ພະຍຸເຊິນຕິນເຂົ້າ ລາວ

ສຸພັດຕາ
2018.07.20
F-Son_tinh-storm ປະຊາຊົນ ເມືອງໜອງແຮດ ແຂວງຊຽງຂວາງ ປະສົບພັຍພິບັດນໍ້າຖ້ວມ ຢ່າງຫນັກຫນ່ວງ ຕ້ອງຂົນເຄື່ອງຂອງໃຊ້ ທີ່ຈໍາເປັນ ຕິດໂຕໄປນໍາ
Screen captured : https://m.facebook.com/photo.php?fbid=657909494586318&id=310633629313908&set=pcb.657909521252982&source=48

ພະຍຸເຊິນຕິນ ທີ່ພັດເຂົ້າປະເທດລາວ ໃນວັນທີ 17 ຫາ 19 ກໍຣະກະດາ ນີ້ໄດ້ເຮັດໃຫ້ມີນໍ້າຖ້ວມ ຫຼາຍພື້ນທີ່ ໃນຫຼາຍແຂວງຂອງລາວ ພ້ອມທັງສົ່ງຜົນກະທົບ ເຮັດໃຫ້ເກີດມີດິນເຈື່ອນ ແລະ ຂົວຫຼາຍແຫ່ງຂາດ ເປັນຕົ້ນຂົວນາຄາວ ເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ການ ສັນຈອນໄປມາ ຂອງປະຊາຊົນຫຼາຍກວ່າ 20 ພັນຄົນ ພົບຄວາມຫຍຸ້ງຍາກ, ດັ່ງເຈົ້າໜ້າທີ່ ແຂວງຫົວພັນ ກ່າວວ່າ:

“ຂົວນາຄາວຂາດ ຄືວ່າ ມັນສັນຈອນໄປ ປະເທດວຽດນາມ ໄປແຂວງໄທຫົວ ຄືສິພົບບັນຫາ ໂອ້ກະຫຼາຍຮອດແທ້ 20 ພັນ ຄົນພຸ້ນແຫຼ້ວ ນໍ້າຊໍ່ານີ້ຢູ່ໃນເທສບານ ຍັງປົກກະຕິດີ ຍັງບໍ່ທັນມີຜົນກະທົບ ຕໍ່ປະຊາຊົນເນາະ.”

ນອກຈາກພະຍຸດັ່ງກ່າວ ໄດ້ສົ່ງຜົນກະທົບ ເຮັດໃຫ້ຂົວຫຼາຍແຫ່ງຂາດແລ້ວ ຢູ່ແຂວງອຸດົມໄຊ ນໍ້າໄດ້ຖ້ວມໂຮງໝໍ ເມືອງແບງ ຈົນຕ້ອງໄດ້ ຍ້າຍຄົນເຈັບ ໄປປິ່ນປົວ ຢູ່ໂຮງໝໍແຂວງອຸດົມໄຊ ແລະນອກຈາກຈະມີນໍ້າຖ້ວມ ໃນຫຼາຍພື້ນທີ່ແລ້ວ ເສັ້ນທາງຈາກ ເມືອງກາສີ ຫາ ເມືອງນານ ແຂວງຫຼວງພຣະບາງ ກໍມີດິນເຈື່ອນຕັນທາງ ຂີດຂວາງການສັນຈອນ ແລະເຈົ້າໜ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ໄດ້ໃຊ້ກົນຈັກແກ້ໄຂ ຢູ່ຈຸດຕ່າງໆທີ່ມີດິນເຈື່ອນ ຈຶ່ງຢາກໃຫ້ປະຊາຊົນ ທີ່ໃຊ້ທາງເສັ້ນນີ້ ຢ່າງຣະມັດ ຣະວັງຫຼາຍຂຶ້ນ. ດັ່ງເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ເມືອງກາສີ ກ່າວວ່າ:

“ເຈື່ອນແລ້ວເຂົາກະສິເອົາກົນຈັກ ມັນມີກອງສ້ອມແປງ ຢູ່ຫັັ້ນທຸກປີ ແບບວ່າຍາມຝົນນິ່ ຕ້ອງມີເປັນຊ້ວງໆ ທີ່ວ່າປະຈຳຢູ່ຕາມບ່ອນ ທີ່ມີຄວາມສ່ຽງ ເຄັຍເບິດແລ້ວລະ ບໍ່ດົນເພາະວ່າລົດກົນຈັກຢູ່ຫັ່ນ ຄັນມັນເຈື່ອນລົງມາ ຂະເຈົ້າກໍ່ຈົກອອກ ແລ້ວເປີດເປັນ ລະຍະ ລົດທີ່ວ່າຂຶ້ນບໍ່ໄດ້ ເຂົາກໍ່ລາກຂຶ້ນຫັ້ນແຫຼະ ລະຍາມຝົນນີ້ ຄັນແມ່ນວ່າຂຶ້ນບໍ່ໄດ້ ເຂົາກໍ່ເອົາປ້າຍໃສ່ຫັ່ນ ໃຫ້ທຽວທາງໃໝ່ ທາງ 13 ເໜືອໂຕເກົ່າ.”

