ເຣື້ອງທີ່ເກັບບັນທຶກໄວ້
2024-03-20
ເພື່ອປ້ອງການຕັດໄມ້ເຜົາຖ່ານ, ແຂວງສວັນນະເຂດ ໄດ້ອອກແຈ້ງການ ຫ້າມບຸກຄົນ ແລະນິຕິບຸກຄົນ ມີການເຜົາຖ່ານ, ເກັບຊື້ຖ່ານ ແລະເຄື່ອນຍ້າຍຖ່ານດໍາ ແລະຫ້າມຜແນກອຸດສາຫະກັມ ແລະປ່າໄມ້ ອອກໜັງສືອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເຊິ່ງຊາວບ້ານສ່ວນນຶ່ງ ໄດ້ຮັບຜົລກະທົບ ເນື່ອງຈາກເປັນອາຊີບດຽວ ທີ່ຊາວບ້ານພໍມີລາຍໄດ້ ລ້ຽງຄອບຄົວ.
2024-03-18
ກ່ຽວກັບຜົລກະທົບ ຈາກຂຸດຄົ້ນແຮ່ຫາຍາກ ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ນັກກົດໝາຍ ໃຫ້ຄໍາເຫັນວ່າ ຊາວບ້ານບໍ່ໄດ້ສ້າງຜົລກະທົບ ແຕ່ ບໍຣິລັດ ເປັນຜູ້ສາງ ແລະ ຕ້ອງຮັບຜິດຊອບຟື້ນຟູທັມມະຊາຕ ທີ່ເສັຽໄປ ໃນຂະນະທີ່ ນັກທຸຣະກິຈ ເຫັນວ່າ ມີແຕ່ຄວາມເສັຽຫາຍ ສ່ວນວ່າຜູ້ໄດ້ມີແຕ່ນາຍທຶນ.
2024-03-18
ບັນຫານໍ້າເສັຍ ຈາກໂຮງງານຜລິດແປ້ງມັນຕົ້ນ ຂອງບໍຣິສັດຈີນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ທີ່ອອກສູ່ແມ່ນໍ້າຂອງ ເມື່ອວັນທີ 14 ມີນາ ທີ່ຜ່ານມານັ້ນ ໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະທາງໂຮງງານແລ້ວ: ເຈົ້າເມືອງ ເມືອງປາກລາຍ.
2024-03-15
ໃນຮອບຫຼາຍປີ ທີ່ຜ່ານມານີ້ ປະຊາຊົນ ໃນປະເທດລາວ ປະສົບບັນຫາດ້ານພັຍພິບັດຫຼາຍແນວ ໂດຍສະເພາະ ພັຍນໍ້າຖ້ວມ ແລະພັຍແລ້ງ ຂະນະທີ່ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີແຜນປ້ອງກັນທີ່ຊັດເຈນ ແລະວ່ອງໄວ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບຫຼາຍ ໂດຍບໍ່ໄດ້ຮັບຄ່າຊົດເຊີຍທີ່ເໝາະສົມ.
2024-03-15
ຊາວບ້ານຢູ່ເມືອງປາກລາຍ ເວົ້າວ່າ ໂຮງງານຜລິດແປ້ງມັນຕົ້ນຂອງຈີນ ປ່ອຍນໍ້າເສັຽເປັນພິດລົງໃສ່ແມ່ນໍ້າຂອງ ມີກິ່ນເໝັນ ຊາວບ້ານເດືອດຮ້ອນ ບໍ່ສາມາດໃຊ້ນໍ້າໃນເຂດນັ້ນໄດ້.
2024-03-12
ຣັຖບານໄດ້ສົ່ງເອກກະສານເຖິງ ອົງການ ຢູເນສໂກ (UNESCO) ໃນການສເນີ ອຸທິຍານແຫ່ງຊາຕ ຫີນໜາມໜໍ່ ເຂົ້າເປັນພື້ນທີ່ມໍຣະດົກໂລກ ທາງທັມມະຊາຕ ແຫ່ງທຳອິດ ຂອງປະເທດລາວ ໂດຍການສເນີຊື່ ຄັ້ງນີ້ ແມ່ນໄດ້ຜ່ານເກນມາຕຖານ ດ້ານວິຊາການທັງໝົດ.
2024-03-08
ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ມີ ບໍຣິສັດ ຂອງວຽດນາມ ເປັນຜູ້ລົງທຶນ ແລະ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍມູນຄ່າການລົງທຶນ 152.88 ລ້ານໂດລ້າຣ໌ສະຫະຣັຖ ແລະມີກໍາໜົດສ້າງແລ້ວ ໃນປີ 2023, ແຕ່ໂຄງການດັ່ງກ່າວ ໄດ້ຊະລໍການກໍ່ສ້າງ ອອກໄປ.
