ໄຟໄໝ້ເຮືອນຊົນເຜົ່າກຶມມຸ 11 ຄອບຄົວ ໄດ້ຮັບຜົນເສຍຫາຍ
2024.05.21

ເກີດເຫດໄຟໄໝ້ເຮືອນ ປະຊາຊົນ ຊົນເຜົ່າກຶມມຸ ທີ່ທຸກຍາກ ຢູ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊເມື່ອວັນທີ 18 ພຶດສະພາ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ ກັບ 11 ຫຼັງ, 100 ຄົນ. ຕໍ່ກັບເຫດການດັ່ງກ່າວ ຜູ້ເຄາະຮ້າຍໄດ້ສູນເສຍທັງເຮືອນ ທັງລົດ ແລະ ຊັບສິນອື່ນໆ. ປັດຈຸບັນຜູ້ເຄາະຮ້າຍສ່ວນຫຼາຍໄດ້ໄປອາໄສ ຢູ່ກັບຍາດພີ່ນ້ອງຊົ່ວຄາວ.
ດັ່ງປະຊາຊົນໃນເຂດ ບ້ານຕອງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 21 ພຶດສະພາ 2024 ວ່າ:
“11 ຫຼັງຄາເຮືອນ ພົນລະເມືອງ 100 ຄົນຍິງ 49 ຄົນ ຜູ້ເພິ່ນໃຫ້ຫັ້ນນ່າກໍ່ຄືເຂົາກໍ່ບໍ່ມີ. ສອງມາເຂົາກໍ່ມີລົດຈັກ 2 ຄົນຢູ່ໃນເຮືອນຫັ້ນເນາະ. ຫຼັງຈາກໄປໄຮ່ກັບມາຈັ້ງຊິໄໝ້ທັງເຮືອນ ໄໝ້ທັງລົດຈັ່ງຊິນ່າມັນກໍ່ບໍ່ເຫຼືອຫຍັງທຸກຢ່າງຈັ່ງຊີ້ນ່າ. ມັນກໍ່ເສຍໃຈຫັ້ນແຫຼະ. ໄປຂໍຢູ່ເຮືອນນໍາພີ່ນ້ອງ ຢູ່ແຖວນັ້ນຫັ້ນແຫຼະ. ໄປຢູ່ຊໍາຊາກ່ອນຫັ້ນນ່າ. ໄປຂໍອີງໃຫ້ມີບ່ອນຢູ່ບ່ອນນອນຊົ່ວຄາວຊື່ໆ ນີ້ແຫຼະ. ບ້ານນອກ-ຄອກນາ ກໍ່ກິນນໍາທຳມະຊາດ ສ່ວນຫຼາຍມັກເອົາມາຕົ້ນ ເອົາມາກິນເລີຍ ຈະມີຕຸກນໍ້າດື່ມຈັ່ງຊິບໍ່ເຄີຍມີດອກ.”
ທ່ານກ່າວຕື່ມວ່າ ເວລາເກີດໄຟໄໝ້ປະມານ 13:00 ໂມງ ເຊິ່ງເປັນເວລາທີ່ປະຊາຊົນ ໄປໄຮ່ໄປສວນ. ຢູ່ໃນເຮືອນມີແຕ່ເດັກນ້ອຍ ແລະ ຜູ້ເຖົ້າ. ສ່ວນສາເຫດເບື້ອງຕົ້ນ ຄາດວ່າມາຈາກໄຟຟ້າລັດວົງຈອນ ຈຶ່ງເຮັດໃຫ້ເກີດໄຟໄໝ້ເຮືອນ. ສ່ວນເຮືອນແຕ່ລະຫຼັງ ເປັນເຮືອນແບບປະຖົມປະຖານ ສ້າງດ້ວຍໄມ້ເຮັ້ຍ ແລະ ໄມ້ແປ້ນ ຈຶ່ງເປັນເຫດເຮັດໃຫ້ໄຟລຸກລາມໄດ້ໄວ.
