ຊາວບ້ານວັງແຊງ ຖືກຜົລກະທົບ ໂຄງການ ເຂື່ອນໄຟຟ້າ ນ້ຳຮາວ

ບ້ານວັງແຊງ ເມືອງວຽງໄຊ ແຂວງຫົວພັນ, ວັນທີ 17 ພຶສຈິກາ ປີ 2022.
ບ້ານວັງແຊງ ເມືອງວຽງໄຊ ແຂວງຫົວພັນ, ວັນທີ 17 ພຶສຈິກາ ປີ 2022. (ຮູບພາບ: ຖະແຫຼງຂ່າວເມືອງວຽງໄຊ)

0:00 / 0:00

ຊາວບ້ານ ບ້ານວັງແຊງ ປະມານ 7-10 ຄອບຄົວ ຈາກທັງໝົດ 30 ປາຍຄອບຄົວ ຢູ່ເມືອງວຽງໄຊ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າ ນ້ຳຮາວ ບໍ່ພໍໃຈທີ່ໄດ້ຄ່າຊົດເຊີຍໜ້ອຍ ເພາະເຫັນວ່າ ເງີນຈຳນວນດັ່ງກ່າວ ບໍ່ສາມາດປຸກເຮືອນຫລັງໃໝ່ ແລະຟື້ນຟູຊີວິຕ ຂອງພວກເຂົາເຈົ້າໃຫ້ດີຂຶ້ນກວ່າເກົ່າໄດ້.

ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ພຶສຈິກາປີ 2022 ນີ້ວ່າ:

“ອັນເຮືອນເຮົານີ້ ຖືກແລ້ວເຮືອນເຮົາຫັ້ນນ່າ ໄດ້ມາສ້າງເຮືອນໃໝ່ ຍັງແຕ່ນາເຂົາຍັງບໍ່ທັນໃຫ້ເທື່ອ ຈັກຊິເປັນແນວໃດ. ເຂົາຫັກນີ້ ຫັກນັ້ນໄປ ຍັງມາເຫລືອ ຮອດເອື້ອຍກໍມີແຕ່ 70 ລ້ານກິີບ, ຈັກຊິແນວໃດ ເອື້ອຍກໍຍາກໃຈ ແບບເຮົາລະບໍ່ໄດ້ເຮັດເລີຍນາຫັ້ນ ຍັງບໍ່ໄດ້ຮູ້ນ່າ ຍັງບໍ່ໄດ້ຊ້ຳນ່າ ອັນຊົດເຊີຍດິນນາ ດຽວນີ້ນ່າ.”

ທ່ານກ່າວຕື່ມວ່າ ແຕ່ລະຄອບຄົວ ທີ່ໄດ້ຮັບຜົລກະທົບ ແມ່ນໄດ້ຮັບເງິນ ຊົດເຊີຍພຽງຢ່າງດຽວ ຫລາຍນ້ອຍແຕກຕ່າງກັນໄປ ຕາມການປະເມີນ ຂອງທາງການລາວ ແລະເງິນຈຳນວນດັ່ງກ່າວ ກໍຕ້ອງເອົາໄປປຸກເຮືອນຫລັງໃໝ່ ດ້ວຍໂຕເອງ ທາງການບໍ່ປຸກໃຫ້ ແຕ່ຢ່າງໃດ. ເງິນຈຳນວນນັ້ນ ກໍບໍ່ພຽງພໍ ໃນການປຸກເຮືອນໃໝ່ ຍ້ອນທຸກມື້ນີ້ຄ່າແຮງງານ ຈ້າງຊ່າງ ແລະຊື້ອຸປກອນ ການກໍ່ສ້າງກໍແພງ ຈຶ່ງເຮັດໃຫ້ຊາວບ້ານ ມີຄວາມຍຸ້ງຍາກ ໃນການປຸກເຮືອນ ຮວມທັງການຊອກຫາ ທີ່ດີນບ່ອນໃໝ່ ເພື່ອປຸກເຮືອນ.

ນອກຈາກນີ້ ຊາວບ້ານຍັງເສັຽດິນ ສຳລັບການກະເສດ ໃຫ້ກັບໂຄງການ ກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຂອງເຂື່ອນໄຟຟ້ານ້ຳຮາວນຳອີກ ທີ່ຍັງບໍ່ໄດ້ຄ່າຊົດເຊີຍເທື່ອ ຊາວບ້ານໄດ້ເຊົາເຮັດນາ ຫັນໄປເຮັດວຽກ ເປັນກັມມະກອນ ຮັບຈ້າງໃນເຂດອື່ນ ຍ້ອນບໍ່ມີດິນເຮັດນາ.

ຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກທ່ານນຶ່ງເວົ້າວ່າ ຊາວບ້ານສວ່ນໃຫຍ່ ບໍ່ຕ້ອງການໂຍກຍ້າຍ ຈາກບອ່ນຢູ່ອາສັຍ ຍ້ອນຄວາມຍຸ້ງຍາກ ທີ່ເກີດຂຶ້ນກັບຊີວິຕ ຂອງພວກເຂົາເຈົ້າ ແຕ່ຈຳເປັນຕ້ອງໄດ້ໂຍກຍ້າຍ ການປຸກເຮືອນ ໃໝ່ກໍຕອ້ງໃຊ້ເວລາ ຫລາຍເດືອນຈຶ່ງຈະສາມາດຢູ່ໄດ້.

ດັ່ງຊາວບ້ານທ່ານນີ້ເວົ້າວ່າ:

“ເພາະວ່າ ຖ້າມັນບໍ່ມີອັນນັ້ນ (ເຂື່ອນໄຟຟ້າ) ເພິ່ນກະບໍ່ຢາກຍ້າຍຫັ້ນນ່າ ບ່ອນປຸກເຮືອນຍາກ ຂະເຈົ້າບໍ່ຢາກຍ້າຍ ຂະເຈົ້າກະເລີຍວ່າຈຳເປັນ ຍຸ້ງຍາກຫ້ນແຫລະ ກຳລັງຊອກດິນຢູ່ ແຖວເທິງທາງຫັ້ນນ່າ ຕ້ອງໄດ້ຫາບ່ອນ ໂຕນີ້ມີແຕ່ເພີ່ນເອົາເງິນຊົດເຊີຍໃຫ້ດອກ ບຸກເບີກໃໝ່ເອງ ຫັ້ນນ່າ.”

ກ່ຽວກັບຄ່າຊົດເຊີຍ ຕໍ່ຊາວບ້ານທີ່ໄດ້ຮັບຜົລກະທົບ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດຜູ້ພັທນາ ເຂື່ອນໄຟຟ້ານ້ຳຮາວ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ປະຕິເສດທີ່ຈະຕອບຄຳຖາມ ແລະໃຫ້ຂໍ້ມູນ.

ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ເມືອງວຽງໄຊ ແຂວງຫົວພັນ ກ່າວວ່າ ຊາວບ້ານ, ບ້ານວັງແຊງ ເປັນບ້ານຊົນເຜົ່າ ຢູ່ຮວມກັນປະມານ 30 ປາຍຄອບຄົວ ເຮັດນາແບບຂັ້ນໄດ ແລະລ້ຽງສັດ ເປັນອາຊີພຫລັກ ພາຍຫລັງ ທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຮາວ ເຂົ້າມາກໍເຮັດໃຫ້ຊາວບ້ານ ບໍ່ມີດິນສຳລັບການປູກຝັງແລະລ້ຽງສັດ ຄືເກົ່າ. ແນວໃດກໍຕາມ ທາງຫ້ອງການ ກະສິກັມ ແລະປ່າໄມ້ ເມືອງວຽງໄຊ ແຂວງຫົວພັນ ກໍ ຍັງບໍ່ມີແຜນການ ຊ່ອຍເຫລືອ ເຂົາເຈົ້າເທື່ອ.

ດັ່ງທ່ານກ່່າວວ່າ:

“ບ້ານນ້ອຍປະມານ 30 ປາຍຫລັງຄາເຮືອນນີ້ແຫລະ (ດິນທຳການກະເສຕ) ມີເປັນຈອມພູເນາະ ແບບວ່າ ບ້ານຂະເຈົ້າເປັນພູຊັນເນາະ ມັນບໍໍ່ມີທົ່ງພຽງຫລາຍ ຢູ່ແຖວນັ້ນ ປູກຝັງລ້ຽງສັດແລ້ວກະເຮັດນາ ສອງກະປູກຫຍ້າ ລ້ຽງສັດງົວຄວາຍນີ້ແຫລະ.”

