ພາຍຸທາລິມ ພັດເຂົ້າບ້ານຮະງວມ ຢູ່ແຂວງຊຽງຂວາງ

ອຸ່ນແກ້ວ
2023.07.21
ພາຍຸທາລິມ ພັດເຂົ້າບ້ານຮະງວມ ຢູ່ແຂວງຊຽງຂວາງ ແຜນທີ່ ເຂດເມືອງພູກູດ ແຂວງຊຽງຂວາງ.
RFA created OpenStreetMap contributors/Datawrapper

ລົມພາຍຸໄຕ້ຝຸ່ນ ທາລິມ (Talim) ພັດເຂົ້າ ບ້ານຮະງວມ ເມືອງພູກູດ ແຂວງຊຽງຂວາງ ໃນວັນທີ 16 ກໍຣະກະດາ 2023 ທີ່ຜ່ານມາ ເຮັດໃຫ້ຫຼັງຄາເຮືອນຂອງຊາວບ້ານ ເປ່ເພເສັຽຫາຍ ຈຳນວນ 17 ຄອບຄົວ.

ນອກຈາກນີ້ ອາຄານ, ຫ້ອງການ ແລະ ຕລາດ ກໍ່ໄດ້ຮັບຄວາມເສັຽຫາຍ ຈາກພາຍຸດັ່ງກ່າວ.

ຊາວບ້ານ ຜູ້ນຶ່ງ ຢູ່ບ້ານຮະງວມ ເມືອງພູກູດ ແຂວງຊຽງຂວາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຄວາມເສັຽຫາຍນໍ ຄັນວ່າມາລວມໆ ເບິ່ງກໍ່ ມັນມີ 10 ປາຍຄອບຄົວເດຖືກອັ່ນ ອາຄານທີ່ວ່າມັນເປັນອາຄານໂຄງສ້າງເປັນໄມ້ຫັ້ນນ່າ ມັນຖືວ່າເປິດອອກເບິດ ປີວໄປເບິດແຫຼະ. ຝົນກໍ່ບໍ່ຫຼາຍນ່າ ມັນເປັນລົມ ມື້ນັ້ນໄລຍະເວລາປະມານ 10 ນາທີ ທີ່ລົມພັດຜ່ານຊີ້ນ່າ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຜູ້ປະສົບໄພສ່ວນຫຼາຍແມ່ນໄດ້ຢູ່ອາໄສໃນເຮືອນຊານ ໃນສ່ວນທີ່ບໍ່ໄດ້ຮັບຄວາມເສັຽຫາຍ ຫຼືໄປອາສັຍຢູ່ຖຽງນາຊົ່ວຄາວ ລະວ່າງການສ້ອມແປງຫຼັງຄາເຮືອນຊານຂອງພວກເຂົາເຈົ້າ.

ຊາວບ້ານກໍ່ໄດ້ເຣີ່ມສ້ອມແປງ ຫຼັງຄາໄປສ່ວນນຶ່ງແລ້ວ ລະວ່າງລໍຖ້າການຊ່ອຍເຫຼືອ ຈາກພາກສ່ວນກ່ຽວຂ້ອງ. ນອກຈາກເຮືອນຊານບ້ານຊ່ອງຈະເສັຽຫາຍ ຄອກສັດກໍ່ເສັຽຫາຍນຳ. ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າ:  

“ໂອ, ເຂົາເຈົ້າກໍ່ສ້ອມແປງເຮືອນຫັ້ນແຫຼະ. ບໍ່ທັນມີໃຜມາຊ່ອຍເທື່ອ ແຕ່ວ່າສ້ອມເອງຫັ້ນແຫຼະ ຊື້ມາໃສ່ເອງ ມຸງເອງ ພີ່ນ້ອງໄທບ້ານໄປຊ່ອຍແດ່. ເສັຽຫຼາຍເຕີບເດ.”

ໃນໄລຍະນີ້ ກໍ່ໄດ້ມີມູນນິທິ ແລະອົງກອນພາກປະຊາສັງຄົມ ໄດ້ເຂົ້າມາຊ່ອຍເຫຼືອຊາວບ້ານ ໂດຍການເອົາວັສດຸອຸປະກອນ ມາສ້ອມແປງເຮືອນຊານຂອງຊາວບ້ານບາງສ່ວນແລ້ວ.

ຊາວບ້ານ ອີກຜູ້ນຶ່ງ ຢູ່ບ້ານຮະງວມ ກ່າວວ່າ:

“ຕອນນີ້ຫັ້ນ ມູນນິທິກຳລັງລວບລວມຂໍ້ມູນ ຂອງແຂວງຊຽງຂວາງນີ້ນໍ ແລ້ວກໍ່ມີເມືອງ (ພູກູດ) ນີ້ເຂົ້າມາຊ່ອຍເຫຼືອປະຊາຊົນບາງສ່ວນ. ເປັນສັງກະສີ ຫຼືວ່າເປັນກະເບື້ອງ. ມີອົງກອນນຶ່ງນໍເປັນອົງກອນຫຼຸດຜ່ອນຄວາມທຸກຍາກ ເພິ່ນກໍ່ໃຫ້ມານ້ອຍນຶ່ງ. ສ່ວນຫຼາຍແລ້ວກໍ່ຍັງບໍ່ທັນມາດອກ ຍັງບໍ່ທັນມີໃຜມາຊ່ອຍຫຍັງ ມີແຕ່ວ່າປະຊາຊົນກໍ່ເບິ່ງແຍງກັນເອງນີ້ແຫຼະ.”

