ຊາວບ້ານ ແຂວງສາລະວັນ ເຫັນລົດແກ່ໄມ້ ຂົນໄປຫວຽດນາມ
2024.04.23

ມາເຖິງປັດຈຸບັນ ຊາວບ້ານຢູ່ແຂວງສາລະວັນ ກໍຍັງພົບເຫັນລົດ ທີ່ບໍ່ຕິດປ້າຍທະບຽນ ຂົນໄມ້ທ່ອນ ຊຶ່ງຖືກຕັດຢູ່ໃນເຂດເມືອງຕຸ້ມລານ ແລະເມືອງຕະໂອ້ຍ ອອກໄປປະເທດຫວຽດນາມຫລາຍຢູ່ ເຮັດໃຫ້ຊາວບ້ານມີຄວາມກັງວົນ ຢ້ານປ່າໄມ້ຈະຫລຸດລົງ ແລະຂາດຄວາມອຸດົມສົມບູນຕື່ມອີກ.
ຊາວບ້ານຜູ້ນຶ່ງຢູ່ເມືອງຕຸ້ມລານ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ເມສານີ້ວ່າ ໃນໄລຍະ 2-3 ປີຜ່ານມານີ້ ຍັງພົບເຫັນການຕັດໄມ້ທໍາລາຍປ່າຢູ່ຫລາຍ ແລະບໍ່ຮູ້ວ່າ ໄມ້ນັ້ນຖືກກົດໝາຍ ຫລືຜິດກົດໝາຍ ຊຶ່ງສ່ວນໃຫຍ່ຖືກຂົນໄປຫວຽດນາມ ຜ່ານດ່ານສາກົນລາໄລ ເມືອງສະມ້ວຍ.
“ບໍ່ມີໄມ້ແລ້ວ ມີທາງນັ້ນ ວຽດນາມແລ້ວມາເອົາ ໝົດແລ້ວແຖວພູແຖວຊາຍແດນ ອາກາດມັນຈັ່ງປັບປ່ຽນບາດນີ້ ຂຸດຄົ້ນ ຫາກພັດ ທະນາປະເທດພັດບໍ່ເຫັນວ່າ ພໍສິຫລວງຫລາຍ ເສັ້ນທາງຍັງມີບັນຫາຫຍູ້ງຍາກຫລາຍ ເສັ້ນທາງໃຫຍ່ກະດີ ເຂົາໄປແກ່ມາຂາຍ ກະເຈົ້າໜ້າທີ່ຫັ້ນແລ້ວອະນຸຍາດໃຫ້ເຂົາ.”
ແລະປະຊາຊົນຢູ່ເມືອງຕະໂອ້ຍຜູ້ນຶ່ງ ກໍເວົ້າວ່າ ເມື່ອຫລາຍປີກ່ອນ ມີການປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ເລກທີ 15 ວ່າດ້ວຍການຫ້າມຂຸດຄົ້ນໄມ້ ເຄື່ອນຍ້າຍໄມ ແລະສົ່ງໄມ້ອອກໄປຕ່າງປະເທດ ຢ່າງເຂັ້ມງວດ ແຕ່ໃນປັດຈຸບັນ ມີຄົນບາງກຸ່ມລະເມີດດໍາລັດນັ້ນ ເຂົ້າໄປລັກຕັດໄມ້ ແລະຂົນໄປຫວຽດນາມ ຢ່າງຕໍ່ເນື່ອງ ຊຶ່ງມີທັງໄມ້ແປຮູບ ແລະໄມ້ທ່ອນ ໂດຍທີ່ມີເຈົ້າໜ້າທີ່ບາງຄົນ ອໍານວຍຄວາມສະດວກໃຫ້ ຊຶ່ງຊາວບ້ານບໍ່ສາມາດເຮັດໄດ້ ດັ່ງທີ່ທ່ານກ່າວວ່າ:
“ກະເວົ້າໄປຊື່ໆດອກ ດໍາລັດ 15 ເປັນໄມ້ສໍາເລັດຮູບ ບາງເທື່ອກະມີບາງເທື່ອເຂົາກະຍັງແກ່ເປັນທ່ອນ ກະມີຕັດແລ້ວເຂົາກະເອົາເມືອ ຫວຽດນາມ ເຂົາກະເຮັດເປັນໄມ້ທີ່ວ່າຖືກຕ້ອງຫັ້ນນ່າ ມີແຕ່ເອົາໄມ້ໄປຂາຍຫັ້ນ ຕາມຂ້ອຍເບິ່ງຫັ້ນ ໃກ້ກັບຊາຍແດນແດ່ ເຂົາກະສົ່ງໄປຢູ່ ຫວຽດນາມ.”
ກ່ຽວກັບເລື່ອງທີ່ວ່ານີ້ ມີຊາວບ້ານຈໍານວນນຶ່ງ ຕິດຕໍ່ມາຫາວິທຍຸເເຊັຍເສຣີ ແລະເລົ່າເຖິງເຫດການທີ່ເກີດຂຶື້ນນັ້ນໃຫ້ຟັງວ່າ ເມື່ອກາງເດືອນເມສານີ້ ຊາວບ້ານພົບເຫັນລົດຂົນໄມ້ຫລາຍຄັນ ຢູ່ເມືອງຕຸ້ມລານ ແຂວງສາລະວັນ ທີ່ຈະຂົນໄປຫວຽດນາມ.
