ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພະຍຸ ຍັງລໍຖ້າ ການຊ່ອຍເຫຼືອ

ຈຳປາທອງ
2022.02.24
ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພະຍຸ ຍັງລໍຖ້າ ການຊ່ອຍເຫຼືອ ແຜນທີ່ ສແດງເຂດເມືອງໂຂງ ແຂວງຈຳປາສັກ ທີ່ປະຊາຊົນ ຈຳນວນນຶ່ງ ໄດ້ຮັບຜົລກະທົບຈາກລົມພະຍຸ.
ຮູບພາບ: Google Earth

ປະຊາຊົນຫລາຍຄອບຄົວ ຢູ່ 5 ບ້ານ ໃນເມືອງໂຂງ ແຂວງຈໍາປາສັກ ຄືບ້ານຊຽງຫວາງ, ບ້ານກາງໂຂງ, ບ້ານນາ, ບ້ານຫ້ວຍ ແລະບ້ານຫາດຊາຍຄູນ ຊຶ່ງໄດ້ຮັບຄວາມເສັຍຫາຍ ຈາກລົມພະຍຸຣະດູຮ້ອນ ທີ່ພັດເຂົ້າມາ ໃນເວລາ 4 ໂມງແລງຂອງມື້ວັນທີ 20 ກຸມພານີ້ ຍັງລໍຖ້າການຊ່ອຍເຫລືອຈາກທາງການຢູ່. ຄວາມເສັຍຫາຍທີ່ວ່ານັ້ນ ກໍມີທັງຫລັງຄາເຮືອນເພ ແລະເຄື່ອງໃຊ້ໄຟຟ້າພາຍໃນເຮືອນຮວມຢູ່ດ້ວຍ.

ດັ່ງຊາວບ້ານບ້ານຫ້ວຍນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກຸມພານີ້ວ່າ:

ຄັນສິເວົ້າໂຕຈິງກະໝົດ 10 ກວ່າແຜ່ນນີ້ແລ້ວ ກັບໄມ້ 2 ເສັ້ນ ເຫລັກຕະປູ 7 ກັບຢູ່ໃນເຮືອນຫັ້ນ ກະຈັ່ງວ່າທາງການຫັ້ນ ພິ່ນລະບໍ່ມາຖາມເນາະ ຖາມເອົາຂໍ້ມູນຢູ່ເຮືອນອື່ນ ...ພໍມາບ້ານກະມາເປີດ ຖາມເບິດ ຜູ້ລະເຮືອນ ຄືເຮືອນແມ່ນີ້ເຂົາກະບໍ່ມາຖາມ.

ນາງເວົ້າຕື່ມວ່າ ເມື່ອຫລາຍປີກ່ອນ ຢູ່ເຂດບ້ານຂອງພວກນາງ ກໍເຄີຍໄດ້ຮັບຜົນກະທົບ ຈາກລົມພະຍຸຣະດູຮ້ອນນີ້ມາແລ້ວ, ໄດ້ຮັບຄວາມເສັຍຫາຍ ແລະກໍໄດ້ຮັບການຊ່ອຍເຫລືອຈາກທາງການ. ເພື່ອຟື້ນຟູຄວາມເສັຍຫາຍໃນເທື່ອນີ້ ກໍຢາກໃຫ້ພາກສ່ວນທາງການທີ່ກ່ຽວ ຂ້ອງຊ່ອຍເຫລືອ ເປັນວັສດຸ ຫລືອຸປະກອນຕ່າງໆ ເພື່ອສ້ອມແປງເຮືອນ ທີ່ເພພັງ.