“ແບບເຂົາເຈົ້າບໍ່ເຫຼືອຫຍັງເລີຍເດ້ ກໍ່ຄືເຂົາເຈົ້າຈະບໍ່ໄດ້ຢູ່ເຮືອນຫັ້ນນ່າ ເພາະວ່າຍາມນີ້ ເຂົາເຈົ້າຢູ່ບ້ານເດເນາະ ເພາະວ່າຍາມນີ້ ມັນເວລາເຂົາເຈົ້າເຮັດໄຮ່ເດເນາະ. ທຳການຜະລິດກໍ່ຄືສັກເຂົ້າໄຮ່ວ່າງ່າຍໆສາ. ເອີບາດນີ້ກໍ່ມາເຮືອນບາດນີ້ ກໍ່ເຫັນວ່າໄຟໄໝ້ເຮືອນຈັ່ງຊີ້ນ່າ ເຂົາກໍ່ວ່າປະສູດບໍ່ໄດ້ນ່າມັນເກີດຈາກຫຍັງຫັ້ນນ່າຕາມທີ່ຄິດຊື່ໆ ມັນອາດຈະແມ່ນໄຟຮົ່ວ ບໍ່ຫຼືວ່າ ເອີ້ນວ່າໄຟລັດຊ໋ອດຫັ້ນນ່າ. ບາງຄົນກໍ່ມີເຮືອນຕູບບາງຄົນກໍ່ມີເຮືອນທີ່ວ່າເປັນເຮືອນໄມ້ຫັ້ນນ່າ ເປັນໄມ້ໝົດວ່າຊັ່ນເດີ້ມຸງສັງກະສີ. ບາງຄົນກໍ່ເປັນອັນຝາຝາໄມ້ເຮັ້ຍເຮັດໃຫ້ເຊື້ອເພີງ ໄດ້ກໍ່ຄືໂຕຢ່າງໄຟຟ້າຊ໋ອດ ຈັ່ງຊິໄຟຟ້າຊ໋ອດໄຟມັນຈະລຸກໄໝ້ ຕາມສາຍໄຟນັ້ນບໍ່. ເຮືອນເຂົາກໍ່ເປັນໄມ້ ບາດນີ້ອີກຢ່າງໜຶ່ງ ເພີ່ມເຕີມເຂົ້າໄປຫັ້ນນ່າກໍ່ເລີຍລາມໄປ ເລີຍຈັ່ງຊີ້ນ່າ.”
ປະຊາຊົນ ທີ່ໄດ້ຮັບຜົນກະທົບເທື່ອນີ້ກ່າວວ່າ ມີ 3 ຄອບຄົວ ທີ່ເຮືອນເສຍຫາຍໝົດຫຼັງ ແລະ ບໍ່ສາມາດເອົາຊັບສິນ ທີມີຄ່າອອກມາໄດ້ ສ່ວນທີ່ເຫຼືອອີກ 8 ຄອບຄົວສາມາດເອົາຊັບສິນ ອອກມາໄດ້ ແລະ ເຄື່ອງໃຊ້ເສຍຫາຍຈຳນວນໜຶ່ງ. ໃນເວລາທີ່ເກີດໄຟໄໝ້ ບໍ່ມີນໍ້າພຽງພໍມາດັບມອດໄຟ ແລະ ບໍ່ມີລົດດັບມອດໄຟ.
“ເພິ່ນກໍ່ໄດ້ເຂົ້າມາຊ່ວຍເຄື່ອງ ຈໍາເປັນຈໍານວນໜຶ່ງ ບໍ່ວ່າຈະເປັນເຄື່ອງໃຊ້ເປັນແຟບ ສະບູ ຫຼືວ່າເປັນ ຂຸ ເປັນໂອ່ງຕ່າງໆ ຫູືວ່າເຂົ້າສານມື້ວານກໍ່ໄດ້ 2-3 ເປົາບາງຄອບຄົວກໍ່ເສຍຫາຍໜ້ອຍກໍ່ໄດ້ 2 ເປົາ ຫຼືວ່າ 1 ເປົາ. 3 ຄອບຄົວທີ່ໄໝ້ທຳອິດແມ່ນບໍ່ໄດ້ຫຍັງຈັກຢ່າງ ທີ່ເຫຼືອເຂົາກໍ່ຍັງເອົາເຄື່ອງອອກບໍ່ວ່າ ຈະເປັນເງິນເປັນຫຍັງເຂົາຍັງອອກທັນ, ດັບບໍ່ໄດ້ແລ້ວໄຟມັນແຮງ, ນໍ້າກໍ່ຢູ່ບ້ານນອກນໍ້າກໍ່ຊ່ວງນີ້ມັນກໍ່ຍັງບໍ່ມາຫຼາຍປານໃດ ດັບກໍ່ບໍ່ທັນແດ່ມັນກໍ່ໄໝ້ໄວແດ່ມັນເປັນໄຟຟ້າໄຟເຮົາທຳມະດາ ມັນກໍ່ຈະຍັງທັນຢູ່, ມັນຢູ່ບ້ານນອກບໍ່ມີລົດຖັງເຮົາໄປໄຮ່ປະມານ 8-9 ກິໂລ ແລ້ວບາດໄຟໄໝ້ເຮົາຍ່າງມາຂຶ້ນພູແດ່ ກໍ່ເລີຍບໍ່ທັນ 3 ຫຼັງຄາແມ່ນໄໝ້ຫຼາຍ.”
ເຈົ້າໜາທີ່ກ່ຽວຂ້ອງ ເມືອງປາກແບງກ່າວວ່າຂັ້ນເມືອງ ໄດ້ເອົາເຄື່ອງເຂົ້າໄປຊ່ວຍເຫຼືອ ຈໍານວນໜຶ່ງ ແລະ ສາເຫດຂອງໄຟໄໝ້ ເທື່ອນີ້ຄາດວ່າມາຈາການຊົມໃຊ້ໄຟ ຂອງຄົວເຮືອນ ແຕ່ຕ້ອງລໍຖ້າການຢັ້ງຢືນ ຈາກຂະແໜງການທີ່ກ່ຽວຂ້ອງກ່ອນ.