ຊາວບ້ານເວົ້າວ່າ ມີນັກທຸລະກິດຫວຽດນາມ ກວດຊື້ໄມ້ຢູ່ແຂວງສາລະວັນ ເປັນຕົ້ນໄມ້ແດງ, ໄມ້ແຄນ ທີ່ເປັນທ່ອນໃຫຍ່ ໄປຂາຍຢູ່ຫວຽດນາມ. ແລະວ່າ ການກວດຊື້ໄມ້ ແລະສົ່ງໄປຂາຍຢູ່ຫວຽດນາມນັ້ນ ແມ່ນມີເຈົ້າໜ້າທີ່ຂັ້ນສູງເມືອງຕຸ້ມລານ ແລະແຂວງສາລະວັນ ມີສ່ວນອໍານວຍຄວາມສະດວກໃຫ້.
ຊາວບ້ານເວົ້າວ່າ ແຕ່ກ່ອນ ຊາວຫວຽດນາມຫລາຍຄົນ ທີ່ມາຄ້າໄມ້ຢູ່ແຂວງສາລະວັນນີ້ ບໍ່ມີເງິນພໍເທົ່າໃດ ແຕ່ດຽວນີ້ ບາງຄົນ ມີເງິນປຸກໂຮງແຮມ 7 ຊັ້ນ ຢູ່ເມືອງກວາງຈິ ປະເທດຫວຽດນາມ.
ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຕຸ້ມລານ ເວົ້າວ່າ ປ່າໄມ້ ທີ່ເຄີຍອຸດົມສົມບູນ ໄດ້ຖືກທໍາລາຍໄປ ເປັນຈໍານວນຫລວງຫລາຍ ໂດຍສະເພາະໄມ້ ທີ່ມີລາຄາແພງ ເປັນຕົ້ນໄມ້ດູ່ ໄມ້ຂະຍູງ ແລະໄມ້ສັກ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ເອົາໃຈໃສ່ ແລະບໍ່ເຂັ້ມງວດໃນການຕິດຕາມ ກວດກາ.
ການຕັດໄມ້ທໍາລາຍປ່າ ຢູ່ແຂວງສາລະວັນ ຈະພົບເຫັນ 2 ຮູບແບບ ຄືຊາວ ບ້ານໃນພື້ນທີ່ ຕັດເພື່ອປູກມັນຕົ້ນ ແລະເອົາໄມ້ໄປຂາຍໃຫ້ໂຮງງານປຸງແຕ່ງໄມ້ຂອງຫວຽດນາມ ແລະເອົາໄປເຜົາຖ່ານ ໃຊ້ໃນຄອບຄົວ ແລະອີກຮູບແບບນຶ່ງ ກໍແມ່ນຍາດພີ່ນ້ອງຜູ້ນໍາລະດັບສູງ ເປີດບໍລິສັດປຸງແຕ່ງໄມ້ ແບບຖືກກົດໝາຍ ທັງລົງທຶນເອງ ແລະຮ່ວມທຶນກັບນັກທຸລະກິດຫວຽດນາມ ແລ້ວຕັດໄມ້ໄປແປຮູບ ແລະສົ່ງໄມ້ທ່ອນໄປຫວຽດນາມ ແລະຈີນ ໂດຍມີເຈົ້າໜ້າທີ່ບາງຄົນ ມີສ່ວນກ່ຽວຂ້ອງໂດຍກົງ ໃນການອະນຸຍາດຕັດໄມ້ ແລະສົ່ງໄມ້ອອກໄປນັ້ນ ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ຂໍ້ກໍານົດຂອງລັດຖະບານຂອງແຂວງ ຂອງເມືອງວ່າໃຫ້ປູກມັນຕົ້ນ ແລະເຮັດໃຫ້ປະຊາຊົນເຮົາຕັດໄມ້ ທໍາລາຍປ່າ ແລ້ວກະຮອງຮັບກັບພວກນັກທຸລະກິດໄມ້ເຂົາ ໄມ້ທີ່ເປັນລາຄາ ເປັນຕົ້ນ ໄມ້ຂະຍຸງໄມ້ປະດູ່ຈັ່ງຊີ້ເນາະ ຂາຍ ໄດຍ ລັກຂາຍນີ້ແຫລະ ຕັດຂາຍນີ້ແຫລະ ເຂົາກະຂາຍໃຫ້ຫວຽດໃຫ້ຈີນ ຫົວພູນີ້ເປັນຫົວພູລົ້ນແຫລະ ການຈັດຕັ້ງເຮົາກະເກັບເງິນເກັບຄໍາຈໍານວນນຶ່ງ ແຕ່ຈໍານວນນຶ່ງກະບໍ່ເກັບເງິນ ຫາຜົນປະໂຫຍດສ່ວນຕົວ.”
