ລາວ-ໄທຍ ຮ່ວມກັນ ຂຍາຍຜົນ ຫາຂະບວນການ ຄ້າເສືອໂຄ່ງ ຂ້າມຊາຕ

ສຸພັດຕາ
2022.11.30
ລາວ-ໄທຍ ຮ່ວມກັນ ຂຍາຍຜົນ ຫາຂະບວນການ ຄ້າເສືອໂຄ່ງ ຂ້າມຊາຕ ລູກເສືອໂຄ່ງ 4 ໂຕ ທີ່ຄາດວ່າ ລັກລອບນຳມາຈາກ ສປປ ລາວ ຖືກເຈົ້າໜ້າທີ່ໄທຍຍຶດໄດ້ ຂະນະທີ່ ຜູ້ຄອບຄອງ ລູກເສືອດັ່ງກ່າວ ຖືກຈັບ, ວັນທີ 15 ພຶສຈິກາ 2022.
ຮູບພາບ: ຜູ້ຈັດການອອນລາຍນ໌ ຝ່າຍຂ່າວອາຊຍາກັມ ປະເທດໄທຍ

ຫຼັງຈາກທີ່ ທ້າວທະນັດ ວົງສານ ອາຍຸ 63 ປີ ສັນຊາຕໄທຍ ຖືກເຈົ້າໜ້າທີ່ໄທຍຈັບ ຍ້ອນລັກລອບຂົນຍ້າຍ ລູກເສືອໂຄ່ງ ສາຍພັນ ເບັ໋ງກໍລ໌ (Bengal) 4 ໂຕ ຈາກລາວ ໃນວັນທີ 15 ພຶສຈິກາ ທີ່ຜ່ານມາ ແລ້ວສາຣະພາບວ່າ ໄດ້ໄປຕິດຕໍ່ຊື້ລູກເສືອໂຄ່ງ ໃນແຂວງສວັນນະເຂດ ພ້ອມທັງ ເຈົ້າໜ້າທີ່ຕໍາຣວດໄທຍ ກວດສອບໂທຣະສັບມືຖື ຂອງທ້າວ ທະນັດ ເຫັນຄລິບວິດິໂອ ບັນທຶກພາບ ການລ້ຽງລູກເສືອໂຄ່ງ ຫຼາຍກວ່າ 20-40 ໂຕນັ້ນ ເຮັດໃຫ້ທາງການໄທຍ ແລະທາງການລາວ ຕ້ອງມາຮ່່ວມກັນ ຂຍາຍຜົນຈັບ ຂະບວນການຄ້າ ເສືອໂຄ່ງຂ້າມຊາຕ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ດ່ານກວດຄົນເຂົ້າເມືອງ ແຂວງມຸກດາຫານ ປະເທດໄທຍ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ແລ້ວໄດ້ເຂົ້າຮ່ວມກອງປະຊຸມ ປະສານງານ ແລກປ່ຽນຂໍ້ມູນ ຂ່າວສານ ລາວ-ໄທຍ ໃນວັນທີ 22 ພຶສຈິກາ ທີ່ຜ່ານມາ ຢັ້ງຢືນວ່າ ລູກເສືອໂຄ່ງ 4 ໂຕນັ້ນ ຄາດວ່າ ເປັນລູກເສືອ ທີ່ລ້ຽງໃນໄທຍແລ້ວຍ້າຍໄປລາວ ເພື່ອຫຼົບຫຼີກການຂຶ້ນທະບຽນເສືອ, ສ່ວນລູກເສືອໂຄ່ງທີ່ເຫຼືອ ອີກປະມານ 40 ໂຕ ຍັງຢູ່ລາວ ໄດ້ຂໍຄວາມຮ່ວມມື ໃຫ້ທາງການລາວ ຊ່ອຍດໍາເນີນການ ສືບຫາຜູ້ກະທໍາຜິດ ມາດໍາເນີນຄະດີ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 24 ພຶສຈິການີ້ວ່າ:

“ອັນນີ້ ເປັນການຄາດການ ວ່າເປັນເສືອທີ່ເພາະລ້ຽງ ທີ່ເກີດຢູ່ທີ່ເມືອງໄທຍ ແລ້ວກໍຍ້າຍໄປ ເພື່ອຫຼົບຫຼີກການຂຶ້ນທະບຽນ ໄປລ້ຽງໄວ້ຢູ່ລາວ ແລ້ວຄ່ອຍຂາຍ ອີ່ຫຍັງປະມານນີ້ ປະມານ 40 ໂຕ ຢູ່ທາງລາວ.”

