ຂຸດຄົ້ນແຮ່ຄຳເຄົ້າ, ກະທົບຊາວບ້ານ ເມືອງເຊໂປນ
2022.02.23

ຊາວບ້ານບ້ານໂພນໄຮ ແລະ ບ້ານແກ້ງຄຶບ ເມືອງເຊໂປນ ແຂວງສວັນນະເຂດ ພາກັນຮູ້ສຶກຢ້ານວ່າຈະໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ຄຳເຄົ້າ ຂອງບໍຣິສັດ ເຊໂປນ ມາຍນິ້ງ ຈຳກັດ ຊຶ່ງປັດຈຸບັນກຳລັງຢູ່ໃນລະຫວ່າງ ການຕຣຽມຂຸດ ຄົ້ນແຮ່ຄຳເຄົ້າໃນເນື້ອທີ່ 7.32 ຕາລາງກິໂລແມັດ ພ້ອມສ້າງໂຮງງານປຸງແຕ່ງແຮ່ຄຳ ຢູ່ເຂດ 2 ບ້ານ ດັ່ງກ່າວ ເຮັດໃຫ້ຊາວບ້ານຢ້ານວ່າຈະຖືກ ຜົລກະທົບທີ່ດິນ ແລະອາດຈະໄດ້ຮັບຜົລກະທົບ ດ້ານສິ່ງແວດລ້ອມ ຄັນເກີດໂຮງງານປຸງແຕ່ງແຮ່ ຢູ່ໃກ້ເຮືອນຂອງພວກເຂົາເຈົ້າ.
ດ່ັງຊາວບ້ານ ບ້ານໂພນໄຮ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ກຸມພາ ນີ້ວ່າ:
“ຄັນສິຕັ້ງບໍ່ແຮ່ຄືຊິມີແຫລະ ຜົລກະທົບໂອເຄມີຫັ້ນຫລັກໆ ເນາະຫລາຍປີ ມັນກາຊິເປັນຂອງເຂົາແຫລະ ດິນດອນຕອນຫຍ້າ ສັມປະທານພຸ້ນເລີຍໃດ.”
ໃນຂະນະທີ່ຊາວບ້ານອີກຄົນນຶ່ງກ່າວວ່າ ລາວເອງກໍຍັງບໍ່ທັນຮູ້ຣາຍລະອຽດ ຂອງໂຄງການນີ້ຢ່າງຄັກແນ່ເທື່ອ ເຄີຍເຫັນແຕ່ຜ່ານມາມີຫລາຍບໍຣິສັດ ທີ່ລົງທຶນດ້ານຂຸດຄົ້ນບໍ່ແຮ່ ໄດ້ສົ່ງເຈົ້າໜ້າທີ່ ມາສຳຣວດ ແລະເກັບຂໍ້ມູນດ້ານຕ່າງໆ ແລ້ວແຕ່ບໍ່ໄດ້ຊີ້ແຈງ ຂໍ້ມູນໃຫ້ຊາວບ້ານໄດ້ຮັບຊາບ ແຕ່ຢ່າງໃດ.
ດັ່ງທ່ານໄດ້ກ່າວວ່າ:
“ຜ່ານມາເພິ່ນມາສຳຣວດຊື່ໆ ມາສຳຣວດແຫລະວ່າ ຄັນວ່າເຣື່ອງຊິຕັ້ງໂຮງງານ ຂຸດຄົ້ນບໍ່ແຮ່ແທ້ໆ ທາງຣາຍລະອຽດ ທາງບ້ານຍັງບໍ່ໄດ້ຮັບຮູ້ນ່າວ່າ ເພິ່ນຊິຕັ້ງແບບໃດໂຮງງານ ແບບໃດເພາະວ່າ ຜ່ານມາມັນກາຫລາຍບໍຣິສັດ ເຂົ້າມາສຳຣວດອັນນີ້ກາຍັງວ່າ ບໍ່ຮູ້ຣາຍລະອຽດປານໃດ.”
