ຊາວບ້ານກັງວົນຜົນເສັຽ ຈາກເຂື່ອນ ດອນສະໂຮງ
2020.11.05

ຊາວເມືອງໂຂງ ແຂວງຈຳປາສັກ ມີຄວາມກັງວົນວ່າ ການຜລິດໄຟຟ້າ ຂອງ ເຂື່ອນດອນສະໂຮງ ຈະສົ່ງຜົນກະທົບໃສ່ການຫາປາ ຂອງ ຊາວບ້ານ ຢູ່ເມືອງໂຂງ ແລະ ທຳລາຍຄວາມສວຍງາມ ຂອງ ທັມມະຊາດ ຢູ່ເຂດດັ່ງກ່າວ. ຊາວບ້ານ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ພຶສຈິກາ ວ່າ:
"ມັນກະເປັນຫັ້ນແຫຼະ ເລື່ອງເຂື່ອນເນາະ ຢາກບໍ່ຢາກ ມັນກະມີຜົນລົບ ເລື່ອງການທ່ອງທ່ຽວນີ້ ມັນກະທຳລາຍສິ່ງແວດລ້ອມຫັ້ນແຫຼະ ຫຼັກໆແຂກມາມັນກະເບິ່ງເລື່ອງທັມມະຊາດເນາະ ວິຖືຊີວິດປະຊາຊົນ ຫາປາ ບາດນີ້ເຂົາເຮັດເຂື່ອນ ປຸບ ແຕ່ກີ້ ມື້ນີ້ນ້ຳມັນເກີດຂຶ້ນມາ ແລ້ວກະທຳລາຍໄປໝົດ ສິ່ງແວດລ້ອມ ສອງມາປະຊາຊົນແຖບນັ້ນ ມັນກະ ປາມັນກະຫາບໍ່ໄດ້."
ຊາວບ້ານທ່ານນີ້ ກ່າວຕື່ມວ່າ ສຳລັບການທີ່ເຂື່ອນດັ່ງກ່າວ ຜລິດກະແສໄຟຟ້າຂາຍໃຫ້ປະເທດກຳພູຊາ ນັ້ນ ຕົນກໍບໍ່ໄດ້ສົນໃຈແຕ່ຢ່າງໃດ ຍ້ອນເງິນຈາກການຂາຍ ກະແສໄຟຟ້າ ກໍແມ່ນເຂົ້າຣັຖ ວິສາຫະກິດ ໄຟຟ້າລາວຢູ່ແລ້ວ ສິ່ງທີ່ຕົນ ແລະ ຊາວບ້ານຫຼາຍຄົນ ສົນໃຈກໍມີ ແຕ່ຜົນກະທົບ ທີ່ຈະເກີດຂຶ້ນ ໃນອະນາຄົດ ຕໍ່ເລື່ອງຫາຢູ່ຫາກິນ ແລະ ສະພາບການທ່ອງທ່ຽວ ໃນເຂດເມືອງໂຂງ.
ໂຄງການເຂື່ອນດອນສະໂຮງ ໄດ້ເລີ່ມຜລິດກະແສໄຟຟ້າ ຢ່າງເປັນທາງການນັບແຕ່ ວັນທີ 4 ພຶສຈິກາ ເປັນຕົ້ນໄປ, ແຕ່ນັກວິຊາການໄທຍ ກໍກັງວົນ ຮູສະໂຮງ ທີ່ເປັນທາງຜ່ານຂອງປາ ຖືກຕັນແລ້ວປາ ຈະຜ່ານໄດ້ແນວໃດ.
