ຊາວບ້ານກັງວົນ ລາວໃຫ້ນັກລົງທຶນຈີນ ສຳຣວດ ບໍ່ແຮ່
2022.02.18
ກະຊວງແຜນການ ແລະ ການລົງທຶນ ເຊັນສັນຍາ ໃຫ້ບໍຣິສັດ ລາວຊິນຫຼົງ ອຸດສາຫະກັມ ບໍ່ແຮ່ ຈໍາກັດ ຂອງນັກລົງທຶນຈີນ ຊອກຄົ້ນ ແລະ ສໍາຣວດ ແຮ່ຄໍາ ຢູ່ 6 ບ້ານ ຢູ່ ເມືອງປາກແບງ ແຂວງ ອຸດົມໄຊ ໃນເນື້ອທີ່ປະມານ 100 ເຮັກຕາ.
ການເຊັນສັນຍາ ມີຂຶ້ນໃນວັນທີ 15 ກຸມພາ 2022 ທີ່ຜ່ານມາ. ເບື້ອງຕົ້ນ ນັກວິຊາການຂອງບໍຣິສັດ ໄດ້ລົງໄປສໍາຣວດ ເນື້ອທີ່ດິນປູກໝາກສາລີ ຂອງຊາວບ້ານ ຢູ່ບ້ານແກ້ງແຫຼະ ພົບວ່າ ດິນບາງຕອນຂອງຊາວບ້ານຖືກໂຄງການ ຂຸດຄົ້ນແຮ່ທາດ ຊາວບ້ານຈະຕ້ອງສູນເສັຽດິນ ໃຫ້ບໍຣິສັດຈີນ ແລະ ບໍຣິສັດຈີນ ສັນຍາວ່າ ຈະຈ່າຍຄ່າຊົດເຊີຍໃຫ້ປີລະ 4 ລ້ານກີບ ເຊິ່ງຖືວ່າ ໜ້ອຍ ຖ້າທຽບໃສ່ ການປູກສາລີ ໃນເນື້ອທີ່ ເທົ່າກັນ ແມ່ນໄດ້ເຖິງປີລະ 7-8 ລ້ານ ກີບຕໍ່ປີ ສະນັ້ນ ປະຊາຊົນບໍ່ຍອມໃຫ້ຈີນ ຂຸດຄົນ ແຕ່ຂັດຂັ້ນເທິງບໍ່ໄດ້, ຍ້ອນຂັ້ນເທິງອ້າງວ່າ ມັນເປັນການພັທນາຊາດ.
ຊາວບ້ານແກ້ງແຫຼະ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ກຸມພາ ວ່າ:
“ບໍ່ເຂົາ ຊິອັນຕັກເຕືອນແຮ່ມາໃສ່ຫັ້ນເຂົາໄດ້ມາແທກຫັ້ນ ມັນກໍຖືກດິນ ເຂົາໄດ້ມາກັນແລ້ວວ່າ ເຂົາຈະໄລ່ເປັນປີເອົາ ເຂົາໄລ່ປີນຶ່ງ 4 ລ້ານ ວ່າຊັ້ນ ຣາຍຮັບແທ້ ມັນກໍເຫຼືອນັ້ນ ໂອ້.”
ທ່ານ ກ່າວຕື່ມວ່າ ການສໍາຣວດເນື້ອທີ່ດິນ ຂອງຊາວບ້ານໃນການຂຸດຄົ້ນ ແຮ່ທາດຂອງຈີນນັ້ນ ໃນບ້ານຕ່າງໆນັ້ນ ສ່ວນຫຼາຍຈະຖືກດິນຂອງທັມມາຫາກິນ ແລະ ດິນປຸກສ້າງ ແຕ່ ຍັງບໍ່ຮູ້ຈໍານວນທີ່ແນ່ນອນເທື່ອວ່າ ແຕ່ ລະບ້ານຈະເສັຽເນືອທີ່ດິນ ຫຼາຍປານໃດ ເນື່ອງຈາກ ການດໍາເນີນຂຸດຄົ້ນແຮ່ຄໍາ ແມ່ນຍັງຢູ່ໃນຂັ້ນຕອນການສໍາຣວດຢູ່. ສ່ວນວ່າ ຊາວບ້ານໝົກແຫວນ ເຊິ່ງເປັນອີກບ້ານນຶ່ງ ທີ່ຈີນມາຂຸດຄົ້ນແຮ່ທາດ ຍັງບໍ່ມີການປັກຫຼັກໝາຍ ເນື້ອທີ່ດິນທີ່ຖືກຜົລກະທົບ ແຕ່ຊາວບ້ານກໍພາກັນກັງວົນ ກ່ຽວກັບການເສັຽທີ່ດິນປູກຝັງ ແລະ ຜົລກະທົບຕໍ່ສັດລ້ຽງເປັນຕົ້ນ ງົວ-ຄວາຍ ແບ້ ໝູ ຈາກ ສານເຄມີໃນການຂຸດເຈາະຫາແຮ່ທາດຂອງບໍຣິສັດຈີນ ໄຫຼລົງຫ້ວຍໜອງຄອງບຶງ ທີ່ສັດລົງໄປກິນ. ເຫດການດັ່ງກ່າວເຄີຍເກີດ ໃນບ້ານອື່ນ ບ່ອນທີ່ຈີນໄປຂຸດເຈາະຫາແຮ່ທາດມາກ່ອນ.
