ປາຂ່ານ້ຳຈືດສູນພັນ ກະທົບຊາວບ້ານ ແຄມຂອງ ຢູ່ເມືອງໂຂງ

ພອນ ພູມມີທອນ
2022.11.16
ປາຂ່ານ້ຳຈືດສູນພັນ ກະທົບຊາວບ້ານ ແຄມຂອງ ຢູ່ເມືອງໂຂງ ປາຂ່ານ້ຳຈຶດໂຕສຸດທ້າຍ ພົບທີ່ປະເທດກັມພູຊາ ຕາຍໃນວັນທີ 15 ເດືອນກຸມພາ ປີ 2022.
ຮູບພາບ: Department of Fisheries Conservation (ກັມພູຊາ) ໂດຍ RFA Khmer Service

ນັບແຕ່ປາຂ່ານ້ໍາຈືດ ທີ່ອາສັຍຢູ່ບໍຣິເວນບ້ານຫາງຄອນ ແລະ ບ້ານຫາງສະດໍາ ເມືອງໂຂງ ແຂວງຈໍາປາສັກ ຄ່ອຍໆ ຫລຸດຈໍານວນລົງ ແລະ ສູນພັນໄປ ໃນໄລຍະ 2-3 ປີທີ່ຜ່ານມານີ້ ສະເພາະແຕ່ຝັ່ງລາວ ເຮັດໃຫ້ຊາວບ້ານໃນພື້ນທີ່ ທີ່ມີວິຖີຊີວິຕ ທີ່ຕິດພັນກັບການທ່ອງທ່ຽວ ຕ້ອງຂາດຣາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ທີ່ມາໃຊ້ບໍຣິການ ຂີ່ເຮືອຊົມປາຂ່າ.

ດັ່ງ ຊາວບ້ານ ທີ່ປະກອບອາຊີບ ຂີ່ເຮືອພານັກທ່ອງທ່ຽວ ເບິ່ງປາຂ່ານ້ໍາຈືດ ຢູ່ເມືອງໂຂງ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 16 ພຶສຈິກາ 2022 ນີ້ວ່າ:

“(ຜົນກະທົບ) ມັນກໍ່ຫລາຍ ຫລາຍເຕີບຢູ່ ນັກທ່ອງທ່ຽວບໍ່ຄ່ອຍມາຫັ້ນນ່າ ເຂົາຈະມາເບິ່ງຊາຍແດນຊື່ໆຫັ້ນນ່າ ຊາຍແດນລາວກັບກັມປູເຈັຽ ມັນຈະມີເຂື່ອນ (ດອນສະໂຮງ) ເຂື່ອນໄຟຟ້າ ເພາະວ່າເຂົາເຮັດຢູ່ຫັ້ນໃໝ່ ເປັນແຫລ່ງທ່ອງທ່ຽວໃໜ່ຫັ້ນນ່າ ແຕ່ປາຂ່ານີ້ໄດ້ສູນພັນແລ້ວ ແມ່ນໆ ສ່ວນຫລາຍຂະເຈົ້າຈະໄປເບິ່ງເຂື່ອນໄຟຟ້າ ແລ້ວກໍ່ໄປເບິ່ງເຂດຊາຍແດນ ແລ້ວ ກໍ່ໄປເບິ່ງ ຫົວຣົຖໄຟເກົ່າ ຫັ້ນນ່າ.

