ແຂວງສວັນນະເຂດ ອອກແຈ້ງການ ຫ້າມບໍ່ໃຫ້ເຜົາຖ່ານ

ຈຳປາທອງ
2024.03.20
ແຂວງສວັນນະເຂດ ອອກແຈ້ງການ ຫ້າມບໍ່ໃຫ້ເຜົາຖ່ານ ນີ້ເປັນພຽງຮູບປະກອບ ໃນສະຖານະການໄຟໄໝ້ປ່າ ຢູ ສປປ ລາວ.
ນັກຂ່າວ ພົລເມືອງ

ຫ້ອງວ່າການ ແຂວງສວັນນະເຂດ ອອກແຈ້ງການ ວັນທີ 14 ມີນາ 2024 ນີ້ ຫ້າມບໍ່ໃຫ້ບຸກຄົນ ແລະນິຕິບຸກຄົນ ຕັດໄມ້ມາເຜົາຖ່ານ, ຫ້າມເຜົາຖ່ານ, ເກັບຊື້ຖ່ານ ແລະເຄື່ອນຍ້າຍຖ່ານດໍາ ຢູ່ໃນແຂວງສວັນນະເຂດ ແລະບໍ່ໃຫ້ຜແນກອຸດສາຫະກັມ ແລະປ່າໄມ້ ອອກໜັງສືອະນຸຍາດເຄື່ອນຍ້າຍຖ່ານດໍາ ນັ້ນ.

ເພື່ອຂໍຮູ້ເຖິງຈຸດປະສົງ ຂອງແຈ້ງການ ສະບັບດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງຫ້ອງວ່າການ ແຂວງສວັນນະເຂດ ໃນມື້ວັນທີ 19 ມີນານີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຄວາມເຫັນເພີ່ມຕື່ມໄດ້, ໃຫ້ອ່ານຣາຍລະອຽດ ຕາມແຈ້ງການນັ້ນ.

ດັ່ງເຈົ້າໜ້າທີ່ແຂວງສັວນນະເຂດ ຜູ້ຂໍສງວນຊື່ ແລະຕໍາ  ແໜ່ງນາງນຶ່ງ ກ່າວວ່າ:

ຕາມແຈ້ງການເລີຍ ອ່ານຣາຍລະອຽດຕາມແຈ້ງການເລີຍ ເພິ່ນວ່າແນວໃດ ຕາມແຈ້ງການເລີຍ ເຈົ້າ ດຽວນີ້ຈະຂໍຄວາມເຫັນນໍາເພິ່ນໃໝ່ເດີ ແລ້ວຈຶ່ງໂທມາໃໝ່ ເຈົ້າ ເພິ່ນບໍ່ຢູ່.

ພ້ອມກັນນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ຖາມໄປຍັງ ຜແນກກະສິກັມ ແລະປ່າໄມ້ ແລະຜແນກອຸດສາຫະກັມ ແລະການຄ້າ ແຂວງສວັນນະເຂດ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ກ່ຽວກັບແຈ້ງການສະບັບດັ່ງກ່າວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍເວົ້າຄືກັນວ່າ ຣາຍລະອຽດ ໃຫ້ເບິ່ງຕາມແຈ້ງການນັ້ນ ຫລືໃຫ້ຖາມໄປຍັງຫ້ອງວ່າການແຂວງ ທີ່ເພິ່ນເປັນຜູ້ອອກແຈ້ງການສະບັບນັ້ນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂແນງກະສິກັມ ແລະປ່າໄມ້ເມືອງທ່ານນຶ່ງ ກໍໄດ້ເວົ້າວ່າ ແຈ້ງການເທື່ອນີ້ ອອກມາເພື່ອປ້ອງກັນ ບໍ່ໃຫ້ປະຊາຊົນຕັດໄມ້ ມາເຜົາຖ່ານ ຍ້ອນທີ່ຜ່ານມາ ມີການເຜົາຖ່ານ ເກີນຂອບເຂດ ແລະອາດມີການລັກສົ່ງຖ່ານ ໄປຕ່າງປະເທດ ນໍາດ້ວຍ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ເພິ່ນບໍ່ໃຫ້ຕັດໄມ້ທໍາລາຍປ່າ ເພາະວ່າດຽວນີ້ຫັ້ນສ່ວນຫລາຍເພິ່ນເຜົາຖ່ານ ເຜົາຫຍັງ. ເພິ່ນບໍ່ຢາກໃຫ້ເຜົາ ເພິ່ນແຈ້ງການອອກ ໃຫ້ຢຸດຕິການຖາງປ່າ ເພື່ອຮັກສາສິ່ງແວດລ້ອມໄວ້ ນີ້ແຫລະ. ສ່ວນຫລາຍຂະເຈົ້າເຜົາ ແຕ່ວ່າກະເຜົາຫລາຍເກີນຂອບເຂດຫັ້ນນ່າ. ມັນເປັນຂາຍລັກສະນະຂາຍ ເປັນສິນຄ້າ ເພິ່ນຊິໃຫ້ຢຸດຕິກ່ອນ ບໍ່ໃຫ້ເຮັດໜັງສືເຄື່ອຍ້າຍ. ເພາະວ່າການລັກລອບຫັ້ນນ່າ ມັນກໍຫລາຍ ເຈົ້າໜ້າທີ່ເຮົາມັນກະບໍ່ທົ່ວເຖິງ ກໍເລີຍສັ່ງຢຸດຕິ.

