ເຣື້ອງທີ່ເກັບບັນທຶກໄວ້
2022-02-24
ປະຊາຊົນ 5 ບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ໄດຮັບຜົລກະທົບ ຈາກລົມພະຍຸ ຍັງລໍຖ້າ ການຊ່ອຍເຫລືອ ຈາກທາງການຢູ່.
2022-02-23
ຊາວບ້ານໃນເມືອງເຊໂປນ ຢ້ານໄດ້ຮັບຜົລກະທົບ ຈາກໂຄງການ ຂຸດຄົ້ນແຮ່ຄຳເຄົ້າ ທີ່ບໍຣິສັດ ເຊໂປນ ມາຍນິ້ງ ຈຳກັດ ກຳລັງຢູ່ໃນ ລະຫວ່າງ ການຕຣຽມ ການຂຸດຄົ້ນ.
2022-02-23
ໂຄງການເຂື່ອນ ໄຟຟ້າເຊລະນອງ 1 ບໍ່ປະຕິບັດ ຕາມສັນຍາ ທີ່ໃຫ້ໄວ້ ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍ ຖິ່ນຖານ ຄືທາງໂຄງການ ບໍ່ໄດ້ຈັດສັນ ທີ່ດິນທຳການ ກະເສດ ໃຫ້ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ.
2022-02-22
ເອກະຊົນລາວ ແລະ ຈີນ ຮ່ວມມື ເຊັນສັນຍາກໍ່ສ້າງ ໂຄງການເຂື່ອນໄຟຟ້າເຊລະນອງ 3 ຢູ່ແຂວງສວັນນະເຂດ ແລະ ແຂວງສາຣະວັນ, ເຊິ່ງມີ 2 ເມືອງ ຈະໄດ້ຮັບຜົລກທົບ
2022-02-22
ໃນປີນີ້ ໄຄຫິນ ຕາມລຳ ແມ່ນໍ້າຂອງ ຂຶ້ນຫລາຍກວ່າ ປີທີ່ຜ່ານໆມາ ສົ່ງຜົລດີໜ້ອຍນຶ່ງ ຕໍ່ຜູ້ເຮັດໄຄແຜ່ນຂາຍ ຂະນະທີ່ ນັກວິຊາການວ່າ ມັນໄດ້ສ້າງ ຄວາມເສັຍຫາຍ ໃຫ້ແກ່ລະບົບນິເວດ ໃນແມ່ນໍ້າຂອງ ຢ່າງຮຸ່ນແຮງ.
2022-02-18
ລາວເຊັນສັນຍາ ໃຫ້ນັກລົງທຶນຈີນ ສໍາຣວດບໍ່ແຮ່ ຢູ່ເມືອງປາກແບງ ແຂວງອຸດົມໄຊ ຊຶ່ງຖືກດິນ ຂອງຊາວບ້ານ ແລະ ຊາວບ້ານ ສແດງຄວາມກັງວົນ ເຣື່ອງຄ່າຊົດເຊີຍ ແລະ ສິ່ງແວດລ້ອມ.
2022-02-18
ເຮືອນຖາວອນ ຂອງຜູ້ປະສົບໄພ ເຂື່ອນແຕກ ຍັງເປັນບັນຫາ ເພາະການກໍ່ສ້າງ ບໍ່ໄດ້ຕາມກຳໜົດ ຄືຍັງສ້າງບໍ່ສໍາເຣັດ ຕາມກໍານົດໄລຍະເວລາ ແລະ ມາເຖິງປັດຈຸບັນນີ້ ກໍຖືກເລື່ອນອອກໄປ ໃນປີ 2023-2025.
2022-02-17
ເຈົ້າໜ້າທີ່ ປກສ ແຂວງ ຫຼວງພຣະບາງ ໄດ້ເຂົ້າທຳລາຍ ສວນຝິ່ນ ໃນເນື້ອທີ່ ປະມານ 150 ເຮັກຕ້າຣ໌ ຊຶ່ງຊາວບ້ານ ໄດ້ປູກ ຕາມຄຳສັ່ງຊື້ ຂອງນາຍທຶນ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ.
2022-02-17
ໂຄງການພັທນາ ເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ຂອງບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ຊຶ່ງເປັນຂອງນັກລົງທຶນຈີນ ກຳລັງຢູ່ໃນໄລຍະເຣີ່ມຕົ້ນ ການກໍ່ສ້າງ ພ້ອມທັງມີແຜນ ພັທນາ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຄາຊິໂນ, ໂຮງແຮມ ແລະ ອື່ນໆ.
