ຣັຖບານລາວ ເຮັດແຜນການຟື້ນຟູປ່າໄມ້ ສະບັບໃໝ່ ທີ່ມີເປົ້າໝາຍ ຈະເຮັດໃຫ້ປ່າໄມ້ ປົກຫຸ້ມພື້ນທີ່ ຂອງປະເທດໃຫ້ໄດ້ 70% ໃນປີ 2035 ຍ້ອນວ່າ ແຜນການຟື້ນຟູປ່າໄມ້ ແຕ່ປີ 2016-2020 ທີ່ວ່າຈະເຮັດໃຫ້ໄດ້ 70% ໃນປີ 2020 ທີ່ຜ່ານມານັ້ນລົ້ມແຫລວ.
ທາງການລາວ ປະກາດວ່າ ໃນທົ່ວປະເທດລາວ ຍັງເຫລືອເນື້ອທີ່ປ່າໄມ້ ປົກຫຸ້ມພຽງແຕ່ 68% ເທົ່ານັ້ນ, ອີງຕາມການຣາຍງານ ຂອງກະຊວງກະສິກໍາ ແລະປ່າໄມ້ ເມື່ອກາງປີ 2019, ແຕ່ໃນຄວາມເປັນຈິງ ຫລາຍຄົນເວົ້າວ່າ ປ່າໄມ້ ຢູ່ລາວຍັງເຫລືອໜ້ອຍ ກວ່າທີ່ທາງການລາວ ເວົ້ານັ້ນຫລາຍ ເຖິງຈະມີຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸຣະກິຈໄມ້ ເພື່ອຫລຸດຜ່ອນ ການລັກຕັດໄມ້ ລົງມາໄດ້ຫລາຍປີແລ້ວ ກໍຕາມ.
ຣັຖບານລາວ ໄດ້ກຽມຮ່າງຍຸທສາຕປ່າໄມ້ ສບັບໃໝ່ ເພື່ອສເນີຕໍ່ສະພາແຫ່ງຊາຕ ໃຫ້ຮັບຮອງເອົາ ໂດຍມີເປົ້າໝາຍ ຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຄືໄດ້ເລື່ອນອອກໄປຕື່ມອີກ 13 ປີ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ຜູ້ຂໍສງວນຊື່ ແລະສຽງ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີໃນມື້ວັນທີ 17 ພຶສຈິການີ້. ທ່ານກ່າວວ່າ “ກ່ຽວກັບຮ່າງຍຸທສາຕ ປ່າໄມ້ໂຕນີ້ ຈະມີການຮ່າງຂຶ້ນມາກ່ອນ ແລ້ວຈະປະຊຸມກັນ. ຈະມີການກວດແກ້, ດັດແປງອີ່ຫຍັງຕ່າງໆ ເພື່ອສເນີ ຕໍ່ສະພາຕາມຂັ້ນຕອນ ເມື່ອເພິ່ນອະນຸມັດແລ້ວ ຈັ່ງຈະສາມາດ ນໍາໃຊ້ໄດ້.”
ຮ່າງຍຸທສາຕ ປ່າໄມ້ສບັບໃໝ່ນີ້ ມີຫລາຍພາກສ່ວນ ທັງພາຍໃນ ແລະສາກົລ ໃຫ້ການສນັບສນຸນ ທັງເຣື່ອງກົດໝາຍ ແລະເຕັກນິກສມັຍໃໝ່ ເພື່ອຊ່ອຍໃຫ້ການປູກຕົ້ນໄມ້, ການຟື້ນຟູ ແລະການຄຸ້ມຄອງ ປ່າໄມ້ ເປັນຮູບປະທັມ ແລະຍືນຍົງ ຢ່າງແທ້ຈິງ.
ອົງການຮ່ວມມື ສາກົລ ຂອງຍີ່ປຸ່ນ ຫລື JICA ປະຈໍາລາວ ກໍເປັນອົງການນຶ່ງ ທີ່ຈະເຂົ້າມາຊ່ອຍ ຣັຖບານລາວ ໃຫ້ໄດ້ຕາມເປົ້າໝາຍ ທີ່ໄດ້ກໍານົດໄວ້ ໂດຍຈະພະຍາຍາມ ສນັບສນູນ ການຫລຸດຜ່ອນ ການຕັດໄມ້-ທໍາລາຍປ່າ ຢູ່ລາວ ເພື່ອປະກອບສ່ວນ ເຂົ້າໃນການແກ້ໄຂ ເຣື່ອງການປ່ຽນແປງ ຂອງສະພາບດິນຟ້າ ອາກາດ ຢູ່ໃນໂລກ. ສ່ວນຫລາຍ, ອົງການ JICA ຈະຊ່ອຍເຣື່ອງນະໂຍບາຍ ມະຫາພາກ ຫລາຍກວ່າ ດັ່ງເຈົ້າໜ້າທີ່ ອົງການຮ່ວມມືສາກົລ ຂອງຍີ່ປຸ່ນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ສຣີ ໃນມື້ດຽວກັນນີ້ວ່າ:
“ໂຄງການຂອງ JICA ນີ້ແມ່ນສນັບສນຸນ ເຣື່ອງນະໂຍບາຍ ຊິເປັນມະຫາພາກຫລາຍກວ່າ Forest Strategy 2035 ແຕ່ຕອນນີ້ຍັງບໍ່ໄດ້ approved ຈາກຣັຖບານເທື່ອ. Recovery ໃຫ້ມັນໄດ້ 70% ພານໃນປີ 2035.”
