ບ້ານນໍ້າງາ ເມືອງນໍ້າບາກ ເກີດປະກົດການນໍ້າຂຸ້ນ
2024.04.12

ເມື່ອວັນທີ 09 ເມສາ ມີການເຜີຍແຜ່ ຄລິບວິດີໂອໃນສື່ສັງຄົມອອນລາຍ ສະແດງໃຫ້ເຫັນປະກົດການນໍ້າຂຸ້ນ ຢູ່ແມ່ນໍ້າງາ ເຂດບ້ານນໍ້າງາ ເມືອງນໍ້າບາກ ແຂວງຫຼວງພຣະບາງ ນໍ້າມີ ລັກສະຂຸ້ນເປັນຂີ້ຕົມ ໂດຍບໍ່ຮູ້ສາເຫດ. ເຫດການນີ້ເກີດມາໄດ້ 3-4 ວັນແລ້ວ ທັງທີ່ວ່າໃນໄລຍະນີ້ບໍ່ມີຝົນຕົກ.
ດັ່ງຊາວບ້ານນໍ້າງາ ທ່າວກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ເມສາ 2024 ນີ້ວ່າ:
“ປະມານສາມສີ່ວັນນີ້ແຫຼະບໍ່ໆ ຢູ່ແຖວບ້ານເຮົາຝົນບໍ່ຕົກນ່າແມ່ນແລ້ວ ແຕ່ຢູ່ຂັ້ນເທິງທົ່ວເຖິງ ຫຍັງກໍໃສໝົດ ມີແຕ່ມັນອອກແບບປະກົດການ ທຳມະຊາດ ມັນອອກກາງນໍ້າເອງເລີຍນີ້ນ່າ. ບໍ່ໆ ຍັງບໍ່ມີຜູ້ໃດລົງມາເທື່ອ.”
ສາຍນໍ້າງາ ເປັນສາຍນໍ້າທີ່ຊາວບ້ານ ໃຊ້ອຸປະໂພກ ບໍລິໂພກ ເປັນຕົ້ນນດື່ມ, ອາບ, ຫາປາ ລວມເຖິງນໍາມາໃຊ້ໃນການປູກຝັງນໍາ. ໃນເຂດບ້ານນໍ້າງາ ແລະ ເຂດອ້ອມຂ້າງນັ້ນຍັງບໍ່ມີບໍລິສັດຂຸດຄົ້ນ ແຮ່ທາດເຂົ້າມາຕັ້ງໂຄງການສຳຫຼວດ ຫຼື ຂຸດຄົ້ນແຮ່ທາດເທື່ອ. ແຕ່ຢູ່ດ້ານເທີງຂຶ້ນໄປຈະມີເຂື່ອນໄຟຟ້າ ນໍ້າງາຕັ້ງຢູ່. ສາຍນໍ້າທີ່ຢູ່ເທິງກໍຍັງປົກກະຕິ ບໍ່ຂຸ້ນແບບທີ່ເກີດຢູ່ບໍລິເວນຂົວ ເຂດບ້ານນໍ້າງາ.
ດັ່ງຊາວບ້ານນໍ້າງາ ອີກທ່ານໄດ້ກ່າວວ່າ:
“ໂອໂຕນີ້ນໍາໃຊ້ເປັນສ່ວນຫຼາຍໃດ ເພາະວ່າຊ່ວງນີ້ນໍ້າລິນນໍ້າຫ້ວຍ ຕົວໃດກໍແຫ້ງເຂົາເຈົ້າຈະໃຊ້ນໍ້າງາເປັນສ່ວນໃຫຍ່ເດ້ ສະເພາະຢູ່ພາຍໃນເມືອງນໍ້າບາກບໍ່ມີເນາະ ຂະເຈົ້າບໍ່ມີການຂຸດຄົ້ນເນາະ ແຕ່ວ່າມັນຈະເປັນອັນນັ້ນມີເຂື່ອນຢູ່ທາງບ້ານນໍ້າງາຂຶ້ນເມືອທາງເໜືອ ເພິ່ນຈະມີເຂື່ອນໂອຖ້າເກິດຈາກເຂື່ອນ ກໍໜ້າຈະຂຶ້ນຈາກທາງພຸ້ນລົງມາ ກໍໄດ້ເບິ່ງຢູ່ມີແຕ່ວ່າຢູ່ແຖວນໍ້າງາບ້ານນໍ້າງາຫັ້ນ ແຕ່ວ່າຂັ້ນເທີງເພິ່ນກໍບໍເປັນຫຍັງຫັ້ນນ່າ ແມ່ນຍັງບໍ່ມີມີຜູ້ໃດຮູ້ສາເຫດລະອຽດເທື່ອ.”
