ມ.ບໍຣິຄັນ ຕຽມຮັບມື ນໍ້າຖ້ວມ
2020.08.18
ຊາວບ້ານຫ້ວຍຄູນ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ຈໍານວນ 63 ຄອບຄົວ ໄດ້ກະຕຽມຍ້າຍເຄື່ອງຂອງ ເພື່ອຮັບມືກັບພັຍນໍ້າຖ້ວມຮອບທີ 3 ຫຼັງຈາກຫ້ອງການ ອຸຕຸນິຍົມວິທຍາ ແຈ້ງເຕືອນຊາວບ້ານ ທີ່ອາສັຍໃນພືິ້ນທີ່ຕໍ່າ ແລະ ຕິດແຄມນໍ້າຊັນ ໃຫ້ຣະວັງນໍ້າຖ້ວມ ແລະ ດິນເຈື່ອນ, ດັ່ງຊາວບ້ານ ບ້ານຫ້ວຍຄູນ ເມືອງບໍຣິຄັນ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ສິງຫາ ນີ້ວ່າ:
“ທາງເມືອງເພິ່ນສົ່ງມາໃຫ້ ເພາະວ່າເພິ່ນຢູ່ເໜືອໄທເຮົາເດ້ ແລ້ວເພິ່ນກໍໄດ້ຂໍ້ມູນທາງອື່ນມາປົກກະຕິຢູ່ ໄດ້ກຽມກໍານົດຢູ່ ບ່ອນທີ່ວ່າສົມມຸດວ່າ ມັນຂຶ້ນມາຫຼາຍແລ້ວ ເອົາເຂົາເຈົ້າອອກມາ ມັນມີ ໄທເຮົາ ກໍໄດ້ກໍານົດເອົາ ໂຮງຮຽນນີ່ແຫຼະ.”
ຊາວບ້ານຜູ້ນີ້ເວົ້າວ່າ ວັນທີ 7-8 ສິງຫາ ຜ່ານມານີ້ ຣະດັບນໍ້າຊັນ ຢູ່ເມືອງບໍຣິຄັນ ສູງ 7 ແມັດ 50 ເຊັນ ເຮັດໃຫ້ສວນມັນຕົ້ນ ຂອງ ປະຊາຊົນ 10 ປາຍເຮັກຕ່າຣ ຖືກນໍ້າຖ້ວມ ແລະນັບແຕ່ ວັນທີ 15 ສິງຫາ ມາຮອດປັດຈຸບັນ ນໍ້າກໍກັບມາຖ້ວມບ່ອນເກົ່າອີກເນື້ອທີ່ນາ ຂອງປະຊາຊົນ 100 ປາຍ ເຮັກຕ່າຣ ກໍຖືກນໍ້າຖ້ວມ ເພີ່ມຕື່ມ.
ຂນະທີ່ ຊາວບ້ານ ບ້ານວັດທາດ ເມືອງບໍຣິຄັນ ຈໍານວນ 80 ຄອບຄົວ ກໍກະຕຽມໂຍກຍ້າຍເຄື່ອງຂອງ ເພື່ອຮັບມືກັບພັຍນໍ້າຖ້ວມ ຮອບທີ 3 ນີ້ ຄືກັນ, ດັ່ງຊາວບ້ານ ບ້ານວັດທາດ ຜູ້ນຶ່ງ ກ່າວວ່າ:
“ດຽວນີ້ກໍເຝົ້າຣະວັງແລ້ວ ໃຜກໍບໍ່ປະເຮືອນປະຊານແລ້ວ ຄັນໄປວຽກ ກໍໃຫ້ຜູ້ນຶ່ງ ສອງຄົນຢູ່ເຮືອນ ເຄື່ອງຂອງເຂົາເຈົ້າ ກໍມ້ຽນມັດໄວ້ແລ້ວ ກຽມໝົດແລ້ວນາ ດຽວນີ້ເຮືອນຕໍ່າ ພວກຜົ່ງມົ້ງ ເຂົາເຈົ້າ ກໍໄປຢູ່ນໍາພີ່ນໍານ້ອງ ເຮືອນສູງຫັ່ນ ເປັນຣົດ ເປັນລາ ເຂົາເຈົ້າກໍມາໄວ້ທາງຫຼວງ ເປັນ 4 ເບ້ ນີ່.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ວັນທີ 7-8 ສິງຫາຜ່ານມານີ້ ຣະດັບນໍ້າຊັນ ສູງຫຼາຍ ໄຫຼເຂົ້າຖ້ວມພື້ນທີ່ປູກຝັງພືດຜັກ ຂອງຊາວບ້ານ ເສັຍຫາຍ 4-5 ເຮັກຕ່າຣ.
ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງການ ອຸຕຸນິຍົມວິທຍາ ເມືອງບໍຣິຄັນ ກ່າວວ່າ ປັດຈຸບັນ ຣະດັບນໍ້າຊັນ ຢູ່ເມືອງບໍຣິຄັນ ຢູ່ໃນຣະດັບ 7 ແມັດ 30 ເຊັນ ຖືວ່າຢູ່ໃນເຂດເຝົ້າຣະວັງ ຢ່າງໃກ້ຊິດ ແລະໄດ້ແຈ້ງການໃຫ້ປະຊາຊົນ ຕຽມຮັບມືແລ້ວ, ດັ່ງທ່ານກ່າວວ່າ:
“ຢູ່ເຂດເຝົ້າຣະວັງ 7 ແມັດ 30 ເຊັນ ເອີ ເຮົາວັດແທກທຸກໆ 7 ໂມງເຊົ້າ, 7 ໂມງແລງ ແຕ່ວ່າມີສະພາບຝົນຕົກໜັກ ເຮົາກໍວັດແທກທຸກໆ ຊົ່ວໂມງ ແລະກໍເຕືອນປະຊາຊົນ ຄັນຮອດເຂດ ເຕືອນ ຫັ້ນນາ.”
ທ່ານກ່າວຕື່ມວ່າ ສໍາລັບການຊ່ອຍເຫຼືອ ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ພາຍໃນເມືອງບໍຣິຄັນ 660 ຄອບຄົວ ໃນ 15 ບ້ານ, ພາກສ່ວນກ່ຽວຂ້ອງ ໄດ້ສົ່ງນໍ້າດື່ມ ແລະ ເຄື່ອງໃຊ້ຄົວເຮືອນ ແລະເງິນສົດສຸກເສີນ ໄປຈໍານວນນຶ່ງ ໃນຕົ້ນເດືອນ ສິງຫາ ນີ້ແລ້ວ.
ນອກຈາກນີ້ ໃນວັນທີ 8-9 ສິງຫາ ທີ່ຜ່ານມານີ້ ສວນຜັກ ແລະສວນໝາກໂມ ຂອງປະຊາຊົນ 19 ຄອບຄົວ ຢູ່ບ້ານທ່າບໍ່ ເມືອງປາກຊັນ ນໍ້າຖ້ວມທັງໝົດ 20 ປາຍເຮັກຕ່າຣ, ແລະນັບແຕ່ ວັນທີ 15 ສິງຫາ ມາຮອດປັດຈຸບັນ ນໍ້າກໍໄຫຼເຂົ້າມາຖ້ວມ ບ່ອນເກົ່າອີກ, ແຕ່ເຈົ້າໜ້າທີ່ ຍັງບໍ່ທັນສາມາດ ປະເມີນຄວາມເສັຍຫາຍໄດ້ເທື່ອ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງປາກຊັນ ກ່າວວ່າ:
“ເວົ້າເຣື່ອງຂໍ້ມູນ ສະເພາະ ເມືອງປາກຊັນ ຂອງ ພວກເຮົານິ່ ລະແມ່ນງວດທີ່ນຶ່ງ ລະແມ່ນອັນນັ້ນ ມັນຖ້ວມ ມັນໄຫຼຫຼາກ ຜົລເສັຍຫາຍ ກໍຍັງບໍ່ມີ ປັດຈຸບັນ ກໍຍັງຖ້ວມຢູ່ ແຕ່ວ່າຂໍ້ມູນທັນເອົາ ບໍ່ທັນໄດ້ ມັນແຫ້ງພຸ້ນແຫຼະເນາະ.”
ເຖິງຢ່າງໃດກໍຕາມ ໃນເບື້ອງຕົ້ນ ຍັງບໍ່ມີຣາຍງານຜູ້ເສັຽຊີວິດ ຫຼືບາດເຈັບ ຈາກນໍ້າຖ້ວມໃນຄັ້ງນີ້ ແຕ່ເຈົ້າໜ້າທີ່ ກໍຂໍໃຫ້ປະຊາຊົນ ທີ່ຢູ່ເຂດ ສຸ່ມສ່ຽງ ໃຫ້ຣະມັດຣະວັງ, ດັ່ງເຈົ້າໜ້າທີ່ ຫ້ອງການ ປົກຄອງແຂວງ ກ່າວວ່າ:
“ມັນຝົນຕົກຫຼາຍ ຫຼາຍແດ່ຊ່ວງນີ້ ໜັກຢູ່ເດ້ ເຮົາກໍມີແຕ່ເບິ່ງຣະດັບນໍ້າຂຶ້ນ-ລົງ ຢູ່ແມ່ນຫຍັງຫັ້ນ.”
ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງການ ລົງວັນທີ 17 ສິງຫາ 2020 ເຕືອນ ສະພາບອາກາດ ແຕ່ໄລຍະວັນທີ 17-23 ສິງຫາ 2020 ລົມມໍລະສຸມ ສຽງໃຕ້ ຈະເພີ້ມແຮງຂຶ້ນ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດ ໃຫ້ມີຝົນ, ຟ້າຮ້ອງ, ຟ້າເຫຼື້ອມໃນຣະດັບ ຄ່ອຍເປັນບໍຣິເວນກວ້າງ ໃນແຕ່ລະພາກ ແລະຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ ໃນເຂດ ແຂວງວຽງຈັນ, ບໍຣິຄໍາໄຊ, ຄໍາມ່ວນ ແລະ ແຂວງສວັນນະເຂດ.