ຄອບຄົວເຄາະຮ້າຍນໍ້າຖ້ວມ ລໍາບາກ

ພູວົງສ໌
2020.08.13
f-flood-bolikhan ນໍ້າຖ້ວມ ບ້ານທົ່ງພັນຄໍາ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ເມື່ອ ວັນທີ 06 ສິງຫາ 2020
ນັກຂ່າວພົລເມືອງ

ປັດຈຸບັນ, ຍັງມີຊາວບ້ານ ຈຳນວນປະມານ 500 ຄອບຄົວ ໃນພື້ນທີ່ຢ່າງໜ້ອຍ 8 ບ້ານ ຢູ່ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ທີ່ໄດ້ຮັບຜົລ ກະທົບ ຈາກ ພັຍນ້ຳຖ້ວມ ຕັ້ງແຕ່ວັນທີ 1 ຫາ 6 ສິງຫາ ທີ່ຜ່ານມານັ້ນ ກຳລັງລໍຖ້າ ການຊ່ອຍເຫຼືອ ຈາກ ທາງການ, ເຊິ່ງສ່ວນໃຫຍ່ ຊາວບ້ານໄດ້ຮັບຄວາມເສັຽຫາຍ ທາງດ້ານການກະເສຕ ເປັນຕົ້ນ ສວນມັນຕົ້ນ, ທົ່ງນາ ແລະ ສັດລ້ຽງ ປະເພດຕ່າງໆ ທີ່ໄດ້ຈົມນ້ຳ ຈຳນວນຫຼາຍ. ດັ່ງຊາວບ້ານ ບ້ານວັດທາດ ເວົ້າຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 12 ສິງຫາ ນີ້ວ່າ:

“ກະຢາກໃຫ້ມີການຣະດົມ ຊ່ອຍເຫຼືອແດ່ຫັ້ນແຫຼະ. ຜູ້ໃດເສັຽຫາຍກະຢາກໃຫ້ຊ່ອຍ ຖ້ວມສິ່ງຂອງຫັ້ນ ປູກຝັງຫັ້ນ. ແບບປູກພືດກິນໝາກ ນີ້ແຫຼະ ກະເສຕນີ້ແຫຼະ ກະໄດ້ເສັຽຫາຍໝົດ ເພາະວ່າມັນຖ້ວມ 3 ມື້ເນາະ.”

ທ່ານກ່າວຕື່ມວ່າ ນອກຈາກຜົລຜລິຕ ທີ່ເສັຽຫາຍແລ້ວ, ນ້ຳຍັງໄດ້ຖ້ວມໂຕເຮືອນ ຂອງຊາວບ້ານ ພໍສົມຄວນ. ແຕ່ປັດຈຸບັນ, ນ້ຳກໍບົກແຫ້ງ ລົງແລ້ວ ແລະ ບໍ່ໄດ້ສ້າງຄວາມເສັຽຫາຍຕໍ່ ເຮືອນ ຫຼືເຄື່ອງຂອງພາຍໃນເຮືອນ ແຕ່ຢ່າງໃດ. ເຖິງແມ່ນວ່າ ໃນໄລຍະນ້ຳຖ້ວມນັ້ນ, ທາງ ເຈົ້າໜ້າທີ່ ກໍໄດ້ລົງມາມອບນ້ຳດື່ມ ຊ່ອຍເຫຼືອແລ້ວໃນເບື້ອງຕົ້ນ, ແຕ່ກໍຍັງພຽງພໍ ຕໍ່ຄວາມຕ້ອງການ ຂອງໂຕເອງ ແລະ ໄທບ້ານອີກຫຼາຍຄົນ.

ຊາວບ້ານ ບ້ານນາແຫນ ທ່ານນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມເຊັ່ນກັນ ກໍເວົ້າວ່າ ນ້ຳຖ້ວມເທື່ອນີ້, ໄດ້ສ້າງຄວາມເສັຽຫາຍ ຕໍ່ ເນື້ອທີ່ປູກມັນຕົ້ນ ແລະ ທົ່ງນາ ໃນເຂດບ້ານ ຂອງລາວ ຈຳນວນຫຼວງຫຼາຍ ເຮັດໃຫ້ຊາວກະເສຕກອນ ພາກັນເດືອດຮ້ອນ ບໍ່ສາມາດ ຂຸດມັນຕົ້ນໄປຂາຍໄດ້ອີກ. ຈຶ່ງຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງວາງແຜນຊ່ອຍເຫຼືອ ຢ່າງຮີບດ່ວນ. ດັ່ງຍານາງ ໄດ້ກ່າວວ່າ:

“ແມ່ນ, ເປັນມັນຕົ້ນເສັຽຫາຍຫຼາຍ ຂອງປະຊາຊົນຫັ້ນເສັຽຫາຍຫຼາຍຢູ່. ເຂົ້ານາກະແບບລົ້ມຕາຍ ແລະ ມັນຕົ້ນຫັ້ນຕາຍເລີຍ. ຍັງ, ຍັງບໍ່ມີ ໃຜຊ່ອຍເຫຼືອ ຖ້າມີຄົນມາຊ່ອຍເຫຼືອ ກະດີຫັ້ນແຫຼະ.”

