ຊາວບ້ານຊຽງດາ ບໍ່ເຊັນບົດບັນທຶກ ສິ່ງປຸງສ້າງ ກັບເຂດໂລຈິສຕິກ ພາຣ໌ກ
2022.07.15
ໃນວັນທີ 14 ກໍຣະກະດາ ທີ່ຜ່ານມານີ້ ເຈົ້າໜ້າທີ່ຄະນະສະເພາະກິຈ ນະຄອນຫຼວງວຽງຈັນ ໄດ້ລົງພື້ນທີ່ ຢູ່ເຂດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອຕິດຕາມກວດກາທີ່ດິນ ຂອງຊາວບ້ານທີ່ຖືກໂຄງການ ພາກຂຍາຍຂອງເຂດ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ໂດຍເຈົ້າໜ້າທີ່ໄດ້ສເນີ ເຮັດບົດບັນທຶກກັບຊາວບ້ານ ທີ່ກໍ່ສ້າງສິ່ງປຸກສ້າງໃໝ່ ຢູ່ທີ່ດິນດັ່ງກ່າວໂດຍ ອະນຸຍາດໃຫ້ຊາວບ້ານ ສາມາດສ້າງສິ່ງປຸກສ້າງຂຶ້ນຕື່ມ ໄດ້ແຕ່ຈະບໍ່ໃຫ້ຄ່າຊົດເຊີຍ ສິ່ງປຸກສ້າງດັ່ງກ່າວນັ້ນ ພາຍຫຼັງ ແຕ່ກໍບໍ່ມີຊາວບ້ານຄົນໃດ ຍອມເຊັນບົດບັນທຶກດັ່ງກ່າວເທື່ອ ຍ້ອນຢ້ານບໍ່ໄດ້ຮັບຄ່າຊົດເຊີຍ.
ດັ່ງຊາວບ້ານນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 15 ກໍຣະກະດານີ້ວ່າ:
“ມາເຮັດບົດບັນທຶກ ກັບເຈົ້າຂອງດິນ ມາປຸກສ້າງເຮືອນນັ້ນວ່າ ປຸກກາໄດ້ ແຕ່ວ່າໂຄງການ ຈະບໍ່ຊົດເຊີຍການກໍ່ສ້າງ ຂອງເຈົ້າວ່່າຊິ ເຈົ້າຂອງດິນກາບໍ່ບັນທຶກແຫຼະ ເຈົ້າໄປເວົ້າແນວນັ້ນ. ດິນໂຕເອງແທ້ໆ ບໍ່ສາມາດປຸກໄດ້ເນາະ.”
ກ່ອນໜ້ານີ້ທາງເຈົ້າໜ້າທີ່ ຄະນະສະເພາະກິຈດັ່ງກ່າວ ຊຶ່ງມີທັງເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ປກສ, ເຈົ້າໜ້າທີ່ຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ ຈາກເຂດໂລຈິສຕິກ ໄດ້ມາເວົ້ານໍາຊາວບ້ານ ແລະໄດ້ຫ້າມບໍ່ໃຫ້ ກໍ່ສ້າງສິ່ງປຸກສ້າງໃໝ່ອີກ ເພາະວ່າທາງໂຄງການ ຈະເອົາດິນຂອງຊາວບ້ານ ພາຍໃນປີນີ້ແລ້ວ ແຕ່ກໍມີຊາວບ້ານ ຈຳນວນນຶ່ງທີ່ຍັງປຸກສ້າງສິ່ງ ກໍ່ສ້າງຂຶ້ນມາໃໝ່ ເພາະໄວ້ເປັນບ່ອນຢູ່ ອາສັຍສຳລັບຄອບຄົວ ແລະເຖິງແມ່ນວ່າ ຈະບໍ່ມີໃບຕາດິນ ຂອບທອງກໍຕາມ ແຕ່ພວກເຂົາເຈົ້າ ກໍເສັຽພາສີທີ່ດິນຢູ່ເລື້ອຍໆ.
ດັ່ງຊາວບ້ານ ອີກທ່ານນຶ່ງກ່າວວ່າ:
“ຄວາມໝາຽວ່າ ປະຊາຊົນເນາະ ຊາວບ້ານນີ້ ເຂົາຈະໄປປຸກເຮືອນ ບາດນີ້ໂຄງການເພິ່ນມາ ຫ້າມບໍ່ໃຫ້ປຸກ ແຕ່ປະຊາຊົນມັນກາດິນເຂົາເດ້. ເຂົາຊື້ເນາະ ເຂົາກາຢາກປຸກແຫຼະເນາະ ບາດນີ້ຄັນປຸກຂຶ້ນ ໂຄງການເພິ່ນມາລະ ມາຫ້າມວ່າ ຖ້າວ່າປຸກຕ້ອງເຮັດໜັງສື ບົດບັນທຶກ ຖ້າປຸກແລ້ວນີ້ ຖ້າບໍຣິສັດມາເອົາ ຈະບໍ່ມີການຊົດເຊີຍ.”
ໃນຂະນະທີ່ຊາວບ້ານ ບ້ານຊຽງດາ ອີກທ່ານນຶ່ງທີ່ຂໍສງວນຊື່ ແລະສຽງກ່າວວ່າ:
“ການທີ່ທາງໂຄງການ ເຮັດບົດບັນທຶກກັບຊາວບ້ານ ແບບນີ້ ມັນເປັນການກົດໜ່ວງ ຖ່ວງດຶງການສ້າງສາພັທນາ ເສຖກິຈຂອງຊາວບ້ານ ເພາະທີ່ດິນບ່ອນນີ້ ຊາວບ້ານຫຼາຍຄົນ ໄດ້ຢູ່ມາຕັ້ງແຕ່ກ່ອນປີ 1975 ແຕ່ທາງໂຄງການ ພັດມາກ່າວຫາວ່າ ຊາວບ້ານໄປບຸກຣຸກທີ່ດິນ ຂອງຣັຖ ດັ່ງນັ້ນຈຶ່ງບໍ່ຖືກຕ້ອງ ແລະເຖິງຢ່າງໃດກໍຕາມ ຊາວບ້ານຈະຕ້ອງ ໄດ້ຮັບຄວາມເປັນທັມ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາທັງຫ້ອງການ ປົກຄອງເມືອງໄຊເສດຖາ ແລະອຳນາດການປົກຄອງບ້ານ ບ້ານຊຽງດາ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດ ສະດວກໃຫ້ສັມພາດ. ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທ່ານນຶ່ງໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
“ເທື່ອນີ້ໝາຽຄວາມວ່າ ເຮັດບົດບັນທຶກເນາະ ວ່າການກໍ່ສ້າງນີ້ ແຕ່ວ່າດຽວນີ້ກາຍັງດຳເນີນການ ກໍ່ສ້າງຢູ່.ຄັນຊັ້ນເຮົາຊິມາເຮັດບົດບັນທຶກວ່າ ເຈົ້າຊິກໍ່ສ້າງ ແຕ່ວ່າ ພາຍຫຼັງທີ່ເຮັດບົດບັນທຶກໄປແລ້ວ ໂຄງການເຮົາຈະບໍ່ໄດ້ມີຄ່າຊົດເຊີຍ.”
ໃນຂະນະດຽວກັນ ກໍມີຊາວບ້ານ ບ້ານຊຽງດາ ອີກຈຳນວນນຶ່ງ ທີ່ໄດ້ຊື້ດິນບ່ອນດັ່ງກ່າວນີ້ ຈາກພວກນາຍໜ້າ ຂາຍທີ່ດິນ ຊຶ່ງແຕ່ກ່ອນເຄີຍເປັນດິນ ຂອງບໍຣິສັດ ນໍ້າທາກໍ່ສ້າງຂົວທາງ ຈຳກັດ ແຕ່ໄດ້ມີການຂາຍຕໍ່ເລື້ອຍໆ ແລະ ກໍ່ມາຕົກຢູ່ທີ່ຊາວບ້ານໃນປັດຈຸບັນ. ດັ່ງນັ້ນ ຫຼາຍຄົນຈຶ່ງເຫັນວ່າ ທາງໂຄງການຢາກໄດ້ ທີ່ດິນຕອນນີ້ແທ້ໆ ກໍຕ້ອງໄດ້ຈ່າຍຄ່າຊົດເຊີຍ ສິ່ງປຸກສ້າງ ແລະຄ່າທີ່ດິນນຳດ້ວຍ.
ດັ່ງຊາວບ້ານ ອີກທ່ານນຶ່ງກ່າວວ່າ:
“ເຂົາເຈົ້າວ່າພວກຂ້ອຍມາບຸກຣຸກ ມາບຸກຣຸກຈັ່ງໃດ ເຂົາເຈົ້າເອົາດິນໃຫ້ນໍ້າທາເນາະ. ເຂົາເຈົ້າກາເຮັດໜັງສືຂາຍຕໍ່ ບາດນີ້ຂາຍພວກນາຍທຶນ, ນາຍທຶນກາເຮັດມາຂາຍ ພວກຂ້ອຍຊິນ່າ.”
ຢ່າງໃດກໍຕາມ ປັດຈຸບັນຊາວບ້ານ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປະມານ 1,000 ຄອບຄົວ ຊຶ່ງສ່ວນໃຫຍ່ບໍ່ມີໃບຕາດິນຂອບທອງ ແຕ່ໄດ້ເສັຽພາສີທີ່ດິນທຸກປີ. ນອກຈາກນີ້ຍັງຄົງຮຽກຮ້ອງ ຂໍຄ່າຊົດເຊີຍ ແບບເປັນທັມ ຈາກໂຄງການ ພາກຂຍາຍຂອງເຂດພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດ ໂລຈິສຕິກ ພາຣ໌ກ ທີ່ມີແຜນຈະເອົາດິນ ຂອງພວກເຂົາເຈົ້າທັງໝົດ 53 ເຮັກຕ້າຣ໌ ເພື່ອເປັນສ່ວນນຶ່ງ ຂອງໂຄງການດັ່ງກ່າວ ພາຍໃນປີນີ້ ສຳລັບເຮັດເປັນ ເຂດອຸດສາຫະກັມ.
ກ່ອນໜ້ານັ້ນ ຊາວບ້ານໃນເຂດດັ່ງ່ກາວ ຫຼາຍຄອບຄົວ ກໍຍັງບໍ່ຮັບເອົາຄ່າຊົດເຊີຍ ຍ້ອນເຫັນວ່າຄ່າຊົດເຊີຍ ທີ່ທາງພາກສ່ວນທີ່ກ່ຽວຂ້ອງ ແລະທາງໂຄງການ ໄດ້ສເນີມານັ້ນ ຍັງບໍ່ເປັນທີ່ໜ້າພໍໃຈ ເພາະຈະຊົດເຊີຍພຽງແຕ່ ສິ່ງປຸກສ້າງເທົ່ານັ້ນ ບໍ່ໄດ້ຊົດເຊີຍຄ່າທີ່ດິນນຳດ້ວຍ ແຕ່ຊາວບ້ານເຫັນວ່າ ພວກເຂົາເຈົ້າຈະຕ້ອງໄດ້ຮັບຄ່າຊົດເຊີຍ ທັງຄ່າສິ່ງປຸກສ້າງ ແລະຄ່າທີ່ດິນ ຈຶ່ງຈະຍົກດິນໃຫ້ແກ່ໂຄງການນີ້.
ສຳລັບເຂດ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ປັດຈຸບັນມີເນື້ອທີ່ຮວມທັງ ໝົດ 417 ເຮັກຕ້າຣ໌ ໂດຍເຂດໂລຈິສຕິກ ມີເນື້ອທີ່ 327 ເຮັກຕ້າຣ໌ ແລະ ເຂດທ່າບົກມີເນື້ອທີ່ 90 ເຮັກຕ້າຣ໌ ໂດຍເຂດໂລຈິສຕິກ ໄດ້ເຣີ່ມກໍ່ສ້າງຕັ້ງແຕ່ເດືອນພຶສຈິກາ ປີ 2020 ແລະ ເປີດນຳໃຊ້ຕັ້ງແຕ່ວັນທີ 04 ທັນວາ 2021 ເປັນຕົ້ນມາ ສຳລັບເຂດທ່າບົກ ປັດຈຸບັນກໍ່ສ້າງສຳເຣັດແລ້ວ 90% ແລະ ຄາດວ່າຈະສຳເຣັດໃນອີກ 3 ເດືອນຕໍ່ໜ້າ ແລະ ສຳລັບໂຄງການ ພາກຂຍາຍຂອງເຂດດັ່ງກ່າວ ຈະໃຊ້ເນື້ອທີ່ປະມານ 53 ເຮັກຕ້າຣ໌ ເປັນຢ່າງໜ້ອຍ.