ຊາວບ້ານໝົກແຫວນ ຜູ້ນຶ່ງ ກ່າວໃນມື້ດຽວກັນວ່າ:
“ຢູ່ໃນຊ້ວງຜ່ານມາ ມັນກໍຍັງບໍ່ທັນເກີດຢູ່ໃນເຂດວົງແຫວນເທື່ອ ແຕ່ມັນເກີດຢູ່ໃນເຂດບ້ານ ພູຫລວງ ເຂດບ້ານຕອງ ພຸ້ນ ແລ້ວກໍການຂຸດຄົ້ນ ເຈົ້າ ກໍອາຈຊິມີ ອີ່ຫຍັງບໍ່ ຈັ່ງຊີ້ ຫັ້ນນ່າ ເວລາງົວ-ຄວາຍ ທີ່ລົງໄປກິນນໍ້າ ທີ່ເຂົາເຈົ້າ ຍັງບໍ່ທັນໄດ້ບໍາບັດນໍ້າບໍ່ຈັ່ງຊີ້ຫັ້ນນນ່າ ມັນກໍລົ້ມຕາຍ ມັນກຂໍເວົ້າກັນ ກໍຍັງຖີ້ມຄວາມຮັບຜິດຊອບ ໃສ່ກັນ ຍັງບໍ່ທັນແກ້.”
ສ່ວນບ້ານຕອງ ເປັນບ້ານທີ່ ບໍຣິສັດຈີນ ໄດ້ດໍາເນີນການຂຸດຄົນແຮ່ຄໍາມາ 2 ປີ ແລ້ວ ແລະ ປີນີ້ ບໍຣິສັດຈີນ ຈະຂຍາຍເນື້ອທີ່ໃນການຂຸດຄົ້ນຕື່ມອີກ. ໄລຍະ 2 ປີ ທີ່ຜ່ານມາ ບໍຣິສັດ ໄດ້ຂຸດຄົ້ນອຸໂມງ ຂຸດຫຼຸມ ຢູ່ ບ້ານຕອງ ເພື່ອຊອກຫາແຮ່ຄໍາ ໄດ້ເຮັດໃຫ້ນໍ້າເປື້ອນ ໄຫຼລົງໃສ່ຫ້ວຍນໍ້າໃກ້ຄຽງ ແລະ ກໍບໍ່ໄດ້ຮັບການແກ້ໄຂຈາກບໍ່ຣິສັດຈີນ.
ຊາວບ້ານຕອງ ໄດ້ກ່າວໃນວັນທີ 18 ກຸມພາ ວ່າ:
“ເຈາະອຸໂມງ ເຈາະອັນນ່າ ຮ່ອນຄໍາ ຮ່ອນຫຍັງ ຫັ້ນແຫຼະ ປ່ອຍນໍ້າເປື້ອນຫັ້ນນ່າ ຜົລກະທົບກໍຄືວ່າ ບໍ່ໄດ້ໃຊ້ນໍ້າຫັ້ນແຫຼະ ນໍ້າທີ່ວ່າ ເຂົາເຄີຍໄປ ຫາປາ ຫາປູ ເຂົາກໍບໍ່ໄດ້ໄປແຫຼະ ທີ່ນີ້ ມັນກໍມີບາງບ່ອນທີ່ວ່າ ກະທົບ ບາງບ່ອນ ກໍບໍ່ກະທົບ ແຕ່ເວົ້າເຣື່ອງທີ່ດິນອັນເຮັດໄຮ່ ເຮັດສວນຫັ້ນແລ້ວ ເພິ່ນຊົດເຊີຍແລ້ວ ກໍເລັກໆ ນ້ອຍໆ ຫັ້ນແຫຼະ ມັນຂຶ້ນກັບຣັຖບານ ມັນຂຶ້ນກັບເມືອງ ກັບແຂວງ.”
