ເຂື່ອນເຊລະນອງ 3, ເອກະຊົນ ລາວ-ຈີນ ຈະຮ່ວມສ້າງ

ພູວົງສ໌
2022.02.22
ເຂື່ອນເຊລະນອງ 3, ເອກະຊົນ ລາວ-ຈີນ ຈະຮ່ວມສ້າງ ແຜນທີ່ ສແດງໃຫ້ເຫັນບໍຣິເວນ ໂຄງການ ເຂື່ອນໄຟຟ້າເຊລະນອງ 3 ຢູ່ລະຫວ່າງເມືອງນອງ ແຂວງສວັນນະເຂດ ແລະ ເມືອງຕະໂອ້ຍ ແຂວງສາຣະວັນ
RFA

ບໍຣິສັດ ສີເມືອງພາວເວີ້ ຈຳກັດ ຮ່ວມມືກັບກຸ່ມບໍຣິສັດ ທາງຣົຖໄຟປະເທດຈີນ ທີ 12 ສາຂາປະເທດລາວ ເຊັນສັນຍາກໍ່ສ້າງໂຄງການ ເຂື່ອນໄຟຟ້າເຊລະນອງ 3 ຫຼືເຂື່ອນເຊລະນອງຕັງເອີ້ນ ຢູ່ລະຫວ່າງແຂວງສວັນນະເຂດ ກັບແຂວງສາຣະວັນ ໃນມື້ວັນທີ 16 ກຸມພາ 2022 ທີ່ຜ່ານມານີ້.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງສາຣະວັນ ທ່ານນຶ່ງ ກ່າວວ່າ ທ້າຍສັປດານີ້ ກຸ່ມບໍຣິສັດ ຜູ້ພັທນາໂຄງການ ຈະເປີດກອງປະຊຸມໃຫຍ່ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ເພື່ອປຶກສາຫາລືກັນ ກ່ຽວກັບການກໍ່ສ້າງໂຄງການ ເຂື່ອນໄຟຟ້າເຊລະນອງ 3, ຣາຍງານຄວາມເສັຽຫາຍ, ການຊົດເຊີຍເງິນ, ການໂຍກຍ້າຍ ແລະ ການຈັດສັນທີ່ຢູ່ໃໝ່ ໃຫ້ກັບຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ. ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງສາຣະວັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພາ ນີ້ວ່າ:

“ຄືຊິຄາດວ່າ ຊິມີການເປີດກອງປະຊຸມ. ຊິເວົ້າເຣື່ອງຜົລເສັຽຫາຍ ວ່າ ສົມມຸດວ່າ ຖ້າສ້າງເຂື່ອນຂຶ້ນມາແລ້ວ ມັນຊິມີບັນຫາຫຍັງແດ່ເກີດຂຶ້ນ ທາງດ້ານຜົລກະທົບ. ເພາະວ່າ ຍ້ອນວ່າ ຂໍ້ມູນອີ່ຫຍັງ ມັນບໍ່ລະອຽດ ຈະແຈ້ງ.”

ທ່ານກ່າວຕື່ມວ່າ ເຖິງກະຊວງພະລັງງານ ແລະ ບໍ່ແຮ່ ຈະເປັນຜູ້ອະນຸມັດ ກໍ່ສ້າງໂຄງການ ເຂື່ອນເຊລະນອງ 3, ແຕ່ຖ້າຫາກບໍ່ມີຣາຍງານ ແບບຈະແຈ້ງ ກ່ຽວກັບການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກໍຈະເຮັດໃຫ້ຊາວບ້ານ ໃນທ້ອງຖິ່ນ ບໍ່ພໍໃຈ ແລະ ບໍ່ຢາກໃຫ້ມີການກໍ່ສ້າງເກີດຂຶ້ນ. ສ່ວນເຣື່ອງການຊົດເຊີຍຕ່າງໆ ກໍຈະຕ້ອງສົມເຫດສົມຜົລ ຕາມການປະເມີນໂຕຈິງ.

