ຊາວບ້ານຫ້ວຍຢໍ້ ຍ້າຍໄປຢູ່ບ້ານໃໝ່ ຂອງໂຄງການ ເຂື່ອນຫຼວງພຣະບາງ
2022.11.09

ຊາວບ້ານ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫລວງພຣະບາງຈຳນວນ 74 ຄອບຄົວ ມີປະຊາກອນ 316 ຄົນທີ່ຖືກຜົລກະທົບ ຍ້ອນໂຄງການເຂື່ອນຫລວງພຣະບາງ ໄດ້ຮັບເງິນຊົດເຊີຍ ແລະຖືກໂຍກຍ້າຍອອກຈາກເຂດບ້ານເກົ່າ ເພື່ອໄປຢູ່ບ້ານຈັດສັນໃໝ່ຕາມແຜນການ ພັທນາສຳເຣັດ 100% ແລ້ວ.
ຂະນະທີ່ຊາວບ້ານ ບ້ານຫ້ວຍຢໍ້ ຜູ້ນຶ່ງກ່າວວ່າຮູ້ສຶກຕົກໃຈຄືກັນ ທີ່ຕ້ອງໂຍກຍ້າຍ ອອກຈາກເຂດບ້ານເກົ່າຊຶ່ງເຄີຍຢູ່ອາສັຍ ກັນມາແຕ່ດົນນານ ພາຍຫລັງທີ່ໄດ້ມາຢູ່ບ້ານຈັດສັນໃໝ່ແລ້ວ ກໍຍັງນອນບໍ່ຄ່ອຍລັບປານໃດ ຕ້ອງໄດ້ປັບໂຕອີກຫລາຍມື້. ສ່ວນເຮືອນຈັດສັນໃໝ່ ກໍຍັງຕ້ອງມີການຕໍ່ເຕີມຂຶ້ນ ມາຕື່ມເນື່ອງຈາກພື້ນທີ່ ຂ້ອນຂ້າງຄັບແຄບ.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 9 ພຶສຈິການີ້ວ່າ:
“ຄືວ່າຫັ້ນແຫລະ ມັນບໍ່ຄືບ້ານເກົ່າປານໃດ ກາບໍ່ມີຫຍັງແລ້ວເນາະ ມີແຕ່ວ່າໄທເຮົາ ກາຊິໄດ້ມິການຕໍ່ເຕີມອີກຕື່ມ ຄືວ່າແຫລະເຮົາສ້າງມາໄດ້ເປັນ 40-50 ປີ ໂຍກຍ້າຍມາບາດດຽວນີ້ ມັນກາເຄື່ອງມັນກາຂ້ອນຂ້າງ ອາຈຫລາຍ ແດ່ຈັກໜ້ອຍ ພື້ນທີ່ກາສະດວກສະບາຍຢູ່ເນາະ.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ການໂຍກຍ້າຍຊາວບ້ານ ອອກຈາກເຂດບ້ານເກົ່າ ແມ່ນເຣີ່ມຕັ້ງແຕ່ວັນທີ 3 ພຶສຈິກາ ທີ່ຜ່ານມາ ແລະສຳເຣັດໃນມື້ວັນທີ 7 ພຶສຈິກາ 2022 ເຣື່ອງນໍ້າປະປາ, ໄຟຟ້າ, ໂຮງຮຽນ, ວັດ, ຫ້ອງການບ້ານ ແລະ ຕລາດສົດ ທາງໂຄງການກໍ່ສ້າງ ໃຫ້ຄົບໝົດ ບໍ່ໄດ້ເກີດຄວາມຫຍຸ້ງຍາກແນວໃດ.
ເຣື່ອງການຕໍ່ເຕີມເຮືອນ ຈັດສັນໃໝ່ ກໍຈະມີການກໍ່ຊັ້ນລຸ່ມ, ຕໍ່ເຕີມເຮືອນຄົວ, ເຮັດຮົ້ວກັ້ນ ແບ່ງສັດສ່ວນເຮືອນ ແຕ່ລະຫລັງ ໃຫ້ຈະແຈ້ງເພື່ອລ້ຽງສັດ, ປູກຜັກສວນຄົວ ແລະ ອື່ນໆ ຫາກຄອບຄົວໃດ ຈະຕໍ່ເຕີມເຮືອນເພີ່ມຕື່ມ ກໍຕ້ອງໃຊ້ເງິນໂຕເອງທັງໝົດ.