ພາຍຫຼັງທາງການລາວ ໄດ້ເຫັນສໍານັກຂ່າວໄທຍ ຣາຍງານຂ່າວກ່ຽວກັບລູກເສືອໂຄ່ງ 4 ໂຕ ຖືກລັກລອບມາຈາກລາວ ກໍໄດ້ຕັດສິນໃຈເຂົ້າຮ່ວມກອງປະຊຸມ ໃນວັນທີ 22 ພຶສຈິກາ ທີ່ຜ່ານມາ ແລ້ວກໍໄດ້ພົບຫຼັກຖານ ເປັນຄລິບວິດິໂອ ທີ່ມີລູກເສືອໂຄ່ງ ຍັງຢູ່ລາວອີກ 20-30 ໂຕນັ້ນ, ທາງພາກສ່ວນທີ່ກ່ຽວຂ້ອງ ກໍາລັງຄົ້ນຄວ້າ ສືບຕໍ່ເພື່ອດໍາເນີນການສືບຫາ ຜູ້ກະທໍາຜິດມາດໍາເນີນຄະດີຕໍ່ໄປ.

ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ຂອງລາວ ກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ວ່າເຮົາມາເບິ່ງຮູບພາບ ວິດິໂອ ທີ່ເຂົາເຈົ້າຖ່າຍ ກໍເຫັນຫຼາຍໂຕເສືອເນາະ ເຫັນຫຼາຍໂຕພໍສົມຄວນ ຢູ່ລາວເຮົານີ້ແຫຼະເນາະ ສະນັ້ນໃນຂໍ້ມູນທີ່ວ່າ ເສືອຍັງ 20-30 ໂຕນີ້ ກັບໄດ້ຂໍ້ມູນຈາກເບື້ອງໄທຍ ເພິ່ນໃຫ້ຂໍ້ມູນເຮົາຫັ້ນ ເຮົາກໍກໍາລັງຊິຄົ້ນຄວ້າ ຊິສືບຕໍ່ຊອກ ວ່າມັນຢູ່ໃນບ່ອນໃດ ອັນນີ້ເຮົາກໍບໍ່ຢາກເວົ້າ ເປັນຄວາມລັບເນາະ.”

ພ້ອມກັນນີ້ ທາງການລາວສັນນິຖານວ່າ ລູກເສືອໂຄ່ງ 4 ໂຕ ແລະລູກເສືອ ທີ່ຍັງເຫຼືອຢູ່ໃນລາວ ອີກ 20-30 ໂຕນັ້ນ ເປັນລູກເສືອແບບລ້ຽງດ້ວຍມະນຸສ ໂດຍສັງເກດໄດ້ຈາກ ເຈົ້າໜ້າທີ່ປ້ອນນົມ ຫຼືປ້ອນອີ່ຫຍັງເຂົ້າປາກ ມັນກໍຈະກິນໝົດ.