ກ່ຽວກັບເຣື່ອງນີ້ ພໍ່ຄ້າຮັບຊື້ຖ່ານ ຢູ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດຜູ້ນຶ່ງ ເວົ້າວ່າ ໄດ້ເຫັນແຈ້ງການຫ້າມ ທີ່ວ່ານັ້ນແລ້ວ ແຕ່ກໍບໍ່ແນ່ໃຈຄືກັນວ່າ ຈຸດປະສົງແທ້ໆ ຂອງແຈ້ງການສະບັບນັ້ນ ແມ່ນຫຍັງກັນແທ້ ຍ້ອນຢູ່ໃນແຈ້ງການ ບໍ່ໄດ້ເວົ້າເຖິງຈຸດປະສົງ ແລະວ່າ ຕອນນີ້ຕ້ອງໄດ້ຍົກເລີກການຂາຍຖ່ານໄປກ່ອນ.

ບໍ່ໄດ້ຂາຍແລ້ວ ເພິ່ນບໍ່ໃຫ້ເຂົ້າຊ່ວງນີ້ ເຫັນເພິ່ນແຈ້ງພໍ່ບ້ານກໍເຫັນໃບແຈ້ງການຢູ່ ເລີຍຢຸດກ່ອນຢ່ານເພິ່ນເອົາຖ່ານຫັ້ນນ່າ ເພາະວ່າບໍ່ໄດ້ຊື້ຫຍັງ ເສັຽເງິນຫລາຍຫັ້ນແຫລະ ເພິ່ນສິໃຫ້ຂາຍບໍ່ ຫລືບໍ່ໄດ້ ກໍບໍ່ຮູ້ ແມ່ນ ຂ້ອຍກໍຍັງບໍ່ຮູ້ເລີຍບໍ່ກ້າ ອັນນັ້ນ.

ປັດຈຸບັນ ຢູ່ແຂວງສວັນນະເຂດ ມີໂຮງງານຜລິດຖ່ານຂາວຫລາຍແຫ່ງ ຊຶ່ງສ່ວນຫລາຍເປັນຂອງຄົນວຽດນາມ ແລະຂອງຄົນຈີນ. ສ່ວນຊາວບ້ານທົ່ວໄປ ຈະມີເຕົາເຜົາຖ່ານດໍາ ທີ່ໄດ້ໄປເກັບເອົາໄມ້ໃນປ່າ ໃນສວນມາເຜົາ ແລ້ວຂາຍໃຫ້ບ້ານໃກ້ຄຽງ, ຂາຍໃນເຂດເມືອງ ແລະກໍມີພໍ່ຄ້າຄົນກາງມາຮັບຊື້ ສົ່ງໄປຂາຍໃຫ້ວຽດນາມ.