ຂນະທີ່ເຈົ້າໜ້າທີ່ ພລັງງານ ແລະບໍ່ແຮ່ ແຂວງຫົວພັນ ທ່ານນຶ່ງເວົ້າວ່າ ສຳລັບຜົລກະທົບ ຕໍ່ສິ່ງແວດລ້ອມແລະສັງຄົມ ຈາກໂຄງການ ເຂື່ອນນ້ຳຮາວນັ້ນ ມີພຽງເລັກນ້ອຍ ຈາກການຕັນເຂືອນ ມີຊາວບ້ານພຽງແຕ່ 7-10 ຄອບຄົວ ເທົ່ານັ້ນຖືກໂຍກຍ້າຍ ຈາກເຮືອນຫລັງເກົ່າ ເພື່ອໄປປຸກເຮືອນຫລັງໃໝ່ ໃນເຂດບ້ານເກົ່າຂອງພວກເຂົາເຈົ້າຢູ່.

ສ່ວນເງິນຄ່າຊົດເຊີຍນັ້ນ ທາງໂຄງການ ໄດ້ມອບໃຫ້ສເພາະຊັພສິນມີຄ່າ ເທົ່ານັ້ນ ເປັນຕົ້ນເຮືອນ, ໜອງປາ ແລະຜົລປູກຂອງຊາວບ້ານ ຮວມເປັນເງິນ ປະມານ 175,514,000 ກີບ ສຳລັບຄ່າຊົດເຊີຍ ການເສັຽທີ່ດິນ ໃນໂຄງການສ້າງສາຍສົ່ງໄຟຟ້າ 115 ກິໂລໂວນນັ້ນ ແມ່ນຍັງຢູ່ໃນການພິຈາຣະນາຢູ່. ປັດຸຈບັນ ການກໍ່ສ້າງເຂື່ອນໄຟຟ້າ ນ້ຳຮາວ ມີຄວາມຄືບໜ້າ ເກືອບຮອດ 70% ແລ້ວ.

ດັ່ງທ່ານເວົ້າວ່າ:

“ເພິນໝົດແລ້ວເດ. ຜົລກະທົບຫັ້ນໜ້ອຍດຽວນຶ່ງ ກະຊິໄດ້ຍ້າຍໜ້ອຍນຶ່ງ ໂຕຢູ່ໜ້າເຂື່ອນນ່າ ເຮັດໄດ້ 69% ແລ້ວເດ. ປັດຈຸບັນນີ້ ກຳລັງຕຽມຊິຕັນເຂື່ອນ ແລ້ວກະຕຽມຊິວາງທໍ່ ເຂື່ອນຕໍ່ລົງຫາໂຮງຈັກ, ສັນຍາຊື້-ຂາຍ ໄຟຟ້າ ແມ່ນຂາຍໃຫ້ໄຟຟ້າ ເລີິຍ.”

ໂຄງການ ເຂື່ອນໄຟຟ້ານ້ຳຮາວ ຕັ້ງຢູ່ບ້ານ ນາຍົມ ເມືອງວຽງໄຊ ແຂວງຫົວພັນ ມີກຳລັງການຜລິດ 15-22 ເມກາວັດ ເຣີ່ມກໍ່ສ້າງມາແຕ່ປີ 2020 ແລະມີກຳນົດສ້າງສຳເຣັດ ໃນປີ 2024 ດ້ວຍມູນຄ່າການລົງທຶນ 42.5 ລ້ານໂດຣ້າຣ໌ ມີເປົ້າໝາຍຜລິດໄຟຟ້າຂາຍ ໃຫ້ຣັຖວິສາຫະກິຈ ໄຟຟ້າລາວ.

ໂຄງການເຂື່ອນໄຟຟ້າ ນ້ຳຮາວ ຢູ່ພາຍໃຕ້ບໍຣິສັດ ນ້ຳຮາວ ຈະເຣີນ ພາວເວີ ຈຳກັດ ຂອງກຸ່ມບໍຣິສັດ ຄຳຜາຍກໍ່ສ້າງ ຂົວທາງ ແລະຊົນລະປະທານ ຈຳກັດ ທີ່ດຳເນີນທຸຣະກິຈ ຫລາກຫລາຍປະເພດ ເປັນຕົ້ນເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ, ສ້າງຂົວ-ທາງ, ເຄຫາສະຖານ, ຈຳໜ່ວຍຈັກຜລິດໄຟຟ້າ ແລະປຸງແຕ່ງໄມ້.