ກ່ຽວກັບເລື່ອງນີ້ ຫ້ອງການຊັບພຣະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ເມືອງນໍ້າບາກ ແຂວງຫຼວງພຣະບາງ ກໍໄດ້ລົງກວດກາສະພາບນໍ້າລະບຸວ່າ ສາເຫດທີ່ນໍ້າຂຸ້ນ ຍ້ອນມີຝົນຕົກບໍລິເວນ ສາຍນໍ້າລື່ມເຊິ່ງເປັນສາຍນໍ້າທີ່ໄຫຼລົງ ສູ່ນໍ້າງາ.
ດັ່ງເຈົ້າໜ້າທີ່ກ່ຽວຂ້ອງທ່ານກ່າວວ່າ:
“ເຮົາກໍລາຍງານວ່າມັນ ເປັນປະກົດການທີ່ວ່ານໍ້າລື່ມມັນຂຸ້ນເນາະ ຝົນຕົກລົງມາແລ້ວອອກມາແລ້ວນໍ້າງາຊ່ວງນີ້ ຂະເຈົ້າເຮັດເຂື່ອນຢູ່ເທີງເນາະແລ້ວມັນເປັນນໍ້ານ້ອຍຫັ້ນນ່າ ແລ້ວນໍ້າລື່ມໄຫຼໄປປ່ອງໃສ່ນໍ້າງາຫັ້ນແລ້ວຕົວຂຸ້ນນີ້ ກໍໄຫຼຂຶ້ນມາເທີງແລ້ວມັນຮອດບ່ອນຕີກັບ ມັນກໍຕີກັບໄປເປັນຈຸດເນາະ.”
ວັນທີ 08 ເມສາ ມີປະຊາຊົນພົບເຫັນປາຕາຍຫຼາຍ ຢູ່ໃນເຂດນໍ້າຂອງບ້ານ ຢູ່ບ້ານຄົກຕົມ ເມືອງນານ ແຂວງຫຼວງພຣະບາງ ໂດຍສ່ວນຫຼາຍປາທີ່ລອຍຂຶ້ນມາຕາຍແມ່ນເປັນປາຕົວນ້ອຍສາເຫດທີ່ປາຕາຍໃນເຂດບ້ານຄົກຕົມນັ້ນຍັງບໍ່ຮູ້ຈະແຈ້ງແຕ່ຊາວບ້ານຄາດວ່າອາດມາຈາກກໍລະນີລົດບັນທຸກສານເຄມີເສັຍຫຼັກປີ້ນຢູ່ຂົວບ້ານພູຊ້າງຄຳ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທີ່ເຮັດໃຫ້ສານເຄມີໄຫຼລົງສູ່ຫ້ວຍສ້ຽວຈົນເກີດປາຕາຟູນໍ້າຕາມຫ້ວຍນ້ອຍ ທີ່ຢູ່ຕິດສາຍນໍ້າຄານເຊິ່ງເປັນສາຍນໍ້າ ສາຂາຂອງແມ່ນໍ້າຂອງ.
ຫຼັງຈາກເກີດເຫດລົດປີ້ນ ເຈົ້າໜ້າທີ່ຂອງເຂື່ອນໄຊຍະບູລີ ກໍໄດ້ລົງກວດກາຄຸນນະພາບ ຂອງນໍ້າ ຢູ່ບໍລິເວນບ້ານຄົກຕົມ ເມືອງນານ ແຕ່ຊາວບ້ານກໍບໍ່ຮູ້ຈະແຈ້ງວ່າ ຜົນກວດອອກມາແນວໃດ. ແຕ່ປັດຈຸບັນຊາວບ້ານເຂດບ້ານຄົກຕົມ ເລີ່ມກັບມານໍາໃຊ້ນໍ້າຂອງເປັນປົກກະຕິແລ້ວ.
