ເຂື່ອນນໍ້າອູ 3 ຄ້າງຄ່າຊົດເຊີຍ ຊາວບ້ານ

ມະນີຈັນ
2020.07.07
F-Nam-Ou3-dam ເຂື່ອນນໍ້າອູ 3 ສ້າງປົນກະທົບໃສ່ 6 ບ້ານ ຄື: ບ້ານຫາດສາ, ບ້ານສົບຂີງ, ບ້ານໂພນຊະນະ, ບ້ານຫາດຂາມ, ບ້ານປາກລາວ ແລະ ບ້ານຫ້ວຍແຮມ
ນັກຂ່າວພົລເມືອງ

ຫຼາຍຄອບຄົວ ທີ່ຖືກໂຍກຍ້າຍ ຈາກເຂື່ອນນໍ້າອູ 3 ຢູ່ເມືອງງອຍ ແຂວງຫລວງພຣະບາງ ຍັງບໍ່ໄດ້ຄ່າຊົດເຊີຍ ຄົບຖ້ວນ 100% ເປັນຕົ້ນຄ່າ ຊົດເຊີຍດິນໄຮ່ດິນນາ ທີ່ຖືກໂຄງການຖົມ ແລະທີ່ດິນບ່ອນຢູ່ອາສັຍທີ່ເສັຽໄປ, ຄ່າຍ້າຍປ່າຊ້າ, ຄ່າຊົດເຊີຍຕົ້ນໄມ້, ຄ່າຊົດເຊີຍປະກອບອາຊີບ.

ໃນນັ້ນມີ 6 ບ້ານຄືບ້ານຫາດສາ, ບ້ານສົບຂີງ, ບ້ານໂພນຊະນະ, ບ້ານຫາດຂາມ, ບ້ານປາກລາວ ແລະບ້ານຫ້ວຍແຮມ ຊຶ່ງປັດຈຸບັນເຂື່ອນ ນໍ້າອູ 3 ກໍໄດ້ກໍ່ສ້າງສໍາເຣັດແລ້ວ ແລະ ຕຽມ ຈະຕັນນໍ້າເພື່ອຜລິດກະແສໄຟຟ້າ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານຫາດສາ ທ່ານນຶ່ງ ຕໍ່ RFA ໃນມື້ວັນທີ 7 ກໍຣະກະດາ ນີ້:

“ຍັງຄາຫຼາຍຢ່າງ ນຶ່ງມາຫັ້ນ ເຂົາເຈົ້າດຸດດິນບ້ານຈັດສັນນີ້ ໄປຖົມສວນປະຊາຊົນຫັ້ນ ແລ້ວກໍຍັງເນື້ອທີ່ທໍາການຜລິດ ໄດ້ລ້ອມຮົ້ວລ້ອມສວນ ນໍ້າກໍຖ້ວມ, ເຂົາເຈົ້າກໍຍັງບໍ່ທັນຊົດເຊີຍເທື່ອ ແລ້ກໍຍັງເຮືອນທີ່ຢູ່ເກາະຫ້ອຍ ບາງຄົນກໍມີຖຽງເລົ້າຖຽງແຄ ແລ້ວກໍຍັງປ່າຊ້ານີ້ ເຂົາກໍຍັງບໍ່ເອົາ ເງິນມາໃຫ້ຄ່າໂຍກຍ້າຍຫັ້ນນ່າ.”  

ທ່ານເວົ້າວ່າຢູ່ບ້ານຫາດສາ ມີ 30 ປາຍຄອບຄົວທີ່ມີຄວາມສ່ຽງຈະຖືກນໍ້າຖ້ວມ ກໍບໍ່ໄດ້ພໍໃຈຕໍ່ຄ່າຊົດເຊີຍ ໃນການໂຍກຍ້າຍມາເຂດບ້ານໃໝ່ ເພາະໄດ້ໜ້ອຍເກີນໄປ ແລະຕ້ອງໄດ້ໄປ ປຸກເຮືອນຢູ່ເອງ, ເຖິງແມ່ນວ່າທາງການ ຈະດຸດຖົມດິນໃຫ້ກໍຕາມ.