ໃນຂະນະດຽວກັນ, ຊາວບ້ານ ບ້ານສີສະຫວາດ ອີກຜູ້ນຶ່ງ ເວົ້າວ່າ ສັດລ້ຽງປະເພດເປັດ ແລະ ໄກ່ ໄດ້ຕາຍຈຳນວນນຶ່ງ, ແຕ່ບໍ່ໄດ້ຮັບຄວາມ ເສັຽຫາຍຫຼາຍ. ດັ່ງຍານາງ ເວົ້າວ່າ:

“ຢູ່ສີສະຫວາດນີ້ ນ້ຳຖ້ວມຫັ້ນ ເສັຽຫາຍໜ້ອຍນຶ່ງ ແບບວ່າ ເປັນ-ໄກ່ ອີ່ຫຍັງ ນ້ຳຖ້ວມໝົດເດ. ປະມານ 20-30 ໂຕນີ້ແຫຼະ. ເຫຼືອແຕ່ເປັດ ໜ້ອຍດຽວ, ໄກ່ຕາຍໝົດແລ້ວ ບໍ່ມີຫຍັງເທື່ອ ເພາະວ່າເພິ່ນວ່າ ບໍ່ຮ້າຍແຮງວ່າຊັ້ນ.”


ທາງດ້ານເຈົ້າໜ້າທີ່ ທີ່ເມືອງບໍຣິຄັນ ທ່ານນຶ່ງ ຊີ້ແຈງຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ ເຫດການນ້ຳຖ້ວມເທື່ອນີ້ ໄດ້ສ້າງຄວາມເສັຽຫາຍ ຕໍ່ດິນສວນ ແລະ ດິນນາ ປະມານ 300 ປາຍ ເຮັກຕ້າຣ, ອີງຕາມການຣາຍງານໃນເບື້ອງຕົ້ນ ແລະ ດຽວນີ້ ກໍກຳລັງມີການສຳຣວດ ຄວາມເສັຽຫາຍເພີ່ມຕື່ມຢູ່ ດ້ວຍການຮິບໂຮມຂໍ້ມູນ ຜູ້ໄດ້ຮັບຜົລກະທົບ ຢ່າງຄັກແນ່ເພື່ອນຳມາ ວາງແຜນຊ່ອຍເຫຼືອ. ດັ່ງທ່ານກ່າວວ່າ:

“ຂອງປູກ ເປັນທົ່ງໄຮ່ທົ່ງນາ ສວນມັນຕົ້ນຫັ້ນແຫຼະ ເສັຽຫາຍຫຼາຍ, ຫັ້ນນ່າ. ເນື້ອທີ່ສວນ ປະມານ 100 ປາຍນີ້ບໍ່ ເນື້ອທີ່ນາ ປະມານ 200 ນີ້ແຫຼະ. ເຫັນເພິ່ນຣາຍງານມື້ນັ້ນ ເພິ່ນລົງ ສຳຣວດເບິ່ງພື້ນທີ່ຫັ້ນ ມັນເສັຽຫາຍຫັ້ນເນາະ.”

ເຫດການນ້ຳຖ້ວມ ຢູ່ເຂດເມືອງບໍຣິຄັນ ແຂວງບໍຣິຄຳໄຊ ເກີດຈາກມີຝົນຕົກໜັກ ຕິດຕໍ່ກັນເປັນເວລາ 3-4 ມື້, ເຮັດໃຫ້ສາຍນ້ຳຊັນ, ນ້ຳລາດ, ນ້ຳໝາງ, ນ້ຳປາງ ແລະ ສາຍນ້ຳອື່ນໆ ເພີ່ມຣະດັບສູງຂຶ້ນ ແລະ ໄຫຼຖ້ວມເຂົ້າເຂດບ້ານ ທີ່ປະຊາຊົນ ອາສັຍຢູ່ຫຼາຍ ຈົນມີຊາວບ້ານ ປະມານ 500 ຄອບຄົວ ໃນພື້ນທີ່ຢ່າງໜ້ອຍ 8 ບ້ານ ເປັນຕົ້ນ ບ້ານວັດທາດ, ບ້ານນາແຫນ, ບ້ານຫາດດອນຄູນ, ບ້ານຫາດໂພ ແລະ ບ້ານອື່ນໆ ຖືກນ້ຳຖ້ວມເຮືອນ ແລະ ບ່ອນປູກຝັງ.

ພັຍນ້ຳຖ້ວມເທື່ອນີ້, ຍັງເຮັດໃຫ້ຣະບົບນ້ຳປະປາ, ໄຟຟ້າ ແລະ ພື້ນຖານໂຄງຮ່າງ ດ້ານອື່ນໆ ໄດ້ຮັບຄວາມເສັຽຫາຍນຳ, ເຊິ່ງທາງການ ເມືອງບໍຣິຄັນ ກຳລັງຈັດຫານ້ຳດື່ມ ແລະ ອາຫານແຫ້ງ ນຳໄປຊ່ອຍເຫຼືອຊາວບ້ານເພີ່ມຕື່ມ ພ້ອມທັງເປີດຮັບ ບໍຣິຈາກເຄື່ອງຂອງ ຈາກ ຜູ້ໃຈບຸນ, ອີງຕາມການຣາຍງານເພີ່ມຕື່ມ ຂອງເຈົ້າໜ້າທີ່ ເມືອງບໍຣິຄັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.