ໂຄງການ ໄຟຟ້າພະລັງງານລົມ ແຫ່ງທຳອິດ ຢູ່ ເຊກອງ, ອັດຕະປື
2023.05.05

ບໍຣິສັດ ເອກກະຊົນຈາກ 5 ປະເທດ 1 ເຂດປົກຄອງປະກອບມີ ໄທຍ, ວຽດນາມ, ເນເທີແລນດ໌, ຢີ່ປຸ່ນ, ສິງກະໂປ ແລະ ຮົງກົງ ຮ່ວມລົງທຶນຈັດຕັ້ງບໍຣິສັດ ມອນຊູນວີນພາວເວີ້ (Monsoon Wind Power) ເພື່ອດຳເນີນການ ໂຄງການໄຟຟ້າ ພະລັງງານລົມ ຂນາດ 600 ເມກາວັດ ຢູ່ແຂວງເຊກອງ ແລະ ແຂວງອັດຕະປື ເພື່ອຂາຍໄຟຟ້າ ສົ່ງໃຫ້ວຽດນາມ.
ໂຄງການດັ່ງກ່າວນີ້ໄດ້ມີພິທີເປີດຢ່າງເປັນທາງການໃນວັນທີ 25 ເມສາ 2023 ຜ່ານມາ ໂດຍມີບໍຣິສັດ Power China ເປັນຜູ້ຮ່ວມລົງທຶນ ແລະ ຮັບເໝົາກໍ່ສ້າງ ຊຶ່ງຫຼັງຈາກນີ້ຈະດຳເນີນ ການກໍ່ສ້າງຢ່າງເຕັມຮູບແບບ.
ດັ່ງເຈົ້າໜ້າທີ່ ບໍຣິສັດ ມອນຊູນ ວິນພາວເວີ້ ປະເທດລາວກ່າວ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 28 ເມສາ ນີ້ວ່າ:
“ຢູ່ໃນຊ່ວງກໍ່ສ້າງ ມີທັງເຊກອງກັບອັດຕະປື ເປັນສອງແຂວງ ກາບໍ່ໄດ້ເຫັນວ່າຊິຖືກຜົລກະທົບ ຫຼາຍດອກຂະເຈົ້າກາຍັງຢູ່ຫັ້ນໄດ້ ບໍ່ທັນໄດ້ມີການໂຍກຍ້າຍ.”
ຍານາງກ່າວຕື່ມວ່າ ສຳລັບໂຄງການໄຟຟ້າ ພະລັງງານລົມແຫ່ງນີ້ ແມ່ນຈະມີຊາວບ້ານໃນພື້ນທີ່ ແຂວງເຊກອງໄດ້ຮັບຜົລກະທົບ ສູນເສຍທີ່ດິນ ແລະຊັບສິນບາງສ່ວນ ຈາກການກໍ່ສ້າງໂຄງການ ແລະສາຍສົ່ງຂນາດ 500 ກິໂລວັດ ລວມທັງໝົດ 18 ບ້ານ, ມີ 340 ຄອບຄົວ ແຕ່ບໍ່ມີຄອບຄົວໃດ ຖືກໂຍກຍ້າຍອອກຈາກພື້ນທີ່.
ສຳລັບໂຄງການດັ່ງກ່າວນີ້ ຈະມີການນຳໃຊ້ເນື້ອທີ່ ປະມານ 1,000 ເຮັກຕ້າຣ໌ ກວມເອົາ 2 ເມືອງ ໃນ 2 ແຂວງ ຄືຢູ່ແຂວງເຊກອງ ແລະ ອັດຕະປື. ສ່ວນເຣື່ອງການຊົດເຊີຍ ຜົລກະທົບໃຫ້ກັບຊາວບ້ານ ໄດ້ມີການປະເມີນໄປແລ້ວ ໂດຍທາງການແຂວງເຊກອງ ເປັນຜູ້ຮັບຜິດຊອບ ຊຶ່ງຄາດວ່າຈະມີການຈ່າຍເງິນຊົດເຊີຍ ໃຫ້ກັບຊາວບ້ານໃນອີກບໍ່ດົນ.
ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ຢູ່ແຂວງເຊກອງກ່າວວ່າ ຂໍ້ມູນການປະເມີນຜົລກະທົບ ດ້ານສີ່ງແວດລ້ອມ-ສັງຄົມ ເຫັນວ່າມີຊາວບ້ານ ຈຳນວນນຶ່ງຕ້ອງສູນເສຍທີ່ດິນ ທຳການກະເສດ ໃຫ້ກັບໂຄງການ, ແຕ່ບໍ່ມີຄອບຄົວໃດ ຖືກຜົລກະທົບໂຍກຍ້າຍ. ນອກຈາກນີ້ ມີປ່າໄມ້ອີກຈຳນວນນຶ່ງ ຖືກຕັດອອກໄປ ເພື່ອສ້າງເສັ້ນທາງ, ສ້າງສາຍສົ່ງ ແລະ ຕັ້ງກັງຫັນລົມ.
ສ່ວນເຣື່ອງການຊົດເຊີຍ ຜົລກະທົບໃຫ້ກັບຊາວບ້ານນັ້ນ ປັດຈຸບັນທາງການແຂວງເຊກອງ ແມ່ນຍັງບໍ່ໄດ້ຮັບການຕິດຕໍ່ ປະສານງານ ຈາກບໍຣິສັດ ຜູ້ລົງທຶນເທື່ອ ຈຶ່ງຍັງບໍ່ໄດ້ຈ່າຍເງິນຊົດເຊີຍ ໃຫ້ກັບຊາວບ້ານທີ່ຈະໄດ້ຮັບຜົລກະທົບ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ບໍ່ມີມີ ແຕ່ສ່ວນຫຼາຍມັນດິນກະສິກັມ ໂຕວ່າອາຄານບ້ານເຮືອນ ບ້ານຊ່ອງ ນັ້ນ ບໍ່ມີບໍ່ຖືກໂຍກຍ້າຍ. ເອີ ແລ້ວກາປ່າໄມ້ ຈຳນວນນຶ່ງ ບໍ່ໄດ້ກະທົບຫຼາຍອັນນີ້ນ່າ.”
ສ່ວນຊາວບ້ານ ໃນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ມີຊາວບ້ານຈຳນວນຫຼາຍຄອບຄົວ ຕ້ອງສູນເສຍທີ່ດິນທຳການກະເສດ ໃຫ້ກັບໂຄງການດັ່ງກ່າວ ແຕ່ຍັງບໍ່ໄດ້ຮັບເງິນຊົດເຊີຍເທື່ອ ຫາກໂຄງການຈະເຂົ້າມາພັທນາ ໃນພື້ນທີ່ກໍຄວນຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານຢ່າງເໝາະສົມ ແລະຕ້ອງຊ່ອຍພັທນາ ບ້ານ ເພື່ອເຮັດໃຫ້ບ້ານທີ່ຖືກຜົລກະທົບ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ສາມາດເຂົ້າເຖິງລະບົບໂຄງສ້າງພື້ນຖານ ຈຳເປັນໄດ້ ແລະ ຮຽກຮ້ອງໃຫ້ທາງການລາວ ລົງພື້ນທີ່ຕິດຕາມ-ກວດກາ ໂຄງການພັທນາດັ່ງກ່າວ ຢ່າງໃກ້ຊິດ ເພື່ອປ້ອງກັນບໍ່ໃຫ້ເກີດຜົລກະທົບ ຮຸນແຮງຕໍ່ຊາວບ້ານ ແລະຕ້ອງປົກປ້ອງ ສິຜົລປໂຍດ ໃຫ້ກັບຊາວບ້ານໃຫ້ເຖິງທີ່ສຸດ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ການຊົດເຊີຍເນາະ ແລ້ວກາຕ້ອງມີການພັທນາພື້ນຖານ ໂຄງການຊ່ອຍ ກາຕ້ອງໄດ້ເບິ່ງກາ ບໍ່ໃຫ້ອັບປໂຍດຫັ້ນນ່າ ຕ້ອງການແນວນັ້ນແຫຼະ ຈັກນ່ອຍເຂົາລ້ອມໝົດນີ້ ປ່ອຍສັດລ້ຽງໄປຫາຢູ່ຫາກິນ ກາບໍ່ໄດ້ປົກປ້ອງສິດຜົລປໂຍດ ຂອງປະຊາຊົນແດ່.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງດາກຈຶງກ່າວວ່າຫາກໂຄງການ ພັທນາດັ່ງກ່າວ ມີການກໍ່ສ້າງ ທີ່ໄດ້ມາຕຖານສາກົລ ບໍ່ມີຜົລກະທົບຕໍ່ສິ່ງແວດລ້ອມ ແລະຊຸມຊົນ ກໍສນັບສນູນໃຫ້ມີການກໍ່ສ້າງ ເພື່ອຈະຊ່ອຍເຮັດໃຫ້ຄຸນນະພາບ ຊີວິດຂອງຊາວບ້ານ ໃນພື້ນທີ່ດີຂຶ້ນ. ຫາກຊາວບ້ານ ຕ້ອງສູນເສັຍທີ່ດິນ, ສິ່ງປຸກສ້າງ ກໍຕ້ອງມີການຊົດເຊີຍ ຢ່າງເໝາະສົມເຊັ່ນດຽວກັນ.