ແລະຊາວບ້ານບ້ານກາງໂຂງຜູ້ນຶ່ງກໍເວົ້າວ່າ ສໍາລັບເຮືອນຂອງຕົນບໍ່ໄດ້ເສັຍຫາຍໜັກໜ່ວງ ຈາກລົມພະຍຸນັ້ນແຕ່ຢ່າງໃດ. ແຕ່ກໍມີຫລາຍຄອບຄົວ ທີ່ຢູ່ບ້ານດຽວກັນ ແລະບ້ານໃກ້ຄຽງ ຫລັງຄາເຮືອນເພ ຍ້ອນຖືກແລວລົມພະຍຸພັດຜ່ານເຮືອນພໍດີ, ພວກເຂົາເຈົ້າກໍພາກັນລໍຖ້າ ການຊ່ອຍເຫລືອຈາກທາງການຢູ່.

ເອີ ມັນກະຮອດຢູ່ ແຕ່ວ່າຜົນກະທົບ ເຮືອນອ້າຍບໍ່ມີຫຍັງເນາະ ຢູ່ແຖວບ້ານນີ້ແຫລະ ບ້ານໃກ້ເຮືອນຄຽງກັນ 2-3 ບ້ານ  ໃນນີ້ ບ້ານຫ້ວຍ ບ້ານນາ ບ້ານກາງໂຂງ 3 ບ້ານ ພໍໆກັນ ບໍ່ກ່ຽວກັບວ່າເຮືອນໃຫຍ່ ເຮືອນນ້ອຍ ມັນຂຶ້ນກັບບ່ອນວ່າ ແລວລົມມັນຖືກບ່ອນໃດ ມັນກະເພບ່ອນຫັ້ນນ່າ.

ພ້ອມພຽວກັນນັ້ນ ຊາວບ້ານອີກຜູ້ນຶ່ງ ກໍເວົ້າເຖິງບາງຄອບຄົວ ທີ່ໄດ້ຮັບຄວາມເສັຍຫາຍຫລາຍ ຈາກລົມພະຍຸພັດ ແລະການຊ່ອຍເຫລືອຈາກທາງການວ່າ ເຮືອນທີ່ຫລັງຄາຖືກລົມພັດເລີກອອກໄປເກືອບໝົດຫລັງນັ້ນ ໄດ້ຮັບການຊ່ອຍເຫລືອຈາກພາກສ່ວນທີ່ກ່ຽວຂ້ອງໃນເບື້ອງຕົ້ນແລ້ວ ແລະເຈົ້າໜ້າທີ່ໄດ້ລົງພື້ນທີ່ຮິບໂຮມຂໍ້ມູນຄວາມເສັຍຫາຍຢູ່ບ້ານຕ່າງໆເມື່ອວັນທີ 21 ກຸມພານີ້.

ເພິ່ນກະມາຊ່ວຍຢູ່ ຊ່ວຍເຮືອນປະຊາຊົນບ້ານ ເພິ່ນກະສິເປັນຫລັງຄາອອກ ເສັຍຫາຍຫລາຍເຕີບຢູ່ ເຮືອນນ້ອງບໍ່ເປັນຫຍັງ ເຮືອນນ້ອງປອດພັຍ.

ກ່ຽວກັບເຫດການດັ່ງກ່າວ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງຈໍາປາສັກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ກຸມພານີ້ວ່າ ທາງຜແນກຂອງພວກທ່ານ ໄດ້ຮັບຂໍ້ມູນຄວາມເສັຍຫາຍຍ້ອນລົມພະຍຸພັດນັ້ນແລ້ວ ແລະດຽວນີ້ ກໍຢູ່ໃນລະຫວ່າງການສັງລວມຂໍ້ມູນຄວາມເສັຍຫາຍຂອງຊາວບ້ານ ແລະມູນຄ່າຄວາມເສັຍຫາຍ ຊຶ່ງຄາດວ່າຈະບໍ່ຫລາຍປານໃດ.

ພະຍຸເຂົ້າມື້ວັນທີ 20 ກໍຍັງບໍ່ທັນໄດ້ລາຍລະອຽດ ເພາະວ່າຍັງໃຫ້ອ້າຍນ້ອງເຂົາສັງລວມ ເພາະວ່າຕີເປີເຊັນອອກໃຫ້ເຮົາຫັ້ນນ່າ ກະສິບໍ່ຫລາຍປານໃດດອກ ສັງລວມລາຍງານການນໍາແຂວງເພິ່ນຢູ່.

