ເຣື້ອງທີ່ເກັບບັນທຶກໄວ້
2022-11-30
ທາງການລາວ ແລະໄທຍ ຮ່ວມກັນຂຍາຍຜົນ ຫາຂບວນການ ຄ້າເສືອໂຄ່ງຂ້າມຊາຕ ຫຼັງຈາກທີ່ ທ້າວທະນັດ ວົງສານ ອາຍຸ 63 ປີ ສັນຊາຕໄທຍ ຖືກເຈົ້າໜ້າທີ່ໄທຍຈັບ ແລ້ວສາຣະພາບວ່າ ໄດ້ຕິດຕໍ່ຊື້ລູກເສືອໂຄ່ງ ໃນແຂວງສວັນນະເຂດ.
2022-11-29
ທາງການລາວ ໃຫ້ບໍຣິສັດ ຈີນເຂົ້າມາສັມປະທານ ເຂດນ້ຳຕົກຕາດ ຄອນພະເພັງ ສົ່ງຜົລກະທົບຕໍ່ ຜູ້ຕັ້ງຮ້ານ ຂາຍເຄື່ອງ ຍ້ອນວ່າ ເຂົາເຈົ້າຕ້ອງໄດ້ຈ່າຍຄ່າເຊົ່າແພງຂຶ້ນ.
2022-11-28
ວາງສີລາຣຶກ ເຣີ່ມກໍ່ສ້າງເຂດ ໂລຈິສຕິກ ພາຣ໌ກ ຢູ່ບ້ານດົງໂພສີ ນະຄອນຫຼວງວຽງຈັນ; ຂະນະທີ່ ປະຊາຊົນ ຜູ້ທີ່ຖືກຜົລກະທົບ ດ້ານທີ່ດິນ ກັງວົນໃຈ ຢ້ານບໍ່ໄດ້ ຄ່າຊົດເຊີຍ ຫຼື ໄດ້ຄ່າຊົດເຊີຍ ທີ່ບໍ່ເໝາະສົມ.
2022-11-23
ວຽກງານ ຄຸ້ມຄອງປ່າໄມ້ ໃຫ້ມີເນື້ອທີ່ປົກຫຸ້ມ 70% ທົ່ວປະເທດ ຂອງຣັຖບານ ເປັນການຍາກ ແລະທ້າທາຍ ຍ້ອນປ່າໄມ້ ຈຳນວນຫລາຍ ຍັງຖືກທຳລາຍ ຈາກໂຄງການ ສັມປະທານຕ່າງໆ ເພື່ອພັທນາປະເທດ ປາສຈາກ ການຄວບຄຸມ ແລະກວດກາ.
2022-11-22
ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ ໄດ້ທວງຖາມ ທາງການລາວ ກ່ຽວກັບ ການຟື້ນຟູຊີວິຕ ການເປັນຢູ່ ຂອງປະຊາຊົນ ຜູ້ທີ່ປະສົບພັຍ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຍ້ອນວ່າ ການຟື້ນຟູ ບໍ່ເປັນໄປຕາມ ທີ່ທາງການລາວ ແລະ ບໍຣິສັດ ໃຫ້ຄຳໝັ້ນສັນຍາ ເອົາໄວ້.
2022-11-22
ຊາວບ້ານ ບ້ານວັງແຊງ ປະມານ 7-10 ຄອບຄົວຈາກທັງໝົດ 30 ປາຍຄອບຄົວ ຢູ່ເມືອງວຽງໄຊ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຮາວ ບໍ່ພໍໃຈ ທີ່ໄດ້ຄ່າຊົດເຊີຍໜ້ອຍກວ່າ ທີ່ສົມຄວນຈະໄດ້ຮັບ.
2022-11-17
ເກົາຫລີໃຕ້ ໄດ້ສັມປະທານ ເຮັດຣີສອດ ຄົບວົງຈອນ ໂດຍການນຳໃຊ້ທີ່ດິນ ຂອງກະຊວງ ປ້ອງກັນຄວາມສງົບ ຄຸ້ມຄອງ ຢູ່ແຂວງວຽງຈັນ ຂະນະທີ່ ຊາວລາວ ກໍເຫັນວ່າ ເປັນເຣື່ອງທີ່ດີ.
2022-11-17
ຣັຖບານລາວ ວາງແຜນການ ຟື້ນຟູປ່າໄມ້ ສະບັບໃໝ່, ມີເປົ້າໝາຍ ເຮັດໃຫ້ປ່າໄມ້ ປົກຫຸ້ມພື້ນທີ່ ຂອງປະເທດ ໃຫ້ໄດ້ 70% ໃນປີ 2035 ຍ້ອນວ່າ ແຜນການເກົ່າ ທີ່ວ່າຈະເຮັດໃຫ້ໄດ້ 70% ໃນປີ 2020 ນັ້ນລົ້ມແຫລວ ຂະນະທີ່ ປະຊາຊົນເຫັນວ່າ ເປັນເຣື່ອງຍາກ ທີ່ຈະປະຕິບັດໄດ້ ເນື່ອງຈາກ ປ່າໄມ່ຖືກຕ່າງປະເທດ ສັມປະທານ ເຮັດໂຄງການຈຳນວນຫຼາຍ.
