ເກົາຫລີໃຕ້ ສັມປະທານ ສ້າງຣີສອດ ຄົບວົງຈອນ
2022.11.17
ໃນໄລຍະບໍ່ດົນມານີ້ ກະຊວງ ປ້ອງກັນຄວາມສງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ອນຸຍາດໃຫ້ບໍຣິສັດ ໂອຣຽນໂຕ ເພິຣ໌ລ (Oriental Pearl) ຂອງນັກລົງທຶນ ຊາວເກົາຫລີໃຕ້ ນໍາໃຊ້ທີ່ດິນ ທີ່ກະຊວງປ້ອງກັນຄວາມສງົບ ຄຸ້ມຄອງ ຢູ່ບໍຣິເວນຫລັກ 62 ເມືອງໂພນໂຮງ ແຂວງວຽງຈັນ ເພື່ອພັທນາໂຄງການ ຣີສອດ ແບບຄົບວົງຈອນ ເປັນມູນຄ່າ ປະມານ 2.9 ຕື້ໂດລ້າຣ໌ ສະຫະຣັຖ ໃນເນື້ອທີ່ 1,200 ເຮັກຕ້າຣ໌ ຂະນະທີ່ ຊາວລາວກໍເຫັນວ່າ ເປັນເຣຶ່ອງທີ່ດີ ຍ້ອນວ່າ ທີ່ຜ່ານມາ ນັກລົງທຶນຊາວເກົາຫລີໃຕ້ ມັກເຮັດທຸຣກິຈແບບມີຄວາມຮັບຜິດຊອບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫລາຍກ່ວານັກລົງທຶນຈີນ.
ດັ່ງຊາວບ້ານ ຢູ່ບ້ານໃກ້ຄຽງ ຫລັກ 62 ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 17 ພຶສຈິກາ 2022 ນີ້ວ່າ:
“ພວກຣີສອດ ໂຮງແຮມ (ຂອງເກົາຫລີໃຕ້) ບໍ່ຄ່ອຍເຫັນ ແມ່ນໆ ເປັນຂອງຄົນຈີນ ຄົນຈີນຫລາຍ. ຄົນຈີນກັບເກົາຫລີ ສ່ວນຫລາຍນີ້ການກະເສຕນ່າ ສ້າງຣາຍໄດ້ໃຫ້ກັບຄົນແຖວໜູ່ບ້ານຫັ້ນແຫລະ ຮັບຈ້າງຣາຍວັນທົ່ວໄປ. ສ່ວນຫລາຍກະປະມານ 100,000 ກີບພຸ້ນລະ. ຖ້າເກົາຫລີຫວ່າ ບໍ່ຄ່ອຍເຫັນບັນຫາຫັ້ນນ່າ ເກົາຫລີນ່າ ສ່ວນຫລາຍເຫັນແຕ່ຄົນຈີນ ສ່ວນຫລາຍເຫັນແຕ່ຈີນ.”
ກ່ຽວກັບເຣຶ່ອງນີ້, ຊາວບ້ານ ຢູ່ຫລາຍບ້ານ ພາຍໃນເມືອງໂພນໂຮງ ແຂວງວຽງຈັນກໍເລົ່າວ່າ ທີ່ຜ່ານມາທາງການເກົາຫລີໃຕ້ ໄດ້ເຂົ້າມາຊ່ອຍທາງການລາວ ແລະ ພວກສ່ວນກ່ຽວຂ້ອງ ດໍາເນີນການພັທນາຄຸນພາບຊີວິຕ ຂອງປະຊາຊົນລາວ ໃນພື້ນທີ່ເຂດນອກ ພາຍໃນແຂວງວຽງຈັນຢ່າງຕໍ່ເນື່ອງ ສະນັ້ນ ພວກເຂົາເຈົ້າ ຈຶ່ງບໍ່ທັນໄດ້ມີຄວາມຮູ້ສຶກກັງວົນແນວໃດ ຖ້າຫາກວ່ານັກລົງທຶນຊາວເກົາຫລີໃຕ້ ຈະເຂົ້າມາເຮັດທຸຣກິຈພາຍໃນພື້ນທີ່.
ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງຂັ້ນແຂວງ ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແຫນ່ງ ທ່ານນຶ່ງກ່າວວ່າ:
“ສ່ວນຫລາຍແມ່ນຈາກເກົາຫລີ ເພິ່ນຈະມາເປັນໂຄງການພັທນາໜູ່ບ້ານ ແລ້ວໂຄງການໃຫຍ່ໆ ອາຈເປັນໂຄງການ ADB ເຂົ້າມາຂອງຣັຖບານເກົາຫລີແດ່ໂຄງການ ADB ຈະເປັນຂອງ ອອສເຕຣເລັຍ ສ່ວນຫລາຍເພິ່ນຈະເຂົ້າມາພັທນາໜູ່ບ້ານ ອາຈເປັນໂຄງການປູກຜັກບໍ່ ແລ້ວກໍ່ລ້ຽງງົວບໍ່ ລ້ຽງປາບໍ່ ປະມານນີ້ແຫລະ ມາລົງທຶນໃຫ້ປະຊາຊົນ ສ້າງຣາຍໄດ້ໃຫ້ກັບໂຕເອງ ໄປຈັ່ງຊີ້ນ່າ.”
ເຖິງແມ່ນວ່າໃນແຕ່ລະປີ ແຂວງວຽງຈັນ ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນຊາວເກົາຫລີໃຕ້ ແລະ ຊາວໄທຍຈໍານວນຫລາຍ ເດີນທາງມາທ່ອງທ່ຽວ ຢູ່ແຂວງວຽງຈັນ ແຕ່ຢ່າງໃດກໍ່ຕາມ ສໍາລັບທຸຣກິຈເຮືອນພັກ, ໂຮງແຮມ ລວມເຖິງພື້ນທີ່ເຮັດການກະເສຕ ສ່ວນຫລາຍຍັງເປັນການດໍາເນີນການ ຂອງກຸ່ມທຸຣກິຈຊາວຈີນ.
ດັ່ງເຈົ້າໜ້າທີ່ ປກສ ແຂວງວຽງຈັນຜູ້ບໍ່ປະສົງອອກຊື່ ແລະຕໍາແຫນ່ງ ທ່ານນຶ່ງ ກ່າວວ່າ:
“ຕອນນີ້ນ່າຈະເປັນຈີນ ຫລາຍກ່ອນ ມາລົງທຶນ ບາງທີຂະເຈົ້າກໍຢູ່ສວນມັນຕົ້ນ ຫລາຍຢ່າງ ແມ່ນ ສວນມັນຕົ້ນ ຍາງພາຣາ ຕ່າງປະເທດໜົດແຫລະຕອນນີ້ ຖ້າວ່າຣາຍໃຫຍ່ ກໍ່ແມ່ນຈີນ ໜ້າຈະແມ່ນໂຮງແຮມ ຂະເຈົ້າສ້າງໂຮງແຮມ ໂຄງການມັນແທ້ ເຮົາຫາກໍ່ຈັ່ງເຫັນພິທີເຊັ່ນສັນຍາແລ້ວ ເພິ່ນກໍແຈ້ງ ລົງຂ່າວແລ້ວ ວ່າມີໂຄງການ.”
ສໍາລັບເນື້ອທີ່ດິນ ທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢູ່ແຂວງວຽງຈັນ ໄດ້ອນຸຍາດໃຫ້ບໍຣິສັດ Oriental Pearl ຂອງນັກລົງທຶນ ຊາວເກົາຫລີໃຕ້ ດໍາເນີນການພັທນາໂຄງການ ຣີສອດ ແບບຄົບວົງຈອນນັ້ນ, ກ່ອນໜ້ານີ້ແມ່ນເປັນພື້ນທີ່ການກະເສຕ ທີ່ຢູ່ໃນການຄຸ້ມຄອງ ຂອງທາງການລາວ.
ດັ່ງຊາວບ້ານ ຢູ່ບ້ານສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ອືໆ ກໍມີຢູ່ໄດ້ ແຖວຫັ້ນກໍມີພື້ນທີ່ຫວ່າງຢູ່ ແຖວນັ້ນກໍມີແຕ່ເຣຶ່ອງການກະເສຕ ເປັນພວກ ຕົ້ນຍາງພາຣາຫລາຍ ສ່ວນຫລາຍຫັ້ນ.”
ມາຮອດປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການຈັດຕຣຽມເນື້ອທີ່ດິນ ສໍາລັບກໍ່ສ້າງພັທນາໂຄງການ ຣີສອດ ແບບຄົບວົງຈອນ ໄວ້ບາງສ່ວນແລ້ວ ເຊິ່ງສະຖານທີ່ດັ່ງກ່າວນີ້ ມີທີ່ຕັ້ງບໍ່ໄກຈາກສະຖານນີຣົຖໄຟ ລາວ-ຈີນ ພໍເທົ່າໃດ.