2024-03-07
ອຳນາດການປົກຄອງ ເມືອງໂພນໂຮງ ສັ່ງໃຫ້ຍຸຕິ ການຖາງປ່າ ຈູດປ່າ ລວມເຖິງການຕັດໄມ້ ໃກ້ເຂດປ່າສງວນພູພະນັງ ໂດຍສະເພາະໃນໃນໄລຍະນີ້ ຊາວບ້ານກະຕຣຽມພື້ນທີ່ ເພື່ອປູກພືດຜົລທາງການກະເສດ ເຊິ່ງຄຳສັ່ງຫ້າມດັ່ງກ່າວ ລວມເຖິງການເຜົາຖ່ານນຳດ້ວຍ.
2024-03-06
ນາຍົກຣັຖມົນຕຣີ ຕ້ອງການໃຫ້ມີການແປຮູບ ແຮ່ທາດ ກ່ອນທີ່ຈະສົ່ງອອກນອກປະເທດ ຍ້ອນວ່າ ການສົ່ງແຮ່ດິບ ອອກນອກປະເທດ ເຮັດໃຫ້ປະເທດຊາດ ເສັຽຜົນປະໂຫຍດ ແລະ ສົ່ງຜົນກະທົບ ຕໍ່ເສັ້ນທາງ ໃນການຂົນສົ່ງແຮ່ທາດ ໃນປະຣິມານຫຼາຍ.
2024-03-05
ແຂວງອັດຕະປືໃຫ້ບໍຣິສັດ ພັທນາຫິນປາໂກດິດ ອັດຕະປື ຈໍາກັດຜູ້ດຽວ ສັມປະທານຂຸດຄົ້ນ ແລະປຸງແຕ່ງຫິນອ່ອນ ປາໂກດິນ ແລະຫິນປະດັບ ໃນເນື້ອທີ່ 4.19 ເຮັກຕ້າຣ໌ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແຂວງອັດຕະປື ໂດຍມີໄລຍະເວລາ ສັມປະທານ ທັງໝົດ ເປັນເວລາ 10 ປີ.
2024-03-01
ເມື່ອບໍ່ດົນມານີ້ເຂື່ອນໄຟຟ້າ Tuoba ໃນແຂວງຢູນນານ ປະເທດຈີນ ໄດ້ປ່ອຍນໍ້າກະທັນຫັນ ຈົນເຮັດໃຫ້ລະດັບນໍ້າຂອງ ສູງຂຶ້ນ 0.70 ແມັດ ທີ່ເມືອງຊຽງແສນປະເທດໄທຍ, ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່ອນໄຫຼລົງໄປຫາເມືອງປາກແບງ ແຂວງອຸດົມໄຊ ແລະ ແຂວງຫຼວງພຣະບາງ ຕາມລຳດັບ.
2024-02-29
ລາວຕົກລົງໃຫ້ຈີນ ສໍາຣວດແຮ່ເກືອໂປຕາສ ຫລື ເກືອກາລີ ແລະ ແຮ່ຕິດພັນ ຢູ່ຫລາຍແຂວງຂອງລາວ ແຕ່ແຂວງຫລວງນໍ້າທາ ເຖິງ ແຂວງອັດຕະປື ເຊິ່ງເປັນໂຄງການໃໝ່ ແລະສ້າງຄວາມກັງວົນໃຈ ໃຫ້ຊາຊົນກັງວົນ ຢ້ານຜົລກະທົບ ຕາມມາໜັກໜ່ວງ.
2024-02-28
ຊາວບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ທາງການ ກວດກາການຂຸດຄົ້ນແຮ່ຄໍາ ທີ່ບໍ່ໄດ້ມາຕຖານ ຂຸດຄົ້ນແບບຊະຊາຍ ທີ່ເຮັດໃຫ້ມີຜົລກະທົບ ຕໍ່ວິ່ງແວດລ້ອມ ແລະຊຸມຊົນ.
2024-02-26
ຣັຖບານລາວ ເຊັນສັນຍາ ພັທນາໂຄງການໄຟຟ້າ ພະລັງງານລົມ ກຳລັງຕິດຕັ້ງ 1,200 ເມກະວັຕ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ເພື່ອຂາຍໄຟຟ້າ ໃຫ້ປະເທດວຽດນາມ, ແຕ່ໃນເບື້ອງຕົ້ນ ຍັງຢູ່ໃນໄລຍະກະຕຣຽມ ເຊັນສັນຍາ ອີກບາງສບັບ ຈຶ່ງຈະເຣີ່ມໂຄງການ ໃນລຳດັບຕໍ່ໄປ.
2024-02-26
ຊາວບ້ານພົບເຫັນປາຕາຍ ຢູຫ້ວຍມັນທີ່ເປັນແຫຼ່ງນໍ້າ ຕາມທຳມະຊາດ ຢູ່ເຂດບ້ານເມືອງແວ່ນ ແລະ ບ້ານສົບແວ່ນ ເມືອງຊໍາເໜືອ ແຂວງຫົວພັນ ໂດຍອ້າງວ່າ ມີບໍລິສັດຈີນເຂົ້າມາຂຸດຄົ້ນແຮ່ທາດ ແລະໄດ້ປ່ອຍນໍ້າເສັຍລົງສູ່ແຫຼ່ງນໍ້າທຳມະຊາດ ຈົນເຮັດໃຫ້ປາຕາຍເປັນຈຳນວນຫຼາຍ ແລະຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂອ້ງແກ້ໄຂ.