ເຂື່ອນໄຟຟ້າ ດອນສະໂຮງ ຈະຂຍາຍ ກຳລັງການຜລິດ

ຈຳປາທອງ
2023.10.09
ເຂື່ອນໄຟຟ້າ ດອນສະໂຮງ ຈະຂຍາຍ ກຳລັງການຜລິດ ເຂື່ອນດອນສະໂຮງ ຂະນະທີ່ທີ່ກໍາລັງກໍ່ສ້າງ ເມື່ອປີ 2019.
RFA

ໂຄງການເຂື່ອນໄຟຟ້າດອນສະໂຮງ ຂນາດ 260 ເມກະວັດ ຊຶ່ງຕັ້ງຢູ່ແມ່ນໍ້າຂອງ ໃນເຂດສີພັນດອນ ເມືອງໂຂງ ແຂວງຈໍາປາສັກ ທີ່ໄດ້ສົ່ງໄຟຟ້າໄປຂາຍໃຫ້ກັມພູຊາ ແຕ່ປີ 2020 ເປັນຕົ້ນມານັ້ນ ຈະຂຍາຍກໍາລັງການຜລິດຕື່ມອີກ 65 ເມກະວັດ, ຮວມທັງໝົດ ຈະເພີ່ມຂຶ້ນເປັນ 325 ເມກະວັດ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ໂຄງການເຂື່ອນໄຟຟ້າ ດອນສະໂຮງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ຕຸລານີ້.

ເພິ່ນຂຍາຍອີກໂຮງຈັກນຶ່ງ ຢູ່ຕິດກັບໂຕເກົ່າຫັ້ນແຫລະ ທາງຂ້າງຫັ້ນເລີຍປະມານ 20-30 ແມັດ ມີແຕ່ເຈາະຮູນຶ່ງແລ້ວເອົາມໍເຕີອີກໂຕນຶ່ງມາ ເພື່ອປັ່ນໄຟເພີ່ມ ເພາະວ່າ ຈາກເຮັດໄປແລ້ວນໍ້າມັນເຫລືອ ນໍ້າມັນເຫລືອຖິ້ມຊື່ໆ ເຂົາກະເລີຍວ່າເຮັດອີກໂຕນຶ່ງ ເພື່ອໃຫ້ມັນໄດ້ໄຟເພີ່ມຂຶ້ນ ບໍ່ໃຫ້ນໍ້າໄຫລຖີ້ມລ້າໆ.

ທ່ານກ່າວຕື່ມວ່າ ການຂຍາຍກໍາລັງການຜລິດ ເພີ່ມອີກ 65 ເມກະວັດນັ້ນ ກໍຍ້ອນປາຣິມານນໍ້າ ທີ່ໄຫລຜ່ານຮູສະໂຮງ ຫລືຈຸດທີ່ຕັ້ງຂອງເຂື່ອນ ໃນຣະດູຝົນ ຂ້ອນຂ້າງຫລາຍ ຊຶ່ງບໍ່ໄດ້ຖືກໃຊ້ປັ່ນໄຟຟ້າ, ໄຫລຖິ້ມໄປລ້າໆ.

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫລື MRC ໄດ້ຣາຍງານຜ່ານກອງປະຊຸມ ປຶກສາຫາລືຜູ້ມີສ່ວນໄດ້ສ່ວນເສັຍ ລະດັບພູມິພາກຄັ້ງທີ 13 ທີ່ນະຄອນ ຫລວງພຣະບາງ ໃນມື້ວັນທີ 5 ຕຸລານີ້ ເພື່ອຣາຍງານຄວາມຄືບໜ້າ ເຣື່ອງການຂຍາຍກໍາລັງການຜລິດ ຂອງໂຄງການເຂື່ອນດອນສະໂຮງ. ຣັຖບານລາວແລະເຈົ້າຂອງໂຄງການ ເຂື່ອນໄຟຟ້າດອນສະໂຮງ ໄດ້ສເນີຂຍາຍກໍາລັງການ ຜລິດຕື່ມອີກ 65 ເມກະວັດ ໃນມື້ວັນທີ 2 ມິຖຸນາ 2022. ຕໍ່ມາ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ກໍໄດ້ກວດສອບເອກກະສານ ທີ່ໄດ້ສເນີມານັ້ນ ແລະໄດ້ນໍາສເນີຕໍ່ຄະນະກັມການຮ່ວມ ໃນກອງປະຊຸມຄັ້ງທີ 54 ເມື່ອເດືອນກັນຍາ 2022 ທີ່ຜ່ານມາ.

