ຈັບຄົນທີ່ລັກລອບຂາຍ ລູກເສືອໂຄ່ງ 4 ໂຕ ຈາກລາວ
2022.11.16

ໃນວັນທີ 15 ພຶສຈິກາ ທີ່ຜ່ານມາ ຕຳຣວດ ສູນປາບປາມ ການລັກລອບ ຕັດໄມ້ ທຳລາຍປ່າ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໄດ້ຈັບ ທ້າວ ທະນັດ ວົງສານ ອາຍຸ 63 ປີ ສັນຊາຕໄທຍ ພ້ອມຂອງກາງເປັນລູກເສືອໂຄ່ງ ສາຍພັນ ເບັງກໍລ໌ (Bengal) ອາຍຸປະມານ 2 ເດືອນ ຈຳນວນ 4 ໂຕ ແຍກເປັນໂຕຜູ້ 2 ໂຕ ແລະ ໂຕແມ່ 2 ໂຕ ພາຍຫລັງລັກລອບ ນໍາລູກເສືອໂຄ່ງດັ່ງກ່າວ ຈາກປະເທດລາວ ມາຂາຍ ຢູ່ແຂວງມຸກດາຫານ ປະເທດໄທຍ ໂຕລະ 5 ແສນບາທ.
ດັ່ງເຈົ້າໜ້າທີ່ຕໍາຣວດໄທຍ ສະຖານີພູທອນ ມຸກດາຫານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ພຶສຈິການີ້ວ່າ:
“ເບື້ອງຕົ້ນ ທີ່ຊຸດເຂົາຈັບ ເຂົາກໍວ່າແຕ່ວ່າ ມາຈາກປະເທດເພື່ອນບ້ານ ມັນແທ້ໆ ເພື່ອນບ້ານທີ່ໃກ້ທີ່ສຸດ ກໍມາຈາກປະເທດລາວຫັ້ນແຫລະ ແຕ່ຜູ້ຖືກກ່າວຫາ ຍັງບໍ່ໄດ້ລະບຸ. ຕ້ອງມາສືບສວນ-ສອບສວນ ຜູ້ຖືກກ່າວຫາ ເທື່ອນຶ່ງວ່າ ເຂົາເຈົ້າຈະໃຫ້ການແນວໃດ.”
ພົລຕຳຣວດເອກ ຕໍ່ສັກ ສຸຂວິມົນ ຮອງຜູ້ບັນຊາການ ຕຳຣວດແຫ່ງຊາຕ ຂອງໄທຍ ແລະສູນປາບປາມການລັກລອບ ຕັດໄມ້ທຳລາຍປ່າ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໃຫ້ສັມພາດ ກັບສື່ມວນຊົນໄທຍວ່າ ການຈັບໂຕຜູ້ຖືກກ່າວຫາ ດັ່ງກ່າວ ຖືເປັນການຈັບ ແບບຫລອກຊື້ ໂດຍຄັ້ງທຳອິດ ຜູ້ຖືກກ່າວຫາບໍ່ໄວ້ໃຈ ຈຶ່ງເລື່ອນການຂົນສົ່ງ ມອບລູກເສືອໂຄ່ງໃຫ້. ຕໍ່ມາເຈົ້າໜ້າທີ່ ຕິດຕໍ່ຂໍຊື້ອີກຄັ້ງ ທາງຜູ້ຖືກກ່າວຫາຈຶ່ງຫລຸດລາຄາໃຫ້ ເຫລືອ 1,500,000 ບາທຕໍ່ 4 ໂຕ, ແລ້ວນັດໝາຽສົ່ງລູກເສືອໂຄ່ງ ສາຍພັນເບັງກໍລ໌ທີ່ເມືອງມຸກດາຫານ ແຂວງມຸກດາຫານ ແລະຖືກຈັບ ພ້ອມຮັບສາລະພາບວ່າ ໄປຮັບຊື້ລູກເສືອຈາກຊາວບ້ານ ທີ່ລ້ຽງຢູ່ປະເທດລາວ, ບໍ່ຄິດວ່າຈະຖືກຈັບ.