ເມື່ອວັນທີ 17 ກໍຣະກະດາ ທີ່ຜ່ານມາ ຝົນຕົກໜັກຫຼາຍຊົ່ວໂມງ ເຮັດໃຫ້ເກີດນໍ້າຖ້ວມ ຢູ່ຫຼາຍພື້ນທີ່ ໃນເຂດເທສບານ ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ເປັນຕົ້ນຖນົນ ໄກສອນພົມວິຫານ, ສາມແຍກຕລາດສາມັກຄີໄຊ, ຖນົນຣາຊວົງເສິກ, ຖນົນສີສະຫວ່າງວົງ ແລະ ຍັງມີເສັ້ນທາງອີກຫຼາຍເສັ້ນ ພ້ອມກັບຖ້ວມບ້ານເຮືອນ ຂອງປະຊາຊົນ ໂດຍສະເພາະ ເຮືອນທີ່ຢູ່ແຄມຫ້ວຍລັງກັງ ນໍ້າຖ້ວມສູງເຖິງ 70 ຫາ 80 Cm.

ແລະໃນມື້ດຽວກັນ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ນໍ້າກໍຖ້ວມເຮືອນຂອງປະຊາຊົນ ເຮັດໃຫ້ບາງຄອບຄົວ ຕ້ອງໂຍກຍ້າຍເຄື່ອງໃຊ້ໄຟ້ຟ້າ ແລະເຄື່ອງໃຊ້ອື່ນໆຢ່າງກະທັນຫັນ ນອກຈາກນັ້ນແລ້ວ ນໍ້າຍັງຖ້ວມດິນ ເຮັດການຜລິດຂອງປະຊາຊົນ ບ້ານໃຫຍ່ ທົ່ງແສນ ແລະ ບ້ານໜອງອໍ້ນາແປ ມີເນື້ອທີ່ເສັຽຫາຍ ປະມານ 70 ສ່ວນຮ້ອຍ.

ສຳລັບສະພາບອາກາດ ໃນສັປດາໜ້າ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ອະທິບາຍວ່າ ພະຍຸໄດ້ສະຫຼາຍໂຕໄປແລ້ວ ແຕ່ໃນອີກ 4-5 ມື້ທາງໜ້ານີ້ ຍັງຈະມີຄວາມກົດດັນອາກາດຢູ່ ຊຶ່ງຈະເຮັດໃຫ້ພາກເໜືອ ຂອງປະເທດລາວ ມີຝົນຕົກໜັກ ຢູ່ບາງແຫ່ງ, ດັ່ງທີ່ ທ່ານກ່າວວ່າ:

“ພາຍຸຫັ່ນ ຖືວ່າອ່ອນສະຫຼາຍໂຕແລ້ວເນາະ ກໍ່ມີເປັນບໍຣິເວນ ຄວາມກົດດັນອາກາດຕໍ່າ ຜ່ານພາກເໜືອ ກໍ່ຖືວ່າຢູ່ທາງພາກເໜືອ ຍັງມີ ຝົນຕົກໜັກ ຍັງພົບກັບສະພາບນໍ້າຖ້ວມສູງ ນໍ້າຖ້ວມທາງຢູ່ ແລະດິນເຈື່ອນ ຊື່ງວ່າປະຣິມານ ນໍ້າຝົນມື້ເຊົ້ານີ້ ກໍ່ຖືຶວ່າ ຕົກຫຼາຍກວ່າໝູ່ນັ້ນ ແມ່ນຢູ່ຊຽງຂວາງເນາະ 291 ມິລລີແມັດ ແລະ ກໍຢູ່ຊຳເໜືອແດ່.”

ແລະໃນມື້ວັນທີ່ 20 ກໍຣະກະດາ ນີ້  ຢູ່ເມືອງຫນອງແຮດ ແຂວງຊຽງຂວາງ ບ້ານນໍ້າຮວາຍ ກໍປະສົບພັຍນໍ້າຖ້ວມຢ່າງຫນັກ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.