ທີ່ຜ່ານມາ ປາຂ່ານ້ໍາຈືດແມ່ນເປັນສັດນ້ໍາ ທີ່ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ສົນໃຈ, ເດີນທາງມາຮັບຊົມ ແຕ່ຢ່າງໃດກໍ່ຕາມ ນັບແຕ່ປາຂ່າດັ່ງກ່າວ ສູນພັນໄປ ສະເພາະແຕ່ຝັ່ງລາວ ກໍ່ເຮັດໃຫ້ຊາວບ້ານ ທີ່ເຮັດທຸຣກິຈເຮືອນພັກ ຂນາດນ້ອຍ ໄດ້ຮັບຜົລກະທົບຄືກັນ ແລະຄາດວ່າ ອາດໄດ້ຮັບຜົລກະທົບ ຫລາຍຂຶ້ນເລື້ອຍໆ ຖ້າຫາກວ່າ ພາກສ່ວນທີ່ກ່ຽວຂ້ອງ ບໍ່ທັນເອົາໃຈໃສ່ ເບິ່ງແຍງບັນຫາສິ່ງແວດລ້ອມ ໃນພື້ນທີ່.

ດັ່ງ ເຈົ້າຂອງເຮືອນພັກ ຢູ່ເມືອງໂຂງ ແຂວງ ຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ພວກອ້າຍກໍໃຈຫາຍຄືກັນແຫລະ ເພາະວ່າພວກອ້າຍເຮັດໂຮງແຮມ ຣີສອດຢູ່ພີ້ນີ້ ປະຊາຊົນກໍ່ຖືວ່າຂາດຣາຍຮັບເບີດແຫລະ. ປາຂ່າເບີດແລ້ວນີ້ ປົກກະຕິມັນກໍ່ມີໜ້ອຍຢູ່ແລ້ວ ແຮງຊິບໍ່ມີເລີຍພຸ້ນແຫລະ ປະຊາຊົນກໍ່ບໍ່ຈັກຊິເຮັດຈັ່ງໃດແລ້ວ ເບິ່ງໂຕຈິງຫັ້ນແຫລະອ້າຍກໍບໍ່ຈັກຊິວ່າ ດອກນ້ອງ ມັນຂອງສ່ວນທົ່ວໄປເດ້ ບໍ່ແມ່ນຂອງເຮົາຜູ້ດຽວ.

ເມື່ອປາຂ່ານ້ໍາຈືດໂຕສຸດທ້າຍ ຂອງປະເທດລາວ ສູນພັນໄປ ໃນໄລຍະບໍ່ດົນມານີ້ ເຮັດໃຫ້ຈໍານວນນັກທ່ອງທ່ຽວ ເດີນທາງມາທ່ອງທ່ຽວ ຫລຸດລົງ ສະນັ້ນ ຊາວບ້ານທີ່ປະກອບອາຊີບ ຕິດພັນກັບຂະແນງການທ່ອງທ່ຽວ ຈຶ່ງຈໍາເປັນຕ້ອງໄດ້ປັບໂຕ ດ້ວຍການປ່ຽນໄປເຮັດອາຊີບ ທີ່ກ່ຽວຂ້ອງກັບການປະມົງ ແລະປູກຝັງ.

ດັ່ງ ໄກ໋ດ໌ ນໍາທ່ຽວ ຢູ່ບ້ານສີພັນດອນ ເມືອງໂຂງ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ:

ອໍ່! ໂຕນີ້ບໍ່ມີແລ້ວ ປາຂ່າຕາຍໜົດແລ້ວ ກໍ່ໜ້າປະມານ 3-4 ເດືອນພຸ້ນແຫລະ ມີແຕ່ບ່ອນດຽວທີ່ບໍ່ມີກໍ່ຄືປາຂ່າ ເພິ່ນກໍ່ມີແຕ່ປ່ຽນວຽກເຣຶ່ອງຊົມປາຂ່າຊື່ໆ ກັບໄປຫາປູຫາປາຄືເກົ່າ ກໍມີອາຊີບຢ່າງອື່ນ ທີ່ຫາປາຢູ່ແລ້ວ ເຮັດນາຢູ່ແລ້ວ ເຮັດສວນຢູ່ແລ້ວ.” 

