ຊາວບ້ານຢ້ານ ບໍ່ໄດ້ຄ່າຊົດເຊີຍທີ່ດິນ ໂຄງການ ກໍ່ສ້າງເຂດ ໂລຈິສຕິກ ພາຣ໌ກ
2022.11.28

ບໍຣິສັດ ວຽງຈັນ ໂລຈິສຕິກ ພາຣ໌ກ ຈຳກັດ ວາງສີລາຣຶກ ເຣີ່ມສ້າງເຂດ ໂລຈິສຕິກ ພາຣ໌ກ ຊຶ່ງເປັນສ່ວນນຶ່ງຂອງໂຄງການ ທ່າບົກທ່ານາແລ້ງ ແລະເຂດ ໂລຈິສຕິກ ພາຣ໌ກ ນະຄອນຫຼວງວຽງຈັນ ຊຶ່ງຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເມື່ອວັນທີ່ 25 ພຶສຈິກາ 2022 ນີ້. ໂຄງການດັ່ງກ່າວ ເປັນໂຄງການໃຫຍ່ ທີ່ຈະກວມເອົາທີ່ດິນ ຂອງປະຊາຊົນ ໃນຫຼາຍໆບ້ານ.
ເຈົ້າໜ້າທີ່ ບໍຣິສັດວຽງຈັນ ໂລຈິສຕິກ ພາຣ໌ກ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະອອກສຽງ ກ່າວກັບວິທະຍຸເອເຊັຽ ເສຣີ ເມື່ອວັນທີ່ 26 ພຶສຈິກາ 2022 ນີ້ວ່າ ຫລັງຈາກ ວາງສີລາຣຶກແລ້ວ, ທາງບໍຣິສັດ ກໍຈະເຣີ່ມກໍ່ສ້າງເຂດ ໂລຈິສຕິກ ພາຣ໌ກ ພາຍໃນທ້າຍປີນີ້ ຫຼືຕົ້ນປີໜ້າ. ສ່ວນເຣື່ອງຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ຜູ້ໄດ້ຮັບຜົນກະທົບນັ້ນ, ທ່ານບໍ່ມີໜ້າທີ່ ທີ່ຈະໃຫ້ຂໍ້ມູນ ກ່ຽວກັບບັນຫາດັ່ງກ່າວ.
ເຣື່ອງຄ່າຊົດເຊີຍນີ້ແຫຼະ ເຮັດໃຫ້ຊາວບ້ານຊຽງດາ ວິຕົກກັງວົນ ຢ້ານບໍ່ໄດ້ຄ່າຊົດເຊີຍ ຢ່າງເປັນທັມ ເພາະກ່ອນນີ້ບໍ່ດົນ ຊາວບ້ານໄດ້ຍິນຂ່າວວ່າ ທາງບໍຣິສັດ ຈະບໍ່ຈ່າຍຄ່າຊົດເຊີຍ ທີ່ດິນເລີຍ ແຕ່ຈະຈ່າຍຄ່າຊົດເຊີຍ ສຳລັບສິ່ງປຸກສ້າງ ແລະຜົລປູກເທົ່ານັ້ນ.
ດັ່ງຊາວບ້ານ ຊຽງດາ ຜູ້ນຶ່ງ ທີ່ຈະສູນເສັຽ ທີ່ດິນ ແລະເຮືອນໃຫ້ແກ່ໂຄງການ ໄດ້ເລົ່າສູ່ວິທະຍຸ ເອເຊັຽເສຣີ ຟັງວ່າ:
“ເຂົາບໍ່ແຈ້ງແລ້ວ ເຂົາຢາກໄດ້ລ້ານ່າ ເຫັນຢູ່ເຂົາເປີດສີລາຣຶກຫັ້ນ່າ ຖືວ່າເຮົາກະຊິນອນຢູ່ໃນເຂດນີ້ແລ້ວ ເພິ່ນກະບໍ່ໃຫ້ເຮັດໃຫ້ສ້າງ ແຕ່ວ່າເງິນຄ່າຊົດໃຊ້ທົດແທນ ເພິ່ນວ່າຈະບໍ່ຊົດໃຊ້ທົດແທນ ເພິ່ນທົດແທນແຕ່ສິ່ງປູກສ້າງ ກັບຜົລປູກຫັ້ນ.”
ຊາວບ້ານ ບ້ານຊຽງດາອີກຄົນນຶ່ງ ກ່າວວ່າ ທາງບໍຣິສັດ ຍັງບໍ່ໄດ້ແຈ້ງຫຍັງມາເທື່ອ ແຕ່ກໍເຊື່ອວ່າ ພວກເພິ່ນຄົງຈະສ້າງ ບ່ອນທີ່ເປົ່າວ່າງນັ້ນກ່ອນ ແລ້ວຈຶ່ງຈະໃຫ້ປະຊາຊົນ ໂຍກຍ້າຍ.
“ບໍ່! ບໍ່ໄດ້ແຈ້ງການຫຍັງເລີຍ ເພິ່ນກະມາເປີດປົກກະຕິຫັ້ນແຫຼະ ແຕ່ວາເຣື່ອງເອົານີ້ ຢ້ານຊິເອົາຢູ່ຄືກັນເດີ້ ຕ່າງແຕ່ວ່າ ເຂົາເຈົ້າຈະເຮັດບ່ອນທີ່ດິນວ່າງກ່ອນຕິເບາະ ແລ້ວເຂົາເຈົ້າກະເປີດດຳເນີນການ ໂຕບ່ອນດິນວ່າງຫັ້ນ.”
ເຈົ້າຂອງທີ່ດິນ ຢູ່ບ້ານຊຽງດາ ອີກຜູ້ນຶ່ງ ກໍກ່າວວ່າ ເຣື່ອງບໍຣິສັດ ຈະເອົາທີ່ດິນ ໃນເຂດບ້ານຊຽງດານີ້ ເປັນ ເຣື່ອງແກ່ຍາວ ມາແຕ່ດົນແລ້ວ. ກ່ຽວກັບເຣື່ອງຄ່າຊົດເຊີຍ, ທ່ານເອງ ຢາກສເນີ ໃຫ້ທາງບໍຣິສັດລົງມາເຈຣະຈາ ກັບຊາວບ້ານ; ແລະການຈ່າຍຄ່າຊົດເຊີຍ ກໍຕ້ອງຈ່າຍ ຕາມລາຄາຕລາດ ໃນປັດຈຸບັນ. ເຈົ້າຂອງທີ່ດິນຜູ້ນີ້ ກ່າວຕື່ມວ່າ:
“ແກ່ຍາວມາໄດ້ຫຼາຍປີແລ້ວ ແຕ່ວ່າບໍ່ເຫັນລົງມາ ກະຢາກໄດ້ທີ່ວ່າຈຳນວນຊື້ ແລ້ວຄູນຕາມປັດຈຸບັນຫັ້ນລະເນາະ ຄັນສາມາດຊົດເຊີຍໄດ້ ເຂົາເຈົ້າກະເອົາດິນເອົາເຮືອນເລີຍ.”
ກ່ອນນີ້ ຊາວບ້ານຊຽງດາ ຫຼາຍຄອບຄົວ ທີ່ໄດ້ສູນເສັຽທີ່ດິນ ແລະເຮືອນໃຫ້ແກ່ໂຄງການ ຈົນເຖິງປັດຈຸບັນ ກໍຍັງບໍ່ໄດ້ຄ່າຊົດເຊີຍເທື່ອ.
ດັ່ງ ຊາວບ້ານ ຄົນນຶ່ງເວົ້າວ່າ:
“ຍັງບໍ່ໄດ້ເງິນປານນີ້ ຕັ້ງແຕ່ພຸ້ນລະ ຄົນຊິວ່າເຮົາຊິເອົາແມັດກາເຣ 80,000 ຫັ້ນ ເພິ່ນກະໃຫ້ເຮົາໄປເຮັດບົດບັນທຶກ ແຕ່ເຮົາບໍ່ເຮັດ ເພາະວ່າເຮົາເອົາມາຊື້ດິນບໍ່ໄດ້ ກະຢາກໄດ້ແມັດກາເຣນຶ່ງ 2 ແສນ ກີບເທົ່າບ້ານເທົ່າເມືອງເພິ່ນຫັ້ນລະ.”
ໂຄງການທ່ານາແລ້ງ ແລະເຂດ ໂລຈິສຕິກ ພາຣ໌ກ ນະຄອນຫຼວງວຽງຈັນ ຈະມີມູນຄ່າ ການກໍ່ສ້າງທັງໝົດເຖິງ 547 ລ້ານ ໂດລ້າຣ໌ ສະຫະຣັຖ, ຈະໃຊ້ພື້ນທີ່ເຖິງ 327 ເຮັກຕ້າຣ໌, ແລະຈະປະກອບດ້ວຍ 7 ເຂດໃຫຍ່ໆ ເຊັ່ນເຂດສາງນ້ຳມັນ, ເຂດຜລິດ ແລະປຸງແຕ່ງສິນຄ້າ ເພື່ອສົ່ງອອກ, ເຂດພື້ນທີ່ການຄ້າ ເສຣີ ແລະເຂດຫ້ອງການ ບໍຣິຫານ ດັ່ງນີ້ເປັນຕົ້ນ. ບໍຣິສັດຄາດວ່າ ຈະສ້າງໃຫ້ສຳເຣັດ ພາຍໃນສອງສາມປີ ຂ້າງໜ້າ.