2022-02-16
ທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງທາງການໄທຍ ແລະ ລາວ ລວມທັງໂຕແທນບໍຣິສັດ ຜູ້ທີ່ຈະພັທນາໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ໄດ້ເຣີ່ມສຳຣວດພື້ນທີ່ ທີ່ຈະກໍ່ສ້າງເຂື່ອນດັ່ງກ່າວນັ້ນ ໃນເບື້ອງຕົ້ນແລ້ວ, ເຊິ່ງກໍມີຄວາມເປັນໄປໄດ້ວ່າ ຊາວບ້ານຈຳນວນນຶ່ງ ທີ່ຢູ່ໃກ້ໂຄງການ ຈະຕ້ອງຖືກໂຍກຍ້າຍ.
2022-02-16
ປະຊາຊົນ ບ້ານກິ່ວງິ້ວ 107 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຮງໄຟຟ້າຫົງສາ ແລ້ວໂຍກຍ້າຍມາຢູ່ ບ້ານຈັດສັນກິ່ວງິ້ວໃໝ່ ຈະຮັບທີ່ດິນທໍາກິນ ຄອບຄົວລະ ປະມານ 3 ເຮັກຕ້າຣ໌ ແຕ່ຍັງບໍ່ຮູ້ ວັນເວລາທີ່ແນ່ນອນ ວ່າຈະໄດ້ດິນດັ່ງກ່າວນີ້ ໃນມື້ໃດແທ້.
2022-02-16
ນັກວິຊາການເວົ້າວ່າ ສາເຫດຄວາມແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ເກີດຈາກເຂື່ອນຈີນ ແລະ ເຂື່ອນຕ່າງໆ ຕາມລຳແມ່ນ້ຳຂອງ ແລະແມ່ນ້ຳສາຂາ ກັກນ້ຳໄວ້ເພື່ອຜລິດໄຟຟ້າ ໃນຍາມຕ້ອງການນ້ຳ ຮ່ວມດ້ວຍສະພາບ ອາກາດປ່ຽນ ໃນຂົງເຂດລຸ່ມ ແມ່ນໍ້າຂອງນໍາ.
2022-02-15
ປີ 2021 ປະຊາຊົນລາວ ໄດ້ຮັບຜົລກະທົບ ຈາກພັຍທັມມະຊາດ 7 ໝື່ນປາຍຄົນ ເຮັດໃຫ້ ປະຊາຊົນ ຈຳນວນດັ່ງກ່າວນີ້ ສູນເສັຽ ເຮືອນ, ທີ່ດິນທຳການຜລິດ, ເຖິງຈະມີການຊ່ອຍ ແຕ່ກໍບໍ່ພໍ ກັບຄວາມຕ້ອງການ ແລະ ສິ່ງທີ່ໄດ້ສູນເສັຽໄປ.
2022-02-15
ນັກລົງທຶນລາວ ກຽມຂຸດຄົ້ນ ປຸງແຕ່ງ ສົ່ງອອກແຮ່ທອງ ແລະແຮ່ຄຳ, ແຕ່ຊາວບ້ານກັງວົນ ຄ່າຊົດເຊີຍທີ່ດິນ ຫຼັງຈາກທີ່ ທາງການລາວ ໄດ້ເຊັນສັນຍາ ອະນຸມັດໃຫ້ ທາງບໍຣິສັດ ນິກສັນ ພັທນາບໍ່ແຮ່ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ ການຂຸດຄົ້ນ ບໍ່ແຮ່ດັ່ງກ່າວ.
2022-02-11
ທາງການ ແຂວງຫລວງນໍ້າທາ ອະນຸມັດໃຫ້ ຣິສັດຈີນ ເຂົ້າມາເຊົ່າດິນ ຊາວບ້ານ ປູກໝາກໂມ ແຕ່ຊາວບ້ານ ບໍ່ເຫັນດີ ເນື່ອງຈາກ ການປູກໝາກໂມ ຂອງ ບໍຣິສັດຈີນ ສ້າງຄວາມເສັຽຫາຍ ເນື້ອທີ່ຕໍ່ດິນ ເມື່ອເຖິງ ຣະດູເຮັດນາປີ.