ອີງຕາມການລາຍງານ ຂອງເຈົ້າໜ້າທີ່ມູນນິທິອາສາກູ້ພັຍແຂວງຈໍາປາສັກ, ລົມພາຍຸຣະດູຮ້ອນພັດຜ່ານ 5 ບ້ານ ໃນເຂດເມືອງໂຂງ, ໃນເບື້ອງຕົ້ນບໍ່ມີລາຍງານວ່າ ມີຊາວບ້ານຄົນໃດໄດ້ຮັບບາດເຈັບ ແລະເສັຍຊີວິດຍ້ອນ ແລະວ່າ ບໍ່ມີພາກສ່ວນໃດ ປະສານມາຫາເຈົ້າໜ້າທີ່ອາສາກູ້ພັຍ ໃຫ້ໄປຊ່ອຍເຫລືອແຕ່ຢ່າງໃດ.

ໃນມື້ວັນທີ 21 ກຸມພາ ຄືຫລັງຈາກເກີດລົມພະຍຸພັດ 1 ມື້, ທ່ານ ຄໍາສິງ ບຸນຈະເລີນ ຮອງເຈົ້າເມືອງເມືອງໂຂງ ແລະເຈົ້າໜ້າທີ່ໄດ້ໄປສໍາຣວດ 5 ບ້ານ ທີ່ລົມພະຍຸພັດຜ່ານ ຮວມທັງສູນກັກຕົວເຝົ້າລະວັງໂຄວິດ-19 1 ແຫ່ງ ແລະໄດ້ຕັ້ງຄະນະຮັບຜິດຊອບ ເພື່ອສັງລວມຂໍ້ມູນຄວາມເສັຍຫາຍ ແລ້ວຣາຍງານໃຫ້ທາງການແຂວງຈໍາປາສັກຊາບ.

ເມື່ອປີກາຍ ໃນມື້ວັນທີ 17 ພຶສພາ ຊາວບ້ານ 254 ຄອບຄົວ ຢູ່ 9 ບ້ານ ໃນເມືອງໂຂງ ກໍໄດ້ຮັບຜົນກະທົບຈາກລົມພະຍຸຣະດູຮ້ອນພັດ ແລະໄດ້ສ້າງຄວາມເສັຍຫາຍ ເປັນມູນຄ່າຫລາຍກວ່າ 1,300 ຕື້ກີບ.

ອີງຕາມການລາຍງານຂອງຄະນະກໍາມະການຄຸ້ມຄອງພັຍພິບັດຂັ້ນສູນກາງ, ປີ 2021 ປະເທດລາວ ໄດ້ຮັບຜົນກະທົບຈາກພັຍທໍາຊາດ ເປັນຕົ້ນ ພະຍຸ, ນໍ້າຖ້ວມ, ດິນເຈື່ອນ, ພັຍແຫ້ງແລ້ງ ທັງໝົດ 65 ຄັ້ງ ຢູ່ 15 ແຂວງ, ໄດ້ເຮັດໃຫ້ມີຜົນກະທົບຕໍ່ປະຊາຊົນປະມານ 70,000 ຄົນ, ມີຜູ້ເສັຍຊີວິດຍ້ອນ 19 ຄົນ.  ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄວາມຊ່ອຍເຫລືອ ແກ້ໄຂບັນຫາໄດ້ທັນການ ເປັນຕົ້ນ ການຊ່ອຍເຫລືອຜູ້ປະສົບພັຍ ບໍ່ທັນກັບສະພາບການ, ການຕອບສນອງຄວາມຕ້ອງການ ຂອງຜູ້ປະສົບພັຍ ຍັງບໍ່ພຽງພໍ ແລະການລາຍງານຂໍ້ມູນກ່ຽວກັບຜົນເສັຍຫາຍຈາກພັຍພິບັດ ຍັງບໍ່ທັນເປັນລະບົບເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.