ສຳຣວດ ໂຄງການ ຜລິດໄຟຟ້າ ດ້ວຍພະລັງລົມ

ສຸພັດຕາ
2022.04.27
ສຳຣວດ ໂຄງການ ຜລິດໄຟຟ້າ ດ້ວຍພະລັງລົມ ລະບົບໄຟຟ້າ ເຂົ້າບ້ານ ຈັດສັນໃໝ່ ໃຫ້ປະຊາຊົນ 2 ບ້ານ ຢູ່ເມືອງນອງ ແຂວງສວັນນະເຂດ.
ນັກຂ່າວ ພົລເມືອງ

ຊາວບ້ານ 3 ບ້ານ ຄື: ບ້ານອາຊິງ, ບ້ານຕໍາລວງ ເມືອງນອງ ແລະບ້ານຊາແລ່ນ ເມືອງເຊໂປນ ແຂວງສວັນນະເຂດ ຈະຕ້ອງໄດ້ເສັຍດິນຂອງໂຕເອງຈໍານວນນຶ່ງ ໃຫ້ກັບບໍຣິສັດໄຟຟ້າຕາເວັນອອກ ຂອງນັກລົງທຶນວຽດນາມ ໃນໂຄງການຜລິດໄຟຟ້າ ດ້ວຍພະລັງງານລົມ ໃນເນື້ອທີ່ທັງໝົດ 2,000 ເຮັກຕ້າຣ໌.

ສະເພາະຢູ່ເມືອງເຊໂປນ ແມ່ນຊາວບ້ານ ຢູ່ບ້ານຊາແລ່ນ ຕ້ອງໄດ້ເສັຍດິນທີ່ປູກກາເຟ ໃຫ້ນັກລົງທຶນວຽດນາມ ເພື່ອຜລິດໄຟຟ້າດ້ວຍພະລັງງານລົມ, ພາຍຫຼັງບໍຣິສັດດັ່ງກ່າວ ໄດ້ເຊັນ ບັນທຶກຄວາມເຂົ້າໃຈ ຫຼື MOU ແລະໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ໃຫ້ບໍຣິສັດລົງສໍາຣວດເນື້ອທີ່ໂຕຈິງ ທີ່ຈະເຂົ້າໃນໂຄງການຜລິດໄຟຟ້າ ດ້ວຍພະລັງງານລົມ ຢູ່ນອງ.

ທາງບໍຣິສັດ ກໍດໍາເນີນເອກກະສານ ເພື່ອຈັດຕັ້ງພະນັກງານທີ່ກ່ຽວຂ້ອງ ລົງປັກຫຼັກໝາຍດິນ ທີ່ຈະຖືກຜົລກະທົບຈາກໂຄງການນີ້ ແລະຈະໄດ້ເວົ້າເຣື່ອງການເວນຄືນທີ່ດິນ ແລະຄ່າຊົດເຊີຽຕື່ມຕາມຫຼັງ ວ່າມີດິນປະຊາຊົນ ຢູ່ບ້ານຊາແລ່ນ ທັງໝົດຈັກເຮັກຕ້າຣ໌ ທີ່ຈະຕ້ອງເວນຄືນ ໃຫ້ຣັຖບານໃຊ້ເປັນສາທາຣະນະປໂຍດ ແລະຈະໄລ່ຄ່າຊົດເຊີຽໃຫ້ຊາວບ້ານແນວໃດ.

ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງເຊໂປນ ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 27 ເມສາ ນີ້ວ່າ:

ໄດ້ເຊັນ MOU ແລ້ວ ຕາງໜ້າຂອງຄົນລາວ ເບື້ອງຫຼັງຫັ້ນ ວຽດນາມ ແມ່ນຢູ່ຊາແລ່ນ ຈຸດສຸມລາໂກ ມັນຢູ່ເທິງພູ ຈະເປັນດິນບ້ານ ເປັນດິນສວນກາເຟບໍ ມີການເວນຄືນ ມີຫຍັງຫັ້ນແຫຼະ ແຕ່ວ່າຈຸດນັ້ນ ແມ່ນຍັງບໍ່ທັນໄດ້ລົງເລິກເຖິງ ແຕ່ຍັງຢູ່ໃນຂັ້ນຕອນ ການລົງກວດກາໂຕຈິງນີ້ແມ່ນຫຍັງ ແຕ່ເພິ່ນສໍາຣວດແລ້ວ ສໍາຣວດໃນນາມບໍຣິສັດເອງ.”