ໃນວັນທີ 18 ກໍຣະກະດາ 2023 ທີ່ຜ່ານມາ, ທາງມູນນິທິຊ່ອຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ຮ່ວມກັບ ຫ້ອງການສະພາປະຊາຊົນ ແຂວງຊຽງຂວາງ ໄດ້ປະກາດຣະດົມເຄື່ອງຂອງ ແລະວັສດຸອຸປະກອນໃນການສ້ອມແປງເຮືອນຊານບ້ານຊ່ອງ ເປັນຕົ້ນ ຫຼັງຄາສັງກະສີ, ກະເບື້ອງ ແລະ ເຫຼັກຕະປູ ເພື່ອສົ່ງໄປຍັງບ້ານຮະງວມຕໍ່ໄປ.

ເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:

“ຕອນນີ້ເຮົາກຳລັງລະດົມເຄື່ອງຢູ່ເຈົ້າ ເຄື່ອງເຮົາຍັງບໍ່ທັນພຽງພໍເທື່ອ ເຮົາລະດົມກະວ່າອີກ ໄດ້ເຄື່ອງພຽງພໍແລ້ວເຮົາຊິເຂົ້າໄປເຈົ້າ. ຕອນທີແຣກນໍເຮົາວ່າຊິໃສ່ກຳນົດການໄປ ແຕ່ເຮົາຍັງບໍ່ແນ່ໃຈວ່າ ເຮົາຊິລະດົມເຄື່ອງໄດ້ທັນເວລາທີ່ເຮົາກຳນົດບໍ່ຊີ້ນ່າ. ແຕ່ວ່າມັນເປັນວຽກທີ່ເຮົາຕ້ອງໄດ້ແກ້ໄຂດ່ວນນໍ ເພາະເຂົາເຈົ້າບໍ່ມີຫຼັງຄາຊີ້ນ່າ ເຮົາກະວ່າປະມານອີກ ຢ່າງດົນກໍ່ປະມານ 3-4 ມື້ນີ້ນໍ. ຈະລວບລວມສິ່ງທີ່ເຮົາໄດ້ ໄດ້ເທົ່າໃດກໍ່ໄປມອບເທົ່ານັ້ນກ່ອນ ຊີ້ນ່າ.”

ນາງກ່າວຕຶ່ມວ່າ ທາງພາກສ່ວນກ່ຽວຂ້ອງ ຈະໄດ້ຣະດົມພະນັກງານທະຫານ-ຕຳຣວດ ແລະກອງຫຼອນບ້ານຈຳນວນນຶ່ງ ລົງໄປຊ່ອຍປະຊາຊົນສ້ອມແປງເຮືອນຊານໃນເທື່ອນີ້ນຳດ້ວຍ.

ອີງຕາມແຈ້ງການກົມອຸຕຸນິຍົມ ແລະອຸທົກກະສາຕ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເລຂທີ 0641/ກອຕທ ລົງວັນທີ 17 ກໍຣະກະດາ 2023 ໃຫ້ຮູ້ວ່າ ພາຍຸໄຕ້ຝຸ່ນ ທາລິມ ເຄື່ອນທີ່ຈາກທະເລຈີນໃຕ້ ເຂົ້າສູ່ເກາະໄຮໜານ ປະເທດຈີນ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບປານກາງ ຫຼາໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະແຂວງພາກກາງ ແລະພາກໃຕ້ຂອງລາວ. ເປັນຕົ້ນ ຢູ່ແຂວງຊຽງຂວາງ, ແຂວງໄຊສົມບູນ, ແຂວງວຽງຈັນ, ແຂວງບໍຣິຄຳໄຊ, ແຂວງສວັນນະເຂດ, ແຂວງສາຣະວັນ, ແຂວງຈຳປາສັກ, ແຂວງເຊກອງ ແລະແຂວງອັດຕະປື.

ສະພາບຝົນຕົນໜັກ ຍ້ອນພາຍຸໄຕ້ຝຸ່ນ ທາລິມ ໄດ້ເຮັດໃຫ້ເກີດນ້ຳຖ້ວມ ຢູ່ຫຼາຍບໍຣິເວນ ເປັນຕົ້ນ ໃນມື້ວັນທີ 19 ກໍຣະກະດາ 2023 ເກີດເຫດນ້ໍາຖ້ວມຫົນທາງ ຢູ່ໃຈກາງນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ເຮັດໃຫ້ການສັນຈອນໄປມາບໍ່ສະດວກ.

ນອກຈາກນີ້ແລ້ວ, ໃນວັນທີ 18 ກໍຣະກະດາ 2023 ທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ໄດ້ມີແຈ້ງການວ່າ ເນື່ອງຈາກໃນໄລຍະນີ້ມີຝົນຕົກໜັກ ເປັນປະຈຳ ໂດຍສະເພາະທາງພາກເໜືອຂອງລາວ, ອາດຈະເຮັດໃຫ້ຣົຖໄຟຕ້ອງຫຼຸດຜ່ອນຄວາມໄວ ໃນບາງຖ້ຽວ ແລະ ບາງຊ່ວງທາງຣົຖໄຟ, ເຊິ່ງຈະເຮັດໃຫ້ມີຜົລກະທົບຕໍ່ແຜນການເດີນທາງ ຂອງຜູ້ໂດຍສານ. ດັ່ງນັ້ນ, ເພື່ອຫຼີກລ່ຽງ ຫຼື ຫຼຸດຜ່ອນຜົລກະທົບ ຕໍ່ການເດີນທາງ ຈຶ່ງຂໍໃຫ້ຜູ້ໂດຍສານ ຕິດຕາມການແຈ້ງການ ຢູ່ແຕ່ລະສະຖານີ ຢ່າງໃກ້ຊິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.