“ຄັນເຮັດໄດ້ມາຕຖານ ມັນກາບໍ່ມີບັນຫາ ໄປກະທົບເຣື່ອງດິນ ເຣື່ອງດອນ ປະຊາຊົນມັນກາໄດ້ຊົດເຊີຍເຂົາ.”
ອີງຕາມການຣາຍງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 25 ເມສາ 2023 ທີ່ຜ່ານມາໄດ້ໃຫ້ຮູ້ວ່າ ໂຄງການດັ່ງກ່າວນີ້ ເປັນໂຄງການໄຟຟ້າ ພະລັງງານລົມ ທີ່ໃຫຍ່ທີ່ສຸດໃນຂົງເຂດ ເອເຊຍຕາເວນອອກສຽງໃຕ້ ສະນັ້ນການກໍ່ສ້າງ ໂຄງການນີ້ຈຶ່ງມີຄວາມໝາຍ ຄວາມສຳຄັນຕໍ່ບາດກ້າວ ການພັທນາດ້ານໂຄງການພະລັງງານ ສະອາດຂອງລາວ ທັງເປັນຂີດໝາຍ
ຜົລສຳເຣັດ ຂອງການຮ່ວມືກັນອີກ ລະຫວ່າງປະເທດລາວ, ໄທຍ, ວຽດນາມ ແລະ ຈີນ.
ປັດຈຸບັນໂຄງການ ກຳລັງກໍ່ສ້າງ ແລະຄາດວ່າ ຈະສຳເຣັດຕາມແຜນ ທີ່ວາງໄວ້ໃນປີ 2025 ມີເປົ້າໝາຍສົ່ງໄຟຟ້າ ອອກຂາຍໄປປະເທດວຽດນາມ ເປັນຫຼັກ ກັບໄລຍະສັນຍາ ເປັນເວລາ 25 ປີ.
ໂຄງການໄຟຟ້າ ພະລັງງານລົມ ທີ່ກຳລັງຕິດຕັ້ງ 600 ເມກະວັດ ຈະມີກັງຫັນລົມທັງໝົດ 133 ຕົ້ນ, ມີມູນຄ່າການລົງທຶນ 950 ລ້ານໂດລ້າຣ໌ ສະຫະຣັຖ ຖືກພັທນາໂດຍບໍຣິສັດ ມອນຊູນ ວິນພາວເວີ້ຈຳກັດ (Monsoon Wind Power) ຊຶ່ງຢູ່ພາຍໃຕ້ບໍຣິສັດ ອີມແພັກ ເອັນເນີຈີ ເອເຊັຽ ດີເວລອປເມັ້ນທ໌ ຫຼື (Impact Energy Asia Development IEAD)
ທີ່ຈົດທະບຽນ ຢູ່ປະເທດໄທຍ ແລະ ມີປະເທດຮ່ວມລົງທຶນ 5 ປະເທດ 1 ເຂດ ຄື ໄທຍ, ຮົງກົງ, ເນເທີແລນດ໌, ສິງກະໂປ, ຢີ່ປຸ່ນ ແລະ ລາວ.