ຊາວບ້ານ ຂໍຄ່າຊົດເຊີຍ ທີ່ເປັນທັມ ຈາກໂຄງການ ໂລຈິສຕິກສ໌ ພາຣ໌ກ

ອຸ່ນແກ້ວ
2022.07.07
ຊາວບ້ານ ຂໍຄ່າຊົດເຊີຍ ທີ່ເປັນທັມ ຈາກໂຄງການ ໂລຈິສຕິກສ໌ ພາຣ໌ກ ເຂດໂລຈິສຕິກສ໌ ພາຣ໌ກ, ວັນທີ 5 ເດືອນມິຖຸນາ 2022
ຮູບພາບ: Vientiane Logistics Park

ຊາວ​ບ້ານ​ຊຽງ​ດາ ເມືອງ​ໄຊ​ເສດ​ຖາ ນະ​ຄອນ​ຫລວງວຽງ​ຈັນ ຮຽກ​ຮ້ອງ​ຄ່າ​ຊົດ​ເຊີຍ​ທີ່​ດິນ ຢ່າງເປັນ​ທັມ​ຈາກການ​ຂ​ຍາຍ​ເຂດ ​ໂຄງ​ການ​ພັ​ທ​ນາ ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ. ໂຄງ​ການ​ພັ​ທ​ນາ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ທີ່​ຈະ​ຂ​ຍາຍ​ເພີ່ມ​ເຕີມ ຈະ​ກວມ​ເອົາ​ທີ່​ດິນ​ ຂອງ​ຊາວ​ບ້ານອີກປະ​ມານ 50 ເຮັກ​ຕ້າຣ໌ ເຊິ່ງ​ໂຄງດັ່ງ​ກ່າວ ​ເຊື່ອມ​ຕໍ່ໃສ່ ​ຣົ​ຖ​ໄຟ​ລາວ-ຈີນ.

ມາ​ເຖິງ​ປັດ​ຈຸ​ບັນ ຊາວ​ບ້ານ​ຫຼາຍ​ຄົນ​ເຫັນ​ວ່າ ຄ່າ​ຊົດ​ເຊີຍ ທີ່​ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ບໍ​ຣິ​ສັດ ໄດ້​ສ​ເນີ ມາ​ນັ້ນ ຍັງ​ບໍ່​ເປັນ​ທີ່​ໜ້າ​ພໍ​ໃຈ ຍ້ອນ​ວ່າ ຈະ​​ພຽງ​ແຕ່ຊົດ​ເຊີຍ ສິ່ງ​ປຸກ​ສ້າງ​ເທົ່າ​ນັ້ນ ແຕ່ຊາວ​ບ້ານ ຢາກ​ໄດ້​ຄ່າ​ຊົດ​ເຊີຍ ​ດິນ​ນານຳ​ດ້ວຍ.

ຊາວ​ບ້ານ​ກ່າວ​ວ່າ: ຈຳ​ນວນ​ຄອບ​ຄົວ​ທີ່​ຖືກ​ໂຄງ​ການ ກວມ​ເອົາ​ທີ່​ດິນ ມີ​ປະ​ມານ 1,000 ຄອບ​ຄົວ. ອີງ​ຕາມຂໍ້ມູນຈາກຊາວບ້ານ, ​ຊາວ​ບ້ານບໍ່​ມີໃບຕາດິນຖາວອນ ຫຼື ໃບ​ຂອບ​ຄຳ  ແລະ ມີ​ພຽງສິທໃຊ້​ທີ່​ດິນ ພ້ອມ​ກັບການ​ເສັຽ​ພາ​ສີ​ທຸກ​ປີ, ແຕ່​ໂຄງ​ການ ກໍ​ໄດ້​ຂໍ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ອ​ອ​ກ​ໃບ​ຕາ​ດິນ​ຖາ​ວອນໃຫ້​ຕົນເອງ.

ເມື່ອບໍ່​ດົນ​ມານີ້ ໂຄງ​ການ​ໄດ້​ມາ​ໂອ້​ລົມ ​ໃຫ້​ຊາວ​ບ້ານເຂດ​ດັ່ງ​ກ່າວ ບໍ່​ໃຫ້​ຕໍ່​ເຕີມ​ເຮືອນ ຫຼື ເຮັດ​ສິ່ງ​ປຸກ​ສ້າງ​ຂຶ້ນ​ໃໝ່​ອີກ ໃນ​ເຂດທີ່ຈະຍາຍຕໍ່ໂຄງການ.

ຊາວ​ບ້ານຊຽງ​ດາ ຄົນ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 7 ກໍ​ຣະ​ກະ​ດາ ວ່າ:

ມີຂັ້ນເມືອງ ຂັ້ນບ້ານເນາະ ທີ່ວ່າ ມາເປັນໂຕແທນຣັ ແລະ ເຈົ້າຂອງໂຄງການທີ່ວ່າມາຫັ້ນນ່າ ມາປະຊຸມກັບປະຊາຊົນລະເວົ້າ ວ່າ ດິນບໍ່ມີການຊົດເຊີຍ ຊົດເຊີຍແຕ່ສິ່ງປຸກສ້າງ ປັດຈຸບັນນີ້ ກະ 3 ປີເນາະ ເພິ່ນບໍ່ມີການຊົດເຊີຍ ແຕ່ຍັງບໍ່ເອົາດິນເທື່ອ ກະຍັງປັ່ນປ່ວນ ກະຄືວ່າ ບໍ່ໃຫ້ປຸກ ບໍ່ໃຫ້ສ້າງ.”

ຍາ​ນາງ ກ່າວ​ຕື່ມວ່າ ເຈົ້າ​ໜ້າ​ທີ່​ຂັ້ນ​ບ້ານເອງ ​ກໍ​ບໍ່​ສະ​ດວກ​ທີ່​ຈະ​ເຮັດ​ເອກ​ສານ​ຕ່າງໆ ທາງ​ດ້ານ​ທີ່​ດິນ ໃຫ້​ແກ່​ຊາວ​ບ້ານ ເປັນ​ຕົ້ນ ບໍ່​ເຊັນ​ເອກ​ສານ​ໂອນ​ສິທ ​ການ​ນຳ​ໃຊ້​ທີ່​ດິນ ແລະ ອື່ນໆ ໃນ​ຂະນະດຽວກັນ ​ຫ້ອງ​ການ​ໄຟ​ຟ້າ ແລະ ນ້ຳ​ປະ​ປາ ກໍ​ບໍ່​ໃຫ້​ຊາວ​ບ້ານ​ເຂດ​ດັ່ງ​ກ່າວ ຕິດ​ຕັ້ງ​ກົງ​ເຕີໄຟ​ຟ້າ ແລະ ນຳ​ປະ​ປາ ສ່ວນ​ວ່າ ນ້ຳ​ປະ​ປາ ຫຼື ໄຟ​ຟ້າ ກໍ​ມາ​ບໍ່​ເປັນ​ປົກ​ຕິ ໂດຍບໍ່​ຮູ້​ສາ​ເຫດ. ຊາວ​ບ້ານ ​ຕ້ອງ​ການ​ຄ່າ​ຊົດ​ເຊີຍທີ່​ດິນ ແລະ ສິ່ງ​ປຸກ​ສ້າງ ທີ່​ເໝາະ​ສົມ ຕາມ​ລາ​ຄາ​ທ້ອງ​ຕ​ລາດ.

ຊາວ​ບ້ານ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:  

ເປັນໄປໄດ້ກະຢາກໃຫ້ເພິ່ນມາ ຄັນວ່າ ຊິເອົາກະມາຊົດເຊີຍດິນ ແລ້ວກະຄ່າ ປຸກສ້າງ ທີ່ຖືກນີ້ແຫຼະ ຄັນຊິເອົາດິນລ້າໆ ໃຜກະບໍ່ຢາກໃຫ້ຫັ້ນແຫຼະ ຖ້າສາມາດຊົດເຊີຍໄດ້ ເຂົາເຈົ້າເອົາດິນເອົາເຮືອນເລີຍ.”

ໄລ​ຍະ​ຜ່ານ​ມາ ຊາວ​ບ້ານ ກໍ​ໄດ້​ໄດ້​ຂໍ້​ສ​ເນີ ຄ່າ​ຊົດ​ເຊີຍ​ສິ່ງ​ປຸກ​ສ້າງ ຍ້ອນ​ວ່າ ຍັງ​ບໍ່​ເໝາ​ສົມ ສະ​ນັ້ນ ​ຫຼາຍ​ຄົນ​ຈຶ່ງບໍ່​ຍອມ​ເອົາ​ຄ່າ​ຊົດ​ເຊີຍ.

ຊາວ​ບ້ານ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ອັນນີ້ໆ ມັນກະຂໍ້ມູນເພີ່ມບໍ່ຕຣົງນ່າ ເຮືອນນ້ອຍໆ ເຮືອນຕູບລາວໃຫ້ຮອດ 400-500 ລ້ານ ບາງຫຼັງໃຫຍ່ໆ ໃຫ້ 200 ລ້ານ ບໍ່ອີ່ຕົນກັນເລີຍ ປະຊາຊົນເຂົາບໍ່ຍອມ ຖ້າວ່າເຈົ້າຊິເອົາແທ້ໆ ກະມື້ໃດເຈົ້າຊິເອົາ ມື້ໃດເຂົາຊິລົງມື ມື້ໃດເຂົາຊິຊົດເຊີຍ ຊົດເຊີຍນີ້ ປະຊາຊົນ ກໍຍອມ ແຕ່ວ່າຊົດເຊີຍໃຫ້ມັນເໝາະສົມທັງດິນທັງເຮືອນ.”

ກ່ຽວ​ກັບ​ເຣື່ອງນີ້ ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ​ຫ້ອງ​ການ​ບ້ານ ບ້ານຊຽງ​ດາ ແລະ ຫ້ອງ​ການ​ປົກ​ຄອ​ງ ​ເມືອງ​ໄຊ​ເສດ​ຖາ ເພື່ອ​ຖາ​ມຣາຍ​ລະ​ອຽດ​ ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຊົດ​ເຊີຍ, ແຕ່ບໍ່​ມີ​ເຈົ້າ​ໜ້າ​ທີ່​ໃດ ສາ​ມາດ​ໃຫ້​ສັມ​ພາດ​ໄດ້. ໂຄງ​ການ​ດັ່ງ​ກ່າວ ມີ​ກໍ​າ​ນົດ​ການ​ເຣີ່ມ​ລົງ​ມື ກໍ່​ສ້າງ​ໃນ​ປີນີ້.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ຕາມແຜນການ ເພິ່ນເຣີ່ມທ້າຍປີນີ້ແຫຼະ ຖ້າບໍ່ມີຫຍັງປ່ຽນແປງ ຈະເປັນເຂດ ເມືອງອຸສາຫະກັມ ໂຮງແຮມ, ໂຮງຈັກ-ໂຮງງານ ເຮົາກຳລັງສ້າງຂົວ ເພື່ອເຊື່ອມຈອດໂຕນັ້ນຢູ່.”

ທ່ານ​ກ່າວ​ຕື່ມ​ອີກວ່າ ສຳ​ລັບ​ຣາຍ​ລະ​ອຽດ ທີ່​ກ່ຽວ​ກັບ​ການ​ຊົດ​ເຊີຍ​ ໃຫ້​ແກ່​ຊາວ​ບ້ານ ໃນ​ເຂດ​ດັ່ງ​ກ່າວ ກໍ​ມີ​ຄະ​ນະ​ເຈົ້າ​ໜ້າ​ທີ່ ​ກ່ຽວ​ຂ້ອງອີກ​ພາກ​ສ່ວນ​ນຶ່ງ ເປັນ​ຜູ້​ຮັບ​ຜິດ​ຊອບ ແຕ່ ຄະ​ນະ​ດັ່ງ​ກ່າວກໍບໍ່​ໄດ້​ເປີດ​ເຜີຍ ​ເຖິງ​ຄວາມ​ຄືບ​ໜ້າ.

ໃນ​ຂະ​ນະ​ດຽວ​ກັນ ກໍ​ຍັງ​ມີ​ຊາວ​ບ້ານ​ດົງ​ໂພ​ສີ ແລະ ບ້ານ​ໃກ້​ຄຽງ ຢູ່​ເຂດ​ເມືອງ​ຫາດ​ຊາຍ​ຟອງ ອີກ​ຈຳ​ນວນ​ຫຼາຍ​ຄອບ​ຄົວ ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ ຈາກ​ໂຄງ​ການ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ເຖິງວ່າ ເຂົາ​ເຈົ້າ​ຈະ​ເສັຽດິນ​ໄປ​ແລ້ວ​ກໍ​ຕາມ.

ໃນ​ເບື້ອງຕົ້ນ ໂຄງການເຂດ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ມີ​ເນື້ອ​ທີ່​ລວມ​ທັງ​ໝົດປະ​ມານ 400 ເຮັກ​ຕ້າຣ໌ ຢູ່​ເມືອງ ຫາດ​ຊາຍ​ຟອງ ໂດຍ ເຂດ​ໂລ​ຈິສ​ຕິກສ໌ ມີ​ເນື້ອ​ທີ່ 300 ປາຍ​ເຮັກ​ຕ້າຣ໌ ແລະ ເຂດ ທ່າ​ບົກ-ທ່າ​ນາ​ແລ້ງ ມີ​ເນື້ອ​ທີ່​ເກືອບ 100 ເຮັກ​ຕ້າຣ໌.

ເຂດ​ໂລ​ຈິສ​ຕິກສ໌ ເຣີ່ມກໍ່​ສ້າງ​ແຕ່​ເດືອນ​ພຶສ​ຈິ​ກາ ປີ 2020 ແລະ ເປີດ​ໃຊ້​ໃນ​ເດືອນ ທັນ​ວາ 2021 ເປັນ​ຕົ້ນ​ມາ ສ່ວນ​ວ່າ ເຂດ​ທ່າບົກ-ທ່າ​ນາ​ແລ້ງ ປັດ​ຈຸ​ບັນ ກໍ່​ສ້າງ​ສຳ​ເລັດ​ໄປ​ແລ້ວ 90 ເປີ​ເຊັນ ແລະ ຄາດ​ວ່າ ຈະ​ສຳ​ເຣັດ ໃນ​ອີກ 3 ເດືອນ​ຕໍ່​ໜ້າ .

ສ່ວນ​ວ່າ ການ​ຂ​ຍາຍ​ເຂດ ໂຄງ​ການ​ພັ​ທ​ນາ ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ມີ​ເນື້ອ​ທີ່ 50 ເຮັກ​ຕ້າຣ໌ ນັ້ນ ຢູ່ ​ເມືອງ​ໄຊ​ເສດ​ຖາ, ແຕ່ ຍັງບໍ່ມີ​ກຳ​ນົດ​ເວ​ລາ​ຄັກ​ແນ່​ວ່າ ຈະກໍ່​ສ້າງ​​ສຳ​ເຣັດ​ເມື່ອ​ໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.