ຢູ່ບ້ານຫາດສາມີ 17 ຄອບຄົວໄດ້ເງິນຄ່າຊົດເຊີຍຄອບຄົວລະ 8 ລ້ານກີບແລະດິນ 1 ຕອນແລະອີກ 14 ຄອບຄົວໄດ້ຄ່າຊົດເຊີຍຄອບຄົວ ລະ 20 ປາຍລ້ານກີບ ໄປປຸກເຮືອນຢູ່ເອົາ ເອງ, ດັ່ງທີ່ທ່ານກ່າວວ່າ:

“ເຣື່ອງທີ່ວ່າບໍ່ພໍໃຈ ທີ່ເຂົາເຈົ້າຊົດເຊີຍ ໃຫ້ຈໍານວນທີ່ໄດ້ເງິນ 8 ລ້ານລະກະດິນຕອນນຶ່ງ ໜ້ອຍເກີນແລ້ວປະຊາຊົນບໍ່ພໍໃຈ ແລ້ວຈໍານວນນຶ່ງ ເນາະ ຖືກຄວາມສ່ຽງນໍ້າລ້ອມອ້ອມໝົດ ເຂົາເຈົ້າຢູ່ບໍ່ໄດ້ ເພິ່ນກະຊົດເຊີຍແບບວ່າ ຄອບຄົວນຶ່ງ 20 ປາຍລ້ານ ແຕ່ເຂົາເຈົ້າບໍ່ຕັ້ງເຮືອນໃຫ້.”

ປັດຈຸບັນ ຢູ່ເຂດບ້ານຫາດສາ ປະຊາຊົນທີ່ໄດ້ໂຍກຍ້າຍ ອອກຈາກບ້ານນັ້ນ ຫຍູ້ງຍາກລໍາບາກຫຼາຍ ບໍ່ມີດິນທໍາມາຫາກິນ ຍ້ອນນໍ້າຖ້ວມໝົດ ຕ້ອງໄປຫາເຄື່ອງປ່າຂອງດົງ ພໍລ້ຽງຊີບ ແລະ ຊາວບ້ານ ກໍຍັງລໍຖ້າໃຫ້ທາງການ ເຂົ້າມາຕໍ່ຣະບົບນໍ້າ ໄປຍັງເຮືອນໃຫ້ ຄືຢູ່ເຂດບ້ານເກົ່າ.

ຊາວບ້ານ ບ້ານໂພນຊະນະ ທ່ານນຶ່ງເວົ້າວ່າ ກໍຍັງລໍຖ້າເງິນຊົດເຊີຍ ສ່ວນທີ່ເຫລືອຢູ່ ຊຶ່ງທາງການກໍບອກໃຫ້ລໍຖ້າ ແຕ່ບໍ່ຮູ້ວ່າມື້ໃດຈະໄດ້. ແລະຍັງມີ 20 ປາຍຄອບຄົວ ຍັງບໍ່ໄດ້ໂຍກຍ້າຍ ຈາກເຂດບ້ານເກົ່າ ໄປເຂດບ້ານໃໝ່ ຍ້ອນຍັງບໍ່ໄດ້ຄ່າຊົດເຊີຍ ບໍ່ມັກຢູ່ບ່ອນໃໝ່ ຊຶ່ງຢູ່ ຫ່າງຈາກບ້ານເກົ່າ 10 ປາຍ ກິໂລແມັຕ, ດັ່ງນັ້ນຊາວບ້ານ ຈຶ່ງຍັງບໍ່ຍອມໂຍກຍ້າຍ:

“ເຂົາຊົດເຊີຍແຕ່ເຄິ່ງນຶ່ງ ບັງເຄິ່ງນຶ່ງ ຊາວບ້ານຫຍັບຍ້າຍຊື່ໆ ບໍ່ແມ່ນໂຍກຍ້າຍ. ພວກຢູ່ລຸ່ມເຂົາບໍ່ໃຫ້ຫຍັງເລີຍ ຍ້ອນເຮົາບໍ່ຍ້າຍໄປບ່ອນໃໝ່ ຍັງປະມານ 20 ປາຍ ຍັງບໍ່ໄດ້ຮັບການ ຊົດເຊີຍຫຍັງຈັກກີບ ເຂົາຈະເອົາເງິນໃຫ້ 800 ລ້ານ ເຂົາຈະປັບດິນໃຫ້ດຽວນີ້ເຂົາບໍ່ຍອມໄປບ່ອນ ເຂົາສິໂຍກຍ້າຍໄປ ເຂົາບໍ່ມັກ ບ່ອນສິຢູ່ຫັ້ນ.”

