ເຂດໂລຈິສະຕິກ ທ່າບົກ-ທານາແລ້ວ ຍັງຕິດຄ້າງ ຄ່າຊົດເຊີຍ
2022.07.01

ໃນວັນທີ່ 29 ມິຖຸນາ ທີ່ຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດໂລຈິສຕິກ ທ່າບົກ-ທ່ານາແລ້ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງສ້າງໃກ້ຈະສໍາເຣັດແລ້ວ ແຕ່ວ່າຊາວບ້ານຫຼາຍຄອບຄົວ ທີ່ເສັຍດິນໃຫ້ແກ່ໂຄງການດັ່ງກ່າວນີ້ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຽເທື່ອ ທັ້ງໆທີ່ພວກຂະເຈົ້າ ເສັຍທີ່ດິນໃຫ້ແກ່ໂຄງການດັ່ງກ່າວ ໄປປະມານ 3 ປີແລ້ວ ແລະການລົງພື້ນທີ່ ຂອງຄະນະປະທານປະເທດ ໃນຄັ້ງຫຼ້າສຸດນີ້ ກໍບໍ່ໄດ້ໄປຖາມຄວາມທຸກ-ສຸກ ຂອງຊາວບ້ານ ແຕ່ຢ່າງໃດ ເຊິ່ງຫຼາຍຄົນ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂເຣື່ອງຄ່າຊົດເຊີຽ ໃຫ້ມີຄວາມຄືບໜ້າໂດຍໄວ.
ດັ່ງຊາວບ້ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 1 ກໍຣະກະດາ ນີ້ວ່າ:
“ເພິ່ນລົງມາ ກໍເຂົາໂລຈິສຕິກພຸ້ນນ່າ ເພິ່ນບໍ່ໄດ້ເຂົ້າມາຫາ ປະຊາຊົນນີ້ກະຢາກສເນີ ແບບທີ່ວ່າ ດິນຖືກໂຄງການ ຄືຈັ່ງວ່າ ຜູ້ໃດນໍາໃຊ້ດິນປະຊາຊົນ ຢາກໃຫ້ຜູ້ນັ້ນຈ່າຍເງິນໃຫ້ ຊິນ່າ ທ່າບົກ-ທ່ານາແລ້ງ ນີ້ນ່າ ກະຢາກໃຫ້ເພິ່ນມາເບິ່ງໂຕຈິງຫັ້ນລະ.”
ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສເນີການຊົດເຊີຽ ທີ່ດິນໃນອັດຕຣາ 80 ພັນກີບ ຕໍ່ແມັດກາເຣ້ ເຊິ່ງລາວເອງ ແລະຊາວບ້ານອີກຫຼາຍຄົນ ກໍຍັງບໍ່ຍອມຮັບເອົາ ຍ້ອນເປັນລາຄາທີ່ຕໍ່າຫຼາຍ ຄັນທຽບໃສ່ສະພາບເງິນເຟີ້ໃນປັດຈຸບັນ, ໂດຍຫຼາຍຄົນ ຢາກໄດ້ຄ່າຊົດເຊີຽໃນອັດຕຣາ ທີ່ບໍ່ຕໍ່າກວ່າ 250,000 ກີບຕໍ່ແມັດກາເຣ້ ຈຶ່ງຈະຍອມຮັບເອົາ, ແຕ່ກໍຍັງບໍ່ມີທ່າທີ່ວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະແກ້ໄຂໃຫ້ໃນໄວໆນີ້.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການປົກຄອງເມືອງຫາດຊາຍຟອງ ແລະສະພາປະຊາຊົນ ນະຄອນຫຼວງວຽງຈັນ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ເຣື່ອງຄ່າຊົດເຊີຽດັ່ງກ່າວ ແຕ່ກໍບໍ່ມີເຈົ້າໜ້າທີ່ຄົນໃດ ທີ່ສາມາດໃຫ້ຣາຍລະອຽດໄດ້.
ແຕ່ເຈົ້າໜ້າທີ່ທ້ອງຖິ່ນ ເມືອງຫາດຊາຍຟອງ ທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ກ່າວວ່າ ຍັງມີຊາວບ້ານຫຼາຍຄອບຄົວແທ້ ທີ່ຍັງບໍ່ໄດ້ຄ່າຊົດເຊີຽ ຈາກໂຄງການເຂດໂລຈິສຕິກ ທ່າບົກ-ທ່ານາແລ້ງ ເຊິ່ງທ່ານເອງ ກໍບໍ່ຮູ້ຣາຍລະອຽດຄັກແນ່ ວ່າເປັນຍ້ອນຫຍັງ ການຊົດເຊີຽຈຶ່ງຫຼ້າຊ້າ ຫຼື ຍັງຄາຢູ່ບ່ອນໃດ.
ມາຮອດປັດຈຸບັນ ເຂດໂລຈິສຕິກ ທ່າບົກ-ທ່ານາແລ້ງ ໄດ້ເປີດດໍາເນີນການມາເປັນເວລາເກືອບ 7 ເດືອນແລ້ວ ສໍາລັບການໃຫ້ບໍຣິການ ຂົນສົ່ງຄ່ຽນຖ່າຍສິນຄ້າ ລະຫວ່າງລາວ-ຈີນ ຜ່ານເສັ້ນທາງຣົຖໄຟລາວ-ຈີນ, ແຕ່ປັດຈຸບັນ ຍັງພົບຂໍ້ຫຍຸ້ງຍາກບາງຢ່າງ ເປັນຕົ້ນ ສິນຄ້າປະເພດພືດ ແລະສັດ ທີ່ຈະສົ່ງໄປຈີນ ຍັງຕ້ອງຜ່ານການກັກ ແລະກວດຫາເຊື້ອໂຄວິດ-19 ຢ່າງເຂັ້ມງວດຢູ່ ກ່ອນທີ່ຈະສົ່ງໄປຈີນໄດ້ ເພາະວ່າທາງການຈີນ ຍັງເຂັ້ມງວດ ມາຕການປ້ອງກັນໂຄວິດ-19 ແບບຫຼາຍທີ່ສຸດຢູ່.
ດັ່ງເຈົ້າໜ້າທີ່ ປະຈໍາເຂດທ່າບົກ-ທ່ານາແລ້ງ ທ່ານນຶ່ງ ກ່າວວ່າ:
“ມັນຈະມີ ຂອດການປະສານງານຢູ່ 2 ແບບ ສາມາດສົ່ງ ຂ້າມເຂົ້າໄປຮອດຄຸນໝິງໄດ້ເລີຍ ລະກະມີບາງປະເພດ ທີ່ຕ້ອງໄດ້ຮັບການກວດ Quarantine (ຄົ໋ວແຣັນທິນ) ພືດ ແລະສັດ ຢູ່ບໍ່ຫານ ໝາຍຄວາມວ່າ ຈະເອົາລົງບໍ່ເຕັນ ໃສ່ຣົຖໄປຫາບໍ່ຫານ.”
ທ່ານກ່າວອີກວ່າ ເຖິງຢ່າງໃດກໍຕາມ ທາງຄະນະຜູ້ບໍຣິຫານ ຂອງເຂດໂລຈິສຕິກ ທ່າບົກ-ທ່ານາແລ້ງ ກໍຍື່ນໜັງສືຕໍ່ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ແລະດ່ານສາກົລບໍ່ເຕັນ-ບໍ່ຫານ ເພື່ອຂໍໃຫ້ອໍານວຍຄວາມສະດວກຫຼາຍຂຶ້ນ ແກ່ການຂົນສົ່ງສິນຄ້າ ຈາກລາວໄປຈີນ ແລະ ໃຫ້ຄວາມສະດວກ ແກ່ເຣື່ອງການຈອງຕູ້ຂົນສົ່ງສິນຄ້າ ຂອງຣົຖໄຟລາວ-ຈີນ ນໍາດ້ວຍ.
ສ່ວນຜູ້ປະກອບການ ຂົນສົ່ງສິນຄ້າຫຼາຍຣາຍ ທີ່ຂົນສົ່ງສິນຄ້າ ຈາກລາວໄປຈີນ ຫຼືຮັບສິນຄ້າ ຈາກຈີນເຂົ້າມາລາວ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ແລະເຂດໂລຈິສຕິກ ທ່າບົກ-ທ່ານາແລ້ງ ກ່າວວ່າ ການໃຊ້ບໍຣິການ ຜ່ານຊ່ອງທາງດັ່ງກ່າວ ກໍຍັງບໍ່ທັນໝັ້ນໃຈເທື່ອ ເນື່ອງຈາກ ການຂົນສົ່ງສິນຄ້າຈາກຈີນມາລາວ ດ້ວຍຣົຖໄຟ ລາວ-ຈີນນັ້ນ ຍັງໃຊ້ເວລາປະມານ 2-3 ສັປດາ ສໍ່າກັນກັບຂົນສົ່ງດ້ວຍຣົຖບັນທຸກ.
ດັ່ງຜູ້ປະກອບການ ຂົນສົ່ງສິນຄ້າລາວ-ຈີນ ນາງນຶ່ງ ກ່າວວ່າ:
“ເຮົານໍາເຂົ້າ ແຕ່ຈີນຫາລາວ ທັງທາງຣົຖບັນທຸກ ແລ້ວກະທາງຣົຖໄຟ ປະມານ 2 ຫາ 3 ອາທິດ ມາຮອດລາວ ມັນລາຄາດຽວກັນ ທັງຣົຖໄຟ ແລະກະຣົຖບັນທຸກ ມັນລາຄາດຽວກັນ.”
ສໍາລັບເຂດໂລຈິສຕິກ ທ່າບົກ-ທ່ານາແລ້ງ ມີີເນື້ອທີ່ຮວມທັງໝົດ 417 ເຮັກຕ້າຣ໌ ໂດຍເຂດໂລຈິສຕິກ ມີເນື້ອທີ່ 327 ເຮັກຕ້າຣ໌ ແລະເຂດທ່າບົກ ມີເນື້ອທີ່ 90 ເຮັກຕ້າຣ໌ ໂດຍເຂດໂລຈິສຕິກ ໄດ້ເຣີ່ມກໍ່ສ້າງ ຕັ້ງແຕ່ເດືອນພຶສຈິກາ ປີ 2020 ແລະເປີດໃຊ້ມາຕັ້ງແຕ່ວັນທີ່ 4 ທັນວາ ປີ 2021 ເປັນຕົ້ນມາ ສໍາລັບເຂດທ່າບົກ ປັດຈຸບັນ ກໍ່ສ້າງສໍາເຣັດແລ້ວ 90% ແລະຄາດວ່າ ຈະສ້າງສໍາເຣັດ ໃນອີກ 3 ເດືອນຕໍ່ໜ້າ, ອີງຕາມການຣາຍງານ ຂອງທ່ານ ຈັນທອນ ສິດພະໄຊ ປະທານບໍຣິສັດ ວຽງຈັນ ໂລຈິສຕິກ ພາກ.