ບໍຣິສັດຕົງລີ້ເສີ້ງ ເຊັນສັນຍາສຳຣວດ ແຮ່ຫາຍາກ

ໄຊຍາ
2022.01.24
ບໍຣິສັດຕົງລີ້ເສີ້ງ ເຊັນສັນຍາສຳຣວດ ແຮ່ຫາຍາກ ໂຕຢ່າງ ການຂຸດຄົ້ນບໍ່ແຮ່ ໃນປະເທດລາວ
ຮູບພາບ: Public Domain

ໃນວັນທີ 21 ມົກກະຣາ ທີ່ຜ່ານມານີ້ ບໍຣິສັດ ຕົງລີ້ເສີ້ງ ພັທນາອຸດສາຫະກັມ ຈຳກັດ ຈາກປະເທດຈີນໄດ້ເຊັນສັນຍາ ກັບກະຊວງແຜນການ ແລະການ ລົງທຶນຂຸດຄົ້ນແຮ່ຫາຍາກ ໃນເນື້ອທີ 3 ກິໂລຕາແມັດ ແລະສັນຍາວ່າດ້ວຍການສຳຣວດແຮ່ຫາຍາກ (Rare Earth) ໃນເນື້ອທີ່ປະມານ 25 ກິໂລຕາແມັດ ຢູ່ເຂດບ້ານມາຍ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ຊຶ່ງປັດຈຸບັນບໍຣິສັດດັ່ງກ່າວຢູ່ໃນລະຫວ່າງການສຳຣວດ ເນື້ອທີ່ເພື່ອຈະຕຣຽມທົດລອງຂຸດຄົ້ນໃນມໍ່ໆ ນີ້ ຊຶ່ງຖືກດິນຊາວບ້ານ ບາງຄອບຄົວແຕ່ຍັງບໍ່ຮູ້ວ່າຈັກຄອບຄົວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງຜາໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 24 ມົກກະຣາ ນີ້ວ່າ:

ຍັງຍັງບໍ່ທັນໆ ຂຸດຄົ້ນຂະເຈົ້າຍັງສຳຣວດ ຂະເຈົ້າແມ່ນຈີນ ໂອອັນນີ້ກາຍັງບໍ່ທັນຮູ້ນຳຂະເຈົ້າ ເພາະວ່າຂະເຈົ້າຍັງສຳຣວດຍັງບໍ່ທັນແລ້ວນ່າ ຂະເຈົ້າຍັງແທກຢູ່ນ່າ.

ໃນຂະນະທີ່ ເຈົ້າໜ້າທີ່ເມືອງຜາໄຊ ອີກທ່ານນຶ່ງກ່າວວ່າ ປັດຈຸບັນບໍຣິສັດຈີນ ດັ່ງກ່າວກຳລັງໄກ່ເກັ່ຽກັບຊາວບ້ານ ຈຳນວນນຶ່ງ ທີ່ຖືກໂຄງການດັ່ງກ່າວກວມເອົາ ເນື້ອທີ່ລ້ຽງສັດ ເພື່ອເຈລະຈາຊົດເຊີຍຕາມຄວາມເໝາະສົມ ແຕ່ຍັງບໍ່ຮູ້ຄັກແນ່ວ່າຈະຖືກດິນຊາວບ້ານຈັກຄອບຄົວ ຍ້ອນຕ້ອງລໍຖ້າໃຫ້ການສຳຣວດສຳເຣັດກ່ອນ ຊຶ່ງໃຊ້ເວລາທັງໝົດ 12 ເດືອນ. ດັ່ງທ່ານກ່າວວ່າ:

ກຳລັງໄກ່ເກັ່ຽຄ່າຊົດເຊີຍເບາະ ແມ່ນຫຍັງໃຫ້ປະຊາຊົນເພາະວ່າ ຂະເຈົ້າເຮັດສວນຫຍ້າລ້ຽງສັດເດ 12 ເດືອນສຳຣວດເນາະ ແລ້ວຫຼັງຈາກສຳຣວດເຫັນແລ້ວ ມັນເປັນສິນຄ້າໄດ້ແລ້ວ ເພິ່ນຈຶ່ງມາເຮັດສັນຍາຂຸດຄົ້ນ

