ຜົລກະທົບ ຈາກເຂື່ອນດອນສະໂຮງ ກັກນ້ຳ

ພູ​ວົງ​ສ໌
2019.10.21
F-Don-sahong ຮູປຈໍາລອງ ຂອງເຂື່ອນດອນສະໂຮງ
Peter Hawlkins/Mega First Corporation Berhad.

ປະຊາຊົນ ຫຼາຍບ້ານ ຢູ່ເຂດຊາຍແດນ ລາວ-ກັມພູຊາ ເມືອງໂຂງ ແຂວງຈຳປາສັກ ໄດ້ຮັບຜົລກະທົບ ຈາກການກັກນ້ຳ ເພື່ອທົດລອງ ຜລິຕໄຟຟ້າ ເຂື່ອນດອນສະໂຮງ, ໂດຍສະເພາະ ຜູ້ທີ່ຫາປາ ເປັນອາຊີພ ຕ້ອງໄປຊອກເຮັດວຽກ ແນວອື່ນ ເປັນຕົ້ນ ກໍແມ່ນ ອາຊີພກັມມະກອນ ຍ້ອນການກັກນ້ຳ ຂອງເຂື່ອນ ເຮັດໃຫ້ນ້ຳຂອງ ບົກແຫ້ງ ແລະ ສົ່ງຜົລ ໃຫ້ຈຳນວນປາຫຼຸດລົງ ຢ່າງໜ້າຕົກໃຈ. ນຶ່ງໃນນັ້ນ ກໍແມ່ນ ປະຊາຊົນ ບ້ານດອນຊົມ, ເມືອງໂຂງ ແຂວງຈຳປາສັກ, ດັ່ງຊາວບ້ານ ບ້ານດອນຊົມ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ຕຸລາ ວ່າ:

“ປາກະບໍ່ມີ ນ້ຳມັນບົກແຮງຫຼາຍ ປາມັນຍາກຫຼາຍ. ຂ້ອຍກະຫາບໍ່ໄດ້ ມັນອຶດ ໄລຍະນີ້, ມັນບົກແຮງ ນ້ຳມັນຂອດແຮງ ໄທບ້ານ ເລີຍພາກັນ ໄປຊອກເຮັດ ແນວອື່ນ.”

ທ່ານກ່າວຕື່ມວ່າ ແຕ່ກ່ອນ ພວກເຂົາເຈົ້າ ຫາປາໄດ້ ບໍ່ຕ່ຳກວ່າ ມື້ລະ 20 ກິໂລກຣາມ ທັງປາເຄິງ, ປາແຂ້ ແລະ ປາໜູ ເພື່ອໄປຂາຍ ຢູ່ຕລາດນາກະສັງ, ເຊິ່ງສ້າງຣາຍຮັບໄດ້ ບໍ່ຕ່ຳກວ່າ 2 ແສນປາຍກີບ. ຕົກມາ ໄລຍະ ຕັ້ງແຕ່ມີເຂື່ອນ, ປາກໍເຣີ່ມ ຫຼຸດລົງເລື້ອຍໆ, ຈົນມາຮອດປີກາຍ ກໍຫາປາໄດ້ພຽງ ມື້ລະ 3-5 ກິໂລ ແລະ ຈົນມາຮອດມື້ນີ້, ບາງມື້ ແມ່ນຫາເກືອບ ບໍ່ໄດ້ເລີຍ. ຮ້າຍແຮງ ໄປກວ່ານັ້ນ, ໃນໄລຍະ ເຂື່ອນດອນສະໂຮງ ຕັນນ້ຳ ເພື່ອທົດລອງ ຜລິຕໄຟຟ້າ ເມື່ອ 2 ເດືອນ ທີ່ຜ່ານມານີ້, ຊາວບ້ານຫາປາ ບໍ່ໄດ້ຕິດຕໍ່ກັນ ຫຼາຍມື້ ຈຶ່ງພາກັນ ເຊົາຫາປາ ແລ້ວໄປຊອກຫາ ເຮັດວຽກ ອັນອື່ນ ເປັນຕົ້ນ ກໍໄປຊອກເປັນ ກັມມະກອນ ເພື່ອຫາເງິນ ມາລ້ຽງຄອບຄົວ.

ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບ ການປະມົງ ແລະ ລ້ຽງສັດ ຢູ່ມໍ່ເຂດຊາຍແດນ ລາວ-ກັມພູຊາ ເວົ້າວ່າ ເຂື່ອນດອນສະໂຮງ ບໍ່ແມ່ນ ສາເຫຕ ທີ່ເຮັດໃຫ້ນ້ຳແຫ້ງ, ແຕ່ເປັນຍ້ອນ ນ້ຳມັນໄດ້ບົກແຫ້ງ ມາແຕ່ທາງເທິງພຸ້ນ, ຈຶ່ງເຮັດໃຫ້ ທາງໃຕ້ ບົກແຫ້ງນຳ.

“ເຂື່ອນດອນສະໂຮງເຮົາ ເຂົາເປີດລະເດ ເຂົາເປີດລອງນ້ຳ ເຂົາເປີດເຂົາກະປິດ ເຂົາລອງເບິ່ງ ຊື່ໆນາ. ບໍ່ກ່ຽວດອກ ເຂົາປ່ອຍນ້ຳ ອອກລະໄດ໋. ຂອງນ້ຳໄຫຼມາ ແຕ່ເໜືອ, ແຕ່ເຊແຕ່ຫຍັງ ມັນຍັງບໍ່ມີນ້ຳ ທາງເໜືອ ກະແຫ້ງເໝິດ ໄຫຼລົງມາ ທາງເຮົາກະແຫ້ງ, ທາງເຮົາກະແຫ້ງເນາະ.”

ປະຈຸບັນ, ນ້ຳຂອງ ຢູ່ຊາຍແດນ ລາວ-ກັມພູຊາ, ເຊິ່ງຢູ່ທ້າຍ ເຂື່ອນດອນສະໂຮງ ແລະ ຕອນໃຕ້ ເມືອງໂຂງນັ້ນ, ປະຣິມານປາ ຈະຫຼຸດລົງ ແລະ ຫາຍາກ ກວ່າແຕ່ກ່ອນ, ແຕ່ເຂດຕອນກາງ ແລະ ຕອນເໜືອ ຂອງເຂື່ອນ ເປັນຕົ້ນ ເຂດດອນຄອນ ປາພັດມີຫຼາຍຂຶ້ນ ຍ້ອນເຂດດັ່ງກ່າວ ມີນ້ຳຫຼາຍ, ແມ່ນ້ຳ ສາຂາ ກໍໄຫຼປ່ອງໃສ່ ແລະ ນ້ຳ ກໍບໍ່ບົກແຫ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.