ກ່ຽວກັບເລື່ອງການຂົນໄມ້ໄປຫວຽດນາມທີ່ວ່ານັ້ນ ເຈົ້າໜ້າທີ່ປະຈໍາດ່ານສາກົນ ລາໄລ ແຂວງສາລະວັນ ປະຕິເສດວ່າ ບໍ່ໄດ້ພົບເຫັນວ່າມີການຂົນໄມ້ທ່ອນ ຈາກລາວໄປຫວຽດນາມ ຕາມທີ່ຊາວບ້ານກ່າວອ້າງນັ້ນແຕ່ຢ່າງໃດ.
“ບໍ່, ດຽວນີ້ບໍ່ເຫັນ ບໍ່ໆ ບໍ່ໄດ້ເຫັນເດ້ ບໍ່ໄດ້ເຫັນຕົວນີ້ ຕົວນັ້ນບໍ່ໄດ້ກ່ຽວ.”
ເພື່ອຂໍຮູ້ຂໍ້ເທັດຈິງ ກ່ຽວກັບເລື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຜະແນກກະສິກໍາ ແລະປ່າໄມ້ ແຂວງສາລະວັນ ແຕ່ເຈົ້າໜ້າທີ່ຫ້ອງການ ບໍ່ສາມາດໃຫ້ ຄໍາເຫັນໄດ້. ໃນຂະນະທີ່ ເຈົ້າໜ້າທີ່ສະພາປະຊາຊົນແຂວງສາລະວັນ ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ບໍ່ໄດ້ຮັບລາຍງານ ກ່ຽວກັບເລື່ອງດັ່ງກ່າວເທື່ອ, ເຖິງຈະຮູ້ ແຕ່ກໍບໍ່ມີສິດ ໄປກວດກາ, ມີແຕ່ໄດ້ໃຫ້ຄໍາແນະນໍາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເທົ່ານັ້ນ.
“ເພາະວ່າສະພາເຮົານີ້ ບໍ່ມີສິດໄປກວດຫາຫຍັງເພິ່ນນ່າ ເພາະວ່າເຮົາມີແຕ່ວ່າຕິດຕາມ ແລ້ວກະຊຸກຍູ້ແມ່ນຫຍັງຫັ້ນນ່າ ແບບເພິ່ນມີແຕ່ເຮັດບົດລາຍງານ ມາໃຫ້ທາງພວກເຮົາຫັ້ນນ່າ ພວກເຮົາບໍ່ໄດ້ລົງໄປກວດກາເບິ່ງຕົວຈິງ ມີແຕ່ວ່າຕິດຕາມຊື່ໆ.”
ປັດຈຸບັນ ແຂວງສາລະວັນ ຍັງມີໂຮງງານປຸງແຕ່ງໄມ້ ທີ່ຖືກກົດໝາຍ ບໍ່ຕໍ່າກວ່າ 10 ແຫ່ງ ເປັນຕົ້ນ ໂຮງງານປຸງແຕ່ງໄມ້ສໍາເລັດຮູບ ຈາງສິນ ຈໍາກັດ ຂອງຫວຽດນາມ, ໂຮງງານປຸງແຕ່ງໄມ້ມິດຕະພາບລາວ-ຫວຽດນາມຈໍາກັດຜູ້ດຽວ ຂອງຫວຽດນາມ, ໂຮງງານປຸງແຕ່ງໄມ້ຄົບວົງຈອນ ເມືອງຕຸ້ມລານ ຈໍາກັດຜູ້ດຽວ ຂອງຫວຽດນາມ, ໂຮງງານປຸງແຕ່ງໄມ້ ແລະເຟີນີເຈີ ວັງໂກຍ ຈໍາກັດ ຂອງຫວຽດນາມ.
ເມື່ອປີ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່່ງສະບັບໃໝ່ ເລກທີ 11/ນຍ ວ່າດ້ວຍການເພີ້ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປ້ອງຮັກສາ, ພັດທະນາ ແລະນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານແລະສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະໄຟໃໝ້ລາມປ່າ ຜູ້ໃດຝ່າຝືນ ຈະຖືກດໍາເນີນຄະດີ.
ນັບແຕ່ດໍາລັດ ເລກທີ 15/ນຍ ທີ່ວ່ານັ້ນ ຖືກປະກາດໃຊ້ເມື່ອປີ 2016 ເຮັດໃຫ້ໂຮງງານປຸງແຕ່ງໄມ້ຂະໜາດໃຫຍ່ ກວ່າ 140 ແຫ່ງ ແລະຂະໜາດນ້ອຍ ແລະຮ້ານເຟີນີເຈີ ເກືອບ 1,000 ແຫ່ງ ໃນທົ່ວປະເທດ ຖືກສັ່ງໃຫ້ປິດຢ່າງຖາວອນ.
ກະຊວງອຸດສາຫະກໍາ ແລະການຄ້າ ລາງານວ່າ ທົ່ວປະເທດລາວ ມີໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ທີ່ໄດ້ຮັບອະນຸຍາດ ຊື້-ຂາຍໄດ້ ທັງໝົດ 1,595 ແຫ່ງ.