ທ່ານກ່າວຕື່ມວ່າ ເຂດບ້ານຊາແລ່ນ ເມືອງນອງ ແມ່ນຕັ້ງຢູ່ເທິງພູ ທີ່ມີການສໍາຣວດແລວລົມ ແລະເຫັນວ່າ ມີຄວາມເໝາະສົມ ສໍາລັບຕັ້ງຈຸດໃນການຕິດຕັ້ງໃບພັດລົມຂນາດໃຫຍ່ ເພື່ອຜລິດໄຟຟ້າໄດ້ ແລະເປັນເຂດທີ່ມີຊາຍແດນ ຕິດຈອດກັບປະເທດວຽດນາມ ນໍາອີກ.

ໃນຂະນະດຽວກັນ ຢູ່ເມືອງນອງ ກໍມີນັກລົງທຶນ 3 ບໍຣິສັດ ໂດຍ 1 ໃນ 3 ບໍຣິສັດນັ້ນ ແມ່ນມີບໍຣິສັດ ໄຟຟ້າຕາເວັນອອກ ຂອງນັກລົງທຶນວຽດນາມ ທີ່ໄດ້ເຂົ້າມາສຶກສາສໍາຣວດ ຈຸດໃນການຕິດຕັ້ງໃບພັດລົມຂນາດໃຫຍ່ ເພື່ອຜລິດໄຟຟ້າ ດ້ວຍພະລັງງານລົມ ຢູ່ບ້ານອາຊິງ ແລະບ້ານຕໍາລວງ ເມືອງນອງ, ແຕ່ມາຮອດປັດຈຸບັນ ຍັງບໍ່ມີບໍຣິສັດໃດ ເຊັນ MOU ຈັດຕັ້ງໂຄງການຜລິດໄຟຟ້າ ດ້ວຍພະລັງງານລົມເທື່ອ.

ແລະຄາດວ່າ ເນື້ອທີ່ປູກມັນຕົ້ນ ຂອງຊາວບ້ານ ໃນຂອບເຂດ 10 ກິໂລແມັດ ຢູ່ບ້ານອາຊິງ ແລະບ້ານຕໍາລວງ ຈະໄດ້ຖືກຜົລກະທົບ ຈາກໂຄງການນີ້ ຖ້າຫາກມີການຕິດຕັ້ງໃບພັດລົມຂນາດໃຫ່່ຍແທ້ ໃນຕໍ່ໜ້າ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງນອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

ອາຊິງ ຕໍ່ໃສ່ຕໍາລວງ ເພິ່ນໄດ້ສໍາຣວດແລ້ວ ໂຕນີ້ ຕ້ອງມີແຫຼະ ຕ້ອງຖືກຫັ້ນແລ້ວ ພື້ນທີ່ຂອງຊາວບ້ານຫັ້ນ ດິນປູກຝັງ ເປັນທ່າກັນຊົນ ອັນນີ້ກະບໍ່ທັນມີບໍຣິດສັດ ທີ່ວ່າຊິມາລົງ ຊິມາເວົ້າໂຕຈິງ ມີແຕ່ສໍາຣວດ ແລ້ວເບິ່ງ ມາເບິ່ງແລ້ວກໍໄປຊື່ໆນ່າ.”

