາມສາຍຮ່ອງຫ້ວຍ ແລ້ວມັນຊິຖ້ວມຜົນລະປູກ ຂອງປະຊາຊົນ ກໍຄື ເຂົ້າຫັ້ນແຫລະ.”
ຄະນະກໍາມາທິການ ແມ່ນ້ໍາຂອງສາກົນ ລະບຸວ່າ ລະດັບນ້ໍາຂອງ ຢູ່ຈຸດວັດແທກເມືອງທ່າແຂກ ແຂວງຄໍາມ່ວນ ມື້ນີ້ (18 ກັນຍາ 2024) ຢູ່ທີ່ 12.79 ແມັດ ເພີ່ມຈາກມື້ວານນີ້ 0.05 ແມັດ ເຊິ່ງເປັນລະດັບທີ່ເຂົ້າໃກ້ເຕືອນໄພທີ່ 13.00 ແມັດແລ້ວ ຂະນະທີ່ ເຈົ້າໜ້າທີ່ ແຂວງຄໍາມ່ວນ ແລະ ຊາວບ້ານ ບ້ານດອນປາແດກ ກ່າວວ່າ ລະດັບນ້ໍາ ທີ່12.79 ແມັດ ທີ່ເປັນລະດັບນ້ໍາ ທີ່ຍື່ງສຶບຕໍ່ ຖ້ວມສວນສາລີ ແລະ ສວນຜັກ ຂອງຊາວບ້ານ. ດັ່ງ ຍານາງກ່າວວ່າ:
“ນ້ໍາຖ້ວມຢູ່ດອນປາແດກນີ້ ກໍຖືວ່າ ແຮງພໍສົມຄວນເນາະ ຜົນລະປູກ ພໍ່ແມ່ປະຊາຊົນ ກໍໝົດແຫລະ ຜົນລະປູກ ກໍມີຫລາຍຊະນິດແຫລະ ຫລັກໆ ກໍຊິເປັນໝາກສາລີ ແລ້ວກໍເປັນຜັກ ຜັກກາດ ເຫລືອແຕ່ບ່ອນທີ່ວ່າ ຕັ້ງເຮືອນຫັ້ນແຫລະ ໂນນນັ້ນແຫລະ ຍັງ ທີ່ວ່າອ້ອມໄປໂນນ ຖນົນຫົນທາງແຫລະ ຍັງ ວັດວາອາຮາມ ບ້ານຄົນນີ້ ຍັງບໍ່ທັນຖ້ວມ.”
ພ້ອມດຽວກັນນີ້ ລະດັບນ້ໍາເຊຈໍາພອນ ຢູ່ສະຖານນີ ແກ້ງກອກ ເມືອງຈໍາພອນ ໄດ້ຂຶ້ນຮອດເຂດລະດັບເຕືອນໄພແລ້ວ (ລະດັບເຕືອນໄພ ຢູ່ທີ່ 7.50 ແມັດ ແລະ ລະດັບຖ້ວມ 8.00 ແມັດ) ແລ້ວສືບຕໍ່ຍື່ງຖ້ວມທົ່ງ ເຂົ້ານາປີ ທີ່ຕິດແຄມນ້ໍາ, ປັດຈຸບັນ ຊາວບ້ານແລະທາງການເມືອງ ກຽມຮັບມື 24 ຊົ່ວໂມງ ຍ້ອນກັງວົນ ນ້ໍາຈະມາຕອນກາງຄືນ ແລະ ບໍ່ຮູ້ວ່າ ພາຍຸຈະມາ ຕອນໃດ. ດັ່ງ ເຈົ້າໜ້າທີ່ຂັ້ນບ້ານ ຂອງເມືອງຈໍາພອນ ນາງນຶ່ງກ່າວວ່າ:
“ມັນຖ້ວມແຕ່ໄຮ່ນາ ຄັນມັນຂຶ້ນອີກ ປະມານ 50 ເຊັນ. 8 ແມັດ 50 ຫລື 9 ແມັດ ນີ້ ຖືວ່າລົ້ນຝັ່ງ ແລ້ວ, ຖ້ວມບ້ານ. ບາງບ່ອນ ພັດເຂົ້າມັນກໍາລັງມານ ມັນຖ້ວມ ມັນຫຍັງ ມັນພັດເນົ່າ ມັນເປື່ອຍ ຄັນມັນແຊ່ດົນໆ ກໍຕາຍຄືກັນຫັ້ນແຫລະ ກຽມຢູ່ທຸກເວລາ ສັດສາ ວາສິ່ງ ກໍເອົາຂຶ້ນໄວ້ສູງ ທາງເມືອງເພິ່ນກໍ ກະກຽມເຮືອນ ຊ່ວຍປະຊາຊົນ ບ້ານໃດຖ້ວມກ່ອນ ເພິ່ນກໍໄປ ຂົນຂອງ ຂົນງົວ ຂົນແບ້ ນ້ໍາຖ້ວມຫລາຍແຕ່ລະປີ ບ້ານໃດຕ່ໍາ ເພິ່ນກໍເອົາກະສອບໄປໃຫ້.”
