ຊ້າງປ່າ ທໍາຮ້າຍຊາວບ້ານ ເສຍຊີວິດ 1 ຄົນ ຢູ່ເມືອງປາກກະດິງ

ອຸ່ນແກ້ວ
2024.04.29
ຊ້າງປ່າ ທໍາຮ້າຍຊາວບ້ານ ເສຍຊີວິດ 1 ຄົນ ຢູ່ເມືອງປາກກະດິງ ໂຕຢ່າງ: ຊ້າງລາວ 3 ໂຕ ພວມກິນພືດ ທີ່ແຂວງຫຼວງພຣະບາງ. (PV) ເມື່ອເດືອນ 7 ປີ 2016
RFA

ຊ້າງປ່າ ທໍາຮ້າຍຊາວບ້ານຂອນຂວ້າງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ເສັຍຊີວິດ 1 ຄົນ ເປັນຜູ້ຊາຍ ອາຍຸ 60 ປີ ໃນວັນທີ 18 ເມສາ 2024.

ເມື່ອເກີດເຫດການດັ່ງກ່າວ ຊາວບ້ານກໍມີຄວາມກັງວົນ ແລະ ຢ້ານ ຍ້ອນວ່າ ຊ້າງປ່າມັກມາກິນນໍ້າ ແລະ ມາກິນເຄື່ອງປູກຂອງຝັງຂອງຊາວບ້ານ ກ່ອນທີ່ຈະໜີຂຶ້ນພູໄປ ຊຶ່ງຊ້າງຈໍານວນດັ່ງກ່າວ ແມ່ນຂ້າມນໍ້າຂອງມາແຕ່ປະເທດໄທ.

ຊາວບ້ານ ບາງຄົນ ກໍບໍ່ກ້າອອກຈາກບ້ານ ໄປເຮັດວຽກໄຮ່ ວຽກສວນ ຍ້ອນວ່າ ເຂົາເຈົ້າຢ້ານ ຊ້າງຈະມາທໍາຮ້າຍ.  

ຊາວບ້ານຂອນຂວ້າງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ເມສາ ວ່າ:

“ມັນເປັນທຸກປີແລ້ວ ມັນຂ້າມໄປ ຂ້າມມາຕະຫລອດເນາະ ມັນເຂົ້າມາແຕ່ໄທພຸ້ນ ປີກາຍນີ້ ຄົນກໍຕາຍ ເຂົາເຈົ້າກໍຢ້ານແຫຼະເນາະ ບໍ່ມີໃຜກ້າໄປກີດຢາງເລີຍ ມັນກໍມາກິນນໍ້າຂອງ ກະຂຶ້ນພູ ກະຄືເກົ່າແຫຼະ ມີແຕ່ນາຍບ້ານເພິ່ນໃຫ້ລະວັງໃຜລະວັງລາວຫັ້ນແຫຼະ ໄປມາທາງໃດກໍໃຫ້ເບິ່ງຫັ້ນແຫຼະ.”

ຊາວບ້ານມັກຈະເຫັນຊ້າງເປັນຝູງ 7-8 ໂຕ ທີ່ມັກອອກມາຫາກິນຕອນກາງຄືນ ແລະ ຊາວບ້ານຢາກໃຫ້ພາກສ່ວນກ່ຽວຂ້ອງມາຊ່ວຍໄລ່ຊ້າງອອກໄປ.

ຊາວບ້ານຂອນຂວ້າງອີກຄົນໜຶ່ງ ໄດ້ກ່າວວ່າ:

“ໄດ້ລະມັດລະວັງກັນເອງຫັ້ນລະ ຂ້ອຍກໍຍັງໄດ້ລະວັງ ເພາະກາງຄືນຂ້ອຍມານອກເຝົ້າປ່າ ຢູ່ສ່ວນເນາະ ເຈີຕະຫລອດ ເກືອບທູກຄືນລະໄປ ມັນປ້ວນປ້ຽນ 7-8 ໂຕນີ້ແຫຼະ ອີກຢ່າງທາງເຮົາກໍໍບໍ່ໄດ້ຂັບໄລ່ອີ່ຫຍັງແດ່ ປ່ອຍຕາມທໍາມະຊາດ ມັນກໍເຫຼີງຫັ້ນແຫຼະ ກໍຢາກໃຫ້ເພິ່ນເຂົ້າມາເບິ່ງ ມາຂັບໄລ່ໃຫ້ປະຊາຊົນ ເພາະວ່າ ເຂົາເຈົ້າກໍຢ້ານຫັ້ນນ່າ.”

ປະມານ 2-3 ມື້ ຜ່ານມາ, ຊາວບ້ານທ່າກະຖິ່ນ ທີ່ຢູ່ຕິດກັບບ້ານ ຂອນຂວ້າງ ກໍເຫັນຊ້າງຝູງດັ່ງກ່າວ. ຊາວບ້ານທ່າກະຖິ່ນ ໄດ້ກ່າວວ່າ:

“ຫວ່າງ 2-3 ມື້ ນີ້ ມັນຢູ່ບ້ານຂ້ອຍແຫຼະ ມັນຢູ່ຕີນພູ ຢູ່ທ່າ ກະຖິ່ນ ນີ້ນ່າ ມັນກໍໄປໝົດຫັ້ນແຫຼະ ມັນກໍເລາະຢູ່ຕີນພູ ແນວບ້ານຕິດກັນ ໝ້ອງໃດມີກ້ວຍ ໝ້ອງໃດ ນໍາຖຽງ ມັນກໍໄປຊອກກິນຫັ້ນນ່າ ຢ້ານກໍຢ້ານຢູ່ຫັ້ນແຫຼະ ແຕ່ວ່າ ມັນກໍຈໍາເປັນ ໄປໄຮ່ໄປສວນ ກໍໄດ້ໄປຄືເກົ່າ ກະລະວັງເອົາຫັ້ນແຫຼະ.”