ຊາວບ້ານ ບ້ານຫາດຂາມ ທ່ານນຶ່ງເວົ້າວ່າ ໄດ້ຄ່າຊົດເຊີຍໃນການໂຍກຍ້າຍແຕ່ເຄິ່ງດຽງ ສ່ວນທີ່ຍັງກໍມີຫຼາຍຢ່າງ ເປັນຕົ້ນຄ່າຈັດສັນອາຊີບ ຄ່າຊົດເຊີຍ ການໂຍກຍ້າຍປ່າຊ້າ ການຊົດເຊີຍ ທະນາຄານເຂົ້າ ຄ່າຊົດເຊີຍຄົວເຮືອນ ແລະອື່ນໆຊຶ່ງກໍຍັງລໍຖ້າຢູ່:

“ໂອ໋ ດຽວນີ້ຍັງຄ້າງຄາ ໂອ໋ ຫຼາຍອັນຫຼາຍແນວເດ໋ ປ່າຊ້າກໍຍັງບໍ່ໄດ້ຊົດເຊີຍເທື່ອ ທະນາຄານເຂົາກໍຍັງ ແລ້ວກໍຍັງເຮືອນຄົວ ອາຫານເສີມ ເງິນຈັດສັນອາຊີບ ແຕ່ລະຄົວ ກະຍັງເດ໋ດຽວນີ້ ໂອ໊ ຈົ່ມທຸກມື້.”

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງງອຍ ທ່ານນຶ່ງ ກ່າວວ່າປັດຈຸບັນ ຊາວບ້ານດັ່ງກ່າວ ໄດ້ຄ່າຊົດເຊີຍໃນການໂຍກຍ້າຍໄປ 80% ແລ້ວ, ຍັງ ເຫຼືອປະມານ 20% ຊຶ່ງກໍໄດ້ສົ່ງໜັງສື ກ່ຽວກັບ ເຣື່ອງການຊົດເຊີຍ ສ່ວນທີ່ເຫຼືອໄປໃຫ້ຂັ້ນເທິງ ແລະບໍຣິສັດທີ່ກໍ່ສ້າງເຂື່ອນນໍ້າອູແລ້ວ ແລະ ທາງຂັ້ນເທິງ ກໍບອກໃຫ້ລໍຖ້າ:

“ພາຍຫລັງມີໜັງສືຂອງປະຊາຊົນ ເຮົາກໍໄດ້ເຮັດໜັງສື ສເນີຈາກເມືອງ ຫາບໍຣິສັດ ກໍມີແຕ່ວ່າລໍກ່ອນລໍກ່ອນ ທາງເມືອງເຮົາກໍບໍ່ຮູ້ຈະເຮັດ ແນວໃດ ທາງບໍຣິສັດ ກໍບໍ່ໄດ້ແກ້ຕາມທີ່ເຮົາສເນີ ດຽວກໍຖ້າບໍຣິສັດ ເຮົາກະບໍ່ຮູ້ຈະທວງ ແນວໃດຕື່ມ.”

ເຂື່ອນນໍ້າອູ 3 ຂນາດ 210 ເມັກກາວັດ ຂອງບໍຣິສັດຈີນ SinoHydro ເປັນນຶ່ງໃນ 7 ເຂື່ອນທີ່ກໍ່ສ້າງຕາມສາຍນໍ້າອູ, ເລີ່ມກໍ່ສ້າງມາແຕ່ ທ້າຍປີ 2015, ປັດຈຸບັນ ກໍ່ສ້າງສໍາເຣັດແລ້ວ ແລະມີກໍານົດຕັນນໍ້າ ໃນມື້ວັນທີ 27 ກໍຣະກະດາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.