ກ່ຽວກັບເຣື່ອງປ່າໄມ້ ປົກຫຸ້ມໃນລາວນີ້ ຊາວບ້ານ ຢູ່ແຂວງອັດຕະປື ຜູ້ນຶ່ງ ເວົ້າໂດຍອີງໃສ່ຄໍາເຫັນ ຂອງປະຊາຊົນລາວ ຈໍານວນນຶ່ງວ່າ ເນື້ອທີ່ປ່າໄມ້ ປົກຫຸ້ມໃນປະເທດລາວ ກໍາລັງຫລຸດໜ້ອຍລົງ ນໍາທຸກມື້ ຍ້ອນທາງການລາວ ທັງຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ ໃຫ້ບໍຣິສັດເອກຊົນ ທັງພາຍໃນ ແລະຕ່າງປະເທດ ເຊົ່າ, ສັມປະທານ ທີ່ດິນ ທີ່ມີປ່າໄມ້ ສ້າງໂຄງການຕ່າງໆ ທັງໂຄງການຂນາດໃຫຍ່ ແລະຂນາດນ້ອຍ ປູກພືດເສຖກິຈ. ໂຄງການເຫລົ່ານັ້ນ ໄດ້ຕັດໄມ້ທໍາລາຍປ່າ ອອກໄປຈົນເກືອບ ບໍ່ຍັງເຫລືອ ເຮັດໃຫ້ເນື້ອທີ່ປ່າໄມ້ ຫລຸດໜ້ອຍລົງ ໃນໄລຍະຫລາຍປີ ທີ່ຜ່ານມານີ້.
ທ່ານເວົ້າວ່າ ດຽວນີ້ ທັງເນື້ອທີ່ປ່າໄມ້ ແລະເນື້ອທີ່ເປົ່າຫວ່າງ ເກືອບຈະບໍ່ຍັງເຫລືອແລ້ວ.
“ມີແຕ່ວຽດເຂົ້າມາລົງທຶນນີ້ ບໍ່ແມ່ນໜ້ອຍໆໄດ໋ ທາງອັດຕະປືນີ້ ປູກກ້ວຍນີ້, ຮ໋ວຍ ນັບເປັນພັນເຮັກຕ້າຣ໌ ໄມ້ກໍບໍ່ມີແລ້ວດຽວນີ້ ໄມ້ດູ່ ໄມ້ຫຍັງກະບໍ່ມີແລ້ວ ດິນຈົນວ່າບໍ່ມີບ່ອນເປົ່າຫວ່າງ.”
ຊາວບ້ານອີກຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກໍເວົ້າວ່າ ບໍ່ເຫັນຄວາມຍືນຍົງ ຂອງປ່າໄມ້ໃນລາວ ອີກແລ້ວ ຍ້ອນມາເຖິງຂະນະນີ້ ກໍບໍ່ມີເນື້ອທີ່ປ່າໄມ້ ຫລົງເຫລືອຢູ່ຫລາຍແລ້ວ, ທັງເນື້ອທີ່ປ່າໄມ້ ແລະເນື້ອທີ່ດິນ ກໍຖືກສັມປະທານໄປ ເປັນຈໍານວນຫລວງຫລາຍ ເຮັດໃຫ້ຊາວບ້ານບາງເຂດ ບໍ່ມີຮອດດິນທໍາການຜລິດ ກະສິກັມ.
“ມັນກະໝົດແລ້ວ ດິນກະໝົດແລ້ວ ໄມ້ກະໝົດແລ້ວ ແລ້ວບໍຣິສັດເພິ່ນ ກະມາບຸກເບີກ ບຸກລຸກໝົດ ບໍ່ມີບ່ອນອາສັຍກິນຫັ້ນນ່າ ມັນກະສັບສົນ.”
ເຈົ້າໜ້າທີ່ ທີ່ເຮັດວຽກດ້ານສິ່ງແວດລ້ອມ ໃຫ້ທັດສະນະ ກ່ຽວກັບເຣື່ອງ ຍຸທສາຕຟື້ນຟູປ່າໄມ້ໃໝ່ ຂອງຣັຖບານລາວວ່າ ຍັງຂ້ອນຂ້າງຂັດແຍ່ງກັນ ກັບແຜນພັທນາເສຖກິຈ-ສັງຄົມ ຂອງປະເທດຢູ່ ເນື່ອງຈາກແຜນພັທນາ ເສຖກິຈ-ສັງຄົມນັ້ນ ຍັງຕ້ອງການໃຊ້ເນື້ອທີ່ປ່າໄມ້ ແລະເນື້ອທີ່ເປົ່າຫວ່າງ ເປັນຈໍານວນຫລວງຫລາຍ ເພື່ອພັທນາໂຄງການຂນາດໃຫຍ່ ຊຶ່ງສົ່ງຜົນເຮັດໃຫ້ປ່າໄມ້ໃນລາວ ຈະຕ້ອງຖືກຕັດ-ທໍາລາຍ ໄປອີກຫລາຍ. ໃນນັ້ນມີທັງການສ້າງເຂື່ອນໄຟຟ້າ, ການຂຸດຄົ້ນບໍ່ແຮ່, ການກໍ່ສ້າງເສັ້ນທາງ, ໂຮງຈັກໂຮງງານ ອຸດສາຫະກັມ ແລະອື່ນໆ.