ເຈົ້າຂອງທຸຣະກິຈເຜົາຖ່ານ ແລະຂາຍຖ່ານ ຢູ່ເມືອງພິນ ແຂວງສວັນນະເຂດຜູ້ນຶ່ງ ເວົ້າວ່າ ການອອກແຈ້ງການເທື່ອນີ້ ສົ່ງຜົລກະທົບຕໍ່ຊາວບ້ານ ທີ່ເຮັດອາ ຊີບເຜົາຖ່ານ, ຈະມີລາຍໄດ້ຫລຸດລົງ ຍ້ອນບໍ່ສາມາດເຄື່ອນຍ້າຍຖ່ານ ເພື່ອເອົາໄປຂາຍໄດ້.

ຂະເຈົ້າບໍ່ໄດ້ເອົາໄປແລ້ວເດ້ ຖ່ານເຜົາໄດ້ຢູ່ແຕ່ມັນເອົາໄປບໍ່ໄດ້ ເຮົາກະຢຸດກ່ອນ ບໍ່ທັນເຜົາລະ. ລາຍຮັບມັນຫລຸດແຫລະ ມັນກໍຕົກໝົດແລ້ວ ລາຄາມັນບໍ່ໄດ້ແລ້ວ ມັນບໍ່ຊື້ແຫລະເຂົາບໍ່ໃຫ້ເອົາໄປ ບໍ່ໄດ້ຂາຍແລ້ວ ບາດນີ້ບໍ່ໃຫ້ເຮັດ ລາຄາກໍຫລຸດລົງແລ້ວ.

ແລະຊາວບ້ານທີ່ຂາຍຖ່ານ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ຜູ້ນຶ່ງກໍເວົ້າວ່າ ເປັນຄັ້ງທໍາອິດ ທີ່ມີແຈ້ງການໃນລັກສະນະນີ້ ແຕ່ກໍຄິດວ່າ ແຈ້ງການຫ້າມເຜົາຖ່ານນີ້ ໜ້າຈະບໍ່ໄດ້ຜົລ ຍ້ອນການເຜົາຖ່ານ ແລະຂາຍຖ່ານ ເປັນອາຊີພຂອງປະຊາຊົນ ໃນການດໍາລົງຊີວິດ ເພາະບໍ່ມີວຽກເຮັດງານທໍາອື່ນເຮັດ ພໍມີລາຍໄດ້ລ້ຽງຄອບຄົວ.

ຫລາຍຢູ່ເຜົາຖ່ານຫັ້ນນ່າ ແມ່ນ ເຮົາສົ່ງແຖວຕ່າງເມືອງຢູ່ ຫ້າມບໍ່ໄດ້ດອກ ຫ້າມປະຊາຊົນບໍ່ໄດ້ດອກ ປະຊາຊົນບໍ່ມີວຽກເຮັດງານທໍາ ຈະເອົາຫຍັງກິນ ຜູ້ເຮັດອາຊີບຖ່ານ.

ແຈ້ງການຫ້າມເຜົາຖ່ານທີ່ວ່ານັ້ນ ມາເຖິງປັດຈຸບັນ ທາງຫ້ອງວ່າການແຂວງສວັນນະເຂດ ກໍຍັງບໍ່ໄດ້ອອກມາຊີ້ແຈງ ເຖິງຈຸດປະສົງຂອງແຈ້ງການນັ້ນເທື່ອ ເຮັດໃຫ້ເກີດມີຄໍາຖາມຢູ່ໃນສັງຄົມຫຼາຍຢ່າງ ເປັນຕົ້ນ ຮ້ານອາຫານ ແລະຄອບ ຄົວປະຊາຊົນ ທີ່ໃຊ້ຖ່ານດັງໄຟ ນັ້ນ ຈະເຮັດແນວໃດ, ຍ້ອນພວກເຂົາ ເຈົ້າຢູ່ຫລາຍເຂດ ໃຊ້ຖ່ານດໍາ ເປັນເຊື້ອເພີງຫລັກ ຍ້ອນລາຄາມັນຖືກກວ່າແກັສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.