ກ່ຽວກັບເຫດການນີ້ ເຈົ້າໜ້າທີ່ຕຳຣວດໄທຍ ຍັງບໍ່ໄດ້ຕິດຕໍ່ ປະສານງານ ໄປຍັງເຈົ້າໜ້າທີ່ ຕຳຣວດລາວເທື່ອ ເນື່ອງຈາກເຈົ້າໜ້າທີ່ ຕຳຣວດໄທຍ ຕ້ອງໄດ້ລໍຖ້າການສືບສວນ-ສອບສວນ ຂຍາຍຜົລເຖິງເຄືອຂ່າຍຜູ້ກ່ຽວຂ້ອງ ກັບການເຮັດຜິດຕື່ມ ແລ້ວຈຶ່ງຕິດຕໍ່ໄປຫາເຈົ້າໜ້າທີ່ລາວ ຕາມຫລັງ.
ດັ່ງເຈົ້າໜ້າທີ່ຕຳຣວດໄທຍ ສະຖານີຕຳຣວດ ພູທອນມຸກດາຫານ ຜູ້ດຽວກັນໄດ້ກ່າວວ່າ:
“ບໍ່ໄດ້ຕິດຕໍ່ເຈົ້າໜ້າທີ່ຕຳຣວດລາວເທື່ອ ຍ້ອນຕ້ອງລໍຖ້າຂັ້ນຕອນ ການຂຍາຍຜົລ ກ່ອນຂອງຊຸດຈັບຂອງສູນປາບປາມ ການລັກລອບຕັດໄມ້ ທຳລາຍປ່າ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຈາກສູນກາງ ທີ່ເຂົາໜ້າຈະຂຍາຍຜົລ ຕໍ່ກ່ອນ.”
ທ່ານກ່າວຕື່ມວ່າ ສ່ວນປາຍທາງສົ່ງລູກເສືອໂຄ່ງ ສາຍພັນເບັງກໍລ໌ ໄປບ່ອນໃດຕໍ່ນັ້ນ ແລະຣາຍລະອຽດອື່ນໆ ຍັງຢູ່ລະຫວ່າງ ການສືບສວນ ຫາຜູ້ກະທຳຜິດ. ຖ້າຜູ້ກະທຳຜິດຮັບສາຣະພາບ ຕາມທີ່ຖືກກ່າວຫາ, ກໍຈະຖືກດຳເນີນຄະດີ ສົ່ງຟ້ອງສານຕໍ່ໄປ. ຂະນະທີ່ປັດຈຸບັນ ຜູ້ກະທຳຜິດຄື ທ້າວ ທະນັດ ມີຄວາມຜິດ ໃນຂໍ້ກ່າວຫາ ກ່ຽວກັບການຄ້າສັດປ່າຄຸ້ມຄອງ ແລະ ຊາກຂອງສັດປ່າ ຄຸ້ມຄອງມີ ໄວ້ໃນຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງມີໂທດຈຳຄຸກ 10 ປີ, ປັບໃໝບໍເກີນ 1,000,000 ບາທ ຫລື ທັງຈໍາຄຸກ, ທັງຖືກປັບໃໝ. ສ່ວນລູກເສືອໂຄ່ງ ສາຍພັນເບັງກໍລ໌ ເຈົ້າໜ້າທີ່ຕຳຣວດ ສົ່ງໄປຢູ່ໃນຄວາມເບິ່ງແຍງ ທີ່ສູນເພາະພັນ ລ້ຽງສັດປ່າ ຈຸລາພອນ ແຂວງສີສະເກດ ປະເທດໄທຍ.
ກ່ຽວກັບເຣື່ອງນີ້ ພາກປະຊາສັງຄົມ ຫລືອົງການຈັດຕັ້ງ ບໍ່ຂຶ້ນຣັຖບານ ທີ່ເຮັດວຽກກ່ຽວກັບ ການຄຸ້ມຄອງ, ກວດກາ, ອະນຸຮັກ ແລະ ປົກປັກຮັກສາ ສັດປ່າ ໃນປະເທດລາວ ໄດ້ຮັບຮູ້ຂ່າວ ກ່ຽວກັບລູກເສືອໂຄ່ງ 4 ໂຕແລ້ວ ຊຶ່ງເປັນເຫດການ ທີ່ເກີດຂຶ້ນຢູ່ປະເທດໄທຍ ຈຶ່ງຍັງບໍ່ສາມາດເຮັດຫຍັງໄດ້.
