ນຶ່ງປີ ເສັ້ນທາງຣົຖໄຟ ລາວ-ຈີນ ປະຊາຊົນ ໄດ້ຄ່າຊົດເຊີຽ ບໍ່ຄົບ

ສຸພັດຕາ
2022.11.09
ນຶ່ງປີ ເສັ້ນທາງຣົຖໄຟ ລາວ-ຈີນ ປະຊາຊົນ ໄດ້ຄ່າຊົດເຊີຽ ບໍ່ຄົບ ຜູ້ໂດຍສານຣົຖໄຟລາວ-ຈີນ ກຳລັງລໍຖ້າເດີນທາງ ຢູ່ດ້ານໜ້າ ສະຖານີແຫ່ງນຶ່ງ, ພຶສພາ ປີ 2022.
RFA

ທາງຣົຖໄຟ ລາວ-ຈີນ ກໍເປີດມາໄດ້ເກືອບ 1 ປີແລ້ວ ແຕ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ມາຮອດປັດຈຸບັນ ກໍຍັງມີຊາວບ້ານ ອີກຈໍານວນນຶ່ງ ທີ່ຍັງລໍຖ້າເງິນອີກສ່ວນນຶ່ງ ຈາກໂຄງການດັ່ງກ່າວ ຍ້ອນໃນໄລຍະທີ່ຜ່ານມາ ທາງໂຄງການ ຍັງຈ່າຍຄ່າຊົດເຊີຽໃຫ້ ບໍ່ທັນຄົບຖ້ວນເທື່ອ ເຊິ່ງໃນທຸກມື້ນີ້ ຊາວບ້ານຜູ້ໄດ້ຮັບຜົລກະທົບ ກໍຍັງລໍຖ້າຢູ່ເລື້ອຍໆ ແຕ່ບໍ່ຮູ້ວ່າ ຈະໄດ້ເງິນຊົດເຊີຽທີ່ເຫຼືອນັ້ນໃນມື້ໃດແທ້.

ດັ່ງຊາວບ້ານ ຢູ່ເມືອງໄຊ ແຂວງອຸດົມໄຊ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 9 ພຶສຈິກາ 2022 ນີ້ວ່າ:

“ບໍ່ ບໍ່ມີ ບໍ່ໄດ້ແຈ້ງຫຍັງ ກະບໍ່ຮູ້ແຫຼະ ຄືວ່າຍັງປະມານ ລ້ານປາຍກີບນີ້ແຫຼະ ແບ່ງໄປໃຫ້ ທາງຣົຖໄຟກະແບ່ງໄປແລ້ວເນາະ ແຕ່ວ່າ ໄດ້ເງິນມາແຕ່ 6,000,000 ລ້ານປາຍກີບ ລະຍັງລ້ານປາຍ ປະມານນີ້ແຫຼະ ກະລໍຖ້າຢູ່.”

ຊາວບ້ານ ຢູ່ເມືອງໄຊ ແຂວງອຸດົມໄຊ ນາງນຶ່ງ ທີ່ຍັງບໍ່ທັນໄດັຮັບຄ່າຊົດເຊີຽ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 31 ມິນາ 2022 ວ່າ ຊາວບ້ານທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຽເຕັມຈໍານວນ ເທື່ອນັ້ນ ສ່ວນຫຼາຍ ແມ່ນຖືກຜົລກະທົບ ຈາກການກໍ່ສ້າງທາງຊອຍ ເຂົ້າຫາບ່ອນກໍ່ສ້າງທາງຣົຖໄຟ ແລະອື່ນໆ:

ຂອງເອື້ອຍກະຍັງບໍ່ໝົດເທື່ອ ບໍ່ຫຼາຍແລ້ວ ຍັງປະມານລ້ານປາຍກີບ ຕອນນັ້ນ ດິນເອື້ອຍມັນບໍ່ມີທາງ ແລ້ວກະທາງຣົຖໄປມາ ແລ້ວກະຖືກໂຄງການທາງຣົຖໄຟ ເຂົາເຈົ້າຈ່າຍໄປແລ້ວ ແບບຄວາມໝາຍວ່າ ເຂດແດງເຂົາເຈົ້າຈ່າຍແລ້ວ ຍັງເຂດເຫຼືອງວ່າຊັ້ນ.”

ຊາວບ້ານອີກຄົນນຶ່ງ ໃນແຂວງອຸດົມໄຊ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽ ເຊັ່ນດຽວກັນນັ້ນ ກໍກ່າວໃນວັນທີ 6 ເດືອນເມສາ ທີ່ຜ່ານມາວ່າ ກໍມີຄວາມເດືອດຮ້ອນຫຼາຍ ບໍ່ວ່າຈະເປັນເຣື່ອງບ່ອນຢູ່ອາສັຍ ແລະ ບ່ອນທຳມາຫາກິນ ຊຶ່ງທ່ານ ກໍໄດ້ຂໍໃຫ້ຄະນະໄກ່ເກັ່ຽ ຈ່າຍເງິນຄ່າຊົດເຊີຽໃຫ້ຍິ່ງໄວເທົ່າໃດຍິ່ງດີ.

ດັ່ງທ່ານກ່າວວ່າ:

ເປັນການຊົດເຊີຽໃຫ້ແດ່ ມັນເສັຽຫາຍ 2-3 ປີມານີ້ ຍັງບໍ່ໄດ້ຮັບຄ່າຊົົດເຊີຽຫຍັງເລີຍນີ່ ຢາກສເນີ ຢາກເໜັ້ນໜັກໃຫ້ທັງຫ້ອງການ ຫຼືໃຫ້ທາງເມືອງ ທາງແຂວງ ໃຫ້ເຂົາເອົາໃຈໃສ່ຕື່ມໜ້ອຍນຶ່ງຫັ້ນແຫຼະ.

ໃນຂະນະດຽວກັນ ຣັຖບານລາວ ແລະຣັຖບານຈີນ ກໍໄດ້ຮ່ວມມືກັນ ຈັດໂຄງການ ບັນທຶກຄວາມຮັກແພງ ຕາມເສັ້ນທາງ ຣົຖໄຟ ລາວ-ຈີນ ເນື່ອງໃນໂອກາດ ທີ່ເປີດນໍາໃຊ້ເສັ້ນທາງຣົຖໄຟ ລາວ-ຈີນ ໃກ້ຈະຄົບຮອບ 1 ປີ, ໂດຍຈະນໍາພານັກຂຽນ, ນັກປະພັນ, ຊ່າງຖ່າຍຮູບ, ນັກແຕ້ມຮູບ ແລະນັກຂ່າວ ທັງໝົດ 30 ຄົນ ເດີນທາງດ້ວຍຣົຖໄຟ ລາວ-ຈີນ ໄປຍັງແຂວງຕ່າງໆ ເພື່ອຮິິບໂຮມຂໍ້ມູນ ກ່ຽວກັບການປ່ຽນແປງ ທາງດ້ານຄວາມເປັນຢູ່ ຂອງປະຊາຊົນ ທີ່ຢູ່ຕາມເສັ້ນທາງຣົຖໄຟ ລາວ-ຈີນ ມາປະດິດ ຄິດແຕ່ງເປັນຜົລງານ ເພື່ອປະກາດຜ່ານສື່, ຊ່ອງທາງຕ່າງໆ, ອີງຕາມການຣາຍງານ ຂອງສື່ມວນຊົນລາວ ໃນວັນທີ 8 ພຶສຈິກ ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.