ທ່ານ ທີຣະວັດ ສັມພະວະມານະ (Theerawat Samphawamana) ຫົວໜ້າຝ່າຍວາງແຜນ ກອງເລຂາທິ ການ ຄະນະກັມມາທິການແມ່ນໍ້າຂອງສາກົລ ກ່າວຕໍ່ກອງປະຊຸມ ປຶກສາຫາລື ຜູ້ມີສ່ວນໄດ້ສ່ວນເສັຍ ລະດັບພູມີພາກຄັ້ງທີ 13 ເມື່ອວັນທີ 5 ຕຸລານີ້ວ່າ ເຖິງແມ່ນ ຣັຖບານລາວ ແລະຜູ້ພັທນາໂຄງການເຂື່ອນດອນສະໂຮງ ຈະໄດ້ຣາຍງານວ່າ ການຂຍາຍການຜລິດນັ້ນ ຈະບໍ່ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຮຸນແຮງກໍຕາມ ແຕ່ກໍຕ້ອງປະເມີນຜົລກະທົບນັ້ນຢ່າງລະອຽດ ເພື່ອແຈ້ງໃຫ້ປະເທດສະມາຊິກລຸ່ມແມ່ນໍ້າຂອງ ໄດ້ຮູ້ຂໍ້ມູນ ໂດຍສະເພາະເຣື່ອງການໄຫລຂອງນໍ້າ ແລະຝຸ່ນຕົມຂນາດນ້ອຍ ຫລືຕະກອນ ທັງໃນໄລຍະກໍ່ສ້າງ ແລະຫລັງຈາກກໍ່ສ້າງແລ້ວ.

ດັ່ງທ່ານກ່າວວ່າ:

ຣາຍງານໄດ້ກ່າວເຖິງຜົລກະທົບສ່ວນນຶ່ງ ໃນລະຫວ່າງກໍ່ສ້າງ (ສຽງ ແລະຂີ້ຝຸ່ນ ຈາກການຂຸດເຈາະ ໂຮງໄຟຟ້າ, ຄຸນນະພາບນໍ້າ, ການຈະຣາຈອນ ທີ່ເພີ່ມຂຶ້ນຮອບໆພື້ນທີ່ ໂຄງການ), ບໍ່ມີຜົລກະທົບຕໍ່ສິ່ງແວດລ້ອມເພີ່ມຕື່ມ (ຜົລກະທົບຕໍ່ການປະມົງ) ແລະຜົລກະທົບທາງສັງຄົມ ນອກເໜືອໄປຈາກຜົລກະທົບ ທີ່ມີຢູ່ແລ້ວທີ່ຈະເກີດຂຶ້ນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຈໍາປາສັກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄດ້ຮູ້ພຽງແຕ່ວ່າ ຈະມີການຂຍາຍກໍາລັງການຜລິດໄຟຟ້າຕື່ມ ແລະຈະສ້າງໃຫ້ສໍາເຣັດ ພາຍໃນປີ 2024 ຊຶ່ງທາງແຂວງ ກໍໄດ້ແຈ້ງໃຫ້ປະຊາຊົນຮູ້ໝົດແລ້ວ. ແຕ່ເນື່ອງຈາກຜູ້ພັທນາໂຄງການເຂື່ອນໄຟຟ້າ ດອນສະໂຮງ ບໍ່ໄດ້ຣາຍງານໃຫ້ທາງການແຂວງຈໍາປາສັກ ຮູ້ລະອຽດ ຈຶ່ງບໍ່ໄດ້ມີສ່ວນໃນການຕັດສິນໃຈໃດໆ. ທຸກຢ່າງຂຶ້ນກັບຣັຖບານລາວ ຈະເປັນຜູ້ພິຈາຣະນາ.

ໂຕນີ້ມັນເຊັນຢູ່ກະຊວງ ນີ້ກະແຈ້ງໝົດຫັ້ນແຫລະ ແຈ້ງໝົດເພາະແມ່ນໍ້າຂອງເດ້ ຢູ່ແປະກັບຊາຍແດນກັມພູຊາ ແຕ່ວ່າຈັກເພິ່ນຕົກແຕກກັນແນວໃດ ແມ່ນແຫລະ 2024 ນີ້ຈະໄດ້ແລ່ນຈັກແລ້ວໄດ໋.

ຊາວບ້ານຜູ້ນຶ່ງ ຢູ່ບ້ານຫາງສະດໍາ ເມືອງໂຂງ ຊຶ່ງເປັນບ້ານ ທີ່ຢູ່ໃກ້ກັບເຂດເຂື່ອນດອນສະໂຮງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ຕຸລານີ້ວ່າ ປະຊາຊົນຮູ້ພຽງແຕ່ວ່າ ໂຄງການເຂື່ອນດອນສະໂຮງ ຈະຂຍາຍກໍາລັງການຜລິດຕື່ມອີກ ແຕ່ບໍ່ຮູ້ວ່າ ຈະຂຍາຍແບບໃດ, ໃຫຍ່ສໍ່າໃດ ແລະຈະມີຊາວບ້ານໃນເຂດນັ້ນ ໄດ້ຮັບຜົລກະທົບ ຫລືບໍ່ ກໍຍັງບໍ່ຮູ້.