ສ່ວນຊາວບ້ານ ຢູ່ບ້ານຕໍາລວງ ເມືອງນອງ ແຂວງສວັນນະເຂດ ກໍຍັງບໍ່ທັນຮູ້ວ່າ ຈະມີໂຄງການຂນາດໃຫຍ່ຂອງຣັຖ ຈະເຂົ້າມາເອົາດິນປູກມັນຕົ້ນຂອງພວກເຂົາເຈົ້າ ໄປຕິດຕັ້ງເສົາຂອງໃບພັດລົມຂນາດໃຫຍ່ໃສ່ ເພື່ອຜລິດໄຟຟ້າດ້ວຍພະລັງງານລົມ, ທີ່ຜ່ານມາ ມີແຕ່ມາສໍາຣວດ ແລະປັກຫຼັກໝາຍຊື່ໆ ບໍ່ໄດ້ເວົ້າເຖິງຄ່າຊົດເຊີຽອິຫຍັງ ແຕ່ຖ້າຫາກພາກສ່ວນທີ່ກ່ຽວຂ້ອງ ຕ້ອງການດິນປູກມັນຕົ້ນຂອງຊາວບ້ານແທ້ ກໍຕ້ອງເຂົ້າມາລົມເຣື່ອງຄ່າຊົດເຊີຽ ຢ່າງເປັນທາງການ ກັບຊາວບ້ານຢ່າງຄັກແນ່.

ດັ່ງຊາວບ້ານ ຢູ່ບ້ານຕໍາລວງ ຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:

ແຖວບ້ານເຮົາກໍມີ ແຖວອາຊິງກໍມີ ຫຼັກອັນນ່າ ຫຼັກເຂົາປັກ ພະລັງງານລົມນີ່ນ່າ ສໍາຣວດຊື່ໆ ເຂົາຕັ້ງປີນັ້ນ ແລ້ວເຂົາບໍ່ໄດ້ຕັ້ງເລີຍ ເຂົາບໍ່ໄດ້ເຮັດຫຍັງເລີຍດຽວນີ້ຫັ້ນນ່າ ເຂົາປົງປະຢູ່ຫັ້ນ ຫຼັກລ່ະ ຢາກະໄດ້ຄ່າຊົດເຊີຽຫັ້ນແຫຼະ ຄັນວ່າເຂົາເຮັດແທ້ຫັ້ນນ່າ ດຽວນີ້ເຂົາປັກຫຼັກຊື່ໆ ກໍປະໄວ້ຫັ້ນກ່ອນ.”

ກ່ຽວກັບເຣື່ອງນີ້ ກະຊວງແຜນການ ແລະການລົງທຶນ ຢືນຢັນວ່າ ນັກລົງທຶນຊາວວຽດນາມ ຈາກບໍຣິສັດໄຟຟ້າຕາເວັນອອກ ມີຄວາມສົນໃຈ ຢາກມາສໍາຣວດທາງດ້ານພະລັງງານລົມ ຢູ່ເຂດເມືອງນອງ ແລະເມືອງເຊໂປນ ແຂວງສວັນນະເຂດ ເພື່ອສຶກສາຄວາມເປັນໄປໄດ້ ໃນການລົງທຶນ ໃນການຈັດຕັ້ງໂຄງການຜລິດໄຟຟ້າ ດ້ວຍພະລັງງານລົມແທ້ ເນື່ອງຈາກທາງບໍຣິສັດມີຄວາມພ້ອມໃນຫຼາຍດ້ານ ໂດຍສະເພາະ ດ້ານທຶນຮອນ ແລະມີປະສົບການກ່ຽວກັບການລົງທຶນດ້ານນີ້, ເຊິ່ງທາງບໍຣິສັດ ມີຄວາມຕ້ອງການພື້ນທີ່ ປະມານ 2,000 ເຮັກຕ້າຣ໌ ໃນເຂດ 2 ເມືອງດັ່ງກ່າວ.

ທ່ານ Tran Minh Tien ຜູ້ອໍານວຍການ ບໍຣິສັດໄຟຟ້າຕາເວັນອອກ ຈາກປະເທດວຽດນາມ ກໍໄດ້ປະສານງານ ເປັນລາຍລັກອັກສອນ ວ່າມີຄວາມສົນໃຈມາຍັງກະຊວງຄັກແນ່ແລ້ວ ແລະຢືນຢັນວ່າ ປັດຈຸບັນ ທາງບໍຣິສັດ ຍັງບໍ່ໄດ້ເຖິງຂັ້ນຕອນ ໃນການໃຫ້ຄ່າຊົດເຊີຽດິນ ຫຼືຕິດຕັ້ງໃບພັດລົມຂນາດໃຫຍ່ນັ້ນເທື່ອ.

ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ເພາະວ່າ ມີບໍຣິສັດມາແລ້ວເດ້ ອ້າຍຕຽນເດ້. ອ້າຍຕຽນ ມາແຕ່ວຽດ ປະສານເປັນລາຍລັກອັກສອນ ມາກົມສົ່ງເສີມການລົງທຶນ ກະຊວງແຜນການ ປະສານຫາປະຕູດຽວ ບໍ່ທັນມີຫຍັງເທື່ອ.”

ໂຄງການຜລິດໄຟຟ້າດ້ວຍພະລັງງານລົມ ໃນເນື້ອທີ່ 2,000 ເຮັກຕ້າຣ໌ ຂອງບໍຣິສັດວຽດນາມ ຖືເປັນການລົງທຶນຂນາດໃຫຍ່ ຈະຕ້ອງໄດ້ມີການພົວພັນ ປະສານງານນໍາກະຊວງແຜນການ ແລະການລົງທຶນໂດຍຕຣົງ. ສ່ວນເຣື່ອງຄ່າຊົດເຊີຽທີ່ດິນ ຂອງປະຊາຊົນ ທີ່ຈະຖືກຜົລກະທົບ ຈາກໂຄງການດັ່ງກ່າວນັ້ນ ປະຊາຊົນຈະຕ້ອງໄດ້ຮັບຄ່າຊົດເຊີຽຕາມກົດໝາຍ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທີ່ຈະຕ້ອງເບິ່ງແຍງ ກ່ຽວກັບຄ່າຊົດເຊີຽດິນ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

ຄັນເປັນພະລັງງານກໍ ມີແຕ່ 15 ເມກາວັດຕໍ່ວັນ ລົງມາເນາະ ແຂວງເຮົານີ້ ອັນນີ້ 2,000 ເຮັກຕ້າຣ໌ ມັນຕ້ອງແມ່ນຂັ້ນສູນກາງເດີ້ ເບິ່ງຕາມຣະບຽບມັນຕ້ອງຊົດເຊີຽແຫຼະເນາະ ທີ່ດິນປະຊາຊົນ ມັນກະມີກົດໝາຍມັນ ສໍາລັບໂຕນີ້ ໃຫ້ຈັດຕັ້ງປະຕິບັດ.”

ຫຼ້າສຸດ ໃນວັນທີ່ 17 ເມສາ 2022 ຜ່ານມາ, ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ ແຂວງສວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປຕິດຕາເບິ່ງ ໂຄງການການຜລິດໄຟຟ້າ ດ້ວຍພະລັງງານລົມ ເຊິ່ງໂຮງງານດັ່ງກ່າວ ຕັ້ງຢູ່ເມືອງເຮືອງຮວາ ແຂວງກວາງຈິ ປະເທດວຽດນາມ ຕາມຄໍາເຊີນ ຂອງທ່ານ Tran Minh Tien ຜູ້ອໍານວຍການ ບໍຣິສັດໄຟຟ້າຕາເວັນອອກ ທີ່ໄດ້ພາຮອງເຈົ້າແຂວງ ແຂວງສວັນນະເຂດ ໄປເບິ່ງການຕິດຕັ້ງໃບພັດລົມຂນາດໃຫຍ່ ຂອງໂຄງການຜລິດໄຟຟ້າ ດ້ວຍພະລັງງານລົມ ຢູ່ເມືອງເຮືອງຮວາ ຈໍານວນ 50 ຈຸດ ແຕ່ລະພັດ ມີຄວາມຍາວປະມານ 70-80 ແມັດ ແລະຄາດວ່າ ຈະມີແຜນເປີດທົດລອງຜລິດ ໃນເດືອນ ກໍຣະກະດາ ປີ 2022 ນີ້, ໂຄງການດັ່ງກ່າວ ສາມາດຜລິດໄຟຟ້າໄດ້ 343 ເມກາວັດຕໍ່ມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.