ການຊອກຄົ້ນ ແລະ ສໍາຣວດແຮ່ຄໍາ ຂອງບໍຣິສັດຈີນນັ້ນ ໄດ້ກວມເອົາທີ່ດິນຂອງຊາວບ້ານຈໍານວນນຶ່ງ ເຊິ່ງບໍຣິສັດ ກໍຈະໄດ້ຈ່າຍຄ່າຊົດເຊີຍ, ແຕ່ ບໍຣິສັດ ຍັງບໍ່ທັນເປີດເຜີຍລາຍລະອຽດ.
ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນວັນທີ 18 ກຸມພາ ວ່າ:
“ໃນຊ້ວງ 2 ປີ ກ່ອນມັນກໍເຣື່ອງອັນນ່າ ຄ່າຄອງຊີບເນາະ ເຮື່ອງອັດຕຣາເງິນເຟີ ມັນກໍບໍ່ສູງ ແຕ່ມາຮອດໄລຍະນີ້ ມັນອາຈຈະສູງ ມັນກໍແນ່ນອນແຫຼະ ພາກຣັຖເຮົາຕ້ອງໄດ້ເຈຣະຈາ ຄ່າຊົດເຊີຍທີ່ເໝາະສົມ ຍັງບໍ່ໄດ້ກໍານົດອອກມາລະອຽດເທື່ອ.”
ສ່ວນວ່າ ຜົລຈາກສານເຄມີ ທີ່ໄຫຼລົງຫ້ວຍນໍ້າ ໃນເຂດບ້ານຕອງ ນັ້ນ ຜແນກ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ ໄດ້ລົງກວດກາຢ່າງຕໍ່ເນື່ອງ ແລະ ພົບວ່າ ບໍ່ໄດ້ມີສານເຄມີປົນເປື້ອນ ເພາະວ່າ ບໍຣິສັດ ມີອ່າງເກັບນໍ້າເສັຽ.
ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ຜູ້ດຽວກັນນີ້ ໄດ້ກ່າວວ່າ:
“ບາງເທື່ອປະຊາຊົນ ເຂົາເຈົ້າ ກໍອາຈຈະບໍ່ອັນນ່າ ບໍ່ຮູ້ວ່າສາເຫດເປັນແນວໃດ ແຕ່ວ່່າ ສໍາລັບ ບໍຣິສັດ ທີ່ຜ່ານມາ ທີ່ເຂົາເຈົ້າ ເຮັດນັ້ນ ເຂົາເຈົ້າກໍມີຣະບົບບັດເນາະ ທີ່ດີພໍສົມຄວນເດ້ ມັນຕ້ອງໄດ້ຜ່ີານຂະບວນການ ມັນຕ້ອງໄດ້ຜ່ານເອກະສານ ນິຕິກັມ ລະອຽດກ່ອນ ເຂົາເຈົ້າ ຈຶ່ງຈະຂຸດຄົນ.”
ນາງກ່າວຕື່ມວ່າ ການເຊັນສັນຍາ ໃຫ້ ບໍຣິສັດ ລາວຊິນຫຼົງ ອຸດສາຫະກັມ ບໍ່ແຮ່ ຈໍາກັດ ຂອງນັກລົງທຶນຈີນ ຊອກຄົ້ນ ແລະ ສໍາຣວດ ແຮ່ຄໍາ ຢູ່ 6 ບ້ານ ເມືອງປາກແບງ ແຂວງອຸດົມໄຊ ນັ້ນ ເປັນການເຊັນ MOU ເພື່ອສຶກສາຄວາມເປັນໄປໄດ້ ໃນໄລຍະເວລາ 18 ເດືອນ ແຕ່ວັນທີ 15 ກຸມພາ 2022 ເປັນຕົ້ນໄປ, ແຕ່ຖ້າຫາກ ບໍຣິສັດຈີນ ພົບເຫັນແຮ່ຄໍາ ທີ່ຈະຂຸດຄົ້ນ ຄັກແນ່ແລ້ວ ກໍຈະເຮັດບົດວິພາກກ່ຽວກັບ ມາຕການປ້ອງກັນ ຜົລກະທົບດ້ານສິ່ງແວດລ້ອມ ຄ່າຊົດເຊີຍດິນ ແລະ ອື່ນໆ ທີ່ກ່ຽວຂ້ອງ ໃຫ້ກະຊວງແຜນການ ແລະ ການລົງທຶນເປັນລໍາດັບຕໍ່ໄປ.