ຊາວບ້ານກໍຍັງບໍ່ທັນຮູ້ສາເຫດທີ່ແທ້ຈິງ ວ່າເປັນຫຍັງຊ້າງທໍາຮ້າຍຊາວບ້ານເສັຍຊີວິດໃນວັນທີ 18 ເມສາ ທີ່ຜ່ານມາ.

ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ໄປມອບເງິນກິນທານ ໃຫ້ແກ່ຄອບຄົວຜູ້ເສັຍຊີວິດ. ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:  

“ກະມີ ໄທເຮົາກໍໄດ້ມີການກິນທານ ນໍາຄອບຄົວ ທີ່ເສັຍຊີວິດນັ້ນ ທາງເມືອງແລ້ວ ກໍທາງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ສົມທົບໃສ່ກັນຈະໄດ້ເງິນປະມານ 5 ລ້ານ 5 ໄປ ມອບໃຫ້ເພິ່ນມື້ທີ່ເສັຍຊີວິດຫັ້ນນ່າ.”

ທ່ານ ກ່າວຕື່ມວ່າ ສ່ວນມາດຕະການອື່ນໆ ທາງເຈົ້າໜ້າທີ່ກໍມີແຕ່ແຈ້ງເຕືອນໃຫ້ຊາວບ້ານລະມັດລະວັງເທົ່ານັ້ນ ເມື່ອພົບເຫັນຊ້າງປ່າ ກໍບໍ່ຄວນເຂົ້າໃກ້ ຄວນຫຼີກໜີ ໃຫ້ໄກໆ ບໍ່ຄວນເຂົ້າໄປທໍາຮ້າຍຊ້າງ.

ເຈົ້າໜ້າທີ່ບໍ່ມີງົບປະມານ ທີ່ຈະມາຊົດເຊີຍເຄື່ອງປູກຂອງຝັງຂອງຊາວບ້ານທີ່ຊ້າງປ່າເຂົ້າມາກິນ ແລະ ທໍາລາຍ. ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:

“ວິທີປ້ອງກັນກໍມີແຕ່ວ່າ ໄດ້ອອກແຈ້ງການ ບໍ່ໃຫ້ໄປຊອກຢູ່ ຊອກກິນ ໃນຂອບເຂດ ທີ່ວ່າຊ້າງຢູ່ຫັ້ນ ບໍ່ໃຫ້ທໍາຮ້າຍຊ້າງຫັ້ນແຫຼະ ກໍແມ່ນໃຫ້ມີວິທີການຫຼີກລ້ຽງ ວິທີການຊ່ວຍເຫຼືອຫັ້ນພວກເຮົາກໍຍັງຂາດງົບປະມານຢູ່ ຜົນເສັຍຫາຍສໍ່າໃດເຮົາໄດ້ແຕ່ເຮັດບົດບັນທຶກຢັ້ງຢືນໄວ້.​”    

ທ່ານ ຍັງກ່າວຕື່ມວ່າ ຊ້າງປ່າພວກນີ້ ທາງການລາວ ກໍບໍ່ສາມາດຢັ້ຢືນໄດ້ວ່າ ແມ່ນຊ້າງຢູ່ລາວ ຫຼື ມາຈາກໄທ ເພາະວ່າ ທຸກປີ ໃນຍາມແລ້ງ ຊ້າງປ່າພວກນີ້ ຈະຂ້າມນໍ້າຂອງ ເດີນທາງໄປມາ ລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງບຶງການ ເພື່ອຊອກຫາກິນ ເປັນປະຈໍາລະດູການ ແຕ່ ເຈົ້າໜ້າທີ່ກໍພຽງແຕ່ແຈ້ງເຕືອນປະຊາຊົນເທົ່ານັ້ນ.

ໃນວັນທີ 20 ກຸມພາ 2024 ທີ່ຜ່ານມາ, ຫ້ອງການກິສິກໍາ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄໍາໄຊ ກໍໄດ້ອອກແຈ້ງເຕືອນ ປະຊາຊົນຫ້າມເຂົ້າປ່າ ຊອກຢູ່ຫາກິນ ນອນຢູ່ສວນ ຢູ່ນາ ແລະ ກີດຢາງ ເວລາກາງຄືນ ຢ່າງເດັດຂາດ ຫ້າມເຂົ້າໄປທໍາຮ້າຍຊ້າງ ໃນຮູບແບບການໃດໆ ຫຼີກລ້ຽງການເຂົ້າໃກ້ຊ້າງປ່າ ແທນທີ່ຈະໄປທໍາຮ້າຍຊ້າງ.

ປັດຈຸບັນຈໍານວນຊ້າງປ່າ ໃນລາວ ເຫຼືອຢູ່ປະມານ 300 ໂຕ ອີງຕາມຂໍ້ມູນຂອງອົງການອະນຸຮັກຂ້າງສາກົນ ປີ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.