ດັ່ງທີ່ທ່ານກ່າວວ່າ:
“ຍົກຕົວຢ່າງວ່າ ການກໍ່ສ້າງເຂື່ອນຕ່າງໆ ແຕ່ວ່າມັນມາຂັດເຣື່ອງ ການປົກຫຸ້ມຂອງເນື້ອທີ່ປ່າໄມ້. ໂຄງການຕ່າງໆເພິ່ນກະເລັ່ງໃສ່ ການອະນຸຮັກ, ການຮັກສາ, ປົກປັກຮັກສາ ໂຕນີ້ ເຮົາກະມັນໄດ້ຮັບຜົນວ່າຊັ້ນສາ. ໂຄງການກໍ່ສ້າງພື້ນຖານ ໂຄງຮ່າງຫັ້ນນ່າ.”
ທ່ານເວົ້າຕື່ມວ່າ ໃນໄລຍະທີ່ຜ່ານມາ ການຄຸ້ມຄອງເນື້ອທີ່ປ່າໄມ້ ແລະການຟື້ນຟູປ່າໄມ້ ກໍເຮັດໄດ້ບໍ່ພໍເທົ່າໃດ ຍ້ອນໜ່ວຍງານຣັຖ, ພາກປະຊາສັງຄົມ ບໍ່ມີຄວາມເຂັ້ມແຂງພໍ, ເຮັດບໍ່ຕໍ່ເນື່ອງ ແລະການປະສານງານກັນ ກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ເພາະສະນັ້ນແລ້ວ ເປົ້າໝາຍທີ່ວ່າ ຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ນັ້ນ ຈຶ່ງຍັງເປັນສິ່ງທ້າທາຍ ຫລາຍສົມຄວນ.
ໃນປີ 2022 ນີ້ ກະຊວງກະສິກັມ ແລະປ່າໄມ້ ໄດ້ຕັ້ງເປົ້າໝາຍ ເອົາໄວ້ວ່າ ຈະເຮັດໃຫ້ປ່າໄມ້ 3 ປະເພດ ຄື ປ່າປ້ອງກັນ, ປ່າຜລິດ ແລະປ່າສງວນ ໃຫ້ໄດ້ 37 ພັນປາຍເຮັກຕ້າຣ໌ ໃນທົ່ວປະເທດ ໂດຍປູກທົດແທນປ່າໄມ້ ທີ່ໄດ້ຖືກທໍາລາຍໄປຫລາຍ ຈາກການລັກລອບຕັດໄມ້ ແລະຖືກໂຄງການ ພັທນາຕ່າງໆກວມເອົາ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີຣາຍງານ ເຖິງຄວາມຄືບໜ້າ ກ່ຽວກັບເຣື່ອງດັ່ງກ່າວນັ້ນເທື່ອ.
ເມື່ອວັນທີ 1 ພຶສຈິກາ 2021 ຜູ້ນໍາ 128 ປະເທດທົ່ວໂລກ ທີ່ເຂົ້າຮ່ວມກອງປະຊຸມ ຣັຖພາຄີ ຂອງອະນຸສັນຍາສະຫະ ປະຊາຊາຕ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ຫລື COP26 ຢູ່ເມືອງກລາສໂກ ປະເທດສະກັອດແລັນ ສະຫະຣາຊອານາຈັກ ອັງກິດ. ໃນນັ້ນ ໄດ້ມີການລົງນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະຢຸດການຕັດໄມ້ທໍາລາຍປ່າ ແລະຟື້ນຟູປ່າໄມ້ ທີ່ຖືກທໍາລາຍ ແລະຟື້ນຟູດິນ ທີ່ເສື່ອມໂຊມ ໃຫ້ໄດ້ພາຍໃນປີ 2030, ແຕ່ຣັຖບານລາວ ຍັງບໍ່ຮ່ວມລົງນາມ ໃນອະນຸສັນຍານັ້ນ ໂດຍອ້າງວ່າ ລາວຍັງເປັນປະເທດ ດ້ອຍພັທນາ ແລະຍັງຕ້ອງການ ພັທນາເສຖກິຈ-ສັງຄົມ ໃຫ້ຂຍາຍຕົວຂຶ້ນ ຊຶ່ງຫລາຍຄົນເວົ້າວ່າ ຣັຖບານລາວ ຍັງຈໍາເປັນຕ້ອງນຳໃຊ້ປ່າໄມ້ ເປັນຈໍານວນຫລວງຫລາຍ ຢູ່ຕໍ່ໄປ.