ບໍ່ເຫັນເວົ້າ ມາເພິ່ນກະມາວຽກເພິ່ນເອງ ບໍ່ກ່ຽວກັບປະຊາຊົນວ່າຊັ້ນສາ ຖ້າມີການຖືກຫລືວ່າຖືກເພິ່ນຊິເຮັດໂຄງການຫຍັງບໍ່ ຈັ່ງສິບອກຫັ້ນນ່າ ຖ້າບໍ່ໄດ້ຖືກເພິ່ນກະບໍ່ອວນນໍາປະຊາຊົນດອກ ຈັ່ງໃດກະບໍ່ເຂົ້າໃຈ ແບບວ່າບາງເທື່ອກະແຈ້ງ ບາງເທື່ອກະບໍ່ແຈ້ງ ເຮົາກະບໍ່ຈັກ.

ເຈົ້າໜ້າທີ່ຢູ່ເມືອງໂຂງ ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ຫາກໂຄງການເຂື່ອນດອນສະໂຮງ ມີແຜນກ່ຽວກັບເຂື່ອນນີ້ແນວໃດ ກໍຄວນແຈ້ງໃຫ້ຊາວບ້ານ ໃນເຂດນັ້ນຮູ້ກ່ຽວກັບຂໍ້ມູນຕ່າງໆ ແລະຄວນຈະສຶກສາ ແລະປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຢ່າງລະອຽດ ເປັນຕົ້ນຜົລກະທົບຕໍ່ພື້ນທີ່ ການກະເສດ ແລະການຫາປາ ຂອງຊາວບ້ານ.

ນ່າເປັນຫ່ວງແລ້ວ ຄືເວົ້າຫັ້ນແລ້ວຢູ່ຈຸດນີ້ຫັ້ນ ມັນ ຄັນໄດ້ເຮັດມັນກະສຶກສາຜົລກະທົບລະອຽດໝົດ ສິມີຫລາຍຢ່າງເພາະວ່າ ມັນກ່ຽວພັນກັບການດໍາລົງຊີວິດ ຂອງປະຊາຊົນ.

ອີງຕາມຣາຍງານ ຂອງທາງການ ແຂວງຈໍາປາສັກ, ໂຄງການເຂື່ອນໄຟຟ້າ ດອນສະໂຮງ ເຮັດໃຫ້ 14 ຄອບຄົວ, 85 ຄົນ ທີ່ຖືກຜົລກະທົ, ຖືກໃຫ້ຍົກຍ້າຍ ໄປຢູ່ເຮືອນຈັດສັນ ຊຶ່ງຢູ່ຫ່າງຈາກບ້ານເດີມປະມານ 2 ກິໂລແມັດ.

ປັດຈຸບັນ ເຂື່ອນໄຟຟ້າດອນສະໂຮງ ມີເຄື່ອງປັ່ນໄຟທັງໝົດ 4 ຊຸດ ແຕ່ລະຊຸດມີກໍາລັງຕິດຕັ້ງ 65 ເມກະວັດ, ສາມາດຜລິດໄຟຟ້າ ສະເລັ່ຍ 2,028 ລ້ານກິໂລວັດໂມງຕໍ່ປີ, ໄລຍະສໍາປະທານ 25 ປີ. ໂຄງການນີ້ໄດ້ເຣີ່ມສ້າງມາຕັ້ງແຕ່ປີຕົ້ນປີ 2016, ສ້າງແລ້ວເມື່ອປີ 2019. ໄຟຟ້າທັງໝົດທີ່ຜລິດໄດ້ ຖືກສົ່ງໄປຂາຍໃຫ້ກໍາພູຊາ ຜ່ານສາຍສົ່ງ 230 ກິໂລໂວນ.

ເຂື່ອນໄຟຟ້າດອນສະໂຮງ ມີມູນຄ່າການກໍ່ສ້າງ ປະມານ 500 ລ້ານໂດລ້າຣ໌ສະຫະຣັຖ, ມີ 3 ບໍຣິສັດ ຖືຫຸ້ນ ຄື ບໍຣິສັດ Ground Roses Ltd ຖືຫຸ້ນ 79%, ບໍຣິສັດຜລິດ ໄຟຟ້າລາວ ມະຫາຊົນ 20% ແລະ ບໍຣິສັດ Silver Acreage Ltd 1% ແລະ ບໍຣິສັດ Sino Hydro ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ບໍຣິສັດພະລັງງານ ດອນສະໂຮງ ເປັນເຈົ້າຂອງໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.