ດຣ ນວນທອງ ຈຸທາເກດ ອາຈານ ປະຈຳ ມະຫາວິທຍາໄລ ອຸດອນຣາຊທານີ ຂອງໄທ ໄດ້ກ່າວວ່າ ເຂື່ອນດອນສະໂຮງ ສົ່ງຜົນກະທົບ ຕໍ່ການຫາປາ ແລະ ທາງຂຶ້ນລົງຂອງປາ:
"ຄືທີ່ເວົ້າໄປແລ້ວວ່າ ປາມັນເຂົ້າຮູສະໂຮງຫຼັກ ບາດນີ້ພໍບ່ອນນີ້ມີການສ້າງເຂື່ອນກັ້ນ ແນ່ນອນວ່າຊາວປາມົງຈະຕ້ອງຍ້າຍ ຫຼືຫາແຫຼ່ງໃໝ່ ຫຼັງຈາກເປີດການຜລິດໄຟຟ້າ ເຮົາຈະຕ້ອງຕິດຕາມເບິ່ງວ່າ ຮູສະດຳ ນີ້ຈະສາມາດເຮັດໜ້າທີ່ ແທນຮູສະໂຮງໄດ້ ຫຼາຍປານໃດ."
ເຂື່ອນດອນສະໂຮງສ້າງໃສ່ ແມ່ນ້ຳຂອງໃ ນເຂດປະທດລາວ ໂດຍທີ່ປະເທດອື່ນບໍ່ສາມາດເຮັດຫຍັງໄດ້ ໃນທາງກົດໝາຍ, ຍານາງ ສ. ຣັດຕະນະມະນີ ພົນກ້າ ທະນາຍຄວາມ ຈາກ ມູລນິທິສູນຂໍ້ມູນຊຸມຊົນ ປະຈຳປະເທດໄທ ໄດ້ກ່າວວ່າ:
"ສິ່ງທີເກີດຂຶ້ນຕອນນີ້ ກະຄື ຣັຖບານລາວພຍາຍາມ ທີ່ຈະກໍ່ສ້າງເຂື່ອນໃສ່ ແມ່ນ້ຳຂອງ ຕອນນີ້ລາວໃຊ້ວິທີການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ພາຍໃນປະເທດ ບັນຫາກໍຄື ມີການບັງໃຊ້ໄດ້ ສະເພາະກົດໝາຍ ຂອງລາວ ບໍ່ສາມາດທີ່ຈະໃຊ້ກົດໝາຍ ຂອງປະເທດເພື່ອນບ້ານ ເຊັ່ນ; ປະເທດໄທຍ ໄດ້."
ເອເຊັຽເສຣີ ໄດ້ຕິດຕໍ່ຫາຣັຖວິສາຫະກິດໄຟຟ້າລາວ ເພື່ອຖາມຂໍ້ມູນເພີ່ມເຕີມ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ສໍາພາດ. ໂຄງການເຂື່ອນດອນ ສະໂຮງ ໄດ້ເຊັນສັນຍາ ສຳປະທານໂຄງການ ໃນປີ 2015 ກັບບໍຣິສັດ Mega First Corporation Berhad Consortium ຈາກ ປະເທດມາເລເຊັຍ ເປັນເຈົ້າຂອງໂຄງການ, ມີມູນຄ່າ ປະມານ 500 ລ້ານໂດລາ, ມີກຳລັງການຜລິດ ກະແສໄຟຟ້າ 260 ເມັກກາວັດ ຊຶ່ງຈະສົ່ງໄປ ຂາຍໃຫ້ປະເທດ ກໍພູຊາ ໂດຍຜ່ານຣັຖວິສາຫະກິດໄຟຟ້າລາວ.
ໃນວັນທີ 1 ພືສຈິກາ ທີ່ຜ່ານມາ ທາງການລາວ ໄດ້ເປີດພິທີນຳໃຊ້ສາຍສົ່ງ ສະຖານນີໄຟຟ້າແຮງສູງ 500 ກິໂລໂວລ ຈາກບ້ານຫາດ ເມືອງໂຂງ ແຂວງຈຳປາສັກ ໄປຫາ ຊາຍແດນປະເທດກຳພູຊາ ຊຶ່ງ ຣັຖວິສາກະກິດ ໄຟຟ້າລາວ ເປັນຜູ້ລົງທຶນເອງທັງໝົດ ໂດຍຈ້າງ ບໍຣິສັດ YEIG ຈາກ ປະເທດຈີນ ເປັນຜູ້ຮັບເໝົາກໍ່ສ້າງໃຫ້.