ສ່ວນວ່າ ຄວາມຄືບໜ້າຫຼ້າສຸດ ກ່ຽວກັບການກວດ DNA ຂອງລູກເສືອໂຄ່ງ 4 ໂຕນັ້ນ ທາງການໄທຍ ກໍາລັງກວດຢູ່ ແລະຍັງບໍ່ທັນລະບຸ ແບບເປັນທາງການໄດ້ວ່າ ລູກເສືອໂຄ່ງ 4 ໂຕ ມາຈາກຟາມລ້ຽງ ຂອງໄທຍ ຫຼືລາວ ຄາດວ່າ ປະມານ 1 ເດືອນປາຍ ຈຶ່ງຈະໄດ້ຜົນກວດ DNA ຂອງລູກເສືອໂຄ່ງ 4 ໂຕ ຢ່າງຄັກແນ່, ແຕ່ເບື້ອງຕົ້ນ ຄາດວ່າ ລູກເສືອໂຄ່ງ 4 ໂຕນັ້ນ ເປັນເສືອຈາກຟາມລ້ຽງຂອງໄທຍ.

ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ທ່ານດຽວກັນນີ້ ກ່າວຕື່ມວ່າ:

“ສັນນິຖານວ່າ ເປັນສັດລ້ຽງຫັ້ນແຫຼະ ເພາະວ່າມັນກິນນົມກິນຫຍັງ ເຂົາປ້ອນຫຍັງ ມັນກໍກິນເນາະ ສະແດງວ່າ ສັດຈໍານວນນີ້ເປັນສັດລ້ຽງ ຄືວ່າ ເປັນແນວນັ້ນ ທາງໄທຍ ເພິ່ນດຽວນີ້ ກໍກໍາລັງກວດ DNA ຂອງສັດຫັ້ນ ກໍຍັງບໍ່ທັນໄດ້ອອກມາ ຜົນກວດຫັ້ນນ່າເນາະ ແຕ່ວ່າ ຢູ່ໄທຍນີ້ເພິ່ນມີ DNA ເສືອລ້ຽງໄວ້ໝົດແລ້ວ ສະນັ້ນ ລໍຖ້າອີກປະມານເດືອນນຶ່ງ ຈັ່ງຊິຊັດເຈນເນາະ ແຕ່ວ່າ ໃນເບື້ອງຕົ້ນ ສັນນິຖານວ່າເປັນເສືອຂອງໄທຍ ທີ່ວ່າເຂົາເຈົ້າເອົາຂ້າມມາລາວ ເພື່ອຈະເອົາໄປຂາຍຕໍ່ປະເທດທີ່ສາມ.”

ຂະນະທີ່ ປະຊາຊົນລາວ ທີ່ອາສັຍຢູ່ແຂວງສວັນນະເຂດ ມາດົນກວ່າ 40 ປີ ບໍ່ເຄີຍເຫັນພໍ່ຄ້າ-ແມ່ຄ້າ ເອົາເສືອໂຄ່ງ ມາປຸງແຕ່ງອາຫານ ເປັນຢາສະໝຸມໄພ ກິນເປັນຢາອະນຸວັດທະນະ ກັບຕາຂອງໂຕເອງ ແຕ່ກໍໄດ້ຍິນປາກຕໍ່ປາກ ວ່າມີຢາສະໝຸນໄພຕາມຕໍາຣາຈີນ ຢູ່ຮ້ານອາຫານຂອງຄົນວຽດນາມ ເຊັ່ນ: ບອງງູ, ບອງຕີນໝີ ແລະຕົ້ມເສືອ, ດັ່ງຊາວລາວ ຈາກແຂວງສວັນນະເຂດ ທ່ານນີ້ ກ່າວໃນມື້ດຽວກັນນີ້ວ່າ:

“ໄດ້ຍິນຄົນເວົ້າຕໍ່ໆ ເພາະວ່າ ເຮົາກະບໍ່ຮູ້ເນາະ ວ່າ ຄືຈີນ ເຂົາເວົ້າເຣື່ອງຢາ ຕໍາຣາອີ່ຫຍັງ ເຂົາເຈົ້າຫັ້ນແຫຼະ ເຮົາກໍບໍ່ຮູ້ ຫຼືວ່າວຽດ ເຮົາເຫັນໃນຮ້ານວຽດ ຄືເຂົາບອງງູ ບອງຕີນໝີ ອີ່ຫຍັງຕ່າງໆ ຕົ້ມກາວເສືອ ເຂົາເຮັດອີ່ຫຍັງເດ້ ກະໄດ້ຍິນແນວນັ້ນ ເຮົາກະບໍ່ເຫັນໂຕຈິງເຮົາກໍບໍ່ຮູ້ດອກ ແລ້ວກໍບໍ່ຊິສາມາດຢັ້ງຢືນໄດ້ ເຂົາເອົາໄປຕົ້ມກິນແທ້ບໍ່ຫັ້ນນ່າ.”