ດັ່ງຊາວບ້ານ ຢູ່ບ້ານຄົກຕົມ ທ່ານກ່າວໃນມື້ດຽວກັນວ່າ:
“ຊ່ວງອາທິດແລ້ວຫັ້ນນ່າປາຕາຍ ຢູ່ກໍໄດ້ຍິນຂະເຈົ້າເວົ້າວ່າລົດຂ້ວມຢູ່ຫຼວງພຣະບາງພຸ້ນ ແລ້ວມັນໄຫຼສູ່ນໍ້າຄານນໍ້າຄານແລ້ວລົງມານໍ້າຂອງຫັ້ນນ່າ 4-5 ມື້ແລ້ວນ່າກໍປານ້ອຍສ່ວນມາກປານ້ອຍ ນ່າຕາຍ ກໍເຫັນພວກເຂື່ອນຕິຂະເຈົ້າ ມາກວດມື້ໜຶ່ງເກາະໜ້າຈະແມ່ນເຂື່ອນໄຊຍະບູລີ ປະມານນີ້ແຫຼະມີແຕ່ວ່າຂະເຈົ້າມາກວດແລ້ວ ຂະເຈົ້າກໍໄປຊິນ່າ.”
ພຣະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນານ ແຂວງຫຼວງພຣະບາງ ໄດ້ລົງກວດຫາສາເຫດຂອງປາຕາຍ ແລ້ວພົບວ່າບໍ່ມີສ່ວນກ່ຽວຂ້ອງກັບເຫດການ ລົດບັນທຸກສານເຄມີປີ້ນ. ສ່ວນສາເຫດທີ່ແທ້ຈິງ ໜ້າຈະມາຈາກການຫາປາແບບຊ໋ອດໄຟຟ້າ ທີ່ເຮັດໃຫ້ປາຈຳນວນຫຼາຍຕາຍ. ແຕ່ຜູ້ກ່ຽວເລືອກເອົາປາໃຫຍ່ ໄປເທົ່ານັ້ນຈຶ່ງເຮັດໃຫ້ແຕ່ປານ້ອຍຕາຍໃນສາຍນໍ້າ.
ດັ່ງເຈົ້າໜ້າທີກ່ຽວຂ້ອງທ່ານກ່າວວ່າ:
“ປະຊາຊົນຂ້າມໄປຝັ່ງນັ້ນເນາະ ເຂົາເຫັນປານ້ອຍຕາຍເນາະແຕ່ວ່າ ໄປເບິ່ງຕົວຈິງແລ້ວສາເຫດທີ່ຖາມນາຍບ້ານຫັ້ນ ໂຕນີ້ມັນບໍ່ກ່ຽວກັບເລື່ອງເຫດທີ່ຫຼວງພຣະບາງເນາະ ຕົວນີ້ເຂົາຊ໋ອດປາ ແລ້ວປານ້ອຍແລ້ວເຂົາບໍ່ເອົາເຂົາເອົາແຕ່ປາໃຫຍ່.”
ເຈົ້າໜ້າທີ່ກ່າວຕື່ມວ່າ ຫຼັງການລົດປີ້ນລັດວິສາຫະກິດນໍ້າ ປະປາຢູ່ເມືອງນານກໍໄດ້ກວດກາ ຄຸນນະພາບນໍ້າບໍລິເວນບ່ອນສູບນໍ້າ ຢ່າງຕໍ່ເນື່ອງໂດຍມີເຄື່ອງວັດຄຸນນະພາບ ຕະຫຼອດ 24 ຊົ່ວໂມງ. ກ່ຽວກັບເຫດການລົດຂົນສົ່ງສານເຄມີ ປີ້ນນັ້ນລາຍງານຫຼ້າສຸດຈາກອົງການແມ່ນໍ້າຂອງ ສາກົນ ໃນວັນທີ 8 ເມສາ 2024 ທີ່ຜ່ານມາລະບຸຜ່ານໜັງສືພິມລາວພັດທະນາ ວ່ານໍ້າຄານ ແລະ ນ້ໍາຂອງ ຍັງປົກກະຕິ ມີພຽງນ້ໍາ ໃນຫ້ວຍສ້ຽວ ໄດ້ຮັບຜົນກະທົບເລັກນ້ອຍ.