ທ່ານກ່າວຕື່ມວ່າ ສຳລັບດ້ານຜົລກະທົບທີ່ຈະເກີດຂຶ້ນນັ້ນ ລາວເອງກໍຍັງບໍ່ສາມາດຕອບໄດ້ເທື່ອວ່າ ຈະເກີດຫຍັງຂຶ້ນເປັນຕົ້ນດ້ານທີ່ດິນ ຫລືຜົລກະທົບອື່ນໆ ທາງສິ່ງແວດລ້ອມ ຍ້ອນຍັງບໍ່ທັນເຫັນບົດຣາຍງານຂອງບໍຣິສັດດັ່ງກ່າວ ແຕ່ກໍສາມາດເວົ້າໄດ້ພຽງວ່າ ໃນໄລຍະຜ່ານມາຊາວບ້ານ ຫລາຍຄອບຄົວບໍ່ໄດ້ຮັບການພັທນາແນວໃດ ຈາກບັນດາໂຄງການພັທນາຕ່າງໆ ເລີຍມີແຕ່ເສັຽທີ່ດິນ ໃຫ້ແຕ່ລະໂຄງການ.
ທາງດ້ານເຈົ້າໜ້າທີ່ ຂັ້ນບ້ານທ່ານນຶ່ງກ່າວວ່າ ປັດຈຸບັນບໍຣິສັດ ເຊໂປນ ມາຍນິ້ງ ກຳລັງຢູ່ໃນ ຂັ້ນຕອນການແລ່ນເອກະສານ ກ່ຽວກັບການຂຸດຄົ້ນແຮ່ຄຳເຄົ້າ ຢູ່ເຂດບ້ານໂພນໄຮ ແລະ ບ້ານແກ້ງຄຶບ ແຕ່ຍັງບໍ່ມີພາກສ່ວນໃດຊີ້ແຈງ ໃຫ້ຮູ້ເທື່ອວ່າຈະສົ່ງຜົລກະທົບ ຕໍ່ຊາວບ້ານແນວໃດຫລືບໍ່.
ດັ່ງທ່ານໄດ້ກ່າວວ່າ:
“ບໍຣິສັດເຊໂປນມາຍນິ້ງ ກຳລັງແລ່ນເອກະສານຂຸດຄົ້ນ ຂຸດແຮ່ຄຳຢູ່ບ້ານໂພນໄຮ ແກ້ງຄຶບຈັ່ງວ່າຍັງບໍ່ຮູ້ຂັ້ນເທິງ ເພິ່ນຈະວ່າແນວໃດ.”
ສ່ວນເຈົ້າໜ້າທີ່ຜແນກພລັງງານແລະບໍ່ແຮ່ແຂວງສວັນນະເຂດທ່ານນຶ່ງກ່າວວ່າໃນເບື້ອງຕົ້ນບໍຣິສັດ ເຊໂປນ ມາຍນິ້ງ ຈຳກັດ ກຳລັງດຳເນີນການດ້ານເອກະສານກັບກະຊວງພລັງງານ ແລະ ບໍ່ແຮ່ ແລະ ກະຊວງແຜນການແລະການລົງທຶນ ແລະ ຄາດວ່າຈະດຳເນີນການສ້າງ ໂຮງງານປຸງແຕ່ແຮ່ຄຳແລະເຣີ້ມຂຸດຄົ້ນແຮ່ຄໍາເຄົ້າພາຍໃນເດືອນມີນາປີນີ້. ດັ່ງທ່ານກ່າວວ່າ.
“ໂອເພິ່ນກຳລັງເຊັນສັນຍານີ້ເດ້ກຳລັງເຊັນສັນຍາກັບຣັຖບານປະມານຊິແມ່ນຕົ້ນເດືອນ 3 ພຸ້ນແຫລະຊິເຣີ້ມຂຸດຄົ້ນ.”
