ຄຸ້ມຄອງ ເນື້ອທີ່ປ່າປົກຫຸ້ມ ເປັນບັນຫາທ້າທາຍ ໃຫ້ຣັຖບານ
2022.11.23
ພື້ນທີ່ປ່າໄມ້ ຖືກທຳລາຍ ແລະເຊື່ອມໂຊມ ສເລັ່ຽປະມານ 72,000 ເຮັກຕ້າຣ໌ຕໍ່ປີ ໃນໄລຍະປີ 2005-2015 ຜ່ານມາ ອີງຕາມການຣາຍງານຂອງ ກະຊວງກະສິກັມແລະປ່າໄມ້ ເມື່ອເດືອນກຸມພາ ປີ 2020.
ໃນປີ 2020 ພື້ນທີ່ປ່າໄມ້ໃນລາວ ໄດ້ຮັບຄວາມເສັຽຫາຍ ຈາກພັຍທັມມະຊາຕ ຮວມທັງໝົດ 209,682 ເຮັກຕ້າຣ໌ ແລະເສັຽຫາຍຫລາຍກວ່າໝູ່ ແມ່ນຢູ່ແຂວງອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ, ຫລວງພຣະບາງແລະໄຊຍະບູລີ ສ່ວນໃນປີ 2021 ຍັງບໍ່ມີການຣາຍງານເທື່ອ.
ກ່ຽວກັບເຮື່ອງນີ້ ເຈົ້າໜ້າທີ່ ເຮັດວຽກກ່ຽວກັບການຄຸ້ມ ຄອງປ່າໄມ້ທ່ານນຶ່ງກ່າວວ່າ ໄລຍະຜ່ານມາ ການຮີບໂຮມຂໍ້ມູນພື້ນທີ່ປ່າໄມ້ ທີ່ສູນເສັຽໃຫ້ກັບໂຄງ ການພັທນາຕ່າງໆ ໃນທົ່ວປະເທດ ຍັງບໍ່ມີການສັງລວມຂໍ້ມູນ ເປັນຮູບປະທັມເທື່ອ.
ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ປີ 2022 ນີ້ວ່າ:
“ເພີ່ມຂຶ້ນບໍ ແຕ່ລະປີຈັກເປີເຊັນ ແລ້ວລຸດລົງແຕ່ ລະປີຈັກເປີເຊັນຫັ້ນ ກໍຍຸ້ງຍາກທ້າທາຍ ຂະເຈົ້າຫັ້ນແຫລະ ໄທເຮົາກໍຈະມີຢູ່ປູກປ່າ ແຕ່ລະປີ ແຕ່ເຮົາບໍ່ມີຂໍ້ມູນວ່າ ແຕ່ປີມັນທຳລາຍໄປໜ້ອຍຫລາຍ ຊ່ຳໃດ ຢູ່ບັນດາໂຄງການຄື ໄຟຟ້າເບາະ ໂຄງການເຮັດທາງເບາະ ຈັ່ງຊີ້່ຫັ້ນນ່າ ໄທເຮັາບໍ່ຮູ້ຊ້ຳ.”
ທ່ານກ່າວຕື່ມວ່າ ກະຊວງກະສິກັມ ແລະປ່າໄມ້ ໄດ້ມີການຣາຍງານ ເຮື່ອງປູກປ່າ ແລະຟື້ນຟູປ່າໄມ້ທົ່ວປະເທດ ເປັນປະຈຳທຸກປີ ໂດຍໃນປີ 2020 ສາມາດປູກປ່າໄດ້ ປະມານ 7,762 ເຮັກຕ້າຣ໌, ຟື້ນຟູປ່າໄມ້ໄດ້ປະມານ 73,109 ເຮັກຕ້າຣ໌ ໃນປີ 2021 ສາມາດປູກປ່າ ໄດ້ປະມານ 19,973 ເຮັກຕ້າຣ໌ ຟື້ນຟູປ່າໄມ້ໄດ້ປະມານ 61,450 ເຮັກຕ້າຣ໌.
ໂດຍການປູກປ່າ ແລະຟື້ນຟູປ່າໄມ້ ໃນແຕ່ລະແຂວງ ກໍຈະປູກຢູ່ໃນ 3 ປະເພດປ່າ ຄື ປ່າສງວນ, ປ່າປ້ອງກັນ ແລະປ່າຜລິດ ທີ່ຖືກທຳລາຍ ແລະເຊື່ອມໂຊມ, ແຕ່ສຳລັບພື້ນທີ່ ປ່າໄມ້ທີ່ຖືກທຳລາຍ ຍ້ອນການພັທນາ ເປັນຕົ້ນ ການສ້າງເຂື່ອນໄຟຟ້າ ສ້າງເສັ້ນທາງ ແລະການຂຸດຄົ້ນແຮ່ທາດ ທີ່ຖືກທຳລາຍໄປນັ້ນ ບໍ່ໄດ້ມີການຮີບໂຮມຂໍ້ມູນວ່າ ສູນເສັຽໄປຫລາຍປານໃດ ໃນແຕ່ລະປີ.
ກະຊວງກະສິກັມ ແລະປ່າໄມ້ ຄາດຄະເນວ່າ ແຂວງໃດມີການປູກປ່າ ແລະຟື້ນຟູປ່າໄມ້ ຫລາຍກວ່າໝູ່ໃນແຕ່ລະປີ ສະທ້ອນໃຫ້ເຫັນວ່າ ແຂວງເຫລົ່ານັ້ນ ມີພື້ນທີ່ປ່າໄມ້ຖືກທຳລາຍ ແລະເຊື່ອມໂຊມ ຫລາຍທີ່ສຸດ.
ເປັນຕົ້ນ ໃນປີ 2021 ຜ່ານມາ ແຂວງສາຣະວັນ ປູກປ່າແລະຟື້ນຟູປ່າໄມ້ ໂດຍລວມໄດ້ປະມານ 17,813 ເຮັກຕ້າຣ໌ ແລະແຂວງອັດຕະປື ມີການປູກປ່າ ແລະຟື້ນຟູປ່າໄມ້ ໄດ້ໂດຍລວມປະມານ 12,344 ເຮັກຕ້າຣ໌ ເປັນການສທ້ອນໃຫ້ເຫັນວ່າ ທັງ 2 ແຂວງ ມີພື້ນທີ່ປ່າໄມ້ ຖືກທຳລາຍ ແລະເຊື່ອມໂຊມ ຫລາຍກວ່າ ແຂວງອື່ນໆ
ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ທ່ານນຶ່ງເວົ້າວ່າ ແຕ່ລະປີຈະມີໂຄງການ ຕ່າງໆ ປະມານ 10-15 ໂຄງການທີ່ໄດ້ຮັບ ສັມປະທານທີ່ດິນ ແລະປ່າໄມ້ຈາກ ທາງການລາວ ຂັ້ນກາງແລະຂັ້ນທ້ອງຖິ່ນ ຊື່ງໂຄງການເຫລົ່ານັ້ນ ກໍຈຳເປັນຕ້ອງທຳລາຍປ່າໄມ້ ເປັນຈຳນວນຫລາຍພັນ ເຮັກຕ້າຣ໌ ແຕ່ບໍ່ມີການຣາຍງານວ່າ ເມື່ອທຳລາຍປ່າໄມ້ເຫລົ່ານັ້ນໄປແລ້ວ ໄດ້ມີການປູກປ່າ ທົແທນຄືນແນວໃດ.
ສະນັ້ນ ເຮື່ອງການຄຸ້ມຄອງປ່າໄມ້ ຈາກໂຄງການພັທນາຕ່າງໆ ຍັງເປັນເຮື່ອງທີ່ຫຍຸ້ງຍາກ ຫລາຍ ພ້ອມທັງກົດໝາຍລາວ ບໍ່ໄດ້ກຳນົດວ່າ ໃຫ້ພາກສ່ວນໃນຂແນງປ່າໄມ້ ມີສ່ວນກ່ຽວຂ້ອງໃນການກວດກາ ໂຄງການພັທນາ ຂອງຣັຖບານ ແຕ່ຢ່າງໃດ.
ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
“ຂະເຈົ້າໄປຂຸດຄົ້ນຂຸດບໍ່ແຮ່ຫັ້ນ ກະຫລາຍຢູ່ເນາະ ແຕ່ວ່າ ການລົງຕິດຕາມຂະເຈ້າຫັ້ນ ກະບໍ່ມີນ່າ ຢູ່ຂແນງເຮົານີ້ນ່າ ມັນຂາດງົປມານ ຊີ່ໄປກໍບໍ່ມີງົບ ໄລຍະຜ່ານມານີ້ ກະມີບໍຣິສັດຽວບໍ ຕອບສນອງງົປມານ ເຂົ້າຊຸກຍູ້ ກ່ຽວກັບເຮື່ອງການປູກໄມ້ທົດແທນຄືນ ຫັ້ນນ່າເນາະ ມີແຕ່ໂຕດຽວ ຫັ້ນແຫລະ ອັນອື່ນບໍ່ມີແລ້ວ.”
ສ່ວນຢູ່ແຂວງບໍຣິຄຳໄຊ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ທ່ານນຶ່ງ ຢູ່ ແຂວງບໍຣິຄຳໄຊ ກ່າວວ່າ ເມື່ອປີ 2021 ຜ່ານມາ ແຂວງບໍຣິຄຳໄຊໄດ້ປູກປ່າ ແລະຟື້ນຟູປ່າໄມ້ໄດ້ ໂດຍລວມປະມານ 4,195 ເຮັກຕ້າຣ໌ ຊື່ງຢູ່ໃນລະດັບທີ່ຕ່ຳຫລາຍ ເມື່ອທຽບໃສ່ແຂວງອື່ນໆ ປັດຈຸສຳຄັນ ຍ້ອນວ່າ ໂຄງການພັທນາ ໃນແຂວງມີໜ້ອຍ ເຮັດໃຫ້ພື້ນທີ່ປ່າໄມ້ ບໍ່ຖືກທຳລາຍ ແລະເຊື່ອມໂຊມຫລາຍ.
ນອກຈາກນີ້ ທາງການແຂວງ ຍັງມີການປູກປ່າທົດແທນ ແລະສົ່ງເສີມໃຫ້ຊາວບ້ານ ທຸກໆເມືອງ ມີສ່ວນສຳຄັນໃນການປູກປ່າ ແລະຟື້ນຟູປ່າໄມ້ ເພື່ອບໍ່ໃຫ້ລຸດໜ້ອຍລົງ.
ດັ່ງທ່ານກ່າວວ່າ:
“ຢູ່ແຂວງບໍຣີຄຳໄຊ ກໍມີການປູກປ່າທົດແທນ ຄືນຄືກັນ ແຕ່ລະປີ ກໍຈະມີປູກປ່າ ຂແນງພວກເຮົາ ກະພາກັນໄປເຮັດ ແບບງານປູກຕົ້ນໄມ້ ຂະເຈົ້າຈັດຢູ່ທຸກປີຫັ້ນນ່າ ແລ້ວກໍຈະເປັນແບບໄປສົ່ງເສີມ ປະຊາຊົນປູກນຳ ຈັ່ງຊີ້໋ນ່າ.”
ຊາວບ້ານຜູ້ນຶ່ງ ຢູ່ແຂວງຫົວພັນກ່າວວ່າ ເປົ້າໝາຍທີ່ຈະເຮັດໃຫ້ພື້ນທີ່ ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ແມ່ນຂຶ້ນກັບ ທຸກພາກສ່ວນໃນສັງຄົມ ຊ່ອຍກັນອະນຸຮັກ ແລະຄຸ້ມຄອງ ກໍຈະສາມາດປະຕິບັດໄດ້ ຕາມເປົ້າໝາຍ ແຕ່ເຖີງຢ່າງໃດກໍຕາມ ທາງການລາວກໍຕ້ອງເອົາໃຈໃສ່ ແລະເຂັ້ມງວດ ໃນການປະຕິບັດນຳດ້ວຍ.
ເປັນຕົ້ນ ຖ້າຫາກທາງການລາວ ອະນຸມັດໂຄງການພັທນາໄປແລ້ວ ກໍຄວນເຂັ້ມງວດ ໃນການກວດກາຕິດຕາມ ເພື່ອໃຫ້ໂຄງການເຫລົ່ານັ້ນ ປູກປ່າທົດແທນຄືນ ສາເຫດນຶ່ງ ທີ່ເຮັດໃຫ້ປ່າໄມ້ລຸດລົງ ແຕ່ລະປີ ກໍຍ້ອນວ່າ ທາງການລາວບໍ່ເອົາໃຈໃສ່ ກັບວຽກງານຄຸ້ມຄອງປ່າໄມ້ ໃຫ້ດີເທົ່າທີ່ຄວນ.
ດັ່ງທ່ານກ່າວວ່າ:
“ປະຊາຊົນຫລືນັກທຸຣະກິຈ ຫລືວ່າພາກຣັຖກໍຕ້ອງເອົາໃຈໃສ່ ໂດຍທີ່ວ່າອີງໃສ່ກົດໝາຍປ່າໄມ້ ຄັນວ່າພາກຣັດເຮົາບໍ່ ອຳນວຍຄວາມສດວກນີ້ ຕ່າງປະເທດນີ້ ບໍ່ສາມາດເຂົ້່າໄປຂຸດຄົ້ນ ຫລືເຂົ້າໄປລັກລອບ ບໍ່ສາມາດເຂົ້າໄປເຮັດໄດ້ນ່າ.”
ນອກຈາກພື້ນທີ່ປ່າໄມ້ ຖືກທຳລາຍ ຍ້ອນພັຍທັມມະຊາຕ ແລະໂຄງການ ພັທນາຕ່າງໆແລ້ວ ການຂຍາຍໂຕຂອງປະຊາກອນ ແລະການລົງທືນທາງດ້ານການກະເສຕ ກໍມີສ່ວນສຳຄັນ ທີ່ເຮັດໃຫ້ພື້ນທີ່ ປ່າໄມ້ລຸດລົງ ຊື່ງການຂຍາຍໂຕ ຂອງປະຊາຊົນ ກໍຕ້ອງການພື້ນທີ່ໃນການ ທຳມາຫາກິນ ແລະການປູກຝັງ ເຮັດໃຫ້ພື້ນທີ່ປ່າຖືກທຳລາຍ ເປັນການສະທ້ອນໃຫ້ເຫັນວ່າ ໂຄງການພັທນາຕ່າງໆ ໃນລາວ ຖ້າບໍ່ມີການຄຸ້ມຄອງ ຈະເປັນການທຳລາຍປ່າໄມ້ ແລະຊັພຍາກອນທັມມະຊາຕ ໃນລາວ.
ດັ່ງນັກອະນຸຮັກປ່າໄມ້ ທ່ານນຶ່ງ ຢູ່ແຂວງຈຳປາສັກກ່າວວ່າ:
“ເກີດບັນຫາທີ່ວ່າ ພົລເມືອງເພີ້ມຂຶ້ນ ຄວາມຕ້ອງການກະເພີ່ມຂຶ້ນ ຄວາມຕ້ອງການໃນການ ນຳໃຊ້ທີ່ດິນ ຄວາມຕ້ອງການ ໃນການນຳໃຊ້ປ່າໄມ້ ຫລືວ່າ ການສ້າງລາຍຮັບ ອີ່ຫຍັງຕ່າງໆ ພວກຣັດເຮົາ ກະຂັດກັບມາຕຖານ.”
ໃນປີ 2020 ເນື້ອທີ່ປ່າໄມ້ປົກຫຸ້ມໃນລາວເຫລືອປະມານ 16,28 ລ້ານເຮັກຕ້າຣ໌ຫລືປະມານ 68% ຂອງເນື້ອທີ່ທັງໝົດໃນລາວ ໃນນັ້ນມີປ່າສງວນ ປ່າປ້ອງກັນ ປ່າຜລິດ ແລະປ່າອຸດສາຫະກຳ. ໃນປີ 2019 ຜ່ານມາ ບັນດາສມາຊິກສພາແຫ່ງຊາຕ ຈຳນວນນຶ່ງ ໄດ້ສະແດງຄວາມເປັນຫວ່ງ ຕໍ່ບັນຫາການປົກປັກຮັກສາ ແລະຟືນຟູເນື້ອທີ່ປ່າໄມ້ ປົກຫຸ້ມ ໃນປະເທດລາວ ເນື່ອງຈາກເນື້່ອທີ່ປ່າໄມ້ໂຕຈິງ ຖືກບຸກຣຸກ ແລະທຳລາຍຢ່າງຫລວງຫລາຍ ກຸ່ມດັ່ງກ່າວ ຕ້ອງການຢາກໃຫ້ໜ່ວຍງານ ທີ່ກ່ຽວຂ້ອງກວດເບິ່ງຄືນ ກ່ຽວກັບນະໂຍບາຍ ແລະມາຕການຕ່າງໆ ເພື່ອປົກປັກຮັກສາ ແລະນຳໃຊ້ຊັພຍາກອນ ທັມມະຊາຕຢ່າງມີປະສິດທິຜົລ ດ້ວຍການປົກປ້ອງປ່າໄມ້ ໄປດ້ວຍກັນ. ສບາຍດີ.