ປະຊາຊົນ ບ້ານຍາງເຄືອ ເມືອງທ່າພະບາດ ນາງນຶ່ງ ກ່າວວ່າ ອີງຕາມລະດັບນ້ໍາຂອງ ທີ່ວັດແທກ ຢູ່ເມືອງປາກຊັນ ເວລາ 7 ໂມງມື້ນີ້ (18 ກັນຍາ 2024) ໄດ້ 13.23 ແມັດ ເຊິ່ງເຂົ້າໃກ້ລະດັບເຂດເຕືອນໄພ ຢູ່ທີ 13.50 ແມັດແລ້ວ ເຊິ່ງລະດັບນ້ໍາຂອງ 13.23 ແມັດ ຍັງສືບຕໍ່ຍື່ງຖ້ວມທົ່ງເຂົ້ານາປີ ເຂົ້າໄຮ່ ສວນມັນຕົ້ນ ແລະ ສວນຍາງພາລາ ທັງໝົດ 40-60 ເຮັກຕ້າຣ໌, ຂະນະທີ່ ປັດຈຸບັນ ປະຊາຊົນຈໍານວນນຶ່ງ ກໍບໍ່ມີເຮືອກຽມອົບພະຍົບ ຄົນ ສັດ ສິ່ງຂອງ ໄປບ່ອນປອດໄພເທື່ອ ມີແຕ່ເອົາລົດໃຫຍ່ ຂຶ້ນໄປເທິງພູເທົ່ານັ້ນ. ດັ່ງ ນາງກ່າວວ່າ:
“ເຂົ້າເຮືອນ ມັນກໍບໍ່ຖ້ວມຫລາຍປານໃດ ບໍ່ຮອດ 10 ຫລັງຄາເຮືອນ ບໍ່ໄດ້ເສັຍຫາຍຫຍັງ ມີແຕ່ປະເພດເຄື່ອງປູກ ເປັນເຂົ້າ ເປັນສວນຍາງ ສວນມັນ ມັນເສັຍ. ເສັຍຫາຍ ເຂົ້າທີ່ວ່າຖອກແລ້ວ ຫລືວ່າ ເຂົ້າຕັ້ງທ້ອງນີ້ເສັຍເລີຍ ມັນສິກັບຄືນບໍ່ໄດ້ ໄທເຮົາກໍມີແຕ່ຈະກຽມຮັບມື ໄທເຮົາກໍມີສະຕິຢູ່ຕະຫລອດ ດຽວນີ້ ເປັນລົດເປັນຫຍັງ ເຂົາເຈົ້າເອົາໄປໄວ້ບ່ອນສູງ ຖ້ານ້ໍາມາ ມັນຊິລໍາບາກ ບໍ່ມີເຮືອ ທີ່ວ່າຂົນຍ້າຍ ບາງຄົນກໍມີ ເຂົາເຈົ້າກໍຮັກສາໄວ້ເປັນສ່ວນຕົວເຂົາເຈົ້ານ່າ.”
ສໍາລັບ ມູນຄ່າຄວາມເສັຍຫາຍ ຈາກນ້ໍາຖ້ວມເທື່ອນີ້ ທາງການລາວ ໃນຫລາຍແຂວງ ຍັງບໍ່ສາມາດລະບຸໄດ້ຈະແຈ້ງ ເນື່ອງຈາກວ່າ ຕ້ອງລໍ ນ້ໍາບົກແຫ້ງ ຄັກແນ່ກ່ອນ.