ສຳລັບຄວາມເປັນຫ່ວງ ເຣື່ອງເສືອໂຄ່ງ ໃນລາວນັ້ນ ບໍ່ສາມາດເວົ້າໄດ້ ຮູ້ພຽງແຕ່ວ່າ ເສືອໂຄ່ງທີ່ອາສັຍຕາມທັມມະຊາຕ ແມ່ນສູນພັນແລ້ວ ແຕ່ປະເທດລາວຍັງ ມີສວນສັດນ້ອຍ ແລະຟາມເສືອ ສ່ວນບຸກຄົນທີ່ຂັ້ນເທິງ ອະນຸຍາດໃຫ້ລ້ຽງໄດ້. ສະເພາະຟາມເສືອ ຈະມີການລັກລອບ ຄ້າຂາຍເສືອແບບປິດລັບ ເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດຮັບຮູ້ໄດ ຊຶ່ງການລັກລອບ ຄ້າຂາຍເສືອ ຖືວ່າຜິດກົດໝາຽລາວ.
ດັ່ງເຈົ້າໜ້າທີ່ ພາກປະຊາສັງຄົມ ຫລື ອົງການຈັດຕັ້ງ ບໍ່ຂຶ້ນກັບຣັຖບານ ທີ່ເຮັດວຽກກ່ຽວກັບ ການຄຸ້ມຄອງ, ກວດກາ, ອະນຸຮັກ ແລະ ປົກປັກຮັກສາ ສັດປ່າໃນປະເທດລາວ ກ່າວວ່າ:
“ເສື່ອໂຄ່ງໃນທັມມະຊາຕ ມັນສູນພັນແລ້ວ ປັດຈຸບັນນີ້ ຂໍ້ມູນຢ້ງຢືນວ່າ ບໍ່ມີເສືອໂຄ່ງໃນປ່າແລ້ວ ແຕ່ຍັງມີຢູ່ໃນສວນສັດ ຂນາດນ້ອຍ ນໍາບາງບ່ອນນ່າ ເປັນສວນສັດນ້ອຍເນາະ ຫລືແບບວ່າ ເປັນຟາມທີ່ຢູ່ແຖວຄາສິໂນ ທີ່ເຈົ້າໜ້າທີ່ ເຂົາເຈົ້າອະນຸມັດໃຫ້ ອັນນ່າ ສ່ວນບຸກຄົນ ເຂົາເຈົ້າຄຸ້ມຄອງນ່າ ແຕ່ເຂົາເຈົ້າກໍມີການລັກລອບຫັ້ນແຫລະເນາະ ທີ່ວ່າແບບປິດລັບ ບໍ່ໃຫ້ເຈົ້າໜ້າທີ່ຮູ້ ຈັ່ງຊິນ່າມັນຜີດກົດໝາຽ ໂດຍລວມ ຢູ່ບ່ອນທີ່ວ່າ ເຂົາເຈົ້າ ມີການຂົນສົ່ງຄ້າຂາຍ.”
ແຂວງຄຳມ່ວນ ຈະມີຊາຍແດນຕິດກັບ ແຂວງນະຄອນພະນົມ ປະເທດໄທຍ, ແຂວງສວັນນະເຂດ ກໍມີຊາຍແດນຕິດກັບ ແຂວງມຸກດາຫານ ຂອງປະເທດໄທຍ ເມື່ອປະເທດລາວ-ໄທຍ ມີຊາຍແດນຕິດກັນຄືແນວນີ້ ອີກທັງຊາຍແດນ ຕິດກັນດັ່ງກ່າວ ມີແມ່ນໍ້າຂອງຂັ້ນ ລະຫວ່າງກາງ ເຮັດໃຫ້ກຸ່ມຄົນບໍ່ດີ ສາມາດໃຊ້ເປັນຊ່ອງຫວ່າງ ລັກເອົາລູກເສືອໂຄ່ງ ໃສ່ກະຕ່າ ແລ້ວຂີ່ເຮືອນ້ອຍໄປ-ມາ ຫາສູ່ກັນໄດ້ ໂດຍບໍ່ຕ້ອງຜ່ານດ່ານກວດກາ ຂອງເຈົ້າໜ້າທີ່.
