ໂຄງການ ເສຖກິຈໃໝ່ ສີທັນດອນ ຍັງບໍ່ຮູ້ຄ່າ ຊົດເຊີຍ
2022.02.17
ປັດຈຸບັນ ໂຄງການພັທນາເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ຂອງບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ຫຼື STD ຊຶ່ງເປັນຂອງນັກລົງທຶນຈີນ ກຳລັງຢູ່ໃນໄລຍະເຣີ່ມຕົ້ນການກໍ່ສ້າງ ພ້ອມທັງມີແຜນເຮັດໂຄງການ ພັທນາສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຄາຊິໂນ, ໂຮງແຮມ ແລະ ອື່ນໆ.
ເຈົ້າໜ້າທີ່ເມືອງໂຂງ ແຂວງ ຈຳປາສັກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ກຸມພາ 2022 ວ່າ:
“ຫາກໍ່ເຣີ່ມ ຍັງບໍ່ທັນໄດ້ເປັນຕົ້ນ ເປັນໂຕ ບໍ່ທັນ ໄດ້ມີຫຍັງ ຈີນຫັ້ນແຫຼະ ເປັນຜູ້ສຳປະທານ ທີ່ເຂົາເຮັດ ເພິ່ນຊິເຮັດພວກຄາຊິໂນພຸ້ນແຫຼະ ແລ້ວກະຊິເຮັດໂຮງແຮມເຮືອນພັກ ແຕ່ວ່າ ຢູ່ໃນບ່ອນຣີສອດຫັ້ນ ບ່ອນເກົ່າຂ້າງຄອນພະເພັງນີ້ ເພິ່ນກະເຣີ່ມປັບປຸງ ພໍໄດ້ເຮັດແລ້ວ ແຕ່ວ່າ ຍັງບໍ່ທັນໄດ້ສາມາດຮອງຮັບເປັນທີ່ພັກໄດ້.”
ທ່ານ ກ່າວຕື່ມວ່າ ສ່ວນລາຍລະອຽດກ່ຽວກັບຊາວບ້ານ ທີ່ຖືກຜົລກະທົບຈາກໂຄງການ ຍັງບໍ່ທັນຮູ້ລາຍລະອຽດ ເທື່ອວ່າ ມີຈັກຄອບຄົວ ແລະ ຈະໄດ້ຮັບການທົດແທນແນວໃດ ໂດຍຕ້ອງລໍຖ້າໃຫ້ທາງບໍຣິສັດ ເປັນຜູ້ຊີ້ແຈງ ແລະ ດຳເນີນຕາມຂັ້ນຕອນ ຂອງພວກເຂົາ.
ຫຼ້າສຸດ ມີຣາຍງານເພີ່ມຕື່ມວ່າ ບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ມີແຜນຈະສືບຕໍ່ພັທນາໂຄງສ້າງພື້ນຖານ ແລະ ທົດແທນຄືນທີ່ດິນຈຳນວນ 1,000 ເຮັກຕ້າຣ໌ ໃຫ້ແກ່ຊາວບ້ານ ທີ່ຖືກຜົລກະທົບດ້ານທີ່ດິນ ພາຍໃນປີ 2022 ແລະ ເຮັດຫຼາຍໂຄງການ ເປັນຕົ້ນ ສ້າງບ້ານຈັດສັນ, ສືບຕໍ່ສ້າງແນວກັນຕາຝັ່ງເຈື່ອນແຄມແມ່ນ້ຳຂອງ ແລະ ປັບປຸງແຫຼ່ງທ່ອງທ່ຽວນ້ຳຕົກຄອນພະເພັງ.
ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດ ລາວມະຫານະທີສີທັນດອນ ຈຳກັດ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບຄວາມຄືບໜ້າຂອງໂຄງການ ແລະ ແຜນການທົດແທນຄືນທີ່ດິນຫ້ຊາວບ້ານ ແຕ່ຍັງບໍ່ທັນສາມາດຕິດຕໍ່ ໄປຫາເຈົ້າໜ້າທີ່ຜູ້ຮັບຜິດຊອບ ວຽກງານດັ່ງກ່າວໄດ້.
ຊາວບ້ານທີ່ຖືກຜົລກະທົບ ທີ່ດິນຈາກໂຄງການ ເຂດເມືອງໂຂງ ມີຈຳນວນຫຼາຍພໍສົມຄວນ ແຕ່ບໍ່ຮູ້ຈຳນວນຄັກແນ່.
ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວ ໄດ້ກ່າວວ່າ:
“ກະຫຼາຍພໍສົມຄວນ ຢູ່ທີ່ມັນຖືກຢູ່ໂຄງການ ຖືກເປັນຕົ້ນ ບ້ານຄອນດອນເດດ, ດອນສະດຳແຖວນັ້ນ ໄກບ້ານນ້ອງໄກຫຼາຍເຕີບ ແຕ່ບ້ານນ້ອງໄປກະ 30 ກວ່າຫຼັກພຸ່ນແຫຼະ.”
ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການ ສ່ວນຫຼາຍຈະຢູ່ເບື້ອງ ນ້ຳຕົກຕາດຄອນພະເພັງ ແລະ ເຂື່ອນດອນສະໂຮງ ໃກ້ກັບຊາຍແດນລາວ-ກໍາພູຊາ. ຊາວບ້ານຢູ່ເມືອງໂຂງ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ຢູ່ແຖວເຂດນັ້ນ ແຫຼະເຈົ້າ ຢູ່ບ້ານນຶ່ງ ຈະຢູ່ຝັ່ງຂອງຄອນພະເພັງຫັ້ນແຫຼະເຈົ້າ ດອນສະໂຮງຫຍັງຫັ້ນນ່າ.”