ເຖິງຢ່າງໃດກໍຕາມ ໃນວັນທີ 22 ພຶສຈິກາ ທີ່ຜ່ານມານັ້ນ ໂຕແທນຈາກທາງການລາວ ຄື ທ່ານ ສຸນທອນ ເທບປັນຍາ ຮອງຫົວໜ້າກອງຄຸ້ມຄອງອະນຸຮັກປ່າ ແຂວງສວັນນະເຂດ ກໍໄດ້ກ່າວຕໍ່ສໍານັກຂ່າວ ເດລິນິສ ປະເທດໄທຍ ພາຍຫຼັງກອງປະຊຸມ ວ່າ ຖ້າຫາກໄດ້ຂໍ້ມູນກ່ຽວກັບຂບວນການຄ້າສັດປ່າຂ້າມຊາຕ ກໍຈະເຊີນທາງການໄທຍເຂົ້າຮ່ວມ, ດັ່ງທ່ານກ່າວວ່າ:

“ພາຍຫຼັງພວກເຮົາ ທາງສວັນນະເຂດໄດ້ຂໍ້ມູນເຊີງເລີກ ຫຼືອັນໃດ ທີ່ມັນເປັນໂຕກວດແລ້ວ ພວກເຮົາຈະເຊີນຝ່າຍໄທຍ ໄປຮ່ວມ ພວກເຮົາພ້ອມແລ້ວທີ່ຈະໃຫ້ຄວາມຮ່ວມມື ເພື່ອທີ່ຈະເຮັດຈັ່ງໃດ ສິ່ງທີ່ມີຊີວິດໃນໂລກຫັ້ນນ່າເນາະ ມັນກໍມີຊີວິດຄືກັນກັບມະນຸສເຮົາ ບໍ່ວ່າສັດ ບໍ່ວ່າຄົນ ມັນກໍຢາກມີຊີວິດຄືເຮົາ ບໍ່ໝາຍຄວາມວ່າ ຊິໄປເປັນເຫຍື່ອ ຂອງອັນນັັ້ນເນາະ.”

ນອກຈາກນີ້ ສໍານັກບໍຣິຫານພື້ນທີ່ອະນຸຮັກທີ 9 ແຂວງອຸບົນຣາຊທານີ ປະເທດໄທຍ ຍັງໄດ້ໃຫ້ຂໍ້ມູນຂອງຜູ້ຕ້ອງສົງສັຍ ທີ່ກ່ຽວຂອງກັບຂບວນການຄ້າເສືອໂຄ່ງ ໃຫ້ກັບທາງປະເທດລາວ ໃນນັ້ນ ເປັນຊາວໄທຍ 1 ຄົນ ແລະຊາວຕ່າງປະເທດ 1 ຄົນ ເພື່ອເລັ່ງຕິດຕາມຈັບໂຕມາດໍາເນີນຄະດີ ແລະຂຍາຍຜົນໄປເຖິງຂບວນການຄ້າສັດປ່າຂ້າມຊາຕ ເຊິ່ງເຊື່ອວ່າ ໜ້າຈະເປັນຂບວນການໃຫຍ່ ເບິ່ງໄດ້ຈາກລູກເສືອໂຄ່ງຈໍານວນຫຼາຍ ທີ່ກໍາລັງຢູ່ໃນການເບິ່ງແຍງຢ່າງໃກ້ຊິດ ໃນປະເທດລາວ, ອີງຕາມຂໍ້ມູນຈາກສໍານັກຂ່າວ ເດລິນິວສ໌ ປະເທດໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.