ດັ່ງຊາວບ້ານ ຈາກແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນີ້ວ່າ:
“ເຫັນຂ່າວຢູ່ມື້ເຊົ້ານີ້, ເສືອ 4 ໂຕ. 4 ໂຕນ່າ ຊາຍແດນເດ້ ມັນເອົາຂ້າມນໍ້າຂອງ ຊາຍແດນຕິດກັນ ມັນຍາວນ່າ ເຮືອນ້ອຍຂ້າມໄປ ຂ້າມມາ ຫາກັນໄດ້ ລາວກັບໄທຍ ບໍ່ຈຳເປນຜ່ານດ່ານເດ້ ລາວກັບໄທຍໄປຫາກັນ ມັນກໍເປັນບ້ານພີ່ ເມືອງນ້ອງ ຂ້າມໄປຊື້ຂອງຢູ່ ຂອງກິນ ກໍຂ້າມເອົາເຮືອນ້ອຍໄປ ຫາກັນຢູ່ຕລອດນ່າ.”
ປັດຈຸບັນທົ່ວປະເທດລາວ ມີຟາມເສືອສ່ວນບຸກຄົນ ປະມານ 5-6 ຟາມ ໃນນັ້ນມີຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ແລະ ແຂວງຄຳມ່ວນ ຊຶ່ງບໍ່ສາມາດຮູ້ໄດ້ເທື່ອ ຈຳນວນເສືອໃນຟາມ ສ່ວນບຸກຄົນນັ້ນ ມີຈັກໂຕ ແຕ່ຈຳນວນເສືອ ທັງໝົດໃນຟາມ ດັ່ງກ່າວ ຈະມີການກວດ ສານພັນທຸກັມ (ດີເອັນເອ/DNA) ຂອງລູກເສືອໂຄ່ງ ເບັງກໍລ໌ ຈຳນວນ 4 ໂຕນັ້ນ ກົງກັບ DNA ໃນຟາມເສືອລາວ ຜູ້ທີ່ເປັນເຈົ້າຂອງຟາມ ເສືອກໍຈະຖືກດຳເນີນຄະດີ ຕາມກົດໝາຽລາວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນລາວ ຊຶ່ງເປັນເຄືອຂ່າຍ ຂອງອົງກອນ ການກຸສົນ ເພື່ອຄຸ້ມຄອງສັດປ່າ ຫລື Free The Bears Fund ກ່າວໃນມື້ດຽວກັນນີ້ວ່າ:
“ຈຳນວນເສືອດັ່ງກ່າວນັ້ນ ເຂົາເຈົ້າກໍມີການເກັບ DNA, ກວດກາກັມມະພັນ ຂອງມັນ ແລ້ວຖ້າວ່າຊາຍແດນລາວ-ໄທຍ ບໍ່, ຊາຍແດນລາວ-ວຽດນາມ ເຂົາເຈົ້າມີການຍຶດເສືອໄດ້ນ່າ ເຂົາເຈົ້າຈະຕ້ອງໄດ້ຫາວ່າມາຈາກບ່ອນໃດ ຖ້າວ່າມາຈາກບ່ອນຟາມ ພວກນີ້ ເຂົາເຈົ້າຈະເບິ່ງວ່າ DNA ກົງກັບ ໂຕທີ່ເຂົາເຈົ້າພົບຫັ້ນບໍ່ ຖ້າກົງຈະແມ່ນເຈົ້າຂອງຟາມ ເຂົາເຈົ້າຈະຕ້ອງຖືກ ດຳເນີນຄະດີ.”
ກ່ຽວກັບເຣື່ອງການຄ້າຂາຍ ເສືອໂຄ່ງ ແລະລັກລອບລ່າເສືອໂຄ່ງ ໃນລາວ ເມື່ອປີ 2018 ເຈົ້າໜ້າທີ່ແຂວງຄຳມວ່ນ ກໍເຄີຍຍຶດເສືອໂຄ່ງ 3 ໂຕໄດ້ ຢູ່ເມືອງຍົມມະລາດ ຊຶ່ງຜູ້ລັກລອບ ເຄື່ອນຍ້າຍຊາກເສືອໂຄ່ງ ທັງ 3 ໂຕ ຖືກເຈົ້າໜ້າທີ່ຈັບ ແລ້ວສະຣະພາບວ່າ ຈະເຄື່ອນຍ້າຍຊາກເສືອໂຄ່ງ ໄປຂາຍທີ່ວຽດນາມ.