ທ່ານກ່າວອີກວ່າ ສຳລັບການຂຸດຄົ້ນແຮ່ຄຳເຄົ້າໃນເນື້ອທີ່ 7.32 ຕະລາງກິໂລແມັດ ຢູ່ເຂດດັ່ງກ່າວນັ້ນແມ່ນເນື້ອທີ່ ທາງບໍຣິສັດໄດ້ຮັບສັມປະທານ ກັບຣັຖບານໂດຍບໍ່ກວມເອົາທີ່ດິນ ຂອງຊາວບ້ານທັງສອງບ້ານດັ່ງກ່າວ. ສ່ວນຜົລກະທົບດ້ານອື່ນໆ ນັ້ນກໍຍັງບໍ່ທັນຮູ້ເທື່ອວ່າໃນອະນາຄົດ ຈະເກີດຂຶ້ນແນວໃດຫລືບໍ່ແຕ່ກໍເຊື່ອວ່າ ທາງບໍຣິສັດໄດ້ມີການປ້ອງກັນ ເກີດຜົລກະທົບຢ່າງລະອຽດແລ້ວ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາບໍຣິສັດ ເຊໂປນ ມາຍນິ້ງ ຈຳກັດ ເພື່ອສອບຖາມ ຂໍ້ມູນເພີ່ມຕື່ມແຕ່ບໍ່ມີພາກສ່ວນໃດ ທີ່ຮູ້ແລະສາມາດໃຫ້ເບີໂທລະສັບ ເຈົ້າໜ້າທີ່ຂອງບໍຣິສັດໄດ້.
ກ່ອນໜ້ານີ້ໃນວັນທີ 21 ກຸມພາ 2022 ບໍຣິສັດ ເຊໂປນມາຍນິ້ງ ຈຳກັດ ໄດ້ເຊັນສັນຍາ ກັບກະຊວງພລັງງານ ແລະບໍ່ແຮ່ ແລະ ກະຊວງແຜນການແລະການລົງທຶນວ່າ ດ້ວຍການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ຄຳເຄົ້າຢູ່ ເມືອງເຊໂປນ ແຂວງສວັນນະເຂດ ພ້ອມທັງໄດ້ມອບພັນທະລ່ວງໜ້າ ໃຫ້ແກ່ຣັຖບານລາວຈຳນວນ 3 ລ້ານໂດລາຣ໌ສະຫະຣັຖ. ຊຶ່ງໃນປີ 2022 ນີ້ ທາງບໍຣິສັດຈະລົງທຶນກໍ່ສ້າງ ໂຮງງານຜລິດແລະປຸງແຕ່ງແຮ່ຄຳ ຂັ້ນທີ 1 ມູນຄ່າ 15-20 ລ້ານໂດລາຣ໌ສະຫະຣັຖ ແລະ ຂັ້ນທີ 2 ໃນປີ 2025 ໃນມູນຄ່າ 35-50 ລ້ານໂດລາຣ໌ສະຫະຣັຖ ແລະ ຂັ້ນທີ 3 ແມ່ນຈະເພີ່ມຕາມປະຣິມານ ຂຸດຄົ້ນແຮ່ໂຕຈິງແຕ່ບໍ່ໄດ້ຣະບຸ ຢ່າງຄັກແນ່ວ່າມີອາຍຸສັມປະທານ ທັງໝົດເປັນເວລາຈັກປີ ແລະຂຸດຄົ້ນແຮ່ຄຳໄດ້ຈຳນວນເທົ່າໃດປີ.
ໃນປີ 2014 ບໍຣິສັດ ເຊໂປນມາຍນິ້ງ ຈຳກັດ ທີ່ເຄີຍໃຊ້ຊື່ວ່າ ບໍຣິສັດ ວີນແຮມ ມີເນໂຣລລາວ ຈຳກັດ ໄດ້ເຊັນບົດບັນທຶກກ່ຽວກັບການຮ່ວມມື ສຶກສາຂໍ້ມູນແຮ່ທາດ ຢູ່ເມືອງເຊໂປນໃນ ເນື້ອທີ່ 206 ກິໂລຕາແມັດ ໂດຍໃຊ້ໄລຍະເວລາ 1 ປີ ແຕ່ບໍ່ສາມາດຈັດຕັ້ງປະຕິບັດໜ້າທີ່ ວຽກສຳເຣັດຕາມກອບເວລາ ບົດບັນທຶກຈຶ່ງໄດ້ຂໍສເນີຕໍ່ອາຍຸສັນຍາ 3 ຄັ້ງ ຊຶ່ງການ ຕໍ່ສັນຍາຄັ້ງທີ 2 ນີ້ ມີກຳນົດໄລຍະເວລາ 18 ເດືອນ ແລະ ຈະໝົດອາຍຸສັນຍາໃນວັນທີ 28 ກຸມພາ ປີນີ້ ອີງຕາມການຣາຍງານ ຂ່າວຂອງໜັງສືພີມເສຖກິຈການຄ້າ.