ໃນເບື້ອງຕົ້ນ, ການປະເມີນຜົລກະທົບ ທາງສັງຄົມ ໄດ້ລະບຸວ່າ ຈະມີຊາວບ້ານ ໄດ້ຮັບຜົລກະທົບ ໃນ 2 ເມືອງ ປະກອບມີເມືອງນອງ ແຂວງສວັນນະເຂດ ຈຳນວນ 1 ບ້ານ ແລະ ເມືອງຕະໂອ້ຍ ແຂວງສວັນນະເຂດ ຈຳນວນ 3 ບ້ານ ລວມທັງໝົດ 4 ບ້ານ, 340 ຄອບຄົວ ປະຊາກອນ 2,500 ຄົນ, ໂດຍທາງບໍຣິສັດຜູ້ພັທນາ ບອກກັບຊາວບ້ານວ່າ ຈະຊົດເຊີຍເງິນ ໃຫ້ກັບຄອບຄົວ ທີ່ສູນເສັຽດິນທຳການກະເສດ ຈຳນວນ 100 ລ້ານກີບ ຕໍ່ເຮັກຕ້າຣ, ເຊິ່ງແຕ່ລະຄອບຄົວ ກໍອາຈໄດ້ຮັບຫຼາຍ-ໜ້ອຍ ແຕກຕ່າງກັນໄປ ຂຶ້ນກັບເນື້ອທີ່ຄວາມເສັຽຫາຍ.

ຂະນະທີ່ຊາວບ້ານຜູ້ນຶ່ງ ທີ່ຈະໄດ້ຮັບຜົລກະທົບ ໃນເມືອງຕະໂອ້ຍ ແຂວງສາຣະວັນ ກ່າວວ່າ ກັງວົນໃຈຫຼາຍ ທີ່ຈະຖືກໂຍກຍ້າຍ ອອກຈາກພື້ນທີ່, ແຕ່ເຣື່ອງສຳຄັນ ແມ່ນຫາກໄດ້ຮັບການໂຍກຍ້າຍ ແລະ ສູນເສັຽທີ່ດິນ ທຳການກະເສດໄປແລ້ວ ຊາວບ້ານທຸກຄົນ ທຸກຄອບຄົວ ກໍຄວນຈະໄດ້ຮັບການທົດແທນ ຄວາມເສັຽຫາຍ ຢ່າງເໝາະສົມ ແລະ ຍຸຕິທັມ ນຳດ້ວຍ. ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຕະໂອ້ຍ ແຂວງສາຣະວັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພາ ນີ້ວ່າ:

“ກະຢ້ານແລ້ວເວີ້ຍ ເວົ້າເຣື່ອງເຂື່ອນ. ກະບໍ່ຮູ້ວ່າ ເພິ່ນຊິເຮັດຈັ່ງໃດກັນຕໍ່. ໄດ້ຍ້າຍໝົດແລ້ວ ໂຕທົດແທນນີ້ ບໍຣິສັດໃຫ້ແບບໃດ ບາງຄອບຄົວນີ້ ຖືກທໍ່ນັ້ນ 100 ລ້ານ, ໂຕນີ້ຖືກໂຍກຍ້າຍບ້ານ, ເຈົ້າຊິຊົດເຊີຍຕາມນີ້ບໍ່ ຫຼືຈະບໍ່ຊົດເຊີຍ ຊົດເຊີຍຈັ່ງໃດ.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງຕະໂອ້ຍ ແຂວງສາຣະວັນ ກໍກ່າວວ່າ ເຖິງຈະບໍ່ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນໄຟຟ້າເຊລະນອງ 3, ແຕ່ກະບໍ່ຢາກໃຫ້ມີການກໍ່ສ້າງ ເຂື່ອນຂນາດໃຫຍ່ ໃນພື້ນທີ່ ຍ້ອນກັງວົນວ່າ ຈະເຮັດໃຫ້ເກີດນ້ຳຖ້ວມສູງ ເມື່ອເວລາຝົນຕົກໜັກ ເພາະຫຼາຍປີມານີ້ ໄດ້ເກີດນ້ຳຖ້ວມຮຸນແຮງ ກໍຍ້ອນການປ່ອຍນ້ຳ ອອກຈາກເຂື່ອນໄຟຟ້າ ແຫ່ງຕ່າງໆ. ດັ່ງຊາວບ້ານອີກຜູ້ນຶ່ງ ໃນເມືອງຕະໂອ້ຍ ແຂວງສາຣະວັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພາ ນີ້ວ່າ:

“ໂອ້, ເຂື່ອນມັນກະຢູ່ໄກຢູ່, ແຕ່ກະຢ້ານຝົນຕົກມາ ຢ້ານຖ້ວມບໍ່ຈັກ. ບໍ່ເອົາແລ້ວ ກະຈຳເປັນແລ້ວ ເຮັດຈັ່ງໃດ. ເອີ່, ໂພດຫຼາຍແລ້ວ.”