ດັ່ງເຈົ້າຂອງເຮືອນພັກ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ນາງນຶ່ງກ່າວວ່າ:
“ແມ່ນໆ ໃກ້ໆເມືອງໂພນໂຮງ ຂອງຂ້ອຍຢູ່ໃຈກາງໂຕເມືອງນີ້ແຫລະ ມໍ່ໆ ກັນນີ້ແຫລະ. ເພິ່ນຊິສ້າງ ຣີສອດເກົາຫລີບໍ່. ອໍ ຄືເຫັນເພິ່ນ ແບບວ່າປັກເດີ່ນ ແລ້ວລະນ່າສໍາເຣັດແລ້ວ ກະບໍ່ຖືກເດ້ ເພາະວ່າເອື້ອຍກໍບໍ່ໄດ້ໄປເຫັນເນາະ ມີແຕ່ວ່າ ລູກສາວເພິ່ນໄປສົ່ງແຂກ ເພິ່ນໄປສົ່ງແຂກ ແລ້ວເພິ່ນເຫັນ ເພິ່ນວ່າ
ໂອ້ ເຂົາປັກເດີ່ນ ປັກສະຖານທີ່ກ້ວາງແລ້ວ ວ່າຊັ້ນ.”
ການພັທນາ ໂຄງການຣີສອດ ແບບຄົບວົງຈອນ ດັ່ງກ່າວນີ້ ຫາກໍໄດ້ຮັບອານຸຍາດ ໃຫ້ດໍາເນີນການ ເພື່ອຮັບຮອງນັກທ່ອງທ່ຽວ ແລະ ຄາດວ່າ ຈະມີການດໍາເນີນການກໍ່ສ້າງ ຢ່າງເປັນທາງການ ໃນໄລຍະທ້າຍປີ 2022 ຫລື ຕົ້ນປີ 2023 ນີ້.
ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງແຂວງ ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແຫນ່ງ ຜູ້ດຽວກັນນີ້ ກ່າວວ່າ:
“ພຽງແຕ່ວ່າເຂົາເຊັນອານຸຍາດໃຫ້ສ້າງ ແຕ່ວ່າເຂົາຊິເຣີ່ມສ້າງປີໃດຫັ້ນນ່າ ເພິ່ນຍັງບໍ່ປະເມີນເທື່ອເນາະ. ໂຕນັ້ນ ອາຈເປັນຕົ້ນປີ 2023 ບໍ່ ຫລືວ່າອາຈເປັນທ້າຍປີນີ້ເນາະ ກໍຍັງບໍ່ຮູ້ ພຽງແຕ່ວ່າ ເຊັ່ນອານຸຍາດໃຫ້ແລ້ວເນາະ.”
ພິທີເຊັນສັນຍາ ວ່າດ້ວຍການເຫັນດີ ອານຸຍາດນໍາໃຊ້ທີ່ດິນຣັຖ ທີ່ກະຊວງປ້ອງກັນຄວາມສງົບ ຄຸ້ມຄອງ ດັ່ງກ່າວນີ້ ບໍຣິສັດເຈົ້າຂອງໂຄງການ ໄດ້ສົ່ງບົດສເນີ ເຖິງຣັຖບານລາວ ແຕ່ປີ 2015 ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື Memorandum Of Understanding (MOU) ໃນເດືອນກຸມພາ ປີ 2016 ຈົນຮອດເດືອນຕຸລາ 2022 ທັງສອງຝ່າຍຈຶ່ງໄດ້ກ່າວສູ່ຂໍ້ຕົກລົງ ເພື່ອພັທນາ ໂຄງການດັ່ງກ່າວ. ທັງນີ້ຜູ້ພັທນາ ໂຄງການ ຈະດໍາເນີນການກໍ່ສ້າງ ຕົວເມືອງໃໜ່, ສະຖານທີ່ທ່ອງທ່ຽວ ແລະ ສູນບໍຣິການ ຄົບວົງຈອນ ໂດຍມີເປົ້າໜາຍ ເພື່ອສົ່ງເສີມການພັທນາເສຖກິຈ ແລະ ສ້າງລາຍໄດ້ ໃຫ້ແກ່ຊົມຊົນທ້ອງຖິ່ນ ໂດຍສະເພາະ ພໍ່ແມ່ປະຊາຊົນ ແລະນັກທຸຣກິຈ ທີ່ຢູ່ອາສັຍ ພາຍໃນຂົງເຂດເມືອງໂພນໂຮງ ແຂວງວຽງຈັນ.