2022-11-16
ປັດຈຸບັນ ມີກຸ່ມຄົນຈຳນວນນຶ່ງ ຊຶ່ງຄາດວ່າຈະເປັນຊາວບ້ານ ໃນພື້ນທີ່ໄປລັກຂຸດຄົ້ນເອົາແຮ່ຄຳ ຢູ່ຕາມຊາຍແດນ ລາວ-ວຽດນາມ ໃນເຂດເມືອງພູວົງ ແລະ ເມືອງຊານໄຊ ແຂວງອັດຕະປື ໂດຍການກະທຳດັ່ງກ່າວຖືວ່າ ບໍ່ຖືກຕ້ອງ ແລະຜິດກົດໝາຽ.
2022-11-16
ການຫລຸດລົງ ແລະ ຕາຍໄປຂອງປາຂ່ານ້ໍາຈືດ ໃນເຂດວັງສງວນແມ່ນ້ໍາຂອງ ຢູ່ເມືອງໂຂງ ແຂວງຈໍາປາສັກ ເຮັດໃຫ້ຊາວບ້ານ ທີ່ມີວິຖີຊີວິຕ ຕິດພັນກັບການທ່ອງທ່ຽວ ຕ້ອງປັບໂຕໃໝ່ ເພາະວ່າ ຂາດຣາຍໄດ້ຈາກການນຳພາ ນັກທ່ອງທ່ຽວ ໄປເບິ່ງປາຂ່ານ້ຳຈືດ.
2022-11-16
ຕຳຣວດ ສູນປາບປາມ ການລັກລອບ ຕັດໄມ້ ທຳລາຍປ່າ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ຂອງໄທຍ ໄດ້ຈັບ ຊາຍໄທຍ ທີ່ຕ້ອງສົງສັຍ ລັກລອບ ນ້ຳເສືອໂຄ່ງ ສາຍພັນເບັງກໍລ໌ ຈາກ ປະເທດລາວ ເຂົ້າໄປຂາຍ ໃນປະເທດໄທຍ.
2022-11-10
ກຸ່ມບໍຣິສັດວຽດເຟືອງ ໄດ້ຂຸດຄົ້ນແຮ່ທາດ ບອກຊິກ ຢູ່ບ້ານດາກມັນ, ບ້ານກອນຢົງ ແລະບ້ານປຣາເກົ່າ ເມືອງດາກຈຶງ ແຂວງເຊກອງ ເກີນຂອບເຂດ ເນື້ອທີ່ໄດ້ຮັບສັມປະທານ ຊຶ່ງມີການຂຸດຮອດ 100 ເຮັກຕ້າຣ໌, ເກີນຂອບເຂດ ທີ່ກຳນົດໃຫ້ເຖິງ 95 ເຮັກຕ້າຣ໌.
2022-11-09
ຊາວລາວ ໂດຍສະເພາະ ກຸ່ມຊົນເຜົ່າ ມີຖານະທຸກຍາກ ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ ພະຍາດຫລາຍຊະນິດ ຈາກການກິນສັດປ່າ ເນື່ອງຈາກຍັງມີວິຖີຊີວິຕ ຫາຢູ່ ຫາກິນ ຕິດພັນກັບປ່າ ຂະນະທີ່ສັດປ່າຫຼາຍຊະນິດ ກໍຕົກຢູ່ໃນສະພາວະ ສ່ຽງທີ່ຈະສູນພັນ.
2022-11-09
ທາງຣົຖໄຟ ລາວ-ຈີນ ເປີດມາໄດ້ເກືອບ 1 ປີແລ້ວ, ແຕ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຫຼາຍຄົນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຽ ຄົບຖ້ວນ ຕາມຈໍານວນເທື່ອ ຂະນະທີ່ ຣັຖບານລາວ ກັບຣັຖບານຈີນ ຕຣຽມຈັດງານ ບັນທຶກຄວາມຮັກແພງ ຕາມເສັ້ນທາງຣົຖໄຟ ລາວ-ຈນ.
2022-11-09
ຊາວບ້ານ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫລວງພຣະບາງ ຈຳນວນ 74 ຄອບຄົວ ມີປະຊາກອນ 316 ຄົນ ທີ່ຖືກຜົລກະທົບ ຍ້ອນໂຄງການ ເຂື່ອນຫລວງພຣະບາງ ໄດ້ຮັບເງິນຊົດເຊີຍ ແລະຖືກໂຍກຍ້າຍ ອອກຈາກເຂດບ້ານເກົ່າ ເພື່ອໄປຢູ່ບ້ານຈັດສັນໃໝ່ ຕາມແຜນການ ພັທນາສຳເຣັດ 100% ແລ້ວ.