ເຖິງແມ່ນວ່າ ຈໍານວນນັກທ່ອງທ່ຽວ ຈະຫລຸດລົງ ແຕ່ຢ່າງໃດກໍ່ຕາມ ພາຍໃນພື້ນທີ່ດັ່ງກ່າວນີ້ ພັດຍັງມີແຫລ່ງທ້ອງທ່ຽວແຫ່ງອື່ນ ທີ່ຍັງສາມາດດຶງດູດ ນັກທ່ອງທ່ຽວໄດ້ຢູ່ ບໍ່ແມ່ນແຕ່ ສະເພາະບ່ອນເບິ່ງປາຂ່ານ້ໍາຈືດ.

ດັ່ງ ເຈົ້າໜ້າທີ່ ເຮັດວຽກ ກ່ຽວກັບການສົ່ງເສີມ ການທ່ອງທ່ຽວ ຢູ່ແຂວງຈໍາປາສັກ ຜູ້ບໍ່ປະສົງອອກຊື່ ແລະຕໍາແຫນ່ງ ທ່ານນຶ່ງ ກ່າວວ່າ:

ກໍບໍ່ໄດ້ມີແລ້ວ ເພາະວ່າມັນຕາຍໜົດແລ້ວ ມີແຕ່ທ່າຮ້າງຢູ່ຫັ້ນເນາະ. ສະມັຍຝຣັ່ງຫັ້ນ ຢູ່ບ່ອນປາຂ່າຫັ້ນມັນມີສາງກໍາປັ່ນນ້ໍາມັນ ສມັຍຝຣັ່ງ ແລ້ວກໍຫົວຣົຖໄຟເກົ່າ ຈຸດທ່າເຮືອ ທີ່ວ່າຂ້າມໄປເບິ່ງປາຂ່າຫັ້ນ. ບໍ່ມີໆປາຂ່າ ບໍ່ມີໃຫ້ໄປເບິ່ງແລ້ວ. ມັນກໍມີທົ່ວໂລກແຫລະ ເອເຊັຽ, ໄທຍ, ຕ່າງປະເທດນີ້, ຝຣັ່ງ ອິສັງກໍ່ໄປ ສູ່ມື້ນີ້ ປັດຈຸບັນນີ້ ມັນບໍ່ມັນປາຂ່າເນາະ ມັນກໍ່ເລີຍບໍ່ໄດ້ສົ່ງແຂກໄປຫັ້ນນ່າ ປັດຈຸບັນນີ້ ເຂົາໄປເບິ່ງແຕ່ ນ້ໍາຕົກຫລີ້ຜີຫັ້ນ.

ກ່ອນໜ້ານີ້ ຜແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ ມີແຜນທີ່ຈະນໍາແນວພັນ ປາຂ່ານ້ໍາຈືດ ຈາກກັມພູຊາ ຈໍານວນ 1 ຄູ່ ເພື່ອນໍາມາຂຍາຍພັນ ຢູ່ບໍຣິເວນວັງສງວນ ໃນແມ່ນ້ໍາຂອງ ພາຍຫລັງປາຂ່ານ້ໍາຈືດ ໂຕສຸດທ້າຍຂອງລາວ ຕິດມອງຫາປາຂອງປະຊາຊົນ ເປັນເວລາດົນ ແລະໄຫລໄປຕາຍຢູ່ແຄມແມ່ນ້ໍາຂອງ ໃນເຂດເມືອງຊຽງແຕງ ປະເທດ ກັມພູຊາ ເມື່ອເດືອນ ກຸມພາ ທີ່ຜ່ານມາ, ແຕ່ຢ່າງໃດກໍ່ຕາມ ມາຮອດປັດຈຸບັນນີ້ ແຜນການດັ່ງກ່າວ ພັດຍັງບໍ່ທັນມີຄວາມຄືບໜ້າ ພໍເທົ່າໃດ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ກາຍຂຍາຍພັນ ປາຂ່ານ້ໍາຈືດ ພາຍໃນປະເທດລາວ ຜູ້ບໍ່ປະສົງອອກຊື່ແລະສຽງ ທ່ານນຶ່ງກ່າວວ່າ:

ຫນ່ວຍງານທີ່ເຮັດວຽກ ກ່ຽວກັບການອະນຸຮັກ ແລະ ຂຍາຍພັນປາຂ່າ ລະຫວ່າງປະເທດລາວ ແລະ ປະເທດ ກັມພູຊາ ມີແຜນທີ່ຈະຫາລີ ກ່ຽວກັບເຣຶ່ອງນີ້ແລ້ວ ແຕ່ທາງພາກຣັຖ ຂອງທາງເບື້ອງພວກເຮົານີ້ ເພິ່ນ ຂໍເລື່ອນອອກໄປກ່ອນ ເຮົາຈຶ່ງຕ້ອງໄດ້ໂຈະໄວ້ກ່ອນ ຍັງບໍ່ທັນມີການດໍາເນີນການເນາະ.

ນັບແຕ່ປີ 2009 ຫາຕົ້ນປີ 2021 ທີມງານລາດຕະເວນ ຫລືເຈົ້າໜ້າທີ່ຄຸ້ມຄອງ ວັງອານຸຮັກປາຂ່າ ກວດພົບ ປາຂ່ານ້ໍາຈືດ 4 ໂຕ ໃນນີ້ ໃນປີ 2021 ມີປາຂ່າ 2 ໂຕ ໄຫລໄປຕາຍຢູ່ບ້ານວັງມ່ວງ ແລະບ້ານພະລະຄັນ ເມືອງຫ້ວຍມ່ວງ-ຕາແສງພະລະຄັນ ປະເທດກັມພູຊາ ໂດຍທາງການລາວ ບໍ່ໄດ້ເຂົ້າຮ່ວມພິສູດການຕາຍ ຍ້ອນທາງການກັມພູຊາ ບໍ່ໄດ້ປະສານງານມາ ແລະຫລ້າສຸດນີ້ ເມື່ອວັນທີ 14 ກຸມພາ ທີ່ຜ່ານມາ ພັດມີປາຂ່ານ້ໍາຈືດ ໄຫລໄປຕາຍ ຢູ່ເມືອງຊຽງແຕງ ປະເທດກັມພູຊາ ອີກ 1 ໂຕ ເຊິ່ງຖືໄດ້ວ່າເປັນປາຂ່ານ້ໍາຈືດ ໂຕສຸດທ້າຍຂອງປະເທດລາວ ເນື່ອງຈາກປາຂ່າອີກໂຕນຶ່ງ ທາງການລາວ ບໍ່ສາມາດຕິດຕາມໄດ້ວ່າ ຫາຍໄປຢູ່ໃສ ເປັນໄລຍະເວລາດົນ ພ້ອມສັນນິຖານວ່າ ອາດຕາຍໄປແລ້ວ ຫລືໄຫລລົງ ໄປຢູ່ປະເທດກັມພູຊາ ອິງຕາມບົດຣາຍງານ ຂອງຜແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ ລະບຸວ່າ ໃນໄລຍະຜ່ານມາ ວຽກງານດ້ານການຄຸ້ມຄອງ ແລະອນຸຮັກປາຂ່ານ້ໍາຈືດ ແລະປາພື້ນເມືອງຊນິດອື່ນໆ ໃນຂົງເຂດສີພັນດອນ ໄດ້ຮັບທຶນສນັບສນຸນ ຈາກຫລາຍພາກສ່ວນ ໂດຍສະເພາະງົບປະມານ ຄ່ານ້ໍາມັນເຮືອ ໃນການກວດລາດຕະເວນ ທາງນ້ໍາ ແຕ່ມາຮອດເດືອນທັນວາ ປີ 2020 ໂຄງການ ການດັ່ງກ່າວນີ້ໄດ້ສິ້ນສຸດລົງ, ເຮັດໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ບໍ່ສາມາດປະຕິບັດວຽກງານໄດ້ ຄືເກົ່າ ຍ້ອນປະສົບບັນຫາຂາດເຂີນ ງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.