ພາກກາງ,ພາກໃຕ້ ເຮືອນເພ ຕ້ອງໄດ້ ສ້ອມແປງ
2018.08.23
ປະຊາຊົນຫຼາຍພື້ນທີ່ໃນເຂດພາກກາງ ແລະພາກໃຕ້ຂອງລາວ ທີ່ບ້ານເຮືອນຖືກນໍ້າຖ້ວມ ຍັງບໍ່ໄດ້ຮັບເງິນຊ່ອຍເຫຼືອ ຈາກທາງການ ເທື່ອ, ຊຶ່ງທາງການໄດ້ໃຫ້ແຕ່ເຂົ້າສານ, ອາຫານແຫ້ງ ແລະເຄື່ອງນຸ່ງຫົ່ມຈຳນວນນຶ່ງເທົ່ານັ້ນ ປະຊາຊົນ ຈຶ່ງບໍ່ມີເງິນສ້ອມແປງ ເຮືອນພາຍຫລັງທີ່ ປະສົບພັຍນໍ້າຖ້ວມ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ເມືອງມະຫາໄຊ ແຂວງຄຳມ່ວນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ສິງຫານີ້:
“ເງິນຍັງບໍ່ເຫັນໃດ໋ ເປັນເງິນບໍ່ມີ, ມີແຕ່ເຄື່ອງ, ເຂົ້າ, ປ໋ອງປູ ປ໋ອງປານີ້ແຫຼະ ຍັງບໍ່ເຫັນເງິນ ແຕ່ເຄື່ອງເຫັນຢູ່ເຂົ້າປາອາຫານແຫ້ງຫັນນາ ເປັນເງິນກໍຍາກ ມີຄວາມຕ້ອງການເນາະ ຊື້ເຂົ້າຊື້ອັນນີ້ແຫລະກິນ ແຕ່ລະວັນກໍ່ນ້ໍາຖ້ວມ ເຮືອນຊານກໍ່ ບາງຫລັງກໍ່ເປ່ເພ ເຂົ້າປາກໍ່ຕາຍໝົດ ເຂົ້າຊ່ວຍເຫຼືອກໍ່ແມ່ນຢູ່ເນາະ ແຕ່! ແຕ່ລະເທື່ອ ເຮືອນ 7 ຂີດ ເຮືອນລະໂລ ຊັ້ນນະ ຕ້ອງການເນາະ.”
ທ່ານກ່າວວ່າ ສຳລັບເມືອງມະຫາໄຊ ປະຊາຊົນໄດ້ຮັບຜົນກະທົບ ຈາກນໍ້າຖ້ວມທັງໝົດ 58 ບ້ານ ແຕ່ບ້ານທີ່ໄດ້ຮັບຄວາມເສັຽຫາຍໜັກ ແມ່ນບ້ານມະຫາໄຊ, ບ້ານໂພວາ, ບ້ານໂນນແດງ, ບ້ານໂນນສະອາດ ແລະບ້ານທົ່ງລາດ ທັງ 5 ບ້ານນີ້ ມີປະຊາຊົນ ເກືອບ 2000 ຄອບຄົວ. ຜ່ານມາ ທາງການໃຫ້ການຊ່ອຍເຫຼືອພຽງແຕ່ເປັນເຂົ້າສານ, ອາຫານແຫ້ງ ແລະເຄື່ອງນຸ່ງຫົ່ມເທົ່ານັ້ນ ແຕ່ບໍ່ໄດ້ຊ່ອຍເຫຼືອເງິນ ສຳລັບສ້ອມແປງເຮືອນຊານແຕ່ຢ່າງໃດ ຈຶ່ງຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງຊ່ອຍເຫຼືອ ໃນເຣື້ອງນີ້.
ເຖິງຢ່າງໃດກໍຕາມ ເຣື້ອງເງິນຊ່ອຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບນັ້ນ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເວົ້າໃນມື້ວານນີ້ວ່າ ທາງເມືອງ ຍັງບໍ່ມີງົບປະມານ ຫາກທາງແຂວງບໍ່ຊ່ອຍ ທາງເມືອງກໍຄົງບໍ່ມີເງິນຊ່ອຍຊາວບ້ານ:
“ພວກເຮົາໄດ້ສະເໜີໄປແລ້ວ ໄດ້ສະເໜີໄປທາງແຂວງແລ້ວ ທາງຫ້ອງວ່າການປົກຄອງເມືອງ ເພິ່ນໄດ້ສະເໜີໄປທາງແຂວງ ເພາະວ່າ ທາງແຂວງ ໄດ້ສະເໜີມື້ວານນີ້ຫັນນາ ສະເໜີງົບປະມານໃນການຊ່ວຍປະຊາຊົນ ເຂດທາງເມືອງ ສ່ວນໄໜ ທີ່ເສັຍຫາຍເນາະ ຄອບຄົວໄໜ ທີ່ເສັຍຫາຍໜັກຫັ້ນ.”
ນອກຈາກເມືອງມະຫາໄຊ ແຂວງຄຳມ່ວນແລ້ວ ຢູ່ເມືອງກະລຶມ ແຂວງເຊກອງ ມື້ວານນີ້ ເຈົ້າໜ້າທີ່ບອກວ່າ ປະຊາຊົນໃນ 9 ບ້ານ ທີ່ຖືກນໍ້າຖ້ວມ ຈະບໍ່ໄດ້ຮັບເງິນຊ່ອຍເຫຼືອ ຈະໄດ້ແຕ່ເຂົ້າສານເທົ່ານັ້ນ ເນື່ອງຈາກທາງເມືອງ ບໍ່ມີງົບປະມານ ແລະ ຢູ່ເມືອງວິລະບູລີ ແຂວງສວັນນະເຂດ ປະຊາຊົນທີ່ໄດ້ຮັບຜົນກະທົບນໍ້າຖ້ວມ 15 ບ້ານ ມີ 2.300 ຄອບຄົວ ກໍຈະບໍ່ໄດ້ຮັບເງິນຊ່ອຍເຫຼືອຄືກັນ ເນື່ອງຈາກ ທາງການບໍ່ມີງົບປະມານ.