“ໂອ້ທາງເມືອງເຂົາເຈົ້າກໍ່ຊ່ວຍເຫຼືອ ແລ້ວບໍ່ທັນຊ່ວຍເຂົາເຈົ້າໄດ໋. ເຮົາປະຈໍາຢູ່ນີ້ເຮົາກໍ່ໄປຊ່ວຍເຫຼືອ ມາແລ້ວເພິ່ນໄດ້ແກ້ໄຂກັນ ເປັນໄລຍະໄປແລ້ວ. ເອີ! ຂະແໜງການເຂົາເຈົ້າກຳລັງໄປຢັ້ງຢືນ ໃຫ້ຢູ່ເນາະເລື່ອງການຊົມໃຊ້ ໃນຄົວເຮືອນນີ້ແຫຼະ. ຂະແໜງການເຂົາເຈົ້າກຳລັງຢັ້ງຢືນ ມາໃຫ້ກຳລັງເຮັດບົດລາຍງານ.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອຸດົມໄຊອີກທ່ານກ່າວວ່າ ຂັ້ນແຂວງເອົາເຄື່ອງເຂົ້າໄປຊ່ວຍເຫຼືອແລ້ວ ຕັ້ງແຕ່ວັນອາທິດທີ 19 ພຶດສະພາ ທີ່ຜ່ານມາ ແລະ ບໍ່ສາມາດຕອບໄດ້ເທື່ອວ່າ ທາງການຈະຊ່ວຍປະຊາຊົນປຸກເຮືອນໃຫ້ຜູ້ປະສົບໄພ ໄດ້ ຫຼືບໍ່.
“ໄປແລ້ວໄປວັນອາທິດກໍ່ພື້ນຖານ ກໍ່ຊ່ວຍອັນນ່າເບື້ອງຕົ້ນໄປແລ້ວເນາະ ອັນນີ້ຂ້ອຍກາບໍ່ຮູ້ເນາະ ບໍ່ສາມາດຊິໃຫ້ຂໍ້ມູນໄດ້.”
ຕໍ່ກໍລະນີເຫດໄຟໄໝ້ ມາເຖິງປັດຈຸບັນມີປະຊາຊົນ ໄດ້ສົມທົບທືນເປັນເງິນສົດ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ມີເຮືອນຖືກໄຟໄໝ້ ໃນເທື່ອນີ້ເປັນຕົ້ນ ພຣະສົມນຶກ ເສືອນນະລາ ເປີດຮັບບໍລິຈາກ ຜ່ານການໂອນເງິນ. ປັດຈຸບັນໄດ້ຍອດບໍລິຈາກ ທົ່ວປະເທດ 50 ລ້ານກີບ. ນອກຈາກນີ້ຍັງມີພາກສ່ວນອື່ນໆ ທີ່ບໍລິຈາກເປັນຈຳນວນຫຼາຍ ມີທັງເຄື່ອງໃຊ້ສອຍ ທີ່ຈຳເປັນເຊັ່ນເຂົ້າສານ ອາຫານແຫ້ງ.
ຕໍ່ກັບການຊ່ວຍເຫຼືອ ເຈົ້າໜ້າທີ່ກ່ຽວຂ້ອງແຂວງອຸດົມໄຊ ກ່າວວ່າກໍາລັງສົມທົບ ກັບພາກສ່ວນທີກ່ຽວຂ້ອງເພື່ອກຳນົດ ວັນໄປມອບໃຫ້ຜູ້ປະສົບໄພ ພ້ອມກັນ.
“ເຂົາເຈົ້າກໍາລັງສົມທົບກັນກໍາລັງເກັບກໍາຂໍ້ມູນ ແລ້ວຈຶ່ງໄປມອບໃຫ້ບາດດຽວ ຍັງບໍ່ມີກໍານົດທີ່ຈະແຈ້ງໄປເທື່ອ ເຈົ້າກຳລັງປຶກສາກັນຢູ່ເຈົ້າ.”
ເຫດການໄຟໄໝ້ເທື່ອນີ້ ຍັງບໍ່ມີລາຍງານຜູ້ທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດ. ພ້ອມນີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາປະຊາຊົນ ແລະນາຍບ້ານບ່ອນທີ່ເກີດເຫດໄຟໄໝ້ ແຕ່ບໍ່ສາມາດຕິດຕໍ່ໄດ້ຍ້ອນວ່າ ເປັນບ້ານທີ່ຢູ່ເຂດຫ່າງໄກ ບໍ່ມີສັນຍານອິນເຕີເນັດ ເຂົ້າເຖິງ. ອີງຕາມຂໍ້ມູນ ຂອງຫ້ອງວ່າການ ແຂວງອຸດົມໄຊ.