ກ່ອນໜ້າທີ່ນີ້ ໂຄງການດັ່ງກ່າວ ກໍມີແຜນຈະກວມເອົາທີ່ດິນ ຂອງຊາວບ້ານໃນເຂດບ້ານເມອືງແສນນຳດ້ວຍ ແຕ່ຫຼັງຈາກການສຳຣວດ ແລະ ປະເມີນຜົລກະທົບແລ້ວ ບໍຮິສັດ ເຈົ້າຂອງໂຄງການດັ່ງກ່າວ ໄດ້ຍົກເລີກກວມເອົາທີ່ດິນ ຢູ່ເຂດບ້ານເຂົາເຈົ້າ ແລະ ໄດ້ປັກຫຼັກເຮັດຢູ່ໃນເຂດຄອນພະເພັງ ແລະ ເຂດໃກ້ຄຽງ.
ຊາວບ້ານເມືອງແສນ ເມືອງໂຂງ ແຂວງຈຳປາສັກ ໄດ້ກ່າວວ່າ:
“ບໍ່ເພິ່ນເຊົາໝົດແລ້ວ ເພິ່ນບໍ່ເອົາແລ້ວນີ້ ດຽວນີ້ ບໍ່ເອົາດອກມັນດິນບໍ່ມີ ເຂົາບໍ່ເອົາດອກ ເພິ່ນໃຫ້ເຮັດຢູ່ບ່ອນດຽວພຸ້ນໝົດ ຢູ່ແຖວນັ້ນ ແຖວຄອນພະເພັງ ພຸ້ນນ່າ ແຖວຝັ່ງທາງນັ້ນ.”
ໂຄງການດັ່ງກ່າວ ເປັນຂອງນັກລົງທຶນຈີນ ແລະ ຈະມີນັກທ່ອງທ່ຽວຈີນເຂົ້າມາຫຼາຍ ຊຶ່ງຈະໄດ້ຮັບສິດທິຫຼາຍກວ່າຄົນລາວ ຄືກັບກໍລະນີເກີດຂຶ້ນຢູ່ຫຼາຍແຂວງ.
ຜູ້ປະກອບການທ່ອງທ່ຽວ ຢູ່ແຂວງຈຳປາສັກ ທ່ານນຶ່ງ ໄດ້ກ່າວວ່າ:
“ມັນກໍມີທັງດີ ທັງບໍ່ດີຫັ້ນແຫຼະ ຖ້າວ່າ ເອົາແຕ່ຈີນຫຼາຍ ຄື ຈັ່ງຂ້ອຍໄດ້ພາແຂກໄປທ່ຽວທາງເໜືອເນາະ ຄືຈັ່ງວັງວຽງ ແຖວຊຽງຂວາງ ຫລວງພຣະບາງ ກະຄືຄົນຈີນຈະມີສິດທິຫຼາຍກວ່າຄົນລາວ ເຂົ້າໄປນັ່ງກິນເຂົ້າກິນຫຍັງນີ້ ເຮົາເຂົ້າໄປກ່ອນມັນ ມັນມານຳຫຼັງມັນມາສັ່ງເມນູ ມັນໄດ້ກິນກ່ອນຄົນລາວ.”
ໂຄງການພັທນາເສຖກິຈໃໝ່ ສີທັນດອນ ຈຳກັດ ມີມູນຄ່າ ປະມານ 9 ຕື້ໂດລາຣ໌ ໂດຍ ກວມເອົາເນື້ອທີ່ດິນເກືອບ 10,000 ເຮັກຕ້າຣ໌ ຊຶ່ງໄດ້ເຣີ່ມລົງສຳຣວດ ແລະ ເກັບກຳຂໍ້ມູນແຕ່ປີ 2018 ອີງຕາມຂໍ້ມູນຈາກເຈົ້າຂອງໂຄງການ.
ໂຄງການດັ່ງກ່າວຈະປະກອບມີ ຖານສ້າງຕຶກກາຄານທີ່ທຳການຕ່າງໆ, ສ້າງແຫຼ່ງທອ່ງທ່ຽວ, ທະນາຄານ, ສຖານບັນການເງິນ, ສຖານສຶກສາ, ສາທາລະນະສຸຂ, ພັທນາບຸກຄະລາກອນ ແລະ ສີມືແຮງງານ, ສຖານທີ່ບັນເທີງ, ຄາຊິໂນ ແລະ ອື່ນໆ.
ປັດຈຸບັນ ໃນເຂດດັ່ງກ່າວ ໄດ້ສຳເລັດການກໍ່ສ້າງບາງໂຄງການ ເປັນຕົ້ນໂຮງແຮມເມສເວດອນ ຕັ້ງຢູ່ລະຫວ່າງ ຊາຍແດນແຂວງຈຳປາສັກ ແລະ ແຂວງສະຕຶງເຕຣງ ຫຼື ຊຽງແຕຣງ ຂອງກຳພູຊາ ແລະ ເສັ້ນທາງຄອນກຣີດອ້ອມດອນໂຂງ ຄວາມຍາວປະມານ 40 ກິໂລແມັດ ແລະ ຄາດວ່າການພັທນາໂຄງການລວມ ຈະສຳເຣັດໃນເວລາ 2-3 ປີ ຕໍ່ໜ້າ ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ.