ຈີນສັມປະທານ ຄອນພະເພັງ ຊາວຄ້າຂາຍ ເດືອດຮ້ອນ
2022.11.29
ຜູ້ທີ່ຕັ້ງຮ້ານຂາຍເຄື່ອງ ຢູ່ເຂດນ້ຳຕົກຕາດ ຄອນພະເພັງ ເມືອງໂຂງ ແຂວງຈຳປາສັກ ພາກັນໄດ້ຮັບຄວາມເດືອດຮ້ອນ ຈາກການຈ່າຍຄ່າເຊົ່າ ສະຖານທີ່ຕັ້ງຮ້ານຂາຍເຄື່ອງແພງຂຶ້ນ ຫຼັງຈາກ ບໍຣິສັດຈີນເຂົ້າມາ ສັມປະທານ ເຂດນ້ຳຕົກຕາດ ຄອນພະເພັງ, ຊາວຄ້າຂາຍ ຕ້ອງໄດ້ຈ່າຍແພງຂຶ້ນ ຈາກ 50,000 ຕໍ່ເດືອນ ມາເປັນ 400,000 ຕໍ່ ເດືອນ.
ປະຊາຊົນ ຢູ່ເຂດດັ່ງກ່າວ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ເຂົາມາສັມປະທານ ຄືຢູ່ຣີສອດຫັ້ນຫຼະ ເຂົາກະມາເຮັດ ບ່ອນເຂົາຢູ່ຫັ້ແຫຼະ ແຕ່ລຸ່ມບ້ານເສັດ ລົງມາ ຮອດເວີນຄາມ ຄື ແຫຼ່ງ ທ່ອງທ່ຽວຄອນພະເພັງ ເຂົາກະປະມູນເອົາໝົດລະບາດນີ້. ພວກປະຊາຊົນຂາຍເຄື່ອງກະໄດ້ຈ້າງເຂົາຫັ້ນແຫຼະ ເຂົາກະໄລ່ໜີຫັ້ນແຫຼະ ຜູ້ບໍ່ຈ້າງ.”
ນັກຂ່າວ: ຕ້ອງໄດ້ເສັຽຄ່າເຊົ່າ ໃຫ້ບໍຣິສັດຈີນ ແມ່ນເບາະນີ້?
ປະຊາຊົນ: “ຕ້ອງໄດ້ເສັຽຄ່າເຊົ່າໃຫ້ເຂົາແຫຼ ເພາະເຂົາສັມປະທານລະເດ້ ບໍ່ເສັຽເຂົາກະໄລ່ໜີຫັ້ນຕິ ດິນດອນຕ່ອນຫຍ້າ ຖືກທົ່ງໄຮ່ທົງນາ ລາງເທື່ອກະບໍ່ໄດ້ເສັຽກະມີນ່າ ຈັ່ງໃດກະຍາກ ມະຍຸ່ງມະເຍັ່ງ ດຸດໄປເລີຍ ດິນດອນຕ່ອນຫຍ້າເຂົາ.”
ນັກຂ່າວ: ກະມີຮ້ານຄ້າຈີນເບາະ ຢູ່ແຖວນັ້ນ?
ປະຊາຊົນ: “ມັນກະຊ່ຳຂອງມັນຫັ້ນແຫຼ ຂັ້ນເຮົາຂາຍ ກະຍັງໄດ້ເຊົ່າມັນເນາະ ເຈົ້າບໍ່ເຊົ່າມັນເຂົ້າກະບໍ່ໄດ້ຂາຍ ຕ້ອງໄດ້ເຊົ່ານຳມັນ ກະຊ່ຳວ່າຮ້ານຄ້າມັນຫັ້ນຕີ້ ຂອງມັນປະມູນເອົາໝົດລະ.”
ນັກຂ່າວ: ມີຫຼາຍຮ້ານປານໃດ ຢູ່ຄອນພະເພັງ ທີ່ວ່າ ເຊົ່ານຳຈີນ ຄືວ່າ ທຸກຮ້ານຕ້ອງເຊົ່າ?
ປະຊາຊົນ: “ກະແມ່ນໝົດແຫຼ ຂອງມັນປະມູນໝົດ ແມ່ນໝົດແຫຼ ໃນແຫຼ່ງທ່ອງທ່ຽວ ຄອນພະເພັງ.”
ນັກຂ່າວ: ມີປະມານຈັກຮ້ານທີ່ວ່າ ເຊົ່າເຂົາເຈົ້າຢູ່ນີ້ ເອົາສະເພາະຄອນພະເພັງນີ້
ປະຊາຊົນ: “ວ່າ ຮ້ານໃດແດ່ໄດ້ເຊົ່າມັນໝົດ ໃນແຫຼ່ງທ່ອງທ່ຽວແມ່ນໝົດໂລດແຫຼ ຂອງເຂົາປະມານໝົດ ແມ່ນເຈົ້າຕ້ອງໄດ້ເຊົ່າຈາກມັນໝົດ. ນັບແຕ່ຮ້ານນ້ອຍຕ້ອງໄດ້ເຊົ່າມັນໝົດ 10 ປາຍຮ້ານ ທັງຮ້ານນ້ອຍ-ຮ້ານໃຫຍ່ ຮ້າຍອີ່ຫຍັງກະຢ່າແຫຼະ ຄັນວ່າ ໄດ້ຂາຍ ມັນຕ້ອງໄດ້ເສັຽເດ້.”
ນັກຂ່າວ: ເສັຽປະມານເດືອນນຶ່ງທໍ່ໃດ ເຂົາໄລ່ເປັນເດືອນເບາະ?
ປະຊາຊົນ: “ອີງຕາມຮ້ານ ອີງຕາມລາຍໄດ້ ລາຍໄດ້ຫຼາຍບ່ອນດີ ຮ້ານໃຫຍ່ເສັຽໃຫຍ່ ຮ້ານນ້ອຍເສັຽນ້ອຍ ຊ່ຳຂາຍແບບເຫຼົ້າບອງຢາຊື່ໆນ່າ ແບບຄົນໄປນັ່ງຂາຍນີ້ ເດືອນນຶ່ງ 400,000 ກີບ. ອັນນີ້ ມາຕຖານໂຕຈິງໃດ ບໍ່ແມ່ນປະມານໄດ໋ອັນນີ້ ໄດ້ເຊົ່າເຂົາ ໄດ້ຈ້າງເຂົາ ໂຕດຽວ ໂຕຊ່ຳໂຕະໂຮງຮຽນນີ້ແຫຼະ ເດືອນນຶ່ງ 400,000 ກີບ.”
ບໍຣິສັດ ຈີນຈະເກັບຄ່າເຊົ່າ ຕາມຂນາດຂອງຮ້ານ ເຊັ່ນ ຮ້ານທີ່ມີຂນາດ 2 x 1.5 ແມັດ ຈະຕ້ອງເສັຽຄ່າເຊົ່າ 400,000 ກີບຂຶ້ນໄປ ແລະ ຮ້ານທີ່ໃຫຍ່ກ່ວານີ້ ກໍຈະເສັຽສູງຂຶ້ນໄປອີກ.
ປະຊາຊົນ ຜູ້ທີ່ມີຄອບຄົວ ໄປຕັ້ງຮ້ານຂາຍເຄື່ອງ ໄດ້ໃຫ້ສັມພາດຕໍ່ວິທະຍຸ ເອເຊັຽ ເສຣີ ວ່າ:
“ຮ້ານນ້ອຍ 2x1.5 ແມັດ 400,000 ກີບ.”
ນັກຂ່າວ: 400,000 ກີບ ເສັຽທຸກເດືອນ ອັນນີ້ເສັຽໃຫ້ໃຜນິ?
ປະຊາຊົນ: “ເສັຽໃຫ້ຜູ້ສັມປະທານ ຂອງຈີນ ນີ້ແຫຼະ.”
ນັກຂ່າວ: ເຂົາເຈົ້າ ກະມີເງິນເສັຽຢູ່ເບາະ ກະໄດ້ຂາຍຢູ່ເບາະ?
ປະຊາຊົນ: “ບໍ່ແມ່ນວ່າບໍ່ມີ ຈຳເປັນກະຕ້ອງໃດ້ຈ່າຍຫັ້ນແຫຼະ ເຮັດໄດ້ກະເຮັດ ເຮັດບໍ່ໄດ້ກະຖອຍ.”
ນັກຂ່າວ: ແຕ່ກ່ອນເດ້ ເຮົາໄດ້ເສັຽບໍ່?
ປະຊາຊົນ: “ເສັຽພາສີ ອາກອນທັມມະດາ.”
ນັກຂ່າວ: ແຕ່ວ່າ ຮ້ານໃຫຍ່ໆ ກະເສັຽຫຼາຍກ່ອນນີ້ ແມ່ນເບາະ?
ປະຊາຊົນ: “ຮ້ານປານກາງ ລວມໝົດຮ້ານໃຫຍ່ ຮ້ານນ້ອຍຫັ້ນ 14 ຮ້ານ.”
ນັກຂ່າວ: ຄົນກະໄປທ່ຽວ ຫຼາຍຢູ່ເບາະ ດຽວນີ້?
ປະຊາຊົນ: “ບໍ່ຄືເກົ່າ.”
ນັກຂ່າວ: ແປວ່າ ແຕ່ກີ້ນີ້ ເຂົາເຈົ້າໄປຂາຍຫັ້ນ ເຂົາເຈົ້າບໍ່ໄດ້ເສັຽຄ່າເຊົ່າ ແມ່ນເບາະ ເສັຽຖືກບໍ່ ແຕ່ກີ້ນີ້ ປະມານທໍ່ໃດ?
ປະຊາຊົນ: “ເສັຽຕາມພາສີອາກອນ ຕາມຮ້ານເລັກ ຮ້ານນ້ອຍ ວ່າແລ້ວ ກະຖືກແຫຼະ ວ່າຊັ້ນຊະ 40,000–50,000 ກີບ ມີຫັ້ນແຫຼ ຮ້ານທັມມະດາ ບາງທີເຂົາກະຂໍກັນໄດ້ ຜູ້ລົງກວດກາ ເຂົາກະເບິ່ງຕາມຮ້ານ ຮ້ານນ້ອຍ ຄືໂຕວ່າ ເດືອນນຶ່ງ 400,000 ດຽວນີ້ ດີບໍ່ດີໄລ່ຊ້ຳນ່າ ຈັກມັນຊິເປັນຄືເກົ່າອີກບໍ່ ອັນວ່າໄລ່ຈັບໄລ່ຫຍັງຫັ້ນນ່າ ບໍ່ໃຫ້ຂາຍຫັ້ນນ່າ.”
ນັກຂ່າວ: ແຕ່ກີ້ນີ້ ບໍ່ໄດ້ເສັຽເນາະ ຄື ເສັຽໜ້ອຍ?
ປະຊາຊົນ: “ເສັຽໜ້ອຍ ວ່າ ບໍ່ໄດ້ເສັຽ ກະເສັຽທັມມະດາ.”
ນັກຂ່າວ: ເຮົາຄຶດຈັ່ງໃດນີ້ ຂັ້ນເຂົາເຈົ້າມາຕັ້ງຮ້ານ ແບບນີ້ລະ ໃຫ້ຄົນລາວໄດ້ເຊົ່ານີ້ ເຮົາເຫັນວ່າຈັ່ງໃດ?
ປະຊາຊົນ: “ບໍ່ເວົ້າແຫຼະ ຫຍຸ້ງຍາກຖະນັດພຸ້ນແຫຼະ ປະຊາຊົນເຮົາ.”
ນັກຂ່າວ: ເຂົາເຈົ້າເຣີ່ມກັບລະຫວະ ເຣີ່ມເສັຽລະຫວະ ຜູ້ທີ່ໄປຂາຍຢູ່ຫັ້ນ?
ປະຊາຊົນ: “ແມ່ນໂຕ 400,000 ກີບຫັ້ນ ໄດ້ຍິນຄັກແນ່ ລະຈັດສັນ ຫາກໍ່ໄດ້ໄປຍໍໂຕະ ປະມານ 7 ມື້ ຫຼັງ ທິດຫຼັງ ວ່າຊັ້ນເທາະໄປ໋.”
ນັກຂ່າວ: ເຮົາຢາກໃຫ້ຂາຍແບບໃດ ຊາແນວຄິດຂອງເຮົານີ້?
ປະຊາຊົນ: “ຄືເກົ່າຫັ້ນແຫຼດີ ປະຊາຊົນພະກັນ ໄປຫາເງິນຢູ່ຫັ້ນ.”
ບໍຣິສັດຈີນ ເຂົ້າມາ ສັມປະທານ ບໍ່ສະເພາະຢູ່ແຕ່ຄອນພະເພັງ ເທົ່ານັ້ນ ແຕ່ຢູ່ຫຼາຍພື້ນທີ່ ຢູ່ແຂວງອື່ນໆໃນປະເທດລາວ ກໍເຊັ່ນດຽວກັນ.
ປະຊາຊົນ ແຂວງອັດຕະປືທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ວິທຍຸ ເອເຊັຽ ເສຣີ:
“ມັນເປັນໝົດ ປະເທດຊາດບ້ານເມືອງ ມັນບໍ່ແມ່ນເປັນສະເພາະ ຢູ່ແຕ່ຄອນພະເພັງ. ແຖວອັດຕະປື ດິນດອນຕ່ອນຫຍ້າ ເຂົາກະເອົາໃຫ້ຈີນໝົດ ມັນບໍ່ມີລະ ມັນບໍ່ມີຄຳຊິອະທິບາຍ ບໍ່ມີຄຳຊິເວົ້າລະ. ດິນຮົ້ວດິນສວນ ຜູ້ໃດມີຫຼາຍກະໃຫ້ຈີນ ເຂົ້າໄປສຳປະທານ ກະເອົາໄປໝົດ ບໍ່ເວົ້າແຕ່ຄອນພະເພັງ. ຄອນພະເພັງຍັງວ່າ ປະຊາຊົນພວກເຮົາບໍ່ມີສ່ວນ ກ່ຽວຂ້ອງຫຼາຍ ດິນດອນຕ່ອນຫຍ້າ ຂອງປະຊາຊົນນີ້ ເຂົາກະຍັງເອົາໄປໝົດ ປູກມັນແລ້ວ ເຂົາກະຍັງດຸດມັນຖິ້ມ ເຮົາບໍ່ໃຫ້ກະບໍ່ໄດ້ ມັນດ້ວຍການບັງຄັບ.”
ນັກຂ່າວ: ເຮົາບໍ່ໄດ້ຂໍຄ່າຊົດເຊີຍຫວະ?
ປະຊາຊົນ: “ຊົດເຊີຍ ມັນກະບໍ່ກຸ້ມນ່າ ໃຫ້ແຕ່ຄ່າມັນຈັກເລັກຈັກໜ້ອຍ ບ່ອນເຂົາຖືກຫັ້ນ ແຕ່ວ່າ ເຈົ້າມີດິນບ່ອນ 4-5 ເຮັກຕ້າຣ໌ ບ່ອນເຂົາເຮັດ ກະເອົາໄປໝົດ ຜູ້ລະເຮັກຕ້າຣ໌ກະມີ. 2 ເຮັກຕ້າກະມີ ບ່ອນໃດກວມ ຖືກໃນແຜນທີ່ຂອງເພິ່ນ ເພິ່ນກະເອົາໝົດ. ເອົາລະມັນກະບໍ່ມີ ບໍ່ມີຄຳຊິອະທິບາຍຍ່າ ມີແຕ່ປ່ອຍໄປຕາມກຳຕາມເວນ ຊາມັນໝົດບຸນພວກເຮົາໄປລະກະແລ້ວ ເຊັ່ນລູກເຊັ່ນຫຼານກະຈັ່ງວ່າກັນໃໝ່ ໝົດຄຳຊິເວົ້າລະ.”
ນັກຂ່າວ: ເຮົາໄດ້ລົມກະເຈົ້າໜ້າທີ່ ທ້ອງຖິ່ນບໍ່ ເພິ່ນວ່າ ຈັ່ງໃດ?
ປະຊາຊົນ: “ກະເຂົາມາກັບເຈົ້າໜ້າທີ ທ້ອງຖິ່ນຫັ້ນລະ ເຂົາພາລົງມາ ແຕ່ວ່າ ທາງກະຊວງເພິ່ນກະ ອາດຈະບອກໃຫ້ເອົາດິນເປົ່າວ່າງ ແຕ່ວ່າ ມາຮອດທ້ອງຖິ່ນ ມັນຫາດິນເປົ່າວ່າງ ບໍ່ມີລະກະ ບ່ອນໃດມັນເໝາະສົມລະກະເອົາ. ຄືກອງປະຊຸມສະພາ ເພິ່ນກະວ່າ ໃຫ້ເອົາດິນເປົ່າວ່າງເນາະ ໄປຖັງຢູ່ກອງປະຊຸມສະພາ ແຕ່ວ່າ ຫາກລາມໃສ່ດິນປະຊາຊົນຫັ້ນນ່າ ສ່ວນຫຼາຍມັນກະມີແຕ່ດິນ ປະຊາຊົນ ດິນເປົ່າວ່າງ ມັນກະຢາກໝົດລະ.”
ກ່ຽວກັບບັນຫາດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງຈຳປາສັກ, ແຕ່ ເຈົ້າໜ້າທີ່ບໍ່ຮັບໂທລະສັບ.
ເຖິງຢ່າງໃດກໍຕາມ ໃນເດືອນຕຸລາ 2022 ທີ່ຜ່ານມາ, ແຂວງຈໍາສັກ ໃຫ້ບໍຣິສັດ ຮ່ວມພັທນາສີທັນດອນ ຈໍາກັດ ຂອງນັກລົງທຶນຈີນ ສັມປະທານແຫຼ່ງທ່ອງທ່ຽວ 2 ແຫ່ງ ຢູ່ເມືອງໂຂງ ຄື ເຂດນໍ້າຕົກຕາດ ຄອນພະເພັງ ແລະ ເຂດນໍ້າຕົກຕາດສົມພະມິດ ໃນເນື້ອທີ່ ປະມານ 1,000 ເຮັກຕ້າຣ໌ ໂດຍບໍຣິສັດດັ່ງກ່າວນີ້ ມີເປົ້າໝາຍ ທີ່ຈະພັທນາແຫຼ່ງທ່ອງທ່ຽວ ທັງ 2 ແຫ່ງ ໃຫ້ມີຄວາມທັນສໄມ ແລະ ສິ່ງອໍານວຍ ຄວາມສະດວກ ຕ່າງໆຄົບວົງຈອນ.
ເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ເພິ່ນກະເປີດເປັນທຸຣະກິຈ ຂອງເພິ່ນຫັ້ນ ລໍຖ້າແຕ່ວ່າ ເພິ່ນຈະມີຄໍາສັ່ງແບບໃດ ຈະມີເປົ້າໝາຍແນວອື່ນ ທີ່ຈະສ້າງຫັ້ນ ສະຖານທີ່ທ່ອງທ່ຽວນີ້ ເພິ່ນໄປເຮັດເພື່ອປັບປຸງ ໃຫ້ມັນມີສີສັນຂຶ້ນ ຫຼາຍຕື່ມ.”
ການເຂົ້າສັມປະທານ ແຫຼ່ງທ່ອງທ່ຽວທັງ 2 ແຫ່ງ ຂອງບໍຣິສັດຈີນ ແມ່ນຈະເຣີ່ມດໍາເນີນການ ນັບຕັ້ງແຕ່ວັນທີ 11 ຕຸລາ 2022 ນີ້ເປັນຕົ້ນໄປ ຄືຈະເຣີ່ມເຂົ້າໄປປັບປຸງພື້ນທີ່ ແລະສິ່ງອໍານວຍຄວາມສະດວກຕ່າງໆທີ່ມີຢູ່ແລ້ວ ເພື່ອໃຫ້ນໍ້າຕົກຕາດ ຄອນພະເພັງ ແລະນໍ້າຕົກຕາດສົມພະມິດ ໃຫ້ກັບມານໍາໃຊ້ໄດ້ເປັນປົກກະຕິ.
ພ້ອມກັນນີ້ ກໍຈະບຸກເບີກເນື້ອທີ່ ປະມານ 50 ເຮັກຕ້າຣ໌ ໃຫ້ເປັນບ່ອນຈອດຣົຖ ສໍາລັບແຂກຂອງຮ້ານອາຫານ, ໂຮງແຮມ ແລະສ້າງສິ່ງ ອໍານວຍຄວາມສະດວກ ຄົບວົງຈອນອື່ນໆ ເຊິ່ງຄາດຄະເນວ່າ ຈະໃຊ້ເງິນລົງທຶນ ປະມານ 500,000 ໂດລ້າຣ໌ສະຫະຣັຖ ແລະ ສາມາດຮອງຮັບ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ 5,000 ຄົນຕໍ່ມື້.
ນອກຈາກນີີ້ ຍັງໄດ້ບຸກເບີກ ເນື້ອທີ່ອີກ 125 ເຮັກຕ້າຣ໌ ເພື່ອຈະສ້າງ ເປັນສວນສະນຸກ, ຫໍພິພິທະພັນ, ຫໍວິທະຍາສາຕ, ເຮືອນພັກຕາກອາກາດ ເຊິ່ງປັດຈຸບັນ ແມ່ນຍັງຢູ່ໃນຂັ້ນຕອນ ຊອກຫານັກລົງທຶນ.
ທາງການແຂວງ ຈໍາປາສັກ ໄດ້ຣາຍງານ ໃນພິທີເຊັນສັນຍາ ສັມປະທານ ໃນມື້ວັນທີ 30 ກັນຍາ 2022 ທີ່ຜ່ານມາ ວ່າ ເຂດສັມປະທານ ແຫຼ່ງທ່ອງທ່ຽວ ທັງ 2 ແຫ່ງ ຢູ່ເມືອງໂຂງ ຈະມີຊາວບ້ານ ແລະຜູ້ປະກອບການ ຈໍານວນນຶ່ງ ໄດ້ຮັບຜົລກະທົບ ເຊິ່ງທາງບໍຣິສັດ ຜູ້ພັທນາໂຄງການ ໄດ້ປະເມີນເງິນຊົດເຊີຽ ໄວ້ປະມານ 18 ຕື້ກີບ ແຕ່ຍັງບໍ່ໄດ້ຣາຍງານວ່າ ຈະຊົດເຊີຽເງິນ ໃຫ້ກັບຜູ້ທີ່ໄດ້ຮັບຜົລກະທົບ ໃນມື້ໃດ.
ບໍຣິສັດ ຮ່ວມພັທນາ ສີທັນດອນ ຈໍາກັດ ແມ່ນເປັນບໍຣິສັດ ຂອງຄົນຈີນ ທີ່ຢູ່ໃນກຸ່ມບໍຣິສັດ ລາວ ມະຫາ ນາທີ ສີທັນດອນ (Laos Maha Nathi Sithandone, Hong Kong Investment) ທີ່ໄດ້ຮັບສັມປະທານ ຈາກທາງການລາວ ເກືອບ 10,000 ເຮັກຕ້າຣ໌ ເຊິ່ງຄອບຄຸມທັງດິນ, ດອນ ແລະແມ່ນໍ້າຂອງ ເພື່ອພັທນາໂຄງການ “ເຂດພັທນາ ເສຖກິຈໃໝ່ ສີທັນດອນ” ທີ່ມີມູນຄ່າ ການລົງທຶນ ປະມານ 9 ຕື້ໂດລ້າຣ໌.
ປັດຈຸບັນ ໂຄງການດັ່ງກ່າວ ຢູ່ລະຫວ່າງ ການດໍາເນີນການ ກໍ່ສ້າງໄລຍະທໍາອິດ ຈາກທັງໝົດ 6 ໄລຍະ ເຊິ່ງໃນໄລຍະທໍາອິດ ເຣີ່ມດໍາເນີນການ ມາຕັ້ງແຕ່ ເດືອນພຶສຈິກາ ປີ 2019 ໂດຍມີການກໍ່ສ້າງ ເສັ້ນທາງ, ລະບົບນໍ້າປະປາ, ໄຟຟ້າ, ອາຄານ ສໍານັກງານ ແລະປັບປຸງ ໂຮງແຮມ ໄປແລ້ວຈໍານວນນຶ່ງ ເຊິ່ງຈະສໍາເຣັດ ໃນປີ 2025.