ທາງດ້ານເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງສາຣະວັນ ກ່່າວວ່າ ການກໍ່ສ້າງ ເຂື່ອນໄຟຟ້າ ບໍ່ວ່າຈະເຂື່ອນໃດກໍຕາມ ກໍຄວນຈະຮັບຟັງສຽງສະທ້ອນ ຂອງຊາວບ້ານ ໃນພື້ນທີ່ວ່າ ພວກເຂົາເຈົ້າ ຕ້ອງການເຂື່ອນໄຟຟ້າ ຫຼືບໍ່ ຫຼືຕ້ອງການໂຍກຍ້າຍ ອອກຈາກພື້ນທີ່ ຫຼືບໍ່? ບໍ່ແມ່ນຈະເຊັນອະນຸມັດໂຄງການ ແລ້ວກະປ່ອຍໃຫ້ເກີດບັນຫາຂຶ້ນ ຕາມພາຍຫຼັງ. ດັ່ງເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພາ ນີ້ວ່າ:

“ເຈົ້ານາຍ ທີ່ຂະເຈົ້າເຊັນຜ່ານໄປແລ້ວ ບັນຫາໂຕນີ້ ນີ້ແຫຼະ ມັນຕາມມາ. ມີແຕ່ລາຍໄດ້, ລະບໍ່ເບິ່ງຈຸດເສັຽວ່າ ປະຊາຊົນເນາະ ແລ້ວກໍຜົລສະທ້ອນສັງຄົມ ແບບໃດ, ຫັ້ນນ່າ.”

ເມື່ອທ້າຍປີ 2021 ທີ່ຜ່ານມາ, ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຣາຍງານ ກ່ຽວກັບໂຄງການ ເຂື່ອນເຊລະນອງ 3 ວ່າ ຜົລກະທົບ ຂອງຊາວບ້ານ ແມ່ນເປັນຫົວໃຈສຳຄັນ ທີ່ຈະຕ້ອງເອົາໃຈໃສ່ ໃນການຮັບປະກັນ ເຮັດໃຫ້ຄຸນນະພາບຊີວິດ ການເປັນຢູ່ ຂອງຊາວບ້ານ ນັບມື້ນັບດີຂຶ້ນກວ່າເກົ່າ. ເມືອງທີ່ຈະຖືກຜົລກະທົບ ແມ່ນຍັງເປັນເມືອງທຸກຍາກ ຕ້ອງໄດ້ມີແຜນພັທນາ ດ້ານໂຄງຮ່າງພື້ນຖານ ໃຫ້ພວກເຂົາເຈົ້າ.

ນອກຈາກນີ້, ການຊົດເຊີຍເງິນ ແລະ ການໂຍກຍ້ານຊາວບ້ານ ຈະຕ້ອງເຮັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບການ ໃນປັດຈຸບັນ ທີ່ບາງອັນ ອາຈມີການປ່ຽນແປງ.

ສຳລັບໂຄງການ ເຂື່ອນໄຟຟ້າເຊລະນອງ 3 ມີກຳລັງການຜລິຕ ຂນາດ 60 ເມກະວັຕ, ຕັ້ງຢູ່ບ້ານຕັງເອີ້ນ, ເມືອງນອງ ແຂວງສວັນນະເຂດ, ເຊິ່ງເປັນເຂດເຊື່ອມຈອດ ລະຫວ່າງເມືອງຕະໂອ້ຍ ແຂວງສາຣະວັນ. ສ່ວນຣາຍລະອຽດຜູ້ຖືຫຸ້ນ, ມູລຄ່າການລົງທຶນ ຍັງບໍ່ມີການເປີດເຜີຍ ໃຫ້ຮັບຮູ້, ແຕ່ໄຟຟ້າທີ່ຜລິຕ ຈາກໂຄງການດັ່ງກ່າວ ທາງບໍຣິສັດຜູ້ພັທນາ ຈະສົ່ງຂາຍໃຫ້ກັບ ປະເທດວຽດນາມ ແລະ ຣັຖວິສາຫະກິຈໄຟຟ້າລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.