ສ່ວນຊາວບ້ານຄົນນຶ່ງ ທີ່ຂໍສງວນຊື່ ແລະສຽງ ຊຶ່ງຖືກຜົລກະທົບ ຈາກການສຳຣວດແຮ່ຫາຍາກ ດັ່ງກ່າວກ່າວວ່າ:

ຟາມລ້ຽງງົວຂອງຂ້ອຍ ຖືກໂຄງການນີ້ກວມເອົາທັງໝົດ 6 ເຮັກຕ້າຣ໌ແຕ່ພະນັກງານ ໄດ້ວັດແທກພຽງແຕ່ບ່ອນທີ່ມີຫຍ້າຈຳນວນ 2.2 ເຮັກຕ້າຣ໌ ສ່ວນເນື້ອທີ່ທີ່ເຫຼືອອີກ 3.5 ເຮັກຕ້າຣ໌ແມ່ນຖືກຖີ້ມໄປລ້າໆ ແລະ ຍັງບໍ່ຮູ້ເທື່ອວ່າຈະໄດ້ຮັບການຊົດເຊີຍແນວໃດ ແຕ່ເຖິງຢ່າງໃດກໍຕາມຈະສົ່ງຜົລໃຫ້ຂ້ອຍ ແລະອີກຫຼາຍຄອບຄົວ ບໍ່ມີເນື້ອທີ່ລ້ຽງງົວໃນຕໍ່ໜ້າ

ສ່ວນຊາວບ້ານໃກ້ຄຽງ ອີກທ່ານນຶ່ງກ່າວວ່າ ລາວເອງກໍຮູ້ສຶກເຫັນໃຈຊາວບ້ານ ທີ່ໄດ້ຮັບຜົລກະທົບໂດຍກົງຊຶ່ງສ່ວນໃຫຍ່ເປັນຜູ້ລ້ຽງງົວ ໃນເຂດດັ່ງກ່າວຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ການຊົດເຊີຍແກ່ຊາວບ້ານທີ່ໄດ້ຮັບຄວາມເດືອດຮ້ອນ ແບບສົມເຫດສົມຜົລ. ດັ່ງທ່ານກ່າວວ່າ:

ມີຈຳນວນນຶ່ງ ຂະເຈົ້າກາດິນໄຮ່ດິນນາປະຊາຊົນກາຖືກ ຢູ່ໃນຟາຣ໌ມຫັ້ນແຕ່ບໍ່ຮູ້ ຂະເຈົ້າລົມເຣື່ອງເງິນຊົດເຊີຍແນວໃດຢູ່ເມືອງຜາໄຊຫັ້ນ ມີຢູ່ໝູ່ທີ່ວ່າຢູ່ໄກ້ກັບເຂດຫັ້ນແຮ່ຫັ້ນ ມັນມີຫຼາຍແນວແຕ່ບໍ່ຮູ້ວ່າໂຕນີ້ມັນຈະເປັນແຮ່ອີ່ຫຍັງ ບໍ່ຮູ້ຈັກວ່າແມ່ນຄຳຫຼືບໍ່ແມ່ນ.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ຂັ້ນບ້ານ ບ້ານມາຍແລະບ້ານນາສາບ ພ້ອມດ້ວຍບໍຣິສັດຕົງລີ້ເສີ້ງ ພັທນາ ອຸຕສາຫະກັມ ຈຳກັດ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ຍັງບໍ່ສມາດຕິດຕໍ່ ຫາຜູ້ໃດໄດ້ເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນກະຊວງພລັງງານ ແລະບໍ່ແຮ່ ກຳລັງຢູ່ໃນຂັ້ນຕອນການຮ່າງດຳຣັຖ ວ່າດ້ວຍແຮ່ທາດຫາຍາກ ເພື່ອຄຸ້ມຄອງການຂຸດຄົ້ນແຮ່ຫາຍາກໃນລາວ ບໍ່ໃຫ້ເກີດຜົລກະທົບຫຼາຍ ຊຶ່ງຄາດວ່າດຳຣັຖດັ່ງກ່າວນີ້ ຈະຖືກປະກາດ ແລະບັງຄັບໃຊ້ ພາຍໃນປີນີ້ກ່ອນທີ່ ບໍຣິສັດຈີນ ດັ່ງກ່າວຈະເຣີ່ມດຳເນີນການຂຸດຄົ້ນ ແຮ່ຫາຍາກ.

ດັ່ງເຈົ້າໜ້າທີ່ກະຊວງພລັງງານ ແລະບໍ່ແຮ່ທ່ານນຶ່ງກ່າວວ່າ:

ເຮົາກໍກຳລັງຮ່າງດຳຣັຖເດ້ ກ່ຽວກັບການຄຸ້ມຄອງແຮ່ທາດ ຫາຍາກຊິອອກປີນີ້ແຫຼະ ທໍ່ໃດເດືອນນີ້ແຫຼະເຮົາຮ່າງສຳເຣັດແລ້ວໆ ລໍຖ້າກອງປະຊຸມຣັຖບານ ກາຕ້ອງມີຜົລສັກສິດເພາະ ວ່າມັນເປັນການສຳຣວດຊື່ໆ ເນາະ ຍັງບໍ່ທັນເຂົ້າສູ່ສັນຍາຫຍັງເທື່ອ.

ສຳລັບແຮ່ຫາຍາກ ຫຼື Rare Earth ປະກອບດ້ວຍແຮ່ທາດຫາຍາກ 17 ປະເພດ ຊຶ່ງເປັນແຮ່ທີ່ປະເທດຈີນມີຄວາມຕ້ອງການຫຼາຍ ຍ້ອນສາມາດນຳໄປຜລິດອຸປກອນທັນສມັຍເປັນຕົ້ນ ໂທຣະສັບມືຖື, ຄອມພີວເຕີ້, ອາໄຫຼ່ຂອງຍານອະວະວາກາດ ແລະ ອື່ນໆ ໂດຍມີບໍຣິສັດ China Rare Earth Holding Limited ເປັນບໍຣິສັດໃຫຍ່ ໃນຈີນທີ່ຜລິດແຮ່ດັ່ງກ່າວ.

ນອກເໜືອຈາກ ການໃຫ້ບໍຣິສັດ ຕ່າງປະເທດເຊັນສັນຍາ ຂຸດຄົ້ນ ແລະສຳຣວດແຮ່ຫາຍາກແລ້ວ, ໃນຮອບ ປີ 2021 ທີ່ຜ່ານມາ ຣັຖບານລາວຍັງໄດ້ອະນຸມັດໃຫ້ 19 ບໍຣິສັດ ຂຸດຄົ້ນ ແລະປຸງແຕ່ງແຮ່ທາດເຫຼັກໃນຫຼາຍແຂວງ ນຳດ້ວຍ ເປັນຕົ້ນການສຶກສາ ແລະສຳຣວດຄວາມເປັນໄປໄດ້ ໃນການສ້າງຕັ້ງໂຮງງານຫຼອມເຫຼັກກ້າ ລາວ-ຈີນ ລະຫວ່າງ ຣັຖວິສາຫະກິຈ ພັທນາແຮ່ທາດລາວກັບ ບໍຣິສັດ HongKong Tianyunda International Trade Co Ltd ຢູ່ເຂດເສຖກິຈພິເສດແຂວງຄຳມ່ວນໃນເນື້ອທີ່ 126 ເຮັກຕ້າຣ໌ໂດຍຣັຖວິສາຫະກິຈ ພັທນາ ແຮ່ທາດ. ລາວຖືຮຸ້ນ 20% ໃນຂະນະທີ່ ບໍຣິສັດຈາກ ຮົງກົງ ຖືຮຸ້ນ 80%, ອີງຕາມຂໍ້ມູນຂ່າວສານພລັງງານ ແລະບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.