ຊາວບ້ານອີກຜູ້ນຶ່ງ ກ່າວວ່າ ທ່ານຖືກໂຍກຍ້າຍ ມານອນຢູ່ບ້ານຈັດສັນໃໝ່ແລ້ວ 3 ຄືນ ແຕ່ຍັງນອນບໍ່ຄ່ອຍລັບຍ້ອນຍັງຄິດດຮອດບ້ານເກົ່າ, ຄິດຮອດບັນຍາກາດທົ່ງໄຮ່ ທົ່ງນາ ແລະ ຍັງບໍ່ຄຸ້ນເຄີຍກັບບັນຍາກາດ ໃນການໃຊ້ຊີວິຕ ຢູ່ກັບເຮືອນຈັດສັນໃໝ່ເທື່ອ. ຫລັງຈາກທີ່ຖືກໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ແລ້ວ ກໍຍັງບໍ່ຮູ້ວ່າ ຈະເຮັດວຽກຫຍັງ ເນື່ອງຈາກທີ່ດິນ ທຳການກະເສຕ ໄດ້ສູນເສັຽໃຫ້ກັບໂຄງການ ໄປໝົດແລ້ວ, ການອອກໄປຫາປາ ຕາມແມ່ນໍ້າຂອງ ກໍບໍ່ສາມາດອອກໄປ ຫາໄດ້ອີກແລ້ວ ຍ້ອນທາງໂຄງການ ຫ້າມຊາວບ້ານ ເຂົ້າໄປໃນເຂດບ້ານເກົ່າ ແລະ ໄລຍະ 3 ກິໂລແມັດ ເໜືອເຂື່ອນ ແລະທ້າຍເຂື່ອນ ຂອງໂຄງການ ເຂື່ອນຫລວງພຣະບາງ.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ ກາຍ້າຍມາແລ້ວ ຍ້າຍມາກາບໍ່ລັບ ແລ້ວຄິດຮອດຫາບ້ານເກົ່າ ຫາທົ່ງ ຫານາ ເບິ່ງມື້ຍ້າຍບ້ານ ຜູ້ທີ່ໄຫ້ກາມີ ຜູ້ພີິິິສັງກາມີ. ເຮັດຫຍັງກາຢູ່ລ້າໆນີ້ເບາະ ຄືແນວພໍ່ ແນວແມ່ ແນວນີ້ກາແບບອາຍຸ ຫລາຍແກ່ແລ້ວເຮົາ ເຮັດຫຍັງກາບໍ່ໄດ້ແລ້ວ ເຮົາກາຢູ່ລ້າໆ.”
ສ່ວນຊາວບ້ານອີກຜູ້ນຶ່ງ ກ່າວວ່າໂຄງຮ່າງພື້ນຖານຕ່າງໆ ພາຍໃນບ້ານຈັດສັນໃໝ່ ກໍມີຄວາມສະດວກສະບາຍຂຶ້ນ ກ່ວາເກົ່າ ບໍ່ໄດ້ມີຄວາມຫຍຸ້ງຍາກແນວໃດ ທາງໂຄງການກໍຊ່ອຍເຫລືອ ຊາວບ້ານທີ່ຖືກຜົລກະທົບ ເປັນຢ່າງດີຫາກຊາວບ້ານ ຂໍຄວາມຊ່ອຍເຫລືອ, ແຕ່ສິ່ງທີ່ຊາວບ້ານເປັນກັງວົນທີ່ສຸດ ໃນປັດຈຸບັນຄືທີ່ດິນ ທຳການກະເສຕ ເນື່ອງຈາກທີ່ດິນທຳການກະເສຕ ຂອງຊາວບ້ານສ່ວນໃຫຍ່ ສູນເສັຽໃຫ້ກັບໂຄງການ ເຂື່ອນຫລວງພຣະບາງ ໄປຈົນໝົດ ສ່ວນທີ່ດິນ ທີ່ຍັງເຫລືອກໍມີຈຳນວນໜ້ອຍ ບໍ່ພຽງພໍທີ່ຈະເຮັດໄຮ່, ເຮັດນາ, ລ້ຽງສັດ ແລະ ຍັງຢູ່ໄກຈາກເຂດບ້ານ ຈັດສັນໃໝ່ປະມານ 10 ກິໂລແມັດ.
ຫາກຊາວບ້ານບໍ່ໄດ້ເຮັດໄຮ່, ເຮັດນາ ຢ່າງພຽງພໍ ຄືແຕ່ເກົ່າ ອະນາຄົດຂອງຊາວບ້ານ ກໍຕ້ອງຊື້ເຂົ້າກິນໄປຕລອດ ຫາກເງິນຊົດເຊີຍ ທີ່ໄດ້ຮັບມານັ້ນໃຊ້ໝົດໄປແລ້ວ ຊາວບ້ານຈະໃຊ້ຊີວິຕ ແບບໃດກໍຍັງເປັນກັງວົນກັບເຣື່ອງນີ້.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມີແຕ່ວ່າ ບໍ່ທັມການຜລິດແນວນີ້ແຫລະ ມັນຫຍຸ້ງຍາກຫັ້ນນ່າ ບໍ່ທັມການຜລິດ ຫັ້ນກາ ມັນກາຢູ່ໄກແດ່ ມັນເນື້ອທີ່ໜ້ອຍແດ່ ມັນເຮັດກິນກາບໍ່ສະດວກດອກ ບ່ອນລ້ຽງສັດນີ້ ກາບໍ່ມີ ເຣື່ອງຄົນນີ້ຄັນຢູ່ບ້ານນອກບ້ານນາ ເຮົານີ້ນ່າມັນມີບ່ອນປູກຝັງ ລ້ຽງສັດ ແລ້ວມັນດີ ຄັນມີເຂົ້າກິນ ຢູ່ເລົ້າແລ້ວ ກາຖືວ່າຫາເງິນກັນໄວ້ໄດ້.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ແຂວງຫລວງພຣະບາງ ຜູ້ຮັບຜິດຊອບ ກ່າວວ່າ ປັດຈຸບັນຊາວບ້ານ ຫ້ວຍຢໍ້ ຖືເປັນບ້ານ ທຳອິດທີ່ຖືກໂຍກຍ້າຍ ອອກຈາກບ້ານເກົ່າ ແລະໄດ້ຮັບເງິນຊົດເຊີຍ ຈາກການສູນເສັຽທີ່ດິນ ໃຫ້ໂຄງການໄປແລ້ວ ຈຳນວນ 30 ລ້ານກີບ ຕໍ່ເຮັກຕ້າຣ໌ ຊຶ່ງແຕ່ລະຄອບຄົວ ກໍຈະໄດ້ຮັບເງິນຊົດເຊີຍແຕກຕ່າງກັນ ຂຶ້ນກັບມູນຄ່າ ຊັພສິນທີ່ສູນເສັຽໃຫ້ກັບໂຄງການ.
ສ່ວນເຮືອນຫລັງເກົ່າ ຂອງຊາວບ້ານ ແຕ່ລະຄອບຄົວ ພາກັນມ້າງອອກໄປໝົດແລ້ວ ແລະໃນມື້ວັນທີ 15 ພຶສຈິກາ 2022 ນີ້ ທາງໂຄງການ ເຂື່ອນຫລວງພຣະບາງ ກໍຈະເຮັດຮົ້ວກັ້ນ ເພື່ອກຳນົດຂອບເຂດໂຄງການ ແລະຫ້າມຊາວບ້ານ ເຂົ້າໄປໃນພື້ນທີ່ ບ້ານເກົ່າຢ່າງຖາວອນ.
ສ່ວນຄວາມຄືບໜ້າ ໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງ ປັດຈຸບັນຍັງບໍ່ທັນໄດ້ເຣີ່ມ ດຳເນີນການກໍ່ສ້າງ ຢ່າງເປັນທາງການເທື່ອ ເນື່ອງຈາກຍັງບໍ່ໄດ້ເຊັນສັນຍາ ຊື້-ຂາຍ ໄຟຟ້າ ຫລື Power Purchase Agreement (PPA), ແຕ່ຂະນະນີ້ ທາງໂຄງການ ໄດ້ເອົາແຜນພັທນາ ຂອງເຂື່ອນໄຊຍະບູຣີ ມາເປັນແບບຢ່າງ ໃນການຊົດເຊີຍ ເງິນໃຫ້ກັບຊາວບ້ານ, ແຜນຈັດສັນ-ໂຍກຍ້າຍ, ແຜນກໍ່ສ້າງ ແລະ ວຽກງານ ອື່ນໆ ເພື່ອເປັນການຕຣຽມ ຄວາມພ້ອມເມື່ອມີການເຊັນສັນຍາ ຊື້-ຂາຍ ໄຟຟ້າຢ່າງເປັນທາງການ ທາງໂຄງການ ກໍຈະໄດ້ເຣີ່ມດຳເນີນການ ກໍ່ສ້າງເຂື່ອນຫລວງພຣະບາງ ໃນທັນທີ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຣື່ອງການຊົດເຊີຍນີ້ ເຮົາປະສົບຜົລສຳເຣັດ ພວກປະຊາຊົນ ຍອມຮັບບໍ່ມີຫາງສຽງ (ວຽກງານກໍ່ສ້າງ) ເຣື່ອງນີ້ ກາຍັງບໍ່ຮູ້ ເຂົາຊິໄດ້ເຮັດ ຫລືບໍ່ໄດ້ເຮັດ ແຕ່ວ່າສິ່ງທີ່ເຂົາເຮັດ ປັດຈຸບັນກາຄືວຽກ ກະຕຣຽມລ່ວງໜ້າສື່ໆ. ເຮົາຍັງບໍ່ທັນໄດ້ຮັບເຊັນສັນຍາ PPA ແຕ່ວ່າເຮົາໄດ້ຮັບ ນະໂຍບາຍໃຫ້ຊົມໃຊ້ ຂອງເຂື່ອນໄຊຍະບູຣີ.”
ນັບແຕ່ມື້ທີ່ຊາວບ້ານຫ້ວຍຢໍ້ ຖືກໂຍກຍ້າຍ ທາງຜູ້ພັທນາໂຄງການ ຈະໃຫ້ການຊ່ອຍເຫລືອ ຊາວບ້ານເປັນໄລຍະ 3 ປີ ເປັນຕົ້ນເຄື່ອງອຸປໂພກ-ບໍຣິໂພກ ລວມເຖິງການຈັດສັນອາຊີພ ໃຫ້ກັບຊາວບ້ານແຕ່ລະຄອບຄົວ ໂດຍໃນລະຫວ່າງນັ້ນ ທາງການລາວຈະຊອກຫາ ເນື້ອທີ່ທຳການກະເສຕ ບ່ອນໃໝ່ ແລະຈັດສັນໃຫ້ກັບຊາວບ້ານ ນຳດ້ວຍ ແຕ່ປັດຈຸບັນຍັງບໍ່ໄດ້ບຸກເບີກ ແລະຈັດສັນເທື່ອ.
ໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງ ແມ່ນຖືກພັທນາ ດ້ານໂຄງຮ່າງພື້ນຖານຕ່າງໆ ສຳເຣັດໄປແລ້ວເກືອບ 100% ເປັນຕົ້ນເສັ້ນທາງ ເຂົ້າ-ອອກ ຈາກບ້ານຫາດຍາວ ໄປຫາຂົວຂ້າມແມ່ນໍ້າຂອງ ແຫ່ງໃໝ່, ຂົວຂ້າມແມ່ນໍ້າຂອງ, ທ່າເຮືອຊົ່ວຄາວ ຈຸດບ້ານໂຄກແສງສຸຣິຍາ, ບ້ານມ່ວງແກ້ວ, ບ້ານຖິ່ນໂຮງ, ການກໍ່ສ້າງລະບົບ ສາຍສົ່ງໄຟຟ້າ ແລະ ສະຖານີໄຟຟ້າຫຍ່ອຍ, ການຕິດຕັ້ງລະບົບໄຟຟ້າ, ນໍ້າປະປາ ແລະ ສິ່ງ ອຳນວຍຄວາມສະດວກ ພາຍໃນແຄ້ມປ໌ຄົນງານກໍ່ສ້າງ.
ສຳລັບການປະເມີນຜົລກະທົບ ທາງສັງຄົມຂອງໂຄງການ ເຂື່ອນໄຟຟ້າຫລວງພຣະບາງ ຈະມີຊາວບ້ານຈຳນວນ 23 ບ້ານ ໄດ້ຮັບຜົລກະທົບ ປະກອບມີ ເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫລວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະ ເມືອງງາ ແຂວງອຸດົມໄຊ ໂດຍແຍກອອກເປັນ 4 ກຸ່ມດັ່ງນີ້.
- ກຸ່ມທີ 1 ໄດ້ຮັບຜົລກະທົບທັງໝົດ 100% ແລະ ຖືກໂຍກຍ້າຍຈຳນວນ 6 ບ້ານ 581 ຄອບຄົວ ລວມ 2,285 ຄົນ. +
- ກຸ່ມທີ 2 ໄດ້ຮັບຜົລກະທົບບາງສ່ວນແລະມີບາງຄອບຄົ ວຖືກໂຍກຍ້າຍ ແລະຫຍັບຍ້າຍຈຳນວນ 9 ບ້ານ, 692 ຄອບຄົວ ລວມ 3,855 ຄົນ.
- ກຸ່ມທີ 3 ສູນເສັຽທີ່ດິນ ແຕ່ບໍ່ຖືກໂຍກຍ້າຍຈຳນວນ 8 ບ້ານ 671 ຄອບຄົວ ລວມ 2,330 ຄົນ.
- ກຸ່ມທີ 4 ບ້ານທ້າຍເຂື່ອນທີ່ ອາຈໄດ້ຮັບຜົລກະທົບ ຈາກໂຄງການ ແຕ່ບໍ່ຖືກໂຍກຍ້າຍ ຈຳນວນ 3 ບ້